ໃນປີ 2027 ຄຳມ່ວນວາງແຜນຜະລິດເຂົ້ານາແຊງ 16,000 ກວ່າເຮັກຕ້າ

13/10/2026 01:04
Email Print 2233
KPL ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ວາງແຜນການຜະລິດເຂົ້ານາແຊງ ປີ 2027 ໃຫ້ໄດ້ 16.199 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ ້ 80.130 ໂຕນ ໃນນີ້, ເນື້ອທີ່ແຜນ ການປູກເຂົ້າເພື່ອເປັນສະບຽງ ອາຫານ 5.497 ເຮັກຕາ, ຄາດຄະ ເນຜົນຜະລິດ 26.184 ໂຕນ, ແຜນການປູກເຂົ້າເປັນສິນຄ້າ 10.702 ເຮັກຕາ, ຄາດຄະເນຜົນ ຜະລິດ 53.946 ໂຕນ.

ທ່ານ ແກ້ວບຸນຂວັນ ໄຊຍະວົງ ສາ ຫົວໜ້າພະແນກກະສິກໍາ ແລະ  ສິ່ງແວດລ້ອມແຂວງຄຳມ່ວນ ລາຍ  ງານໃນກອງປະຊຸມສະຫລຸບຜົນ ການຈັດຕັ້ງປະຕິບັດວຽກງານ 9 ເດືອນ ແລະ ທິດທາງແຜນການ  3 ເດືອນທ້າຍປີ 2026 ພ້ອມທັງວາງແຜນການຜະລິດພືດລະດູ ແລ້ງປີ 2027 ຂອງພະແນກກະສິ ກໍາ ແລະ ສິ່ງແວດລ້ອມແຂວງຄໍາ ມ່ວນ ໃນວັນທີ 8 ຕຸລາ 2026 ນີ້ ວ່າ: ສໍາລັບແຜນການຜະລິດພືດສໍາ ຮອງລະດູແລ້ງປີ 2027 ທົ່ວແຂວງ ມີແຜນການ 10.879 ເຮັກຕາ,  ຄາດຄະເນຜົນຜະລິດ 73.503 ໂຕນ ໃນນີ້, ເນື້ອທ່ີແຜນການປູກພືດ ເພື່ອເປັນສະບຽງອາຫານ 3.931 ເຮັກຕາ, ຄາດຄະເນຜົນຜະລິດ 20.732 ໂຕນ, ແຜນການປູກເຂົ້າ ເປັນສິນຄ້າ 6.948 ເຮັກຕາ ແລະ  ຄາດຄະເນຜົນຜະລິດ 52.771 ໂຕນ. ສ່ວນດ້ານການຜະລິດເຂົ້ານາ ປີ 2026 ຜ່ານມາ ສາມາດປະຕິບັດ  91.488 ເຮັກຕາ, ເສຍຫາຍຈາກ ໄພພິບັດ 25.324 ເຮັກຕາ, ເນື້ອ ທີ່ຍັງເຫລືອເກັບກ່ຽວ 66.164 ເຮັກຕາ, ເທ່ົາກັບ 70,31% (ແຜນ  94.102 ເຮັກຕາ) ໃນນີ້, ປູກ ເປັນສະບຽງອາຫານປະຕິບັດໄດ້  52.867 ເຮັກຕາ, ເສຍຫາຍ  16.325 ເຮັກຕາ, ເນື້ອທີ່ຍັງເຫລືອ ເກັບກ່ຽວ 36.542 ເຮັກຕາ, ເທົ່າ  ກັບ 67,27% (ແຜນ 54.319 ເຮັກຕາ) ແລະ ປູກເປັນສິນຄ້າ  ປະຕິບັດໄດ້ 38.621 ເຮັກຕາ, ເສຍຫາຍ 8.999 ເຮັກຕາ, ເນື້ອ ທີ່ຍັງເຫລືອເກັບກ່ຽວ 29.622 ເຮັກຕາ, ເທ່ົາກັບ 74,45% (ແຜນ  39.783 ເຮັກຕາ) ມາຮອດວັນທີ  5 ຕຸລາ 2026 ກະສິກອນເລີ່ມລົງ ມືເກັບກ່ຽວໄດ້ 3.467 ເຮັກຕາ,  ເທົ່າກັບ 5,24%; ການຜະລິດເຂົ້າ ເນີນສູງ 302 ເຮັກຕາ ໃນນັ້ນ,  ເມືອງ ບົວລະພາ 130 ເຮັກຕາ ແລະ ເມືອງນາກາຍ 172 ເຮັກຕາ.

ດ້ານການຜະລິດພືດສໍາຮອງ ລະດູຝົນປະຕິບັດເນື້ອທີ່ປູກ  17.630 ເຮັກຕາ, ເສຍຫາຍ 2.291 ເຮັກຕາ, ເນື້ອທີ່ຍັງເຫລືອ ເກັບກ່ຽວ 15.339 ເຮັກຕາ,  ເທົ່າ ກັບ 114,36% (ແຜນ  13,412 ເຮັກຕາ) ໃນນີ້, ປູກ ເປັນສະບຽງອາຫານປະຕິບັດໄດ້  2.813 ເຮັກຕາ, ເສຍຫາຍ 715 ເຮັກຕາ, ເນື້ອທີ່ຍັງເຫລືອເກັບກ່ຽວ  2.098 ເຮັກຕາ, ເທົ່າກັບ 79,22% (ແຜນ 2.648 ເຮັກຕາ) ແລະ  ເປັນສິນຄ້າປະຕິບັດໄດ້ 14.817 ເຮັກຕາ, ເສຍຫາຍ 1.575 ເຮັກຕາ,  ເນື້ອທີ່ຍັງເຫລືອເກັບກ່ຽວ 13.242 ເຮັກຕາ, ເທົ່າກັບ 123,02% (ແຜນ  10,764 ເຮັກຕາ). ປັດຈຸບັນ ກະ ສິກອນເລີ່ມລົງມືເກັບກ່ຽວໄດ້  9.321 ເຮັກຕາ, ເທົ່າກັບ 60,77%. 

   ທ່ານ ແກ້ວບຸນຂວັນ ໄຊຍະວົງ ສາ ໃຫ້ຮູ້ຕື່ມວ່າ: ດ້ານແຜນການ ສະໜອງນໍ້າຊົນລະປະທານໃນ ການຜະລິດລະດູແລ້ງປີ 2027 ທົ່ວ ແຂວງມີໂຄງການຊົນລະປະທານ  241 ໂຄງການ, ໃຊ້ໄດ້ 200 ໂຄງ  ການ, ໃຊ້ບໍ່ໄດ້ 41 ໂຄງການ,  ໃນການຜະລິດລະດູແລ້ງ ແຜນ ສະໜອງນໍ້າ 193 ໂຄງການ, ເນື້ອ ທີ່ໃຫ້ໄດ້ 16.381 ເຮັກຕາ ໃນນີ້, ເນື້ອທີ່ປູກພືດ 917 ເຮັກຕາ, ປູກ ເຂົ້ານາແຊງ 15.463 ເຮັກຕາ. 

KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.


Top