ເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

22/09/2026 09:00
Email Print 159
KPL ກອງປະຊຸມເຜີຍແຜ່ເອກະສານ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຈັດຂຶ້ນໃນວັນທີ 21 ກັນຍາ 2026 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ, ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ, ຫົວໜ້າພະແນກການຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສະເໜີເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະ 2027-2030 ຊຶ່ງການສ້າງວາລະແຫ່ງຊາດ ແມ່ນເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອລະດົມກຳລັງແຮງສັງລວມ ໃນການແກ້ໄຂຄວາມທຸກຍາກ, ສ້າງພື້ນຖານໂຄງລ່າງຢູ່ເຂດຊົນນະບົດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ຈຸດປະສົງຂອງວາລະແຫ່ງຊາດ ເພື່ອກຳນົດແຜນວຽກງານຕົວຈິງທີ່ເປັນບຸລິມະສິດ ແລະ ຈຳເປັນຮີບດ່ວນ ໃນການປຸກລະດົມກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນຂອງທົ່ວສັງຄົມ ເຂົ້າໃນການແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເພື່ອກ້າວໄປສູ່ຄວາມຢູ່ດີກິນດີ, ສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100.000 ຄອບຄົວ (ເພື່ອດຶງອັດຕາຄວາມທຸກຍາກໃຫ້ຫຼຸດລົງເຫຼືອພຽງໜຶ່ງຕົວເລກ); ສ້າງບ້ານພົ້ນທຸກໃຫ້ໄດ້ຫຼາຍກວ່າ 1.000 ບ້ານ, ສ້າງເມືອງພົ້ນທຸກໃຫ້ໄດ້ຫຼາຍກວ່າ 25 ເມືອງ, ພ້ອມທັງສ້າງບ້ານຈຸດສຸມຕົວແບບຢ່າງໜ້ອຍແຂວງລະ 4-5 ບ້ານ. ນອກຈາກນີ້, ຍັງສຸມໃສ່ສ້າງອາຊີບ, ເຂົ້າເຖິງລະບົບປົກປ້ອງສັງຄົມ, ພັດທະນາພື້ນຖານໂຄງລ່າງ, ຈັດສັນພູມລຳເນົາ ແລະ ປັບປຸງລະບົບການເມືອງຢູ່ຮາກຖານໃຫ້ເຂັ້ມແຂງ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ວຽກງານການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ ແມ່ນໜຶ່ງໃນວຽກງານຍຸດທະສາດທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານ ນັບຕັ້ງແຕ່ສະຖາປະນາ ສປປ ລາວ ເປັນຕົ້ນມາ. ຈຸດປະສົງຫຼັກ ເພື່ອຫຼຸດຜ່ອນຄວາມແຕກໂຕນ ລະຫວ່າງຕົວເມືອງ ແລະ ຊົນນະບົດ, ພ້ອມທັງນຳພາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ພັກ-ລັດ ໄດ້ຖືເອົາວຽກງານດັ່ງກ່າວ ເປັນວຽກບຸລິມະສິດແຖວໜ້າຕະຫຼອດມາ ໂດຍໄດ້ອອກຫຼາຍມະຕິ, ຄຳສັ່ງ ແລະ ນະໂຍບາຍທີ່ສຳຄັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ໃນນັ້ນ, ນະໂຍບາຍທີ່ໂດດເດັ່ນທີ່ສຸດໃນໄລຍະຜ່ານມາ ແມ່ນວຽກງານກໍ່ສ້າງຮາກຖານການເມືອງ ທີ່ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ທິດນຳ “3 ສ້າງ” ກໍຄື ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຊຶ່ງເປັນກົນໄກຫຼັກໃນການລົງເລິກການພັດທະນາສູ່ຮາກຖານໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ. ວຽກງານດັ່ງກ່າວ ບໍ່ພຽງແຕ່ເປັນບຸລິມະສິດແຖວໜ້າ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຕ່ຍັງເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນອັນແຮງກ້າ ແລະ ຄວາມຮັບຜິດຊອບທາງການເມືອງອັນສູງສົ່ງ ຂອງພັກ ແລະ ລັດຖະບານ ໃນຖານະເປັນສະມາຊິກທີ່ຕັ້ງໜ້າຂອງປະຊາຄົມໂລກ ຕໍ່ກັບການຈັດຕັ້ງປະຕິບັດວາລະ 2030 ຂອງອົງການສະຫະປະຊາຊາດ (UN) ວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ (SDGs). ພວກເຮົາໄດ້ຫັນເອົາບັນດາເປົ້າໝາຍຂອງ UN ໂດຍສະເພາະແມ່ນ SDG ທີ 1: ການລຶບລ້າງຄວາມທຸກຍາກໃນທຸກຮູບແບບ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ລວມເຖິງການກຳນົດເປົ້າໝາຍ SDG ອື່ນໆ.

ທ່ານນາຍົກລັດຖະມົນຕີ ໄດ້ກ່າວຕື່ມວ່າ: ເພື່ອບັນລຸຄາດໝາຍອັນຍິ່ງໃຫຍ່ນີ້, ຈະໄດ້ສຸມໃສ່ 5 ວຽກຈຸດສຸມ ຄື: ສຸມໃສ່ສ້າງອາຊີບ ແລະ ແຫຼ່ງລາຍຮັບທີ່ໝັ້ນຄົງ ຕິດພັນກັບການຈັດສັນພູມລຳເນົາ ໂດຍຊຸກຍູ້ການເຮັດກະເສດສຸມ, ກະເສດປະສົມປະສານ ແລະ ການຜະລິດເປັນສິນຄ້າ; ເລັ່ງພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ຊົນນະບົດ ໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມ, ໄຟຟ້າ, ນ້ຳສະອາດ, ການສຶກສາ ແລະ ສາທາລະນະສຸກ; ເລັ່ງສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງທ້ອງຖິ່ນ ຕິດພັນກັບການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ເພື່ອສ້າງນັກພັດທະນາກອນກັບທີ່ ໃຫ້ຮາກຖານມີຄວາມເຂັ້ມແຂງ; ສຸມໃສ່ຂົນຂວາຍ ແລະ ຍາດແຍ່ງແຫຼ່ງທຶນ ຈາກງົບປະມານລັດ, ພາກທຸລະກິດ, ສັງຄົມ ແລະ ອົງການຈັດຕັ້ງສາກົນ ເພື່ອສຸມໃສ່ການພັດທະນາຢ່າງມີຈຸດສຸມ ແລະ ຫຼີກລ່ຽງການເອື່ອຍອີງແຕ່ງົບປະມານລັດພຽງດ້ານດຽວ; ສ້າງ ແລະ ປັບປຸງນິຕິກຳ, ກົນໄກການຄຸ້ມຄອງ ລວມເຖິງການພັດທະນາຖານຂໍ້ມູນຄວາມທຸກຍາກແຫ່ງຊາດ ໃຫ້ທັນສະໄໝ ເພື່ອຮັບປະກັນການຊ່ວຍເຫຼືອໃຫ້ຖືກເປົ້າໝາຍ ແລະ ມີຄວາມໂປ່ງໃສ. ສິ່ງທີ່ພວກເຮົາຕ້ອງໄດ້ພ້ອມກັນສຸມໃສ່ແກ້ໄຂຢ່າງເດັດຂາດ ແລະ ຈິງຈັງແມ່ນ ການຫັນປ່ຽນວິຖີການດຳລົງຊີວິດ, ການຜະລິດ ແລະ ການສ້າງເສດຖະກິດຊົນນະບົດໃຫ້ເຂັ້ມແຂງ ເພື່ອສ້າງອາຊີບ ແລະ ແຫຼ່ງລາຍຮັບທີ່ໝັ້ນຄົງ; ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ເພື່ອເຊື່ອມໂຍງຊຸມຊົນຊົນນະບົດ ແລະ ອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ; ການຍົກລະດັບຄຸນນະພາບຊີວິດດ້ານການສຶກສາ, ສາທາລະນະສຸກ ແລະ ໂພຊະນາການ; ການສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຢູ່ຮາກຖານ ຕິດພັນກັບວຽກງານ 3 ສ້າງ; ການຄຸ້ມຄອງຊັບພະຍາກອນ, ທີ່ດິນທຳມາຫາກິນ ແລະ ການເກັບກູ້ລະເບີດຕົກຄ້າງ.

ສະຫຼຸບແລ້ວ, ທັດສະນະຂອງການນຳພາຂອງພັກ-ລັດ ຕໍ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ບໍ່ໄດ້ແຍກອອກຈາກວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແມ່ນການພັດທະນາແບບກວມລວມ ແລະ ຍືນຍົງ ທີ່ເອົາປະຊາຊົນເປັນໃຈກາງ, ການແກ້ໄຂຄວາມທຸກຍາກ ບໍ່ແມ່ນໜ້າທີ່ຂອງກະຊວງ ຫຼື ຂະແໜງການໃດໜຶ່ງ, ແຕ່ແມ່ນຄວາມຮັບຜິດຊອບລວມ ຂອງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ທີ່ຈະຕ້ອງໄດ້ພ້ອມກັນຜ່ານຜ່າ ແລະ ທຸກພາກສ່ວນຕ້ອງຫັນປ່ຽນຈິນຕະນາການ, ເຮັດແທ້ທຳຈິງ, ມີການປະສານງານທີ່ກົມກຽວ ແລະ ນຳໃຊ້ຊັບພະຍາກອນທີ່ມີຈຳກັດ ໃຫ້ມີປະສິດທິຜົນສູງສຸດ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພວກເຮົາຈະສາມາດຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ, ປະເທດຊາດຈະກ້າວອອກຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວສູ່ຄວາມຈະເລີນຮຸ່ງເຮືອງສີວິໄລ ຕາມຈຸດໝາຍທີ່ ພັກ-ລັດ ໄດ້ຕັ້ງເປົ້າໝາຍເອົາໄວ້.

ຂ່າວ-ພາບ: ບຸນອຸ້ມ

KPL

ຂ່າວອື່ນໆ

    • ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມ

      9/22/2026 9:43:41 AM

      ໃນວັນທີ 21 ກັນຍາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

    • ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດການເມືອງ

      ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດ

      9/22/2026 9:14:01 AM

      ໃນວັນທີ 18 ກັນຍາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄາທາຣີນາ ວີເຊີ (Katharina Wieser) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈຳ ສປປ ລາວ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫຼວງບາງກອກ, ປະເທດໄທ ໃນໂອກາດເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026.

    • ຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມພົບປະປຶກສາຫາລື ເສີມຂະຫຍາຍການພົວພັນຮ່ວມມືການເມືອງ

      ຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມພົບປະປຶກສາຫາລື ເສີມຂະຫຍາຍການພົວພັນຮ່ວມມື

      9/22/2026 9:10:03 AM

      ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

    • ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດສົນທິສັນຍາ CCMການເມືອງ

      ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດສົນທິສັນຍາ CCM

      9/21/2026 9:27:21 AM

      ໃນວາລະດຳເນີນກອງປະຊຸມ ທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃນວັນທີ 17 ກັນຍາ 2026 ນີ້ ໄດ້ລົງເລິກຫົວຂໍ້ສໍາຄັນ ໂດຍສະເພາະແມ່ນຫລັກການຄວາມໂປ່ງໃສ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາ ຂອງບັນດາລັດພາຄີ, ມາດ ຕະການ ການຮັບປະກັນການປະຕິບັດຕາມສົນທິສັນຍາ, ການສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ວຽກງານປິ່ນອ້ອມ ອື່ນໆ ທີ່ສະໜັບສະໜູນຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ໂດຍການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ).

    • ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນການເມືອງ

      ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

      9/21/2026 9:19:19 AM

      ຕອນແລງວັນທີ 16 ກັນຍາ 2026, ທີ່ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ, ສປ ຈີນ, ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຕິ່ງ ເຊຍສຽງ ກຳມະການປະຈໍາກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງເຂົ້າຮ່ວມງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 ທີ່ໄດ້ຈັດຂຶ້ນຢູ່ເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີ.


Top