ຫັນມາປູກເຂົ້າເບຍລາວ ເພີ່ມລາຍຮັບ ແລະ ສ້າງຄວາມໝັ້ນຄົງໃຫ້ແກ່ຄອບຄົວ

21/09/2026 11:25
KPL ຂປລ. ໂຄງການ “ສົ່ງເສີມການປູກເຂົ້າແບບຍືນຍົງ” ຂອງບໍລິສັດເບຍລາວ​ ຢູ່ບ້ານໜອງພົງ ​ເມືອງຫາດ​ຊາຍ​ຟອງ ນະຄອນຫລວງ​ວຽງຈັນ ໄດ້ສ້າງໂອກາດໃໝ່ ໃຫ້ແກ່ຊາວນາໃນການຜະລິດເຂົ້າສຳລັບເປັນວັດຖຸດິບໃນການຜະລິດເບຍ ພ້ອມທັງຊ່ວຍເພີ່ມລາຍຮັບ ແລະ ສ້າງຕະຫລາດຮັບຊື້ທີ່ໝັ້ງຄົງ.

ຂປລ. ໂຄງການ ສົ່ງເສີມການປູກເຂົ້າແບບຍືນຍົງຂອງບໍລິສັດເບຍລາວ​ ຢູ່ບ້ານໜອງພົງ ​ເມືອງຫາດ​ຊາຍ​ຟອງ ນະຄອນຫລວງ​ວຽງຈັນ ໄດ້ສ້າງໂອກາດໃໝ່ ໃຫ້ແກ່ຊາວນາໃນການຜະລິດເຂົ້າສຳລັບເປັນວັດຖຸດິບໃນການຜະລິດເບຍ ພ້ອມທັງຊ່ວຍເພີ່ມລາຍຮັບ ແລະ ສ້າງຕະຫລາດຮັບຊື້ທີ່ໝັ້ງຄົງ. ໂຄງການດັ່ງກ່າວເລີ່ມຕົ້ນຈາກກຸ່ມຂະໜາດນ້ອຍມີພຽງ 10 ກວ່າຄອບຄົວ​ເທົ່າ​ນັ້ນ ແຕ່​ຍ້ອນ​ເຫັນວ່າເປັນອີກທາງເລືອກໜຶ່ງທີ່ສາມາດສ້າງລາຍຮັບ ແລະ ມີຕະຫລາດຮອງຮັບທີ່ແນ່ນອນ ຈຶ່ງເຮັດໃຫ້ປັດຈຸບັນມີສະມາຊິກເຂົ້າຮ່ວມຫລາຍກວ່າ 30 ຄອບຄົວ​ ​ໂດຍແຕ່​ລະ​ຄອບຄົວ​ສາມາດ​ສ້າງ​ລາຍ​ຮັບ​ຫລາຍ​ລ້ານ​ກີບ​ຕໍ່ປີ.

  ທ່ານ ບຸນ​ກອງ ບຸນ​ມາ​ນາ​ວົງ ຕົວແທນຊາວນາທີ່ເຂົ້າຮ່ວມໂຄງການ ສົ່ງເສີມການປູກເຂົ້າແບບຍືນຍົງຂອງບໍລິສັດເບຍລາວ​ໃຫ້​ຮູ້ວ່າ: ຈຸດ​ເລີ່ມຕົ້ນຂອງການ​ເຂົ້າຮ່ວມ​ໂຄງການ​ ຍ້ອນມີທີມງານຈາກບໍລິສັດເບຍລາວ ລົງຮາກຖານ ແລະ ຈັດກອງປະຊຸມຮ່ວມກັບຊາວບ້ານ ເພື່ອສະເໜີແນວທາງການຜະລິດເຂົ້າສຳລັບເບຍລາວ. ເນື່ອງຈາກຊາວກະສິກອນສ່ວນໃຫຍ່ຍັງຂາດຕົ້ນທຶນ ທາງໂຄງການຈຶ່ງສະໜອງແນວພັນ ແລະ ປຸ໋ຍໃຫ້ກ່ອນ ໂດຍບໍ່ໄດ້ເກັບເງິນລ່ວງໜ້າ ແລ້ວຈຶ່ງຫັກຄືນພາຍຫລັງ ຈາກເກັບກ່ຽວຜົນຜະລິດແລ້ວ. ນອກຈາກການສະໜອງ ປັດໄຈການຜະລິດແລ້ວ, ທາງໂຄງການຍັງມີວິຊາການ ລົງແນະນຳ ເຕັກນິກການປູກ-ການຫວ່ານ, ການໃສ່ປຸ໋ຍ, ການບຳລຸງຮັກສາ ແລະ ການເບິ່ງແຍງໃນແຕ່ລະໄລຍະ ເຊັ່ນ: ການໃສ່ປຸ໋ຍໃນໄລຍະ 12-13 ວັນ ແລະ ການ​ເບິ່ງ​ແຍງເຂົ້າໃນໄລຍະເປັນອອກດອກ ແລະ ໃຫ້ເມັດ ເຮັດໃຫ້ຊາວນາມີຄວາມຮູ້ຄວາມຊຳນານດ້ານການຜະລິດຫລາຍຂຶ້ນ. ສຳລັບດ້ານລາຄາ, ປັດຈຸບັນບໍລິສັດ​ຮັບ​ຊື້ ເຂົ້າເປືອກສຳລັບເບຍລາວ ​ໃນ​ລາຄາ 7.500 ກີບຕໍ່ກິໂລ.ໃນຂະນະທີ່ເຂົ້າໜຽວທົ່ວໄປມີລາຄາ 5.000 ກວ່າກີບຕໍ່ກິໂລ. ດັ່ງນັ້ນ, ການປູກເຂົ້າໃນໂຄງການຈຶ່ງເປັນອີກຊ່ອງທາງໜຶ່ງໃນການເພີ່ມລາຍຮັບ. ໂດຍຊາວກະສິກອນທີ່ມີເນື້ອທີ່ປູກ 10 ກວ່າໄລ່ ສາມາດສ້າງລາຍຮັບໄດ້ເຖິງ 30 ກວ່າລ້ານກີບຕໍ່ລະດູການ.

  ທ່ານ ບຸນ​ກອງ  ​ເວົ້າ​ເສີມ​ວ່າ: ພາຍ​ຫລັງ​ທີ່​ ເຂົ້າຮ່ວມໂຄງການ ສົ່ງເສີມການປູກເຂົ້າແບບຍືນຍົງຂອງບໍລິສັດ ເບຍລາວ​ ຊາວນາ ໄດ້ຮັບຄວາມສະດວກຫລາຍຂຶ້ນໂດຍບໍລິສັດມີທີມງາມລົງເກັບຊື້ຜົນຜະລິດເຖິງທີ່ ແລະ ໂອນເງິນເຂົ້າບັນຊີທະນາຄານຂອງຊາວນາໂດຍກົງ, ເຮັດໃຫ້ບໍ່ມີບັນຫາເລື່ອງການກົດລາຄາ. ລະບົບດັ່ງກ່າວຊ່ວຍໃຫ້ການຊື້-ຂາຍມີຄວາມສະດວກ, ໂປ່ງໃສ ແລະ ຊາວນາມີຕະຫລາດຮອງຮັບຜົນຜະລິດທີ່ແນ່ນອນ. ຈາກຜົນທີ່ໄດ້ຮັບ, ກຸ່ມ​ຜະລິດ​ເຂົ້າ ບ້ານໜອງພົງ ກໍ​ຈະສືບຕໍ່​ເອົາ​ໃຈ​ໃສ່​ພັດທະນາການຜະລິດ ເພື່ອຍົກຜົນຜະລິດ ແລະ ຄຸນນະພາບເຂົ້າໃຫ້ດີຂຶ້ນ ສ້າງຄວາມຍືນຍົງໃຫ້ໂຄງການ ພ້ອມທັງເປັນອີກທາງເລືອກໃນການສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງຄອບຄົວຊາວນາໃຫ້ດີຂຶ້ນເລື້້ອຍໆ.

ໂດຍ:​ມາລີດາ

KPL

ຂ່າວອື່ນໆ

    • ຜົນງານ ແລະ ບຸລິມະສິດການແກ້ໄຂລະເບີດບໍ່ທັນແຕກຢູ່ ສປປ ລາວບົດ-ສາລະຄະດີ

      ຜົນງານ ແລະ ບຸລິມະສິດການແກ້ໄຂລະເບີດບໍ່ທັນແຕກຢູ່ ສປປ ລາວ

      9/21/2026 11:07:15 AM

      ຂປລ. ສປປ ລາວ ຍັງສືບຕໍ່ແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຈາກສົງຄາມ ໂດຍຮ່ວມມືກັບອົງການສາກົນ ແລະ ພາກສ່ວນຕ່າງໆ ມາແຕ່ປີ 1994 ເປັນຕົ້ນມາ ເພື່ອຫລຸດຜ່ອນຜົນກະທົບຈາກ ລະເບີດບໍ່ທັນແຕກ ຕໍ່ຊີວິດ, ຊັບສິນ, ການຜະລິດ ແລະ ການພັດທະນາ.

    • ພູຜາມ່ານ ຈຸດໝາຍປາຍທາງຂອງຄົນຮັກຄວາມທ້າທາຍບົດ-ສາລະຄະດີ

      ພູຜາມ່ານ ຈຸດໝາຍປາຍທາງຂອງຄົນຮັກຄວາມທ້າທາຍ

      9/21/2026 11:02:39 AM

      ຂປລ. ພູຜາມ່ານ (The Rock Viewpoint) ເປັນໜຶ່ງໃນແຫລ່ງທ່ອງທ່ຽວຜະຈົນໄພທີ່ມີຊື່ສຽງຂອງແຂວງຄຳມ່ວນ ຕັ້ງຢູ່ໃນເຂດພູຫີນປູນ ທີ່ອ້ອມຮອບດ້ວຍຜືນປ່າສີຂຽວອຸ່ນທຸ່ມ. ສະຖານທີ່ແຫ່ງນີ້ເປີດໃຫ້ບໍລິການໃນປີ 2019 ເປັນຕົ້ນມາ ແລະ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວມາໂດຍຕະຫລອດ ດ້ວຍຈຸດເດັ່ນທັງດ້ານທິວທັດທຳມະຊາດ ແລະ ກິດຈະກຳຜະຈົນໄພທີ່ຫລາກຫລາຍ.

    • ເປີດສູດລັບ ທ່ານ ໄຊຍະແສງ ສ້າງລາຍຮັບ 272 ລ້ານກີບຕໍ່ປີ ບົດ-ສາລະຄະດີ

      ເປີດສູດລັບ ທ່ານ ໄຊຍະແສງ ສ້າງລາຍຮັບ 272 ລ້ານກີບຕໍ່ປີ

      9/21/2026 11:00:10 AM

      ຂປລ. ຫລາຍຄົນມັກຄິດວ່າ ຫລັງຈາກພົ້ນອາຍຸການ ຫລື ບຳນານແລ້ວ ແມ່ນຊ່ວງເວລາແຫ່ງການພັກຜ່ອນຢູ່ເຮືອນຊື່ໆ, ແຕ່ສຳລັບ ທ່ານ ໄຊຍະແສງ ອິນທະວົງສາ ຢູ່ບ້ານໂມ, ເມືອງລະມາມ, ແຂວງເຊກອງ ກັບເລືອກເສັ້ນທາງທີ່ແຕກຕ່າງ ປ່ຽນມືຈັບປາກກາ ມາຈັບຈົກຈັບຊ້ວມບຸກເບີກເນື້ອທີ່ຂຸດໜອງລ້ຽງປາ ຈົນກາຍເປັນ "ຄອບ ຄົວຕົວແບບ" ທີ່ສ້າງລາຍຮັບເນັ້ນໆ ເຖິງ 272 ລ້ານກີບຕໍ່ປີ!

    • ເມືອງໄຊເສດຖາ ບັນລຸການສ້າງເມືອງພົ້ນທຸກ 100%ບົດ-ສາລະຄະດີ

      ເມືອງໄຊເສດຖາ ບັນລຸການສ້າງເມືອງພົ້ນທຸກ 100%

      9/21/2026 10:56:35 AM

      ຂປລ. ທົ່ວເມືອງໄຊເສດຖາ ແຂວງອັດຕະປື ສາມາດບັນລຸການສ້າງເມືືອງພົ້ນທຸກ 100% ໂດຍທັງ 22 ບ້ານຂອງເມືອງໄດ້ພົ້ນທຸກແລ້ວ.

    • ຈາກລາວສູ່ກວາງຊີ ຊາວໜຸ່ມສ້າງຂົວວັດທະນະທຳຜ່ານສິລະປະບົດ-ສາລະຄະດີ

      ຈາກລາວສູ່ກວາງຊີ ຊາວໜຸ່ມສ້າງຂົວວັດທະນະທຳຜ່ານສິລະປະ

      9/21/2026 10:52:56 AM

      ຂປລ. ການໄປສຶກສາຕໍ່ຢູ່ປະເທດຈີນຂອງຊາວໜຸ່ມລາວ ບໍ່ພຽງເປັນໂອກາດໃນການສຶກສາຫາຄວາມຮູ້ ແຕ່ຍັງເປັນເວທີໃຫ້ໄດ້ຮຽນຮູ້ວັດທະນະທຳ, ພັດທະນາທັກສະ ແລະ ແລກປ່ຽນມໍລະດົກອັນລ້ຳຄ່າຂອງລາວກັບເພື່ອນຕ່າງຊາດ. ສິລະປະຈຶ່ງກາຍເປັນຂົວເຊື່ອມໂຍງຜູ້ຄົນ ແລະ ວັດທະນະທຳຂອງສອງປະເທດ.


Top