KPL
ນະໂຍບາຍຕ່າງໆ ພາຍໃຕ້ ໂຄງການ “ທ່ອງທ່ຽວ ມາເລເຊຍ ປີ 2026” (Visit Malaysia 2026) ປະກອບກັບ ມາດຕະການ ອຳນວຍຄວາມສະດວກ ດ້ານການເດີນທາງ ເຂົ້າປະເທດ ໄດ້ເພີ່ມຈຳນວນ ນັກທ່ອງທ່ຽວ ຊາວຈີນ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ລີໄທ່ຮຸງ ຮອງອະທິບດີ ຝ່າຍສົ່ງເສີມ ຂອງການທ່ອງທ່ຽວມາເລເຊຍ ເປີດເຜີຍວ່າ: ນະໂຍບາຍຕ່າງໆ ພາຍໃຕ້ ໂຄງການ “ທ່ອງທ່ຽວ ມາເລເຊຍ ປີ 2026” (Visit Malaysia 2026) ປະກອບກັບ ມາດຕະການ ອຳນວຍຄວາມສະດວກ ດ້ານການເດີນທາງ ເຂົ້າປະເທດ ໄດ້ເພີ່ມຈຳນວນ ນັກທ່ອງທ່ຽວ ຊາວຈີນ ທີ່ ເດີນທາງຢ້ຽມຢາມ ມາເລເຊຍ ໂດຍຄາດວ່າ ຈະເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ເຖິງແມ່ນວ່າ ໂຄງການ ດັ່ງກ່າວ ຈະສິ້ນສຸດລົງ ເນື່ອງຈາກ ມາເລເຊຍ ມີສະເໜ່ດຶງດູດໃຈ ໃນຖານະຈຸດໝາຍປາຍທາງ ທີ່ໂດດເດັ່ນໃນພາກພື້ນອາຊີ ແລະ ນັກທ່ອງທ່ຽວ ຊາວຈີນ ມາຢ້ຽມຢາມ ເພີ່ມຂຶ້ນ ໂດຍສະເພາະ ໃນໄລຍະວັນພັກລະດູຮ້ອນຂອງປີນີ້.
ການແລກປ່ຽນນັກທ່ອງທ່ຽວ ລະຫວ່າງ ມາເລເຊຍ ກັບ ຈີນ ຍັງສືບຕໍ່ ຂະຫຍາຍຕົວ. ປັດຈຸບັນ ໄດ້ມີການດຳເນີນ ມາດຕະການ ເຊີງນະໂຍບາຍ ທີ່ມີຢູ່ໃນວົງກວ້າງ ແລະ ບັນລຸຜົນສຳເລັດ ອັນເປັນ ຮູບປະທຳ ໂດຍນະໂຍບາຍ ຍົກເວັ້ນວີຊ້າຮ່ວມກັນ ທີ່ ຜູ້ນຳຂອງ ມາເລເຊຍ ແລະ ຈີນ ຮ່ວມກັນ ສົ່ງເສີມນັ້ນ ໄດ້ສ້າງຜົນປະໂຫຍດ ເຊີງບວກຢ່າງຕໍ່ເນື່ອງ./
KPL