ມຽນມາ ຕັ້ງເປົ້າສົ່ງອອກເຂົ້າ-ເຂົ້າຫັກ ສົກປີ 2026-2027 ຈຳນວນ 3 ລ້ານໂຕນ

28/07/2026 17:26
Email Print 113
KPL ສະຫະພັນເຂົ້າ ແຫ່ງມຽນມາ ໄດ້ເປີດເຜີຍເປົ້າໝາຍການສົ່ງອອກ ເຂົ້າສານ ແລະ ເຂົ້າຫັກ ໃນສົກປີ ງົບປະມານ 2026-2027 (ເດືອນເມສາ 2026-ເດືອນມີນາ 2027) ລວມທັງໝົດ 3 ລ້ານໂຕນ ຊຶ່ງຈະສ້າງລາຍຮັບ ໄດ້ຫລາຍກວ່າ 1.17 ຕື້ໂດລາ ສະຫະລັດ .

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສະຫະພັນເຂົ້າ ແຫ່ງມຽນມາ ໄດ້ເປີດເຜີຍເປົ້າໝາຍການສົ່ງອອກ ເຂົ້າສານ ແລະ ເຂົ້າຫັກ ໃນສົກປີ ງົບປະມານ 2026-2027 (ເດືອນເມສາ 2026-ເດືອນມີນາ 2027) ລວມທັງໝົດ 3 ລ້ານໂຕນ ຊຶ່ງຈະສ້າງລາຍຮັບ ໄດ້ຫລາຍກວ່າ 1.17 ຕື້ໂດລາ ສະຫະລັດ .

ສະຫະພັນເຂົ້າ ລະບຸວ່າ ມຽນມາ ສາມາດສົ່ງອອກເຂົ້າສານ ແລະ ເຂົ້າຫັກ ໃນໄລຍະ ສົກປີ 2025-2026 ໄດ້ຫລາຍກວ່າ 2.74 ລ້ານໂຕນ ສ້າງລາຍຮັບໄດ້ ຈຳນວນ 861 ລ້ານໂດລາ ສະຫະລັດ (ປະມານ 2,88 ໝື່ນລ້ານບາດ) ໂດຍມີ ການສົ່ງອອກ ຜ່ານທາງບົກ ແລະ ທາງທະເລ ໄປຫລາຍກວ່າ 30 ປະເທດ ແລະ ເຂດແຄວ້ນ./

KPL

ຂ່າວອື່ນໆ


Top