ສປ ຈີນ ຮຽກຮ້ອງໃຫ້ປະຊາຄົມໂລກ ພະຍາຍາມຢ່າງສຸດຂີດ ເພື່ອຊຸກຍູ້ການຢຸດຍິງຢູ່ຊູດັງ

25/08/2026 17:12
Email Print 249
KPL ທ່ານ ຊຸ່ນ​ເຫລີຍ ຮອງ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ ສປ ຈີນ ​ປະ​ຈຳ​ອົງ​ການ ​ສະ​ຫະ​ ປະ​ຊາ​ຊາດ​ ໄດ້​ກ່າວ​ຄຳ​ປາ​ໄສ​ ໃນ​ກອງ​ປະ​ຊຸມ ​ເປີດ​​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ກ່ຽວ​ກັບ ​ບັນ​ຫາ​ຊູ​ດັງ ໂດຍ​ຮຽກ​ຮ້ອງ​ ໃຫ້​ປະ​ຊາ​ຄົມ​ ໂລກ​​ພະ​ຍາ​ຍາມ ​ຢ່າງສຸດ​ຂີດ​ເພື່ອ​ຊຸກ​ຍູ້​ ການ​ຢຸດ​ຍິງ​ຢູ່​ຊູ​ດັງ.

     ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ທ່ານ ຊຸ່ນ​ເຫລີຍ ຮອງ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ ສປ ຈີນ ​ປະ​ຈຳ​ອົງ​ການ ​ສະ​ຫະ​ ປະ​ຊາ​ຊາດ​ ໄດ້​ກ່າວ​ຄຳ​ປາ​ໄສ​ ໃນ​ກອງ​ປະ​ຊຸມ ​ເປີດ​​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ກ່ຽວ​ກັບ ​ບັນ​ຫາ​ຊູ​ດັງ ໂດຍ​ຮຽກ​ຮ້ອງ​ ໃຫ້​ປະ​ຊາ​ຄົມ​ ໂລກ​​ພະ​ຍາ​ຍາມ ​ຢ່າງສຸດ​ຂີດ​ເພື່ອ​ຊຸກ​ຍູ້​ ການ​ຢຸດ​ຍິງ​ຢູ່​ຊູ​ດັງ. ຮຽກ​ຮ້ອງ​ ໃຫ້​​ທຸກຝ່າຍ​ ທີ່​ປະ​ທະ​ກັນ​ຍຸດ​ຕິ​ການ​ເຄື່ອນ​ໄຫວ ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ໃນ​ທັນ​ທີ, ປະ​ຖິ້ມ​ຄວາມ​ໝົກ​ໝົ້ນ​ ກັບ​ການ​ເອົາ​ຊະ​ນະ ​ດ້ວຍ​ກຳ​ລັງ​ອາ​ວຸດ,ຖື​ການ​ສົນ​ທະ​ນາ ​ແລະ ​ການ​ປຶກ​ສ​ຫາ​ລື​ ເປັນ​ທາງ​ອອກ​ໂດຍ​ພື້ນ​ຖານ ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​. ສປ ຈີນ​ ຮຽກ​ຮ້ອງ​ໃຫ້ທຸກ​ຝ່າຍ ​ທີ່​ກ່ຽວ​ຂ້ອງ​ປະ​ຕິ​ບັດ​ພັນ​ທະ​ ພາຍ​ໃຕ້​ ກົດ​ໝາຍ​ມະ​ນຸດ​ສະ​ທຳ​ສາ​ກົນ, ຍຸດ​ຕິ​ການ​ໂຈມ​ຕີ ​​ພົນ​ລະ​ເຮືອນ​ແລະ ສິ່ງ​ກໍ່​ສ້າງ​ຂອງ​ພົນ​ລະ​ເຮືອນ, ເຄົ​າ​ລົບ​ ແລະ ​ປະ​ຕິ​ບັດ​ຕາມ​​ຫລັກ​ມະ​ນຸດ​ສະ​ທຳ ​ຂັ້ນ​ພື້ນ​ຖານ. ປະ​ຊ​ມ​ຄົມ​ໂລກ ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ລົງ​ໂທດ​ຕ່າງໆ ​​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ ຢ່າງ​ເຄັ່ງ​ຄັດ​ເຊັ່ນ: ທ້າມ​ສົ່ງ​ອອກ​ອາ​ວຸດ, ຕ້ານ​ການ​ແຊກ​ແຊງ​ດ້ານ​ການ​ທະ​ຫານ​ ຈາກ​ພາຍນອກ ​ທີ່​ຈະ​ເຮັດ​ໃຫ້​ໄພ​ພິ​ບັດ ​ດ້ານ​ມະ​ນຸດ​ສະ​ທຳ ​ຮ້າ​ຍ​ແຮງ​ຂຶ້ນກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top