ເປີດຫໍວາງສະແດງຜົນງານ ຂອງໂຄງການບູລະນະຮັກສາ ຊັບພະຍາກອນພາສາຈີນ

25/08/2026 08:08
KPL ຫໍ​ວາງ​ສະ​ແດງ​​ຜົນ​ງານ​ ຂອງໂຄງ​ການ​ບູ​ລະ​ນະ​​ຮັກ​ສາ ຊັບ​ພະ​ຍາ​ກອນ​ພາ​ສາ​ຈີນ​ ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ ຢູ່​ນະ​ຄອນ​ຊາງຊ່າ​ແຂວງ​ຮູ​ນານ​ຂອງ ສປ ​ຈີນ ເຊິ່ງ​ເປັນ​ຂີດ​ໝາຍ ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ບູ​ລະ​ນະ​ຮັກ​ສາ ຊັບ​ພະ​ຍາ​ກອນ​ພາ​ສາ​ຈີນ ​ໄດ້​ບັນ​ລຸ​ການ​ກ້າວ​ກະ​ໂດດ​ຈາກ “ຖານ​ຂໍ້​ມູນ” ​ໄປ​ສູ່ “ການ​ວາງ​ສະ​ແດງ​ຕົວ​ຈິງ”

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຫໍ​ວາງ​ສະ​ແດງ​​ຜົນ​ງານ​ ຂອງໂຄງ​ການ​ບູ​ລະ​ນະ​​ຮັກ​ສາ ຊັບ​ພະ​ຍາ​ກອນ​ພາ​ສາ​ຈີນ​ ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ ຢູ່​ນະ​ຄອນ​ຊາງຊ່າ​ແຂວງ​ຮູ​ນານ​ຂອງ ສປ ​ຈີນ ເຊິ່ງ​ເປັນ​ຂີດ​ໝາຍ ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ບູ​ລະ​ນະ​ຮັກ​ສາ ຊັບ​ພະ​ຍາ​ກອນ​ພາ​ສາ​ຈີນ ​ໄດ້​ບັນ​ລຸ​ການ​ກ້າວ​ກະ​ໂດດ​ຈາກຖານ​ຂໍ້​ມູນ​ໄປ​ສູ່ການ​ວາງ​ສະ​ແດງ​ຕົວ​ຈິງ”,ນີ້​ແມ່ນ​ການ​ວາງ​ສະ​ແດງ​ຕາມ​ສະ​ພາບ​ຕົວ​ຈິງ​ ທີ່​ສຳ​ຄັນ​ຂອງ​ ສປ ຈີນ​ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຖະ​ແຫລງ​ການ​ເຢ​ວ້​ລູ້ສະ​ບັບ​ທຳ​ອິດ ​ຂອງ​ອຸຍ​ເນັດ​ສະ​ໂກ​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ເຊິ່ງ​ເປັນ​ເອ​ກະ​ສານ​ຖາ​ວອນ ສຳ​ຄັນ​ທີ່​ມີຫົວ​ຂໍ້ປົກ​ປັກ​ຮັກ​ສາ​​ຄວາມ​ຫລາກ​ຫລາຍ​ຂອງ​ພາ​ສາ”,​ແລະ​ເປັນແບບ​ຢ່າງ​ທີ່​ຊັດ​ເຈນ​ ໃນ​ການ​ເພີ່ມ​ ຊັບ​ພະ​ຍາ​ກອນ ​ພາ​ສາ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ ​ລະ​ຫວ່າງ ​ວັດ​ທະ​ນະ​​ທຳ ​ແລະ ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top