ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນ

08/10/2026 10:07
Email Print 424
KPL ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດສູນລະຫັດສິນຄ້າລາວ ຈຳກັດ (GS1 Laos) ເຊັນບົດບັນທຶກຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນຂອງ GS1 ໃນທົ່ວ ສປປ ລາວ ເພື່ອຄວບຄຸມຂະແໜງການຜະລິດ, ຜູ້ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ເຕັກໂນໂລຊີສານສົນເທດ ແລະ ການສື່ສານ (ICT), ການຄ້າ ແລະ ໂລຈິສຕິກ ຊຶ່ງພິທີລົງນາມໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ລະຫວ່າງທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຫ້າຍສວຽນ ລ່ຽງ ຜູ້ອຳນວຍການບໍລິສັດສູນລະຫັດສິນຄ້າລາວ ຈຳກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເຊັນບົດບັນທຶກການຮ່ວມມືຄັ້ງນີ້, ແນໃສ່ກຳນົດຂອບການຮ່ວມມືແບບຍຸດທະສາດລະຫວ່າງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດ ສູນລະຫັດສິນຄ້າລາວ ຈຳກັດ ເພື່ອສົ່ງເສີມການນຳໃຊ້ມາດຕະຖານ GS1 ໃນບັນດາສະມາຊິກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນຫຼາຍຂະແໜງການ ເຊັ່ນ: ການຜະລິດ, ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ICT, ການຄ້າ ແລະ ໂລຈິສຕິກ ແລະ ອື່ນໆ. ພ້ອມທັງ, ເສີມສ້າງຄວາມສາມາດແຂ່ງຂັນຂອງສິນຄ້າ Made in Laos ຜ່ານການລະບຸສິນຄ້າຕາມມາດຕະຖານສາກົນ; ເພີ່ມທະວີການຕິດຕາມສິນຄ້າ, ຄວາມໂປ່ງໃສ ແລະ ການປະຕິບັດຕາມຂໍ້ກຳນົດການຄ້າສາກົນ ແລະ ຂໍ້ກຳນົດເຄືອຂ່າຍການເຊື່ອມໂຍງດີຈິຕອນ; ສະໜັບສະໜູນສະມາຊິກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນການເຂົ້າເຖິງຕະຫຼາດໃນພາກພື້ນ ແລະ ຕະຫຼາດໂລກ ໂດຍນຳໃຊ້ບາໂຄດທີ່ສອດຄ່ອງກັບ GS1, ຄວາມປອດໄພດ້ານອາຫານ ແລະ ສິນຄ້າ, ການເຮັດໃຫ້ການຄ້າເປັນດີຈິຕອນ ແລະ ຄວາມຍືນຍົງ ໂດຍນຳໃຊ້ມາດຕະຖານ GS1 ແລະ ຂະຫຍາຍຊ່ອງທາງການຈຳໜ່າຍສິນຄ້າຜ່ານເຄືອຂ່າຍ GS1 ເພື່ອເລັ່ງການສົ່ງອອກ “Made in Laos” ສູ່ຕະຫຼາດສາກົນ.

GS1 ແມ່ນອົງການມາດຕະຖານສາກົນທີ່ເປັນກາງ ແລະ ບໍ່ສະແຫວງຫາກຳໄລ ແລະ ເປັນອົງການທີ່ໄດ້ຮັບອະນຸຍາດໃນການອອກເລກລະຫັດສິນຄ້າສາກົນ (GTIN) ຫຼື ທີ່ເອີ້ນກັນທົ່ວໄປວ່າບາໂຄດ ຊຶ່ງ GS1 ແມ່ນພາສາສາກົນຂອງທຸລະກິດຂອງໂລກ ເປັນພື້ນຖານລວມທີ່ຊ່ວຍໃຫ້ຄູ່ຄ້າທາງທຸລະກິດສາມາດລະບຸ, ບັນທຶກ ແລະ ແລກປ່ຽນຂໍ້ມູນສິນຄ້າທີ່ມີເອກະລັກໄດ້ຢ່າງລຽບງ່າຍ. ປັດຈຸບັນ, ລະບົບມາດຕະຖານດັ່ງກ່າວ, ຖືກນຳໃຊ້ໂດຍຫຼາຍກວ່າ 2 ລ້ານບໍລິສັດ, ໃນຫຼາຍກວ່າ 150 ປະເທດ ແລະ ມີການສະແກນບາໂຄດ GS1 ຫຼາຍກວ່າ 10 ຕື້ຄັ້ງຕໍ່ມື້.

ຂ່າວ: ກິດຕາ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດເສດຖະກິດ

      ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ

      10/9/2026 10:19:54 PM

      ປັດຈຸບັນລັດຖະບານ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປໃນປີ 2030 ແລະ ໄດ້ຍົກລະດັບການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດແມ່ນຍຸດທະສາດທີ່ສຳຄັນຂອງການພັດທະນາຕາມທິດ ສອຈ.

    • ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດເສດຖະກິດ

      ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດ

      10/9/2026 10:07:26 PM

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ພັດທະນາສີມືແຮງງານ, ສົ່ງເສີມການຈັດຫາວຽກເຮັດງານທຳ, ການປະກອບອາຊີບອິດສະລະ ແລະ ການຈ້າງງານໃນຊົນນະບົດ ເພື່ອສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແຮງງານລາວ ພ້ອມທັງວາງມາດຕະການຄຸ້ມຄອງແຮງງານຕ່າງປະເທດ ແນໃສ່ແກ້ໄຂບັນຫາການຂາດແຄນແຮງງານ ແລະ ການລັກລອບເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງ.

    • ເອດີບີ ຄາດຄະເນເສດຖະກິດລາວຈະຂະຫຍາຍໂຕ 4% ໃນປີ 2026ເສດຖະກິດ

      ເອດີບີ ຄາດຄະເນເສດຖະກິດລາວຈະຂະຫຍາຍໂຕ 4% ໃນປີ 2026

      9/24/2026 5:45:55 PM

      ອີງຕາມບົດລາຍງານ ທ່າອ່ຽງການພັດທະນາອາຊີ ສະບັບຫຼ້າສຸດ ທີ່ທະນາຄານພັດທະນາອາຊີ (ADB) ເຜີຍແຜ່ໃນວັນທີ 23 ກັນຍາ 2026 ໃຫ້ຮູ້ວ່າ: ການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຄາດວ່າຈະຢູ່ໃນລະດັບ 4% ໃນປີ 2026 ກ່ອນຈະປັບຕົວດີຂຶ້ນເປັນ 4,5% ໃນປີ 2027, ເຖິງວ່າສະຖຽນລະພາບດ້ານເສດຖະກິດມະຫາພາກຈະດີຂຶ້ນ ສປປ ລາວ ຍັງຄົງມີຄວາມບອບບາງ ຕໍ່ແຮງກະທົບຈາກພາຍນອກ ແລະ ຄວາມສ່ຽງທີ່ກ່ຽວພັນກັບສະພາບດິນຟ້າອາກາດ.

    • ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າເສດຖະກິດ

      ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າ

      9/16/2026 9:42:35 AM

      ແຫຼ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະປົກຄອງແຂວງບໍ່ແກ້ວ ພ້ອມດ້ວຍພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ເມືອງຫ້ວຍຊາຍ ລົງຕິດຕາມຊຸກຍູ້ການຜະລິດພືດຜັກຂອງປະຊາຊົນ ຢູ່ບ້ານປຸງນາໜູນ ແລະ ກຸ່ມປູກຜັກເຂດບ້ານນ້ຳຄຳ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນທ້າຍອາທິດຜ່ານມາ ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ປະຊາຊົນ ເພີ່ມການຜະລິດພືດຜັກທີ່ມີຄຸນນະພາບ, ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ໃນການສະໜອງໃຫ້ການບໍລິໂພກພາຍໃນແຂວງຢ່າງພຽງພໍ ເພື່ອຫຼຸດຜ່ອນການນຳເຂົ້າພືດຜັກຈາກຕ່າງປະເທດ.

    • ເປີດໂອກາດໃຫ້ຊາວກະສິກອນລາວເຂັ້າເຖິງຕະຫລາດໝາກເຜັດຈີນ-ສ ເກົາຫລີເສດຖະກິດ

      ເປີດໂອກາດໃຫ້ຊາວກະສິກອນລາວເຂັ້າເຖິງຕະຫລາດໝາກເຜັດຈີນ-ສ ເກົາຫລີ

      9/8/2026 10:21:13 AM

      ງານພົບປະຈັບຄູ່ທາງທຸລະກິດ ຈັດຂຶ້ນໃນວັນທີ 4 ກັນຍາ 2026 ຜ່ານມາ ໂດຍການຮ່ວມເປັນປະທານ ລະຫວ່າງ ລັດຖະບານລາວ ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໂດຍໄດ້ນຳເອົາຜູ້ຜະລິດ, ຜູ້ປຸງແຕ່ງ ແລະ ຜູ້ສົ່ງອອກຂອງລາວ ມາພົບປະກັບຜູ້ຊື້ ແລະ ນັກລົງທຶນທີ່ໜ້າເຊື່ອຖື ຈາກ ສປ ຈີນ ແລະ ສ ເກົາຫຼີ.


Top