ສ.ເກົາຫລີ ສົ່ງຈະລວດນູຣີ ຂຶ້ນສູ່ອະວະກາດ-ການປ່ອຍດາວທຽມ ປະສົບຜົນສຳເລັດ

10/10/2026 11:03
KPL ຈະລວດນູຣີ (Nuri) ເຊິ່ງເປັນ ຈະລວດຂົນສົ່ງ ທີ່ ສ.ເກົາຫລີ ພັດທະນາຂຶ້ນເອງ ໄດ້ທະຍານຂຶ້ນສູ່ ອະວະກາດ ຈາກສູນອະວະກາດນາໂຣ ໃນເມືອງໂກຮຶງ ເຊິ່ງຢູ່ຫ່າງຈາກ ນະຄອນຫລວງ ເຊອຸນ ໄປທາງທິດຕາເວັນຕົກ ສຽງໃຕ້ ປະມານ 400 ກິໂລແມັດ

ຂປລ.ສຳນັກຂ່າວຊິນຮວາ ຂອງ ສປຈີນ,  ຈະລວດນູຣີ (Nuri) ເຊິ່ງເປັນ ຈະລວດຂົນສົ່ງ ທີ່ ສ.ເກົາຫລີ ພັດທະນາຂຶ້ນເອງ ໄດ້ທະຍານຂຶ້ນສູ່ ອະວະກາດ ຈາກສູນອະວະ ກາດນາໂຣ ໃນເມືອງໂກຮຶງ ເຊິ່ງຢູ່ຫ່າງຈາກ ນະຄອນຫລວງ ເຊອຸນ ໄປທາງທິດຕາເວັນຕົກ ສຽງໃຕ້ ປະມານ 400 ກິໂລແມັດ, ໂດຍສາມາດ ນຳດາວທຽມ 14 ດວງ ຈາກ ທັງໝົດ 15 ດວງ ຂຶ້ນສູ່ວົງໂຄຈອນໄດ້ ຢ່າງສຳເລັດ. ໃນຂະນະທີ່ ດາວທຽມອີກ 1 ດວງ ບໍ່ສາມາດ ເຂົ້າສູ່ ວົງໂຄຈອນໄດ້ຕາມແຜນ.

ຈະລວດນູຣີ ເປັນຈະລວດເຊື້ອໄຟ ແຫລວແບບ 3 ທ່ອນ ທີ່ມີຊື່ເອີ້ນທາງການວ່າ ຈະລວດຂົນສົ່ງ ເຄເອສແອວວີ-ທູ (KSLV-II) ເຊິ່ງເປັນ ຈະລວດທ່ອນທຳອິດ, ຝາຄອບ ຈະລວດ ແລະ ຈະລວດທ່ອນທີສອງ ຈະແຍກຕົວອອກໄດ້ຢ່າງສົມບູນແບບ, ແຕ່ຂໍ້ມູນ ການຕິດຕາມ ໃນເວລາຕໍ່ມາ ໄດ້ພົບກັບຄວາມຜິດປົກກະຕິ ເລັກນ້ອຍ ໃນຂັ້ນຕອນສຸດທ້າຍຂອງ ການປ່ອຍ ດາວທຽມ.

ໂດຍຈະລວດນູຣີ ໄດ້ເລີ່ມຂະບວນການ ປ່ອຍດາວທຽມ ທີ່ ສັບສົນ ພາຍຫລັງທະຍານຂຶ້ນ ສູ່ອະວະກາດປະມານ 12 ນາທີ 30 ວິນາທີ, ໂດຍເຄື່ອງຈັກ ທ່ອນທີສາມ ຂອງຈະລວດດັບລົງ ຕາມກຳນົດ ທີ່ລະດັບຄວາມສູງ 575 ກິໂລແມັດ.

ພາລະກິດຫລັກ ຂອງ ການປ່ອຍຈະລວດນູຣີ ຄັ້ງທີ 5 ແມ່ນເພື່ອສົ່ງດາວທຽມ ຂະໜາດນ້ອຍ ໃນເຄືອຂ່າຍດາວທຽມ ສຳຫລວດ ຊັບພະຍາກອນໂລກ ເພື່ອຄວາມໝັ້ນຄົງ ແຫ່ງຊາດ (NEONSAT) ຈໍານວນ 5 ດວງ ເຂົ້າສູ່ວົງໂຄຈອນ ຢ່າງປອດໄພ. ເຊິ່ງດາວທຽມທັງໝົດ ໄດ້ຖືກປ່ອຍເທື່ອລະດວງ ຕາມລຳດັບ ຢ່າງສຳເລັດຮຽບຮ້ອຍ ໂດຍເວັ້ນໄລຍະຫ່າງ ດວງລະ 35-40 ວິນາທີ. ເຫດການດັ່ງກ່າວ ຖືເປັນ ຄວາມກ້າວໜ້າ ຄັ້ງສຳຄັນ ໃນມູມມອງຂອງຄວາມສັບສົນ ເມື່ອທຽບກັບ ການປ່ອຍຈະລວດ ຄັ້ງທີ 4 ເຊິ່ງບັນທຸກ ອຸປະກອນຫລັກ ພຽງຊິ້ນດຽວເທົ່ານັ້ນ./

KPL

ຂ່າວອື່ນໆ


Top