ໄຊຍະບູລີ ດຳເນີນກອງປະຊຸມຄະນະກຳມະການປົກຄອງ ປະຈຳເດືອນກັນຍາ

13/10/2026 01:00
Email Print 1911
KPL ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມຄະ ນະກຳມະການປົກຄອງ ແຂວງ ໄຊຍະບູລີ ປະຈຳ ເດືອນ ກັນຍາ 2026 ຈັດຂຶ້ນໃນມໍ່ໆມານີ້ ທີ່ຫ້ອງ ວ່າການແຂວງ ໂດຍການເປັນ ປະຂອງ ທ່ານ ດວງຕາ ໄຊວຸດ ປະ ທານຄະນະກຳມະການປົກຄອງ ແຂວງໄຊຍະບູລີ ພ້ອມດ້ວຍພະແນກ ການ, ອົງການ, ກົມກອງອ້ອມຂ້າງ ແຂວງ, 11 ເມືອງ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດວງຕາ ໄຊວຸດ ໄດ້ກ່າວ ວ່າ: ໃນໄລຍະ 9 ເດືອນຜ່ານມາ  ເຖິງແມ່ນວ່າສະພາບການຂອງ ສາກົນ ແລະ ພາກພື້ນ ຍັງສືບຕ່ໍມີ  ການຜັນແປຢ່າງສະຫລັບສັບຊ້ອນ  ຊຶ່ງສົ່ງຜົນກະທົບໂດຍທາງກົງ  ແລະ ທາງອ້ອມ ຕໍ່ການພັດທະນາ  ເສດຖະກິດ-ສັງຄົມຂອງປະເທດ  ເວົ້າລວມ, ເວົ້າສະເພາະແຂວງໄຊ ຍະບູລີ ຍັງຜະເຊີນກັບວິກິດ ທາງ ດ້ານເສດຖະກິດເຊັ່ນ: ລາຄານໍ້າມັນ ແພງ, ຄ່າຄອງຊີບສູງ ບວກກັບ ໄພທຳມະຊາດ, ສັດຕູພືດ, ການ ແຜ່ລະບາ ດຂອງພະຍາ ດສັດ (ພະຍາດອະຫິວາໝູອາຟຣິກາ)  ແລະ ບັນຫາປະກົດການຫຍໍ້ທ້ໍ ຕ່າງໆທີ່ເກີດຂຶ້ນໃນສັງຄົມ ໄດ້ສົ່ງ ຜົນກະທົບຕໍ່ຊີວິດການເປັນຢູ່ຂອງ ພະນັກງານ, ທະຫານ-ຕຳຫລວດ  ແລະ ປະຊາຊົນບັນດາເຜົ່າຢ່າງ ຫລວງຫລາຍ, ແຕ່ພາຍໃຕ້ການນໍາ ພາ-ຊີ້ນໍາຂອງພັກ ແລະ ລັດຖະບານ  ດ້ວຍຄວາມຮັບຜິດຊອບຢ່າງເປັນ  ເຈົ້າການຂອງຄະນະພັກ, ຄະນະ ກຳມະການປົກຄອງທຸກຂັ້ນ ກໍຄື ຂະແໜງການ ບວກກັບການປະ ກອບສ່ວນຢ່າງຕັ້ງໜ້າຂອງປະຊາ ຊົນບັນດາເຜົ່າ ໄດ້ພ້ອມກັນສືບຕ່ໍ ຜ່ານຜ່າບັນຫາຫຍຸ້ງຍາກເຫລົ່າ ນ້ັນ ໄປພ້ອມກັບການຜັນຂະຫຍາຍ  ແລະ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ວາງອອກຢ່າງຕ່ໍເນ່ືອງ ຕິດພັນກັບ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ແລະ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລ ຍະໃໝ່ ໃນທົ່ວສັງຄົມຢ່າງຕັ້ງໜ້າ,  ຈຶ່ງເຮັດໃຫ້ແຂວງສາມາດຮັກສາ ໄດ້ຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍໃນສັງຄົມໂດຍພື້ນ ຖານ, ບັນດາຄາດໝາຍຕ່າງໆ ໃນ ແຜນພັດທະນາເສດຖະກິດ-ສັງຄົມ  ໄດ້ບັນລຸຕາມແຜນທີ່ວາງໄວ້ເປັນ ສ່ວນໃຫຍ່. 

ກອງປະຊຸມຄັ້ງນີ້, ເປັນກອງປະ ຊຸມທີ່ມີຄວາມໝາຍຄວາມສໍາຄັນ ຫລາຍ ເປັນການສະຫລຸບຕີລາ ຄາການຈັດຕັ້ງປະຕິບັດບັນດາຄາດ ໝາຍດ້ານຕ່າງໆ ທີ່ກຳນົດໄວ້ ໃນ ແຜນພັດທະນາເສດຖະກິດ-ສັງຄົມ  ປະຈຳປີ 2026 ເພື່ອພ້ອມກັນຕີ ລາຄາ, ຢັ້ງຢືນຜົນໄດ້ຮັບ ແລະ ຂໍ້ຂາດ ຕົກບົກຜ່ອງຜ່ານມາ, ພ້ອມທັງຈະ ໄດ້ເອກະພາບກັນກຳນົດທິດທາງ,  ຄາດໝາຍສູ້ຊົນແຕ່ລະດ້ານ ໃນແຜນ ວຽກຈຸດສຸມ 3 ເດືອນທ້າຍປີ 2026  ແລະ ເອກະພາບແຜນການປີ 2027 ຊຶ່ງເນື້ອໃນຕົ້ນຕໍທີ່ຈະໄດ້ພ້ອມກັນຄົ້ນ ຄວ້າ ປຶກສາຫາລືບັນດາວຽກງານທີ່ສໍາຄັນ ເປັນຕົ້ນ ຈະໄດ້ສະຫລຸບ ຕີລາຄາການຈັດຕັ້ງປະຕິບັດວຽກ ງານຂອງຄະນະກຳມະການປົກ ຄອງແຂວງ ປະຈຳເດືອນກັນຍາ ທິດທາງແຜນວຽກຈຸດສຸມ 3 ເດືອນ ທ້າຍປີ 2026 ແລະ ແຜນການປີ  2027, ພ້ອມກັນນັ້ນຈະໄດ້ຮັບຟັງ ການປະກອບຄຳເຫັນ ຂອງບັນດາ ພະແນກທ່ີກ່ຽວຂ້ອງຈຳນວນໜ່ຶງ ຂອງແຂວງ, ຮັບຝັງການເຜີຍແຜ່ ເອກະສານທີ່ສໍາຄັນຈຳນວນໜຶ່ງ ຂອງລັດຖະບານ ທີ່ພົວພັນເຖິງການ ປະຕິບັດວຽກງານຕົວຈິງຢູ່ທ້ອງຖິ່ນ ຊຶ່ງມີ 14 ນິຕິກຳ. ພ້ອມກັນນັ້ນ, ໃນ ກອງປະຊຸມຍັງຈະໄດ້ຄົ້ນຄວ້າ, ປະ ກອບຄໍາຄິດ-ຄໍາເຫັນ ເພື່ອເຮັດໃຫ້ ກອງປະຊຸມຄັ້ງນີ້ ມີເນື້ອໃນຄົບຖ້ວນ ສົມບູນເລິກເຊິ່ງ ສາມາດສັງລວມ ໄດ້ບັນຫາພົ້ນເດັ່ນ ແລະ ບັນຫາທີ່ຍັງ ຄົງຄ້າງ ເພື່ອພ້ອມກັນສືບຕໍ່ປັບປຸງ ແກ້ໄຂໃຫ້ໄດ້ຮັບຜົນດີກວ່າເກົ່າ.

ຂ່າວ: ຂັນແກ້ວ, ພາບ: ບຸນລັ່ນ

KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.


Top