KPL
ສູນປ່າແຄມນ້ຳສາກົນ ຈາກທີ່ເປັນພຽງຂໍ້ລິເລີ່ມທົ່ວໂລກ ໄດ້ເຂົ້າໃນໄລຍະທີ່ມີອົງກອນດຳເນີນງານແລ້ວ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງທ່າທີ ທີ່ຕິດແທດຕິວຈິງ ແລະ ມີຄວາມຮັບຜິດຊອບຂອງລັດຖະບານຈີນ ໃນດ້ານການຊຸກຍູ້ການຮ່ວມມື ລະຫວ່າງ ລັດຖະບານ ເພື່ອປ້ອງກັນປ່າແຄມນ້ຳທົ່ວໂລກ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກົມປ່າໄມ້ ແລະ ທົ່ງຫຍ້າ ແຫ່ງຊາດຈີນ ເຜີຍໃຫ້ຮູ້ວ່າ: ກອງປະຊຸມຄັ້ງທຳອິດ ຂອງຄະນະບໍລິຫານງານ ກໍຄືພິທີເປີດປ້າຍ ຂອງສູນປ່າແຄມນ້ຳສາກົນ ໄດ້ຈັດຂຶ້ນ ຢູ່ນະຄອນເສິ່ນເຈິ້ນ ເມື່ອບໍ່ດົນມານີ້, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ສູນປ່າແຄມນ້ຳສາກົນ ຈາກທີ່ເປັນພຽງຂໍ້ລິເລີ່ມທົ່ວໂລກ ໄດ້ເຂົ້າໃນໄລຍະທີ່ມີອົງກອນດຳເນີນງານແລ້ວ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງທ່າທີ ທີ່ຕິດແທດຕິວຈິງ ແລະ ມີຄວາມຮັບຜິດຊອບຂອງລັດຖະບານຈີນ ໃນດ້ານການຊຸກຍູ້ການຮ່ວມມື ລະຫວ່າງ ລັດຖະບານ ເພື່ອປ້ອງກັນປ່າແຄມນ້ຳທົ່ວໂລກ. ຜູ້ແທນທີ່ມາຈາກປະເທດສະມາຊິກ, ປະເທດທີ່ລົງນາມ ແລະ ອົງການ ສັງເກດການ ຂອງສູນປ່າແຄມນ້ຳສາກົນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວເພື່ອພິຈາລະນາ ແລະ ຮັບຮອງເອົາ ເອກະສານຕ່າງໆ, ເຊັ່ນ: ແຜນຍຸດທະສາດ, ກົດລະບຽບການດຳເນີນງານແລະອື່ນໆ, ພ້ອມນີ້ ຍັງໄດ້ແຕ່ງຕັ້ງເລຂາທິການໃຫຍ່ ສູນປ່າແຄມນ້ຳສາກົນ ແລະ ສ້າງຕັ້ງສຳນັກເລຂາ ສູນປ່າແຄມນ້ຳສາກົນ ຢ່າງເປັນທາງການ ຢູ່ນະຄອນເສິ່ນເຈີ້ນຂອງ ສປ ຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL