ເອດີບີ ຄາດຄະເນເສດຖະກິດລາວຈະຂະຫຍາຍໂຕ 4% ໃນປີ 2026

24/09/2026 17:45
Email Print 2797
KPL ອີງຕາມບົດລາຍງານ ທ່າອ່ຽງການພັດທະນາອາຊີ ສະບັບຫຼ້າສຸດ ທີ່ທະນາຄານພັດທະນາອາຊີ (ADB) ເຜີຍແຜ່ໃນວັນທີ 23 ກັນຍາ 2026 ໃຫ້ຮູ້ວ່າ: ການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຄາດວ່າຈະຢູ່ໃນລະດັບ 4% ໃນປີ 2026 ກ່ອນຈະປັບຕົວດີຂຶ້ນເປັນ 4,5% ໃນປີ 2027, ເຖິງວ່າສະຖຽນລະພາບດ້ານເສດຖະກິດມະຫາພາກຈະດີຂຶ້ນ ສປປ ລາວ ຍັງຄົງມີຄວາມບອບບາງ ຕໍ່ແຮງກະທົບຈາກພາຍນອກ ແລະ ຄວາມສ່ຽງທີ່ກ່ຽວພັນກັບສະພາບດິນຟ້າອາກາດ.

ອັດຕາເງິນເຟີ້ທີ່ຫຼຸດລົງ ແລະ ສະຖຽນລະພາບຂອງອັດຕາແລກປ່ຽນ ໄດ້ຊ່ວຍເສີມສ້າງຄວາມເຊື່ອໝັ້ນ. ແນວໃດກໍຕາມ, ການຂະຫຍາຍຕົວທາງເສດຖະກິດ ຄາດວ່າຈະຊ້າລົງໃນປີ 2026 ເນື່ອງຈາກລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ ແລະ ຕົ້ນທຶນການນຳເຂົ້າທີ່ສູງຂຶ້ນ, ຄວາມຕ້ອງການຈາກຕ່າງປະເທດທີ່ອ່ອນຕົວລົງ, ຂອບເຂດການດຳເນີນນະໂຍບາຍການເງິນ ແລະ ເງິນຕາທີ່ຈຳກັດ. ນອກຈາກນີ້, ຄວາມສ່ຽງທີ່ກ່ຽວພັນກັບສະພາບດິນຟ້າອາກາດ ອາດສົ່ງຜົນກະທົບເພີ່ມເຕີມຕໍ່ການຜະລິດໄຟຟ້າພະລັງນ້ຳ ແລະ ການຜະລິດກະສິກຳໃນປີ 2027.

ທ່ານ ນາງ ແຊນນີ ແຄມເບວ (Shanny Campbell) ຜູ້ຕາງໜ້າຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ສປປ ລາວ ມີຄວາມຄືບໜ້າທີ່ສຳຄັນໃນການຟື້ນຟູສະຖຽນລະພາບດ້ານເສດຖະກິດມະຫາພາກ ໂດຍອັດຕາເງິນເຟີ້ທີ່ຜ່ອນຄາຍລົງ ແລະ ອັດຕາແລກປ່ຽນທີ່ມີສະຖຽນລະພາບຫຼາຍຂຶ້ນ ໄດ້ຊ່ວຍຊຸກຍູ້ກິດຈະກຳທາງເສດຖະກິດ, ພ້ອມນີ້ການຮັກສານະໂຍບາຍເສດຖະກິດມະຫາພາກທີ່ຮັດກຸມ ຄຽງຄູ່ກັບການປັບປຸງການອຳນວຍຄວາມສະດວກດ້ານການຄ້າ, ການຫັນການສົ່ງອອກໃຫ້ມີຄວາມຫຼາກຫຼາຍ ແລະ ການເຊື່ອມສານຄວາມທົນທານຕໍ່ສະພາບດິນຟ້າອາກາດເຂົ້າໃນການວາງແຜນພັດທະນາ ຈະເປັນປັດໄຈສຳຄັນໃນການຮັກສາການຟື້ນຕົວທີ່ທົ່ວເຖິງ ແລະ ທົນທານ.

ຂະແໜງບໍລິການ ຍັງສືບຕໍ່ຊຸກຍູ້ການຂະຫຍາຍຕົວທາງເສດຖະກິດ ໂດຍຈຳນວນນັກທ່ອງທ່ຽວສາກົນບັນລຸ 2,6 ລ້ານຄົນ ໃນເຄິ່ງປີທຳອິດຂອງປີ 2026, ເພີ່ມຂຶ້ນ 9,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຂະແໜງອຸດສາຫະກຳ ຄາດວ່າຈະຍັງເປັນແຮງຂັບເຄື່ອນສຳຄັນຂອງການຂະຫຍາຍຕົວ ໂດຍໄດ້ຮັບແຮງໜູນຈາກການລົງທຶນໃນພະລັງງານທົດແທນ, ຂະແໜງກໍ່ສ້າງ, ຂະແໜງບໍ່ແຮ່ ແລະ ການສົ່ງອອກໄຟຟ້າ, ໃນຂະນະທີ່ຂະແໜງກະສິກຳ ຄາດວ່າຈະປະກອບສ່ວນໃນລະດັບຈຳກັດ. ຢ່າງໃດກໍຕາມ, ຂະແໜງອຸດສາຫະກຳ ແລະ ຂະແໜງກະສິກຳ ຕ່າງກໍມີຄວາມສ່ຽງເພີ່ມຂຶ້ນ ຈາກຜົນກະທົບດ້ານດິນຟ້າອາກາດ, ລວມທັງໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ຝົນຕົກບໍ່ສະໝ່ຳສະເໝີ. ສ່ວນອັດຕາເງິນເຟີ້ສະເລ່ຍຄາດວ່າຈະຢູ່ໃນລະດັບ 8,0% ໃນປີ 2026 ກ່ອນຈະຫຼຸດລົງມາເປັນ 6,5% ໃນປີ 2027.

ໃນບົດລາຍງານລະບຸວ່າ: ຄວາມສ່ຽງຕໍ່ເສດຖະກິດປະກອບມີ ລາຄາໃນຕະຫຼາດໂລກທີ່ສູງຂຶ້ນ, ລາຍຮັບຈາກການທ່ອງທ່ຽວທີ່ອ່ອນຕົວລົງ ແລະ ແຮງກົດດັນຈາກການຊຳລະໜີ້ສິນທີ່ຍັງສືບຕໍ່ ຊຶ່ງອາດສ້າງແຮງກົດດັນຕໍ່ການຂະຫຍາຍຕົວ; ແຮງກະທົບຈາກສະພາບດິນຟ້າອາກາດ, ລວມທັງໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ຝົນຕົກບໍ່ສະໝ່ຳສະເໝີ ອາດສົ່ງຜົນກະທົບຕໍ່ການຜະລິດໄຟຟ້າພະລັງນ້ຳ, ການຜະລິດກະສິກຳ, ການສົ່ງອອກ ແລະ ລາຍຮັບເປັນເງິນຕາຕ່າງປະເທດ.

ຂໍ້ມູນ: ເອດີບີ

KPL

ຂ່າວອື່ນໆ

    • ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດເສດຖະກິດ

      ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ

      10/9/2026 10:19:54 PM

      ປັດຈຸບັນລັດຖະບານ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປໃນປີ 2030 ແລະ ໄດ້ຍົກລະດັບການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດແມ່ນຍຸດທະສາດທີ່ສຳຄັນຂອງການພັດທະນາຕາມທິດ ສອຈ.

    • ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດເສດຖະກິດ

      ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດ

      10/9/2026 10:07:26 PM

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ພັດທະນາສີມືແຮງງານ, ສົ່ງເສີມການຈັດຫາວຽກເຮັດງານທຳ, ການປະກອບອາຊີບອິດສະລະ ແລະ ການຈ້າງງານໃນຊົນນະບົດ ເພື່ອສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແຮງງານລາວ ພ້ອມທັງວາງມາດຕະການຄຸ້ມຄອງແຮງງານຕ່າງປະເທດ ແນໃສ່ແກ້ໄຂບັນຫາການຂາດແຄນແຮງງານ ແລະ ການລັກລອບເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງ.

    • ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນເສດຖະກິດ

      ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນ

      10/8/2026 10:07:32 AM

      ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດສູນລະຫັດສິນຄ້າລາວ ຈຳກັດ (GS1 Laos) ເຊັນບົດບັນທຶກຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນຂອງ GS1 ໃນທົ່ວ ສປປ ລາວ ເພື່ອຄວບຄຸມຂະແໜງການຜະລິດ, ຜູ້ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ເຕັກໂນໂລຊີສານສົນເທດ ແລະ ການສື່ສານ (ICT), ການຄ້າ ແລະ ໂລຈິສຕິກ ຊຶ່ງພິທີລົງນາມໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ລະຫວ່າງທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຫ້າຍສວຽນ ລ່ຽງ ຜູ້ອຳນວຍການບໍລິສັດສູນລະຫັດສິນຄ້າລາວ ຈຳກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າເສດຖະກິດ

      ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າ

      9/16/2026 9:42:35 AM

      ແຫຼ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະປົກຄອງແຂວງບໍ່ແກ້ວ ພ້ອມດ້ວຍພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ເມືອງຫ້ວຍຊາຍ ລົງຕິດຕາມຊຸກຍູ້ການຜະລິດພືດຜັກຂອງປະຊາຊົນ ຢູ່ບ້ານປຸງນາໜູນ ແລະ ກຸ່ມປູກຜັກເຂດບ້ານນ້ຳຄຳ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນທ້າຍອາທິດຜ່ານມາ ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ປະຊາຊົນ ເພີ່ມການຜະລິດພືດຜັກທີ່ມີຄຸນນະພາບ, ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ໃນການສະໜອງໃຫ້ການບໍລິໂພກພາຍໃນແຂວງຢ່າງພຽງພໍ ເພື່ອຫຼຸດຜ່ອນການນຳເຂົ້າພືດຜັກຈາກຕ່າງປະເທດ.

    • ເປີດໂອກາດໃຫ້ຊາວກະສິກອນລາວເຂັ້າເຖິງຕະຫລາດໝາກເຜັດຈີນ-ສ ເກົາຫລີເສດຖະກິດ

      ເປີດໂອກາດໃຫ້ຊາວກະສິກອນລາວເຂັ້າເຖິງຕະຫລາດໝາກເຜັດຈີນ-ສ ເກົາຫລີ

      9/8/2026 10:21:13 AM

      ງານພົບປະຈັບຄູ່ທາງທຸລະກິດ ຈັດຂຶ້ນໃນວັນທີ 4 ກັນຍາ 2026 ຜ່ານມາ ໂດຍການຮ່ວມເປັນປະທານ ລະຫວ່າງ ລັດຖະບານລາວ ແລະ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ໂດຍໄດ້ນຳເອົາຜູ້ຜະລິດ, ຜູ້ປຸງແຕ່ງ ແລະ ຜູ້ສົ່ງອອກຂອງລາວ ມາພົບປະກັບຜູ້ຊື້ ແລະ ນັກລົງທຶນທີ່ໜ້າເຊື່ອຖື ຈາກ ສປ ຈີນ ແລະ ສ ເກົາຫຼີ.


Top