ຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມພົບປະປຶກສາຫາລື ເສີມຂະຫຍາຍການພົວພັນຮ່ວມມື

22/09/2026 09:10
Email Print 181
KPL ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໃນໂອກາດດັ່ງກ່າວ ໄດ້ມີການພົບປະສອງຝ່າຍ ລະຫວ່າງ ສະຫາຍ ສະເຫຼີມໄຊ ກົມມະສິດ ແລະ ສະຫາຍ ຟ້າມ ຢາ ຕຸກ ພ້ອມດ້ວຍຄະນະຜູ້ແທນທາງການຂອງທັງສອງຝ່າຍ. ການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງສະພາບການພາຍໃນປະເທດທີ່ພົ້ນເດັ່ນຂອງຕົນໃຫ້ກັນຊາບ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ທັງສອງຝ່າຍຍາດມາໄດ້ໃນໄລຍະຜ່ານມາ. ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ສະພາບການພົວພັນຮ່ວມມື ໃນໄລຍະ 9 ເດືອນຕົ້ນປີ 2026 ແລະ ປຶກສາຫາລືແຜນວຽກຈຸດສຸມໃນ 3 ເດືອນທ້າຍປີ 2026 ກໍຄື ການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມື ປະຈຳປີ 2026 ຂອງສອງລັດຖະບານ ຊຶ່ງເຫັນວ່າ ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງ ສອງພັກ-ສອງລັດ ລາວ ແລະ ຫວຽດນາມ, ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຂອງສອງຝ່າຍ ໄດ້ສືບຕໍ່ເປັນເຈົ້າການປະສານສົມທົບກັນຢ່າງແໜ້ນແຟ້ນ ມີຜົນສຳເລັດ ແລະ ມີຄວາມຄືບໜ້າໃນທຸກຂົງເຂດວຽກງານ ຊຶ່ງສະແດງອອກຄື:

  • ການຮ່ວມມືທາງດ້ານການເມືອງ-ການຕ່າງປະເທດ ສືບຕໍ່ໄດ້ຮັບການເພີ່ມທະວີໃຫ້ກ້າວເຂົ້າສູ່ລວງເລິກ, ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ແລະ ຄະນະຜູ້ແທນແຕ່ລະຂັ້ນ ນັບທັງສູນກາງ ແລະ ທ້ອງຖິ່ນ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ;

  • ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ນັບແໜ້ນແຟ້ນ, ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ, ສືບຕໍ່ເປັນເສົາຄ້ຳທີ່ສຳຄັນໃນການພົວພັນຮ່ວມມືຂອງສອງປະເທດ;

  • ການຮ່ວມມືດ້ານການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ ສືບຕໍ່ໄດ້ຮັບບຸລິມະສິດ ແລະ ຍົກສູງຄຸນນະພາບໃຫ້ດີຂຶ້ນ, ລັດຖະບານຫວຽດນາມ ໄດ້ສະໜອງທຶນການສຶກສາ ຈຳນວນ 1.300 ທຶນ ໃຫ້ແກ່ ສປປ ລາວ ໃນປີ 2026 ເພື່ອສຶກສາຮ່ຳຮຽນຢູ່ບັນດາສະຖາບັນການສຶກສາຂອງຫວຽດນາມ ແລະ ຮ່ວມກັນຊຸກຍູ້ໂຄງການກໍ່ສ້າງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ໃຫ້ປະກົດຜົນເປັນຈິງ;

  • ການຮ່ວມມືດ້ານການລົງທຶນ ມີການຫັນປ່ຽນຢ່າງຕັ້ງໜ້າ, ຊຸກຍູ້ນັກລົງທຶນຫວຽດນາມ ເຂົ້າໃນບັນດາຂະແໜງການ ແລະ ຂົງເຂດທີ່ ສປປ ລາວ ມີທ່າແຮງ, ນຳໃຊ້ເຕັກໂນໂລຊີທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ; ມາຮອດປັດຈຸບັນ ການລົງທຶນຂອງຫວຽດນາມ ຢູ່ ສປປ ລາວ ມີທັງໝົດ 435 ໂຄງການ, ມູນຄ່າອະນຸມັດ 8 ຕື້ໂດລາສະຫະລັດ, ຈັດຢູ່ອັນດັບ 2 ໃນຈຳນວນ 53 ປະເທດ ທີ່ເຂົ້າມາລົງທຶນຢູ່ ສປປ ລາວ, ສະເພາະໃນ 8 ເດືອນຕົ້ນປີ 2026, ລັດຖະບານລາວ ໄດ້ອະນຸມັດການລົງທຶນໃຫ້ວິສາຫະກິດຫວຽດນາມ ຈຳນວນ 6 ໂຄງການ ຊຶ່ງມີມູນຄ່າອະນຸມັດລວມທັງໝົດ 4,7 ຕື້ໂດລາສະຫະລັດ;

  • ການຮ່ວມມືດ້ານການຄ້າ 8 ເດືອນຕົ້ນປີ 2026 ມູນຄ່າການຄ້າສອງສົ້ນບັນລຸ 1,8 ຕື້ໂດລາສະຫະລັດ; ສອງຝ່າຍສືບຕໍ່ຊຸກຍູ້ບັນດາໂຄງການຈຸດສຸມທີ່ມີຄວາມຄືບໜ້າຊ້າ ເປັນຕົ້ນ ເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ-ຫວຸ້ງອາງ, ການຊື້-ຂາຍໄຟຟ້າ, ໂຄງການກໍ່ສ້າງທໍ່ສົ່ງ ແລະ ສາງພັກນ້ຳມັນ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ເພື່ອກຽມຄວາມພ້ອມໃຫ້ແກ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໄວໆນີ້.

ໃນໂອກາດດຽວກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ສະຫາຍ ຟ້າມ ຢາ ຕຸກ ພ້ອມດ້ວຍຄະນະ ພ້ອມທັງສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອຢູ່ແລ້ວນັ້ນ ໃຫ້ສືບຕໍ່ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ສະຫາຍ ຟ້າມ ຢາ ຕຸກ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດນາມ.

ພາບ: ເກດສະໜາ


KPL

ຂ່າວອື່ນໆ

    • ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມ

      9/22/2026 9:43:41 AM

      ໃນວັນທີ 21 ກັນຍາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

    • ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດການເມືອງ

      ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດ

      9/22/2026 9:14:01 AM

      ໃນວັນທີ 18 ກັນຍາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄາທາຣີນາ ວີເຊີ (Katharina Wieser) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈຳ ສປປ ລາວ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫຼວງບາງກອກ, ປະເທດໄທ ໃນໂອກາດເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026.

    • ເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກການເມືອງ

      ເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

      9/22/2026 9:00:46 AM

      ກອງປະຊຸມເຜີຍແຜ່ເອກະສານ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຈັດຂຶ້ນໃນວັນທີ 21 ກັນຍາ 2026 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ, ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ, ຫົວໜ້າພະແນກການຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດສົນທິສັນຍາ CCMການເມືອງ

      ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດສົນທິສັນຍາ CCM

      9/21/2026 9:27:21 AM

      ໃນວາລະດຳເນີນກອງປະຊຸມ ທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃນວັນທີ 17 ກັນຍາ 2026 ນີ້ ໄດ້ລົງເລິກຫົວຂໍ້ສໍາຄັນ ໂດຍສະເພາະແມ່ນຫລັກການຄວາມໂປ່ງໃສ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາ ຂອງບັນດາລັດພາຄີ, ມາດ ຕະການ ການຮັບປະກັນການປະຕິບັດຕາມສົນທິສັນຍາ, ການສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ວຽກງານປິ່ນອ້ອມ ອື່ນໆ ທີ່ສະໜັບສະໜູນຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ໂດຍການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ).

    • ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນການເມືອງ

      ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

      9/21/2026 9:19:19 AM

      ຕອນແລງວັນທີ 16 ກັນຍາ 2026, ທີ່ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ, ສປ ຈີນ, ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຕິ່ງ ເຊຍສຽງ ກຳມະການປະຈໍາກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງເຂົ້າຮ່ວມງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 ທີ່ໄດ້ຈັດຂຶ້ນຢູ່ເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີ.


Top