ສປ ຈີນ ມີມູນຄ່າ ການນຳເຂົ້າ-ສົ່ງອອກ ການຄ້າສີຂຽວ ຫລາຍກວ່າ 800 ຕື້ໂດລາ

22/09/2026 06:23
KPL ໃນ​ປີ 2025, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກການ​ຄ້າ​ສີ​ຂຽວ​ຂອງ​ ສປ ຈີນ ​ມີ​ເຖິງ 802 ຕື້ກວ່າ​ໂດ​ລາສະຫະລັດ, ກວມ​ເອົາ 14,68% ຂອງຍອດ​ມູນ​ຄ່າ ​ການ​ຄ້າ​ສີ​ຂຽວ​ທົ່ວ​ໂລກ ເຊິ່ງ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ບົດ​ລາຍ​ງານ ​ການ​ພັດ​ທະ​ນາ​ ການ​ຄ້າ​ສີ​ຂຽວຂອງ ສປ ​ຈີນ(2026) ​ທີ່​ເປີດ​ເຜີຍ​ ເມື່ອ​ບໍ່​ດົນ​ມາ​ນີ້ ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ 2025, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກການ​ຄ້າ​ສີ​ຂຽວ​ຂອງ​ ສປ ຈີນ ​ມີ​ເຖິງ 802 ຕື້ກວ່າ​ໂດ​ລາສະຫະລັດ, ກວມ​ເອົາ 14,68% ຂອງຍອດ​ມູນ​ຄ່າ ​ການ​ຄ້າ​ສີ​ຂຽວ​ທົ່ວ​ໂລກ ເຊິ່ງ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ໃນ 8 ເດືອນ​ຕົ້ນ​​ປີ ນີ້, ​ການ​ນຳ​ເຂົ້າ-ສົ່ງ​ອອກລົດ​ພະ​ລັງ​ງານ​ໄຟ​ຟ້າ, ໝໍ້​ໄຟ​ລີ​ທຽມ, ຜະ​ລິດ​ຕະ​ພັນ​ໂຊ​​ລາ​ເຊວ ແລະ ຜ​ະ​ລິດ​ຕະ​ພັນ​ອື່ນໆ​ຂອງ​ຈີນ​ເພີ່ມ​ຂຶ້ນ​ປະ​ມານ 40% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃບ​ສັ່​ງ​ຊື້​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​​ແຮງລົມ, ເຮືອ​ພະ​ລັງ​ງານ​ສີ​ຂຽວ, ອຸ​ປະ​ກອນ​ປະ​ຢັດ ​ພະ​ລັງ​ງານ ແລະ ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.ຕາມ​ຂ່າວ​ແຈ້ງວ່າ, ສປ ຈີນ ​ໄດ້​ສ້າງ​ລະ​ບົບ​ນະ​ໂຍ​ບາຍ​ ການຫລຸດ​ຜ່ອນ​ການ​ປ່ອຍ​ກາກບອນ​ທີ່​ຄົບ​ຖ້ວນ​ທີ່​ສຸດ​ໃນ​ໂລກ ແລະ ​ສຳ​ເລັດ​ການ​ສ້າງລະ​ບົບ​ພະ​ລັງ​ງານ​ໝູນ​ວຽນ ​ທີ່​ໃຫຍ່ກວ່າ​ໝູ່ ແລະ ພັດ​ທະ​ນາ ​ໄວ​ກວ່າ​ໝູ່​ໃນ​ໂລກ. ໃນ​ດ້ານ​ການ​ສົ່ງ​ອອກ, ສປ ຈີນ ​ໄດ້​ສະ​ໜອງ ​ຜະ​ລິດ​ຕະ​ພັນ​ສີ​ຂຽວ ​ທີ່​ມີ​ຄຸນ​ນະ​ພາບ​ດີ ແລະ ມີ​ປະ​ສິດ​ທິ​ພາບ​ສູງ​ ໃຫ້​ແກ່​ທົ່ວ​ໂລກ. ມູນ​ຄ່າ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ສີຂຽວ​ຂອງ​ ສປ ຈີນ​ ໃນ​ປີ 2025 ມີ​ເຖິງ 442 ຕື້ກວ່າໂດ​ລາສະຫະລັດ, ກວມ​ເອົາ 16,53% ຂອງ​ຍອດການ​ສົ່ງ​ອອກ​ ຜະ​ລິດ​ຕະ​ພັນ​ສີ​ຂຽວ​ທົ່ວ​ໂລກ. ໃນໄລ​ຍະ 10 ປີ​ຜ່ານ​ມາ, ຈີນ​ໄດ້​ສະ​ໜອງ ຫລາຍກວ່າ 80% ຂອງ​ຜະ​ລິດ​ຕະ​ພັນ ​ໂຊ​ລາ​ເຊວ ແລະ 70% ຂອງອຸ​ປະ​ກອນ​ຜະ​ລິດ​ໄຟ​ຟ້າ​ ດ້ວຍ​ພະ​ລັງ​ງານ​ລົ​ມ​ໃຫ້​ແກ່​ໂລກ ເຊິ່ງ​ຊ່ວຍ​ຊຸກ​ຍູ້​ໃຫ້​ຕົ້ນ​ທຶນ ​ຂອງ​ການ​ຜະ​ລິດ​​ໄຟ​ຟ້າ ​ດ້ວຍ​​ພະ​ລັງ​ງານແສງ​ຕາ​ເວັນ ແລະ ​ພະ​ລັງ​ງ​ານລົມ​ໃນ​ທົ່ວ​ໂລກ ຫລຸດ​ລົງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.ສປ ຈີນ ​ບໍ່​ພຽງ​ແຕ່​ແມ່ນ​ຜູ້​ສະ​ໜອງ​ ທີ່​ສຳ​ຄັນ​ດ້ານ​ຜະ​ລິດ​ຕະ​ພັນ​ສີ​ຂຽວ ​ທີ່​ສຳ​ຄັນ​ຂອງ​ໂລກ​ເທົ່າ​ນັ້ນ, ຍັງ​ເປັນ​ຕະຫລາດ​ ທີ່​ສຳ​ຄັນ ສຳ​ລັບ ​ຜະ​ລິດ​ຕະ​ພັນ ​ສີ​ຂຽວ​ທົ່ວ​ໂລກ ​ອີກ​ດ້ວຍ. ໃນ​ປີ 2025, ມູນ​ຄ່າ​ການ​ນຳ​ເຂົ້າ​ ຜະ​ລິດ​ຕະ​ພັນ​ສີ​ຂຽວ​ຂອງ​ ສປ ຈີນ​ ມີ​ເຖິງ 359 ຕື້ກວ່າ​ໂດ​ລາສະຫະລັດ, ກວມ​ເອົາ 12.91% ຂອງ​ຍອດການ​ນຳ​ເຂົ້າ​ ຜະ​ລິດ​ຕະ​ພັນ​ສີ​ຂຽວ ​ໃນ​ທົ່ວ​ໂລກ ເຊິ່ງ​ຢູ່​ອັນ​ດັບ​ໜຶ່ງ ​ຂອງ​ໂລກ​ເຊັ່ນ​ກັນ. ສິ່ງ​ທີ່​ສຳ​ຄັນ​ກວ່າ​ນີ້​ແມ່ນ: ສປ ຈີນ ​ສືບ​ຕໍ່​ຍົກ​ລະ​ດັບ​ການ​ເປີດ​ປະ​ຕູ​ ສູ່​ພາຍນອກ​ໃນລະ​ດັບ​ສູງ ແລະ ເຂົ້າ​ຮ່ວມ​ການ​ບໍ​ລິ​ຫານ ​ສີ​ຂຽວ​ທົ່ວ​ໂລກ​ ຢ່າງ​ເລິກ​ເຊິ່ງ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສປ ຈີນ ​ໄດ້​ເຂົ້າ​ຮ່ວມ​ການ​ວາງ​ລະ​ບ​ຽບ​ ກາກ​ບອນ​ຕ່ຳ ແລະ ລະ​ບົບ​ມາດ​ຕະ​ຖານ​ສີ​ຂຽວ​ທົ່ວ​ໂລກ ​ຢ່າງ​ຕັ້ງ​ໜ້າ, ລິ​ເລີ່ມ​ຂໍ້​ລິ​ເລີ່ມ ​ຂອບ​ການ​ຮ່ວມ​ມື​ ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​ ກ່ຽວ​ກັບ ​ເສດ​ຖະ​ກິດ​ ດີ​ຈີ​ຕອນ ແລະ ການ​ພັດ​ທະ​ນາ ​ແບບ​ສີ​ຂຽວ, ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ ແຮ່​ທາດ​ສີ​ຂຽວ ແລະ ຂໍ້​ລິ​ເລີ່ມ​ຕ່າງໆ ​ທີ່​ສຳ​ຄັນ ໂດຍ​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ຕັ້ງ​ໜ້າ​ ຈາກຫລາຍ​ປະ​ເທດ ແລະ ກຸ່ມ​ເສດ​ຖະ​ກິດ. ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ​ໄດ້​ສະ​ເໜີ​ຢ່າງ​ຈະ​ແຈ້ງ​​ກ່ຽວ​ກັບ ​ການ​ພັດ​ທະ​ນາ​ ການ​ຄ້າ​ສີ​ຂຽວ ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່. ໃນ​ອະ​ນາ​ຄົດ, ຄຽງ​ຄູ່​ກັບ​ ອຸດ​ສາ​ຫະ​ກຳ ​ການ​ຜະ​ລິດ​ທີ່​ທັນ​ສະ​ໄໝ​ຂອງ ສປ ​ຈີນ ​ພັດ​ທະ​ນາ​ ໃຫ້​ຫັນ​ເປັນ ​ອັດ​ສະ​ລິ​ຍະ, ຫັນ​ເປັນ​ສີ​ຂຽວ ແລະ ຫັນ​ເປັນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ, ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ ສປ ຈີນ ​ຈະ​ເລັ່ງ​ຄວາມ​ໄວ​ໃນ​ການ​ພັດ​ທະ​ນາ​ ໄປ​ຕາມ​ທິດ​ສີ​ຂຽວ, ສ້າງ​ພະ​ລັງ​ຂັບ​ເຄື່ອນ​ສີ​ຂຽວ ​ທີ່ຫລາຍກວ່າ​ເກົ່າ ​ໃຫ້​ແກ່​ການ​ພັດ​ທະ​ນາ​ ຂອງ​ທຸກ​ປະ​ເທດ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ​ ໃຫ້ຫລາຍກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top