KPL
ປັດຈຸບັນ ພວມເຂົ້າສູ່ໄລຍະການເກັບກ່ຽວ ທັນຍາຫານລະດູຮ້ອນ ໃນປະລິມານ ຫລາຍທີ່ສຸດຂອງ ສປ ຈີນ. ວັນທີ 24 ສິງຫານີ້, ອົງການທັນຍາຫານ ແລະ ຄັງສຳຮອງແຫ່ງຊາດຈີນ ໄດ້ເປີດເຜີຍຕົວເລກ ຂໍ້ມູນຫລ້າສຸດ ສະແດງໃຫ້ເຫັນວ່າ: ຜູ້ປະກອບການທັນຍາຫານຕ່າງໆ ໃນທົ່ວປະເທດຈີນ ໄດ້ເກັບຊື້ເຂົ້າຫວີດທັງໝົດ ຫລາຍກວ່າ 90 ລ້ານໂຕນ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ປັດຈຸບັນ ພວມເຂົ້າສູ່ໄລຍະການເກັບກ່ຽວ ທັນຍາຫານລະດູຮ້ອນ ໃນປະລິມານ ຫລາຍທີ່ສຸດຂອງ ສປ ຈີນ. ວັນທີ 24 ສິງຫານີ້, ອົງການທັນຍາຫານ ແລະ ຄັງສຳຮອງແຫ່ງຊາດຈີນ ໄດ້ເປີດເຜີຍຕົວເລກ ຂໍ້ມູນຫລ້າສຸດ ສະແດງໃຫ້ເຫັນວ່າ: ຜູ້ປະກອບການທັນຍາຫານຕ່າງໆ ໃນທົ່ວປະເທດຈີນ ໄດ້ເກັບຊື້ເຂົ້າຫວີດທັງໝົດ ຫລາຍກວ່າ 90 ລ້ານໂຕນ. ເຂົ້າຈ້າວດໍຢູ່ພາກໃຕ້ຂອງ ສປ ຈີນ ໄດ້ເລີ່ມເຂົ້າສູ່ຕະຫລາດ ຢ່າງຫລວງຫລາຍ. ວຽກງານເກັບຊື້ຢູ່ແຫ່ງຕ່າງໆ ໄດ້ດຳເນີນໄປ ຢ່າງເປັນລະບຽບຮຽບຮ້ອຍ ແລະ ໂດຍລວມ ມີຄວາມຄືບໜ້າ ດ້ວຍດີ.\.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL