ລົດໄຟຟ້າລຸ້ນໃໝ່ ອໍລາ 5 ເອັດຢູວີ ມີຈຳໜ່າຍແລ້ວໃນຕະຫລາດລາວ

28/07/2026 11:25
Email Print 226
KPL ລົດໄຟຟ້າ 100% ລຸ ້ນໃໝ່ ອໍນິວໂອລາ 5 ເອັດຢູວີ (All-new ORA 5 SUV) ມີວາງຈຳໜ່າຍ ແລ້ວໃນຕະຫລາດ ສປປ ລາວ ຊຶ ່ງ ພິທີນຳສະເໜີລົດຍີ ່ຫໍ ້ດັ ່ງກ່າວ ຈັດ ຂຶ ້ນໃນວັນທີ 25 ກໍລະກົດ 2026 ຢູ ່ຫ້ອງຂາຍລົດ GWM ບ້ານໂພນ ທັນ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ໂດຍມີຜູ ້ບໍລິຫານຂອງ ບໍລິສັດໂອໂຕເອເຊຍ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ແລະ ແຂກຖືກ ເຊີນເຂົ ້າຮ່ວມ.

ທ່ານ ນາງ ສົມປະສົງ ພະສິນ ສັກສິດ ຜູ ້ຈັດການທົ ່ວໄປບໍລິສັດ ໂອໂຕເອເຊຍ ໄດ້ກ່າວວ່າ: Great Wall Motor (GWM) ແມ່ນໜຶ ່ງ ໃນຜູ ້ຜະລິດລົດຊັ ້ນນຳທີ ່ມີປະສົບ ການຍາວນານດ້ານການພັດທະນາເຕັກໂນໂລຊີລົດພະລັງງານໃໝ່. ສຳລັບຍີ ່ຫໍ ້ ຫລື ແບຣນ ORA ໄດ້ ຖືກພັດທະນາຂຶ ້ນເພື ່ອນຳສະເໜີ ລົດພະລັງງານທາງເລືອກໃໝ່ ທີ ່ ປະສົມປະສານການອອກແບບທີ ່ ທັນສະໄໝ, ເຕັກໂນໂລຊີອັດສະລິ ຍະ ແລະ ມາດຕະຖານຄວາມປອດ ໄພລະດັບໂລກ. ການນຳສະເໜີ All-new ORA 5 SUV ເຂົ ້າ ສູ ່ຕະຫລາດລາວ ເປັນອີກທາງ ເລືອກໃໝ່ໃຫ້ແກ່ຜູ ້ບໍລິໂພກ ໂດຍ ສະເພາະຜູ ້ທີ ່ສົນໃຈລົດໄຟຟ້າ, ມັກ ການອອກແບບທີ ່ເປັນເອກະລັກ ແລະ ຕ້ອງການລົດທີ ່ປະຢັດ ແລະ ເປັນມິດຕໍ ່ສິ ່ງແວດລ້ອມ. ຈຸດເດັ ່ນຂອງ ORA 5 ລົດ ຮຸ ່ນນີ ້ ມາພ້ອມມໍເຕີໄຟຟ້າກຳລັງ 150 ກິໂລວັດ ແລະ ແຮງບິດ 260 ນິວຕັນແມັດ, ຕິດຕັ ້ງແບັດ ເຕີຣີ Lithium Iron Phosphate (LFP) ຂະໜາດ 58,3 ກິໂລ ວັດໂມງ, ສາມາດຂັບຂີ ່ໄດ້ໄກເຖິງ 520 ກິໂລແມັດ ຕາມມາດຕະຖານ NEDC, ລົດຮອງຮັບການສາກ ໄຟດ່ວນ DC ສູງສຸດ 120 ກິໂລ ວັດ ແລະ ສາມາດສາກຈາກ 10 80% ໄດ້ພາຍໃນ 30 ນາທີ. ຕົວ ລົດຮັບປະກັນ 4 ປີ ຫລື 150.000 ກິໂລແມັດ, ມໍເຕີ ແລະ ແບັດເຕີຣີ ຮັບປະກັນ 8 ປີຕໍ ່ 150.000 ກິໂລແມັດ. ດ້ານການອອກແບບ ORA 5 ເນັ ້ນການປະສົມປະສານແບບ ຍ້ອນຍຸກ (ສະໄຕຄລາສສິກ) ແລະ ຄວາມທັນສະໄໝດ້ວຍຮູບຊົງທີ ່ ລຽບຫລູ, ໂດດເດັ ່ນ, ພາຍໃນ ແລະ ນອກລົດອອກແບບເນັ ້ນຄວາມລຽບ ຫລູ, ສວຍງາມ ແລະ ການໃຊ້ງານ ທີ ່ສະດວກ ພ້ອມເຕັກໂນໂລຊີທີ ່ ທັນສະໄໝ, ມີຈໍສະແດງຜົນກາງ ຂະໜາດ 14,6 ນິ ້ວ ຮອງຮັບລະບົບ ສັ ່ງງານດ້ວຍສຽງ, ມີເມນູພາສາ ໄທ ແລະ ຮອງຮັບການອັບເດດລະ ບົບແບບໄຮ້ສາຍ. ລາຄາເລີ ່ມຕົ ້ນ 19.990 ໂດລາສະຫະລັດ, ສຳລັບ ລູກຄ້າທີ ່ຈັບຈອງໃນໄລຍະນີ ້ ຈະໄດ້ ຮັບຂອງແຖມຫລາຍລາຍການ ຊຶ ່ງ ລາຍລະອຽດສາມາດຕິດຕໍ ່ພະແນກ ຂາຍ GWM Laos. ຂ່າວ: ທະນູທອງ; ພາບ: ຂັນໄຊ

KPL

ຂ່າວອື່ນໆ


Top