ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອ

13/10/2026 08:26
Email Print 1961
KPL ພິທີເຊັນສັນຍາຮ່ວມມືສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດ້ານໄອຊີທີ ແລະ ເອໄອ (ICT & AI) ລະຫວ່າງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 8 ຕຸລາ 2026 ໂດຍການລົງນາມລະຫວ່າງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍມີຄະນະອຳນວຍການ, ຄະນະຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນສັນຍາໃນຄັ້ງນີ້, ຖືເປັນຂີດໝາຍສໍາຄັນໃນການຍົກລະດັບການສຶກສາລາວ ໃຫ້ທັນສະໄໝກ້າວສູ່ຍຸກດີຈິຕອນຢ່າງເຕັມຮູບແບບ ແລະ ເພື່ອຮ່ວມກັນພັດທະນາ, ຂະຫຍາຍເຄືອຂ່າຍສັນຍານໂທລະຄົມທັງ MBB ແລະ FBB ໃນຂົງເຂດມະຫາວິທະຍາໄລແຫ່ງຊາດ ເພື່ອສົ່ງເສີມການພັດທະນາພື້ນຖານໂຄງລ່າງດ້ານ ICT & AI ເຂົ້າໃນການຮຽນ-ການສອນ ແລະ ການຄົ້ນຄວ້າດ້ານວິຊາການໃຫ້ແກ່ບຸກຄະລາກອນຂອງມະຫາວິທະຍາໄລແຫ່ງຊາດ ຊຶ່ງລາວໂທລະຄົມ ໄດ້ສະໜອງສັນຍານອິນເຕີເນັດຄວາມໄວສູງ ແລະ ກໍ່ສ້າງເຄືອຂ່າຍສາຍໄຍແກ້ວນຳແສງ (Fiber Optic Cable) ເຊື່ອມຕໍ່ລະຫວ່າງມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ກັບວິທະຍາເຂດຕ່າງໆ ແລະ ເຄືອຂ່າຍພາຍໃນຂົງເຂດວິທະຍາເຂດ, ມະຫາວິທະຍາໄລແຫ່ງຊາດ ໄດ້ສະໜອງພື້ນທີ່ດິນ ແລະ ອຳນວຍຄວາມສະດວກໃນການກໍ່ສ້າງພື້ນຖານໂຄງລ່າງໂທລະຄົມ ເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວ. ໂຄງການຮ່ວມມືນີ້ ມີອາຍຸສັນຍາ 15 ປີ, ມີແຜນຈະຈັດຕັ້ງປະຕິບັດແບ່ງອອກເປັນ 5 ໄລຍະ ແລະ ຈະໃຫ້ສໍາເລັດສົມບູນພາຍໃນປີ 2030.

ເປົ້າໝາຍຫຼັກຂອງການເຊັນສັນຍາຄັ້ງນີ້, ເພື່ອຍົກລະດັບການບໍລິການຮັບປະກັນໃຫ້ຄູ-ອາຈານ, ນັກສຶກສາ ແລະ ບຸກຄະລາກອນຂອງມະຫາວິທະຍາໄລແຫ່ງຊາດສາມາດເຂົ້າເຖິງ ແລະ ນຳໃຊ້ສັນຍານໂທລະສັບລວມເຖິງອິນເຕີເນັດມືຖື (Mobile Data) ໄດ້ຢ່າງສະດວກສະບາຍ, ວ່ອງໄວ ດ້ວຍບໍລິການທີ່ມີຄຸນນະພາບ; ເພີ່ມທະວີຄວາມປອດໄພ ແລະ ການບໍລິຫານຈັດການນໍາໃຊ້ເຄືອຂ່າຍໂທລະຄົມມະນາຄົມທີ່ທັນສະໄໝເຂົ້າໃນການສະໜັບສະໜູນລະບົບການສຶກສາ ແລະ ການສື່ສານພາຍໃນບັນດາຂົງເຂດມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາເຂດຕ່າງໆຂອງ ມຊ ໃຫ້ມີຄວາມປອດໄພສູງສຸດ; ເພື່ອຮັດແໜ້ນຄວາມຮ່ວມມືເປັນຂີດໝາຍອັນສຳຄັນໃນການຮ່ວມມືໄລຍະຍາວລະຫວ່າງສອງອົງກອນໃຫຍ່ທີ່ຮ່ວມກັນຂັບເຄື່ອນເສດຖະກິດ ແລະ ສ້າງປະໂຫຍດອັນແທ້ຈິງໃຫ້ແກ່ສັງຄົມ.

ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ຍັງສືບຕໍ່ມຸ່ງໝັ້ນສ້າງສິ່ງອໍານວຍຄວາມສະດວກ ພ້ອມຂັບເຄື່ອນການສຶກສາ ສປປ ລາວ ໃຫ້ກ້າວທັນກັບການປ່ຽນແປງຂອງເຕັກໂນໂລຊີ ລະດັບໂລກ, ຄຽງຄູ່ການພັດທະນານໍາເອົາເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ໆເຂົ້າມາຮັບໃຊ້ສັງຄົມ ເພື່ອເປັນການປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງສີວິໄລ, ທັນສະໄໝໃນຍຸກດີຈິຕອນ, ພ້ອມທັງຢູ່ຄຽງຂ້າງກັບສັງຄົມລາວ ດັ່ງຄໍາຂວັນທີ່ວ່າ: ລາວໂທລະຄົມໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ We are Family.

KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.


Top