ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການ

07/09/2026 19:36
Email Print 1097
KPL ໃນວັນທີ 3 ກັນຍາ 2026, ທີ່ນະຄອນຫຼວງອັດສະຕານາ, ສາທາລະນະລັດ ກາຊັກສະຖານ, ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອວາງຂອບ ແລະ ສ້າງພື້ນຖານ ໃຫ້ແກ່ການຮ່ວມມືວຽກງານໄອຍະການ ລະຫວ່າງສອງອົງການ ໃນຕໍ່ໜ້າຢ່າງມີປະສິດທິຜົນ.

ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ນາງ ລີວົງ ລາວລີ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ຝ່າຍກາຊັກສະຖານ ລົງນາມໂດຍ ທ່ານ ເບຣິກ ອາຊີລອຟ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກາຊັກສະຖານ. ການລົງນາມດັ່ງກ່າວສະແດງໃຫ້ເຫັນເຈດຕະນາລົມຢ່າງແທ້ຈິງຂອງສອງຝ່າຍ ໃນການເສີມສ້າງຄວາມເຂົ້າໃຈ, ຄວາມໄວ້ວາງໃຈ ແລະ ການພົວພັນອັນດີ ລະຫວ່າງ ສອງອົງການ.

ບົນພື້ນຖານດັ່ງກ່າວ, ສອງຝ່າຍຈະສົ່ງເສີມການຮ່ວມມື ຕາມຂອບເຂດສິດອຳນາດ ແລະ ກົດໝາຍຂອງແຕ່ລະປະເທດ ໂດຍສຸມໃສ່ການແລກປ່ຽນຄະນະຜູ້ແທນ, ບົດຮຽນ, ປະສົບການ ແລະ ພຶດຕິກຳທີ່ດີໃນວຽກງານໄອຍະການ, ການສົ່ງເສີມການຮ່ວມມືທາງອາຍາ, ການສົ່ງຜູ້ຮ້າຍຂ້າມແດນ, ການຈັດກອງປະຊຸມ, ການປຶກສາຫາລື ແລະ ການສຳມະນາ, ການສຶກສາ, ຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ, ການແລກປ່ຽນເອກະສານ, ສິ່ງພິມ ແລະ ຂໍ້ມູນທາງວິຊາການ, ລວມທັງຮູບແບບການຮ່ວມມືອື່ນຕາມທີ່ສອງຝ່າຍເຫັນດີຮ່ວມກັນ. ບົດບັນທຶກຄວາມເຂົ້າໃຈສະບັບນີ້, ເປັນກົນໄກໜຶ່ງ ໃນການຊ່ວຍໃຫ້ສອງອົງການໄດ້ປຶກສາຫາລື, ແລກປ່ຽນ ແລະ ຂະຫຍາຍການຮ່ວມມືໃນຂົງເຂດ ທີ່ສອງຝ່າຍມີຄວາມສົນໃຈ, ພົວພັນ, ຮ່ວມມືກັນ ບົນພື້ນຖານຂອງຄວາມເຄົາລົບເຊິ່ງກັນ ແລະ ກັນ, ຄວາມສະໝັກໃຈ, ຄວາມເໝາະສົມ ແລະ ຄຳນຶງເຖິງເງື່ອນໄຂຕົວຈິງຂອງແຕ່ລະຝ່າຍ ເພື່ອໃຫ້ການຮ່ວມມື ມີເນື້ອໃນ ແລະ ນຳມາຊຶ່ງຜົນປະໂຫຍດຮ່ວມກັນ ຂອງທັງສອງອົງການ ຢ່າງແທ້ຈິງ.

ການລົງນາມຄັ້ງນີ້, ເປັນຂີດໝາຍບາດກ້າວສຳຄັນ ໃນການພົວພັນ, ຮ່ວມມື ລະຫວ່າງ ອົງການໄອຍະການຂອງສອງປະເທດ, ເປັນພື້ນຖານໃຫ້ສອງຝ່າຍ ສ້າງຄວາມເຂົ້າໃຈ ແລະ ແລກປ່ຽນບົດຮຽນ, ສົ່ງເສີມການຮ່ວມມື, ສ້າງຄວາມເຂັ້ມແຂງຂອງອົງການໄອຍະການຂອງສອງປະເທດ, ປະກອບສ່ວນອັນສຳຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ກາຊັກສະຖານ ໃຫ້ນັບມື້ແໜ້ນແຟ້ນ, ມີເນື້ອໃນ ແລະ ພັດທະນາຢ່າງໝັ້ນຄົງໃນຕໍ່ໜ້າ ຢ່າງບໍ່ຢຸດຢັ້ງ.

KPL

ຂ່າວອື່ນໆ

    • ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມ

      9/22/2026 9:43:41 AM

      ໃນວັນທີ 21 ກັນຍາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

    • ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດການເມືອງ

      ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດ

      9/22/2026 9:14:01 AM

      ໃນວັນທີ 18 ກັນຍາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄາທາຣີນາ ວີເຊີ (Katharina Wieser) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈຳ ສປປ ລາວ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫຼວງບາງກອກ, ປະເທດໄທ ໃນໂອກາດເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026.

    • ຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມພົບປະປຶກສາຫາລື ເສີມຂະຫຍາຍການພົວພັນຮ່ວມມືການເມືອງ

      ຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມພົບປະປຶກສາຫາລື ເສີມຂະຫຍາຍການພົວພັນຮ່ວມມື

      9/22/2026 9:10:03 AM

      ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

    • ເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກການເມືອງ

      ເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

      9/22/2026 9:00:46 AM

      ກອງປະຊຸມເຜີຍແຜ່ເອກະສານ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຈັດຂຶ້ນໃນວັນທີ 21 ກັນຍາ 2026 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ, ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ, ຫົວໜ້າພະແນກການຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດສົນທິສັນຍາ CCMການເມືອງ

      ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດສົນທິສັນຍາ CCM

      9/21/2026 9:27:21 AM

      ໃນວາລະດຳເນີນກອງປະຊຸມ ທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃນວັນທີ 17 ກັນຍາ 2026 ນີ້ ໄດ້ລົງເລິກຫົວຂໍ້ສໍາຄັນ ໂດຍສະເພາະແມ່ນຫລັກການຄວາມໂປ່ງໃສ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາ ຂອງບັນດາລັດພາຄີ, ມາດ ຕະການ ການຮັບປະກັນການປະຕິບັດຕາມສົນທິສັນຍາ, ການສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ວຽກງານປິ່ນອ້ອມ ອື່ນໆ ທີ່ສະໜັບສະໜູນຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ໂດຍການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ).


Top