ການາດາ ຢັ້ງຢືນຖືເປັນສຳຄັນ ການພົວພັນ ກັບ ສສ ຫວຽດນາມ

22/09/2026 06:23
KPL ໃນ​ແຈ້ງ​ການ​ຂອງ​ຫ້ອງວ່​າການ ຜູ້ສຳເລັດ ລາດຊະການແຫ່ງ ການາດາ ​ຕໍ່​ໜ້າ​ການ​ຢ້ຽມ​ຢາມ ​ທາງ​ລັດ​ຖະ​ກິດ ກາ​ນາ​ດາ​ຂອງ ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ທ່ານ ລຸຍສ ອາເບີ(Louise Arbour) ຜູ້ສຳເລັດ ລາດຊະການແຫ່ງ ການາດາ ໃຫ້​ຮູ້​ວ່າ​ໃນ​ຂອບ​ເຂດ ​ການ​ຢ້ຽມ​ຢາມ

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ໃນ​ແຈ້ງ​ການ​ຂອງ​ຫ້ອງວ່​າການ ຜູ້ສຳເລັດ ລາດຊະການແຫ່ງ ການາດາ ​ຕໍ່​ໜ້າ​ການ​ຢ້ຽມ​ຢາມ ​ທາງ​ລັດ​ຖະ​ກິດ ກາ​ນາ​ດາ​ຂອງ ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ທ່ານ ລຸຍສ ອາເບີ(Louise Arbour) ຜູ້ສຳເລັດ ລາດຊະການແຫ່ງ ການາດາ ໃຫ້​ຮູ້​ວ່າ​ໃນ​ຂອບ​ເຂດ ​ການ​ຢ້ຽມ​ຢາມ, ທ່ານ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຈະ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ນະ​ຄ​ອນຫລວງ ອອດຕາວາ(Ottawa) ເພື່ອ​ແນ​ໃສ່ ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ ລະ​ຫວ່າງ​ ສອງ​ປະ​ເທດ. ແຈ້ງ​ການ ໄດ້​ຢັ້ງ​ຢືນ ສສ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ ​ຂອງ​ກາ​ນາ​ດາ​ ໃນ​ພາກ​ພື້ນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ-ປາ​ຊີ​ຟິກ. ກາ​ນາ​ດາ​ໄດ້​ຕີ​ລາ​ຄາ​ສູງ ການ​ພົວ​ພັນ ລະ​ຫວ່າງ ​ສອງ​ປະ​ເທດ ​ບົນ​ພື້ນ​ຖານ​ການ​ຮ່ວມ​ມືກວ້າງ​ຂວາງ ແລະ ຍາວ​ນານ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ການ​ຮ່ວມ​ມື​ ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ນັບ​ມື້ ​ນັບ​ພັດ​ທະ​ນາ; ກໍ່​ຄື​ ການ​ປະ​ສານ​ສົມ​ທົບ​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ ດ້ານ​ພະ​ລັງ​ງານ ແລະ ການ​ຮັບ​ມື​ກັບ​ ການ​ປ່ຽ​ນ​ແປງ​ ຂອງ​ດິນ​ຟ້າ​ອາ​ກາດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top