ສະຖານະການຢູ່ເຢເມນ ເພີ່ມທະວີຄວາມຮຸນແຮງຂຶ້ນ ເຮັດໃຫ້ປະຊາຊົນ 125.000 ກວ່າຄົນ ບໍ່ມີທີ່ຢູ່ອາໄສ

21/09/2026 15:12
Email Print 126
KPL ພາຍ​ໃນ​ເວ​ລາ 1-2 ອາ​ທິດ​ເທົ່າ​ນັ້ນ, ມີ​ປະ​ຊາ​ຊົນ ຫລາຍກວ່າ 125.000 ຄົນ​ ບໍ່​ມີ​​ທີ່​ຢູ່​ອາ​ໄສ ​ພາຍ​ໃນ​ປະ​ເທດ ​ເຢ​ເມນ ແລະ ມີ​ອີກຫລາຍ​ພັນ​ຄົນ ​ໄດ້​ສ່ຽງ​ໄພ​ຂ້າມ​ຜ່າ​ນ​ ຊ່ອງ​ແຄບ ​ອັບ​ແອວ-ມັນ​ເດັບ ເພື່ອຫລົບ​ໜີ​ໄປ​ສູ່ ປະ​ເທດ​ຈິ​ບູ​ຕິ ແລະ ​ອື່ນໆ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ສະ​ຖາ​ນະ​ການ ​ຢູ່ຫລາຍ​ແຫ່ງ​ ຂອງ​​ປະ​ເທດ ເຢ​ເມນ ເພີ່ມ​​ທະ​ວີ ​ຄວາມ​ຮຸນ​ແຮງ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ ​ເຮັດ​ໃຫ້​ປະ​ຊາ​ຊົນ​ ຈຳ​ນວນຫລວງຫລາຍ ​ຕ້ອງ​ໜີ​ອອກ​ຈາກ ​ບ້ານ​ເມືອງ​ຂອງ​ຕົນ. ທ່ານ ອາ​ເມັນ ເຢັດ​ກາ​ຢັນ ຜູ້​ຕາງ​ໜ້າ​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ເພື່ອ​ຊາວ​ອົບ​ພະ​ຍົບ ປະ​ຈຳ​ ເຢ​ເມນ​ ໄດ້​ໃຫ້​ສຳ​ພາດ​ ຕໍ່​ນັກ​ຂ່າວ​ວ່າ: ພາຍ​ໃນ​ເວ​ລາ 1-2 ອາ​ທິດ​ເທົ່າ​ນັ້ນ, ມີ​ປະ​ຊາ​ຊົນ ຫລາຍກວ່າ 125.000 ຄົນ​ ບໍ່​ມີ​​ທີ່​ຢູ່​ອາ​ໄສ ​ພາຍ​ໃນ​ປະ​ເທດ ​ເຢ​ເມນ ແລະ ມີ​ອີກຫລາຍ​ພັນ​ຄົນ ​ໄດ້​ສ່ຽງ​ໄພ​ຂ້າມ​ຜ່າ​ນ​ ຊ່ອງ​ແຄບ ​ອັບ​ແອວ-ມັນ​ເດັບ ເພື່ອຫລົບ​ໜີ​ໄປ​ສູ່ ປະ​ເທດ​ຈິ​ບູ​ຕິ ແລະ ​ອື່ນໆ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ເພື່ອ​ຊາວ​ອົບ​ພະ​ຍົບ​ ໄດ້​ຮຽກ​ຮ້ອງ​ ໃຫ້​ປະ​ຊາ​ຄົມ​ໂລກ ​ເພີ່ມ​ທະ​ວີ​ ການ​ສະ​ໜອງ​ທຶນ ແລະ ການ​ສະ​ໜັບ​ສະ​ໜູນ ຫລາຍກວ່າ​​ເກົ່າ ເພື່ອ​ຕອບ​ສະ​ໜອງ​ ຄວາມ​ຕ້ອງ​ການ​ ດ້ານ​ມະ​ນຸດ​ສະ​ທຳ​ ອັນ​ຮີບ​ດ່ວນ ​ທີ່​ເພີ່ມ​ຂຶ້ນ​ ຢ່າງ​ຕໍ່​ເນື່ອງ. ປັດ​ຈຸ​ບັນ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ເພື່ອ​ຊາວ​ອົບ​ພະ​ຍົບ ​ໄດ້ໃຫ້​ຄວາມ​ຊ່ວຍ​ເຫລືອ​ສຸກ​ເສີນ ​ຢູ່ຫລາຍ​ພື້ນ​ທີ່ ແລະ ໄດ້​ຈັດ​ສັນທຶນ 2 ລ້ານ​ໂດ​ລາ​ສະ​ຫະ​ລັດ​ ເພື່ອ​ໃຊ້​​ເຂົ້າ ໃນ​ການ​ຊ່ວຍ​ເຫລືອ ແລະ ການ​ແຈກ​ຢາຍ ​ເຄື່ອງ​ຊ່ວຍ​ເຫລືອ, ແຕ່​ຍັງ​ຂາດ​ທຶນ​​ຮອນ ຢ່າງຫລວງຫລາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top