ລາຄານ້ຳມັນສາກົນຫລຸດລົງຫລັງຈາກ ສ.ອາເມລິກາ-ອີຣານ ຍຸດຕິການໂຈມຕີກັນເປັນການຊົ່ວຄາວ

28/07/2026 14:39
Email Print 163
KPL ເນື່ອງ​ຈາກ ສ.ອາ​ເມ​ລິ​ກາ​ ແລະ​ ອີ​ຣານ ​ຍຸດ​ຕິ​ການ​ໂຈມ​ຕີ​​ກັນ ​ເປັນ​ການ​ຊົ່ວ​ຄາວ, ວັນ​ທີ 26 ກໍ​ລະ​ກົດ​ນີ້, ລາ​ຄາ​ນ້ຳ​ມັນ​ດິບ​ສາ​ກົນ ​ໄດ້ປັບຫລຸດ​ລົງ​ຢ່າງ​ຫລວງ​ຫລາຍ ​ໂດຍ​ຫລຸດ​ລົງ​ຫລາຍກວ່າ 6% ​ໃນ​ໄລ​ຍະ​ເລີ່ມ​ຕົ້ນ​ການ​ຊື້​-ຂາຍ ໃນ​ສັບ​ປະ​ດາ​ໃໝ່.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເນື່ອງ​ຈາກ ສ.ອາ​ເມ​ລິ​ກາ​ ແລະ​ ອີ​ຣານ ​ຍຸດ​ຕິ​ການ​ໂຈມ​ຕີ​​ກັນ ​ເປັນ​ການ​ຊົ່ວ​ຄາວ, ວັນ​ທີ 26 ກໍ​ລະ​ກົດ​ນີ້, ລາ​ຄາ​ນ້ຳ​ມັນ​ດິບ​ສາ​ກົນ ​ໄດ້ປັບຫລຸດ​ລົງ​ຢ່າງ​ຫລວງ​ຫລາຍ ​ໂດຍ​ຫລຸດ​ລົງ​ຫລາຍກວ່າ 6% ​ໃນ​ໄລ​ຍະ​ເລີ່ມ​ຕົ້ນ​ການ​ຊື້​-ຂາຍ ໃນ​ສັບ​ປະ​ດາ​ໃໝ່. ລາ​ຄາ​ນ້ຳ​ມັນ​ດິບ​ທາດ​ເບົາ ​ທີ່​​ຊື້-​ຂາຍ ​ລ່ວງ​ໜ້າ ​ຢູ່​ຕະຫ​ລາດ​ຊື້​-ຂາຍ​ສິນ​ຄ້າ​ນິວຢອກ​ ໃນ​ເດືອນ​ກັນ​ຍາ​ປີ​ນີ້​ ໄດ້ຫລຸດ​ລົງ ​ສູ່​ລະ​ດັບ​ຕ່ຳ​ສຸດ​ທີ່ 83,10 ໂດ​ລາ​ຕໍ່ຖັງ(​ບາ​ເຣວ),​ຫລຸດ​ລົງ 6,21 ໂດ​ລາສະຫະລັດ, ​ອັດ​ຕາ​ການ​ຫລຸດ​ລົງ​ແມ່ນ 6,95%. ລາ​ຄາ​ນ້ຳ​ມັນ​ດິບ​ເບ​ຣນ​ດ໌​ ຂອງ​ລອນດອນ ​ທີ່​ຊື້​-ຂາຍ ​​ລ່ວງ​ໜ້າໃນ​ເດືອນ​ກັນ​ຍາ​ປີ​ນີ້​ ໄດ້​​ຫລຸດລົງ​ ສູ່​ລະ​ດັບ​ຕ່ຳ​ສຸດ​ທີ່ 89,58 ໂດ​ລາສະຫະລັດ ​ຕໍ່​ບາ​ເຣວ,​ຫລຸດ​ລົງ 7,2 ໂດ​ລາສະຫະລັດ,​ອັດ​ຕາ​ການ​​ຫລຸດ​ລົງ​ແມ່ນ 7,44%.ຂະ​ນະ​ດຽວ​ກັນ, ​ຄວາມ​ກັງ​ວົນ​ໃນ​ຕະ​ຫລາດ​ ທີ່​ຜ່ອນ​ຄາຍ​ລົງ​ໄດ້​ຊຸກ​ຍູ້ ໃຫ້​ດັດ​ຊະ​ນີ​ຫຸ້ນ​ນິວຢອກ ທີ່​ຊື້​-ຂາຍ ​ລ່ວງ​ໜ້າ​ເພີ່ມສູງ​ຂຶ້ນ ​ຢ່າງ​ຊັດ​ເຈນ, ລາ​ຄາ​ຄຳ ​ແລະ ​ເງິນ​​ ທີ່​ຊື້​ຂາຍ​ລ່ວງ​ໜ້າ ໃນ​ສາ​ກົນ​ກໍ່​ສູງ​ຂຶ້ນ ​ຢ່າງ​ຈະ​ແຈ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top