ເຜີຍແພ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ພະນັກງານລັດຖະກອນ ຢູ່ເມືອງໄຊພູທອງ

09/10/2026 00:55
Email Print 2785
KPL ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມືອງ ໄຊພູທອງ ແຂວງສະຫວັນນະເຂດ ເຜີຍແຜ່ກົດໝາຍວ່າດ້ວຍການ ປະກັນສັງຄົມ, ຂໍ້ຕົກລົງວ່າດ້ວຍ ຊຸດຜົນປະໂຫຍດທາງການແພດ, ວິທີການຈ່າຍເງິນປະກັນສຸຂະພາບ ແລະ ສັນຍາການບໍລິການປິ່ນປົວ ສຸຂະພາບຕາມລະບົບປະກັນສັງ ຄົມ ໃນວັນທີ 5 ຕຸລາ 2026 ໂດຍ ການເປັນປະທານຂອງ ທ່ານ ຈັນ ສະໝອນ ອາລິຍາວົງ ຫົວໜ້າ ຫ້ອງການ ປະກັນສັງຄົມແຂວງ ສະຫວັນນະເຂດ ພ້ອມດ້ວຍພາກ ສ່ວນທຸລະກິດ ແລະ ພະນັກງານ- ລັດຖະກອນເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ຄັ້ງ ນີ້, ມີກົດໝາຍວ່າດ້ວຍການປະກັນ ສັງຄົມ, ຂໍ້ຕົກລົງເລກທີ 2790/ ຮສສ, ລົງວັນທີ 10 ກໍລະກົດ  2026 ວ່າດ້ວຍຊຸດຜົນປະໂຫຍດ ທາງການແພດ ແລະ ວິທີຈ່າຍເງິນ ປະກັນສຸຂະພາບ ພ້ອມທັງທົບທວນ ຄືນນະໂຍບາຍປະກັນສັງຄົມ ຕາມກົດໝາຍວ່າດ້ວຍປະກັນສັງຄົມ ສະບັບເລກທີ 54/ສພຊ, ລົງວັນທີ  21 ມິຖຸນາ 2018 ແລະ ບາງມາດ  ຕາທີ່ໄດ້ປັບປຸງໃໝ່ ເພື່ອໃຫ້ຜູ້ເກີດ ສິດປະກັນສັງຄົມ ພາກລັດ, ພາກ ວິສາຫະກິດ ແລະ ຜູ້ປະກັນຕົນ ແບບສະໝັກໃຈໄດ້ຮັບຮູ້ຢ່າງທົ່ວ ເຖິງ, ມີຄວາມເປັນເອກະພາບ ແລະ  ສອດຄ່ອງກັບສະພາບເສດຖະກິດ- ສັງຄົມໃນປັດຈຸບັນ.

ໃນກອງປະຊຸມ, ບັນດາຜູ້ເຂົ້າ ຮ່ວມຍັງໄດ້ຮ່ວມກັນສົນທະນາ ແລະ ປະກອບຄຳເຫັນຢ່າງກົງໄປ ກົງມາ ເພື່ອສ້າງຄວາມເຂົ້າໃຈທີ່ ເປັນເອກະພາບຕໍ່ກັບການຈັດຕັ້ງ ປະຕິບັດວຽກງານດ່ັງກ່າວ ໃຫ້ ມີປະສິດທິພາບສູງຂຶ້ນ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮ່ວມ ກັນສົນທະນາ, ແລກປ່ຽນຄຳຄິດ ຄຳເຫັນ ແລະ ຕັ້ງຄຳຖາມເຈາະຈີ້ມ ກ່ຽວກັບບັນຫາທ່ີອາດຈະເກີດຂ້ຶນ ໃນພາກປະຕິບັດຕົວຈິງ ເພື່ອສະ ໜອງຫລັກຄ້ຳປະກັນທາງດ້ານສະ ຫວັດດີການແກ່ພະນັກງານ-ລັດຖະ ກອນ, ທະຫານ, ຕຳຫລວດ, ຊາວ ຜູ້ອອກແຮງງານ ແລະ ປະຊາຊົນ ທົ່ວໄປທີ່ສະໝັກໃຈເຂົ້າຮ່ວມລະບົບ  ໃຫ້ສາມາດເຂົ້າເຖິງການບໍລິການ ປະກັນສັງຄົມຢ່າງເທົ່າທຽມກັນ.

ໂອກາດນີ້, ທ່ານ ຈັນສະໝອນ  ອາລິຍາວົງ ໄດ້ເນັ້ນໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ, ອົງການ ປົກຄອງຕາແສງ ແລະ ຄະນະ ປະທານບ້ານ ເອົາໃຈໃສ່ນຳເອົາ ເນື້ອໃນສຳຄັນຂອງກົດໝາຍ ແລະ  ນິຕິກຳດັ່ງກ່າວໄປໂຄສະນາເຜີຍ ແຜ່ຕໍ່ໃຫ້ເລິກເຊິ່ງ, ເຖິງຖອງ ແລະ  ທົ່ວເຖິງ ທຸກກຸ່ມເປົ້າໝາຍໃນທົ່ວ ເມືອງ ເພື່ອໃຫ້ພະນັກງານ, ເຈົ້າ ຂອງກິດຈະການ, ຊາວຜູ້ອອກແຮງ ງານ ແລະ ປະຊາຊົນເຂ້ົາໃຈເຖິງສິດ,  ພັນທະ ແລະ ຜົນປະໂຫຍດທ່ີຈະ ໄດ້ຮັບ ພ້ອມທັງຊຸກຍູ້ໃຫ້ເຂົ້າຮ່ວມ ລະບົບປະກັນສັງຄົມ ແລະ ປະກັນ ສຸຂະພາບໃຫ້ກວ້າງຂວາງກວ່າ ເກົ່າ ໂດຍເນັ້ນໃສ່ການປັບປຸງຄຸນນະ ພາບການບໍລິການທາງການແພດ ໃຫ້ມີຄວາມສະດວກ, ວ່ອງໄວ,  ໂປ່ງໃສ ແລະ ຍຸຕິທຳ ເພື່ອສ້າງ ຄວາມເຊື່ອໝັ້ນໃຫ້ກຸ່ມເປົ້າໝາຍໃນ ໄລຍະຍາວ. 

KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.


Top