KPL
ທ້າຍອາທິດຜ່ານມາ, ກົມສົ່ງເສີມຕະຫລາດການທ່ອງທ່ຽວ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ບໍລິສັດ ສະຕາໂທລະຄົມ (ຢູນີເທວ) ຈັດພິທີເປີດນຳໃຊ້ແອັບທ່ອງທ່ຽວລາວ “Lao Travel Platform” ແພລດຟອມດີຈິຕອນດ້ານການທ່ອງທ່ຽວແຫ່ງໃໝ່ຂອງ ສປປ ລາວ.
ຂປລ. ເພື່ອເປັນສູນລວມຂໍ້ມູນ ແລະ ບໍລິການທ່ອງທ່ຽວ, ຊ່ວຍໃຫ້ນັກທ່ອງທ່ຽວ ສາມາດຄົ້ນຫາຂໍ້ມູນ, ວາງແຜນການເດີນທາງ ແລະ ເຂົ້າເຖິງບໍລິການທ່ອງທ່ຽວຕ່າງໆ ໄດ້ຢ່າງສະດວກຜ່ານລະບົບດີຈິຕອນໂດຍມີ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ຫງຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ທ່ານ ນາງ ຫງຽນ ທິ ເຕີມ ຜູ້ອຳນວຍການໃຫຍ່ບໍລິສັດ ສະຕາໂທລະຄົມ, ທ່ານ ທະວີສັກ ມະໂນທຳ ຫົວໜ້າສູນບໍລິຫານລັດດີຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຫົວໜ້າກົມສົ່ງເສີມຕະຫລາດການທ່ອງທ່ຽວກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ກ່າວວ່າ: ການສ້າງແອັບທ່ອງທ່ຽວລາວ Lao Travel Platform ຖືກພັດທະນາຂຶ້ນເພື່ອເປັນ “Digital Gateway to Laos” ຫລື ປະຕູດີຈິຕອນສູ່ ສປປ ລາວ ໂດຍຮວບຮວມຂໍ້ມູນຈຸດໝາຍປາຍທາງ, ແຫລ່ງທ່ອງທ່ຽວ, ກິດຈະກຳ, ທີ່ພັກ, ຮ້ານອາຫານ, ການເດີນທາງ ແລະ ບໍລິການອື່ນໆ ໄວ້ໃນບ່ອນດຽວ, ຜູ້ໃຊ້ງານສາມາດໃຊ້ Platform ເພື່ອຄົ້ນຫາຂໍ້ມູນການທ່ອງທ່ຽວ, ຈອງທ່ີພັກ, ປີ້ຍົນ, ປີ້ລົດໄຟ, ປີ້ລົດໂດຍສານ, ເຊົ່າລົດ ຫລື ລົດຕູ້, ຊື້ SIM/eSIM ສໍາລັບນັກທ່ອງທ່ຽວ, ຄົ້ນຫາຮ້ານອາຫານ ແລະ ບໍລິການທ່ອງທ່ຽວອື່ນໆ ໄດ້ຢ່າງສະດວກ. ການເປີດໂຕ Lao Travel Platform ເປັນອີກກ້າວສໍາຄັນຂອງ ສປປ ລາວ ໃນການນໍາເອົາເຕັກໂນໂລຊີດີຈິຕອນ ມາປະຍຸກໃຊ້ໃນຂະແໜງການທ່ອງທ່ຽວ, ສອດຄ່ອງກັບແນວທາງການພັດທະນາ Digital Tourism ແລະ ການຫັນປ່ຽນຂະແໜງການທ່ອງທ່ຽວສູ່ຍຸກດີຈິຕອນ. ພ້ອມກັນນີ້, Platform ຍັງມີບົດບາດໃນການເຊື່ອມໂຍງພາກລັດ-ພາກເອກະຊົນ-ຜູ້ປະກອບການ-ນັກທ່ອງທ່ຽວເຂົ້າຫາກັນຜ່ານລະບົບດີຈິຕອນ, ຊ່ວຍເພີ່ມໂອກາດໃຫ້ຜະລິດຕະພັນ ແລະ ບໍລິການທ່ອງທ່ຽວລາວເຂົ້າເຖິງຕະຫລາດຫລາຍຂຶ້ນ.
ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຄາດຫວັງວ່າ Lao Travel Platform ຈະເປັນເຄື່ອງມືສໍາຄັນໃນການໂຄສະນາ ແລະ ປະຊາສຳພັນການທ່ອງທ່ຽວລາວໃນຕະຫລາດພາຍໃນ ແລະ ສາກົນ, ພ້ອມທັງຊ່ວຍສ້າງປະສົບການ ການເດີນທາງທີ່ສະດວກ, ທັນສະ ໄໝ ແລະ ຄົບວົງຈອນຫລາຍຂຶ້ນ. ພ້ອມກັນນີ້, “ແອັບທ່ອງທ່ຽວລາວ- ປະຕູດີຈິຕອນສູ່ ສປປ ລາວ Lao Travel-Your Digital Gateway to Laos” ຈຶ່ງບໍ່ພຽງແຕ່ເປັນແພລດຟອມ ສໍາລັບຄົ້ນຫາຂໍ້ມູນການທ່ອງທ່ຽວເທົ່ານັ້ນ, ແຕ່ຍັງເປັນອີກບາດກ້າວໜຶ່ງໃນການສ້າງລະບົບນິເວດການທ່ອງທ່ຽວດີຈິຕອນ ຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝ, ເຊື່ອມໂຍງ ແລະ ເຂົ້າເຖິງໄດ້ງ່າຍສໍາລັບນັກທ່ອງທ່ຽວຈາກທົ່ວໂລກ.
KPL