ທະນາຄານບູຢອງລາວ ມອບເງິນ 100.000 ໂດລາ ສະຫະລັດ ຊ່ວຍຜູ້ປະສົບໄພ

02/08/2018 15:18
Email Print 1803
KPL ຂປລ. ​ໃນ​ຕອນ​ບ່າຍ ວັນ​ທີ 2 ສິງຫາ 2018, ທະນາຄານ​ບູຢອງລາວ ຈໍາກັດ ​ໄດ້ ມອບ​ເງິນ​ຈຳນວນ 100.000 ​ໂດ​ລາ​ສະຫະ ລັດ ໃຫ້​ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໄປຊ່ວຍ ຜູ້ປະສົບ​​ໄພພິບັດຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື ທີ່​ກຳ ​ລັງ​ປະສົບ​ໄພ​ໃນ​ຄັ້ງ​ນີ້.

ຂປລ. ​ໃນ​ຕອນ​ບ່າຍ ວັນ​ທີ 2 ສິງຫາ 2018,  ທະນາຄານ​ບູຢອງລາວ ຈໍາກັດ ​ໄດ້ມອບ​ເງິນ​ຈຳນວນ 100.000 ​ໂດ​ລາ​ສະຫະລັດ  ໃຫ້​ແກ່ລັດຖະບານ ແຫ່ງ ສປປ ລາວ  ເພື່ອນຳໄປຊ່ວຍ ຜູ້ປະສົບ​​ໄພພິບັດຢູ່ເມືອງ  ສະໜາມໄຊ, ແຂວງ ອັດຕະປື  ທີ່​ກຳ​ລັງ​ປະສົບ​ໄພ​ໃນ​ຄັ້ງ​ນີ້.

     ​​ເງິນ​ຈໍານວນ​ດັ່ງ​ກ່າວ, ຕາງໜ້າ​ມອບ​ໂດຍ  ທ່ານ ຄິມ ຊ໋ອກ ຈິນ ປະທານທະນາຄານ​ບູຢອງລາວ  ຈຳກັດ​ ແລະ ກ່າວ​ຮັບ​ໂດຍ ທ່ານ ນາງ ​ໃບ​ຄຳ ຂັດ​ທິຍະ ຮອງ​ລັດຖະມົນຕີ  ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ.

     ​ໂອກາດ​ນີ້, ທ່ານ ຄິມ ຊ໋ອກ ຈິນ  ກໍ​ໄດ້​ສະ​ແດງ​ຄວາມຮູ້ສຶກ​ເສຍ​ໃຈ  ​ແລະ ຮູ້ສຶກ​ເຈັບ​ເໝືອນ​ ກັບ​ຄອບຄົວ​ຕົວ​ເອງ.  ພາຍຫລັງ​ທີ່​ໄດ້​ຍິນ​ຂ່າວ​ເຫດການ​ດັ່ງກ່າວ​,  ຫົວໜ້າ​ໃຫຍ່ ຂອງ​ກຸ່ມ​ທະນາຄານ​ບູຢອງ ​ຢູ່ ສ.ເກົາຫລີ  ກໍ​ໄດ້​ຕິດ​ຕໍ່​ມາ​ທາງ​ທະນາຄານ​ບູຢອງ  ​ຢູ່​ນະຄອນຫລວງ​ວຽງ​ຈັນທັນ​ທີ​  ​ແລະ ​ໃຫ້​ຮີບ​ຟ້າ​ວນຳ​ເງິນຈຳນວນ​ດັ່ງກ່າວ,  ​ມາ​ຊ່ວຍ​ເຫລືອຜູ້​ປະສົບ​ໄພ​ໂດຍ​ໄວ.  ​ເຖິງ​ແມ່ນ​ວ່າ​ຈະ​ເປັນຈຳ ນວນ​ເງິນ ​ທີ່​ບໍ່​ຫລາຍກໍ​ຕາມ  ​ກໍ​ຂໍ​ເປັນ​ສ່ວນ​ໜຶ່ງ​ ໃນ​ການ​ຊ່ວຍ​ເຫລືອ​ເພື່ອ​ເປັນ​ການ​ແບ່ງ​ເບົາ​  ບັນດາ​ຜູ້​ປະສົບ​ໄພ​ທັງໝົດໃຫ້​ປອດ​ໄພ  ​ແລະ ​ໃຫ້​ມີຊີວິດ​ການ​ເປັນ​ຢູ່​ທີ່​ດີຂຶ້ນ,  ພ້ອມ​ທັງກ່າວ​ໃຫ້​ກຳ​ລັງ​ໃຈ​ຕໍ່​ຜູ້​ປະສົບ​ໄພ  ​ແລະ ຄອບຄົວ​ໃນ​ຄັ້ງ​ນີ້  ​ໂດຍຂໍ​ໃຫ້​ທຸກ​ຄົນ​ເຂັ້ມ​ແຂງ  ​ແລະ ມີ​ກຳລັງ​ໃນ​ການ​ຕໍ່ສູ້​ເພື່ອ​ນຳພາ​ຊີວິດ​ກັບ​ຂຶ້ນ​ມາ​ໃຫ້​ສາມາດ​ດຳລົງ​ໄດ້​ຢ່າງ​ປົກກະຕິ​ໃນ​ຕໍ່ໜ້າ.

ຂ່າວ: ສິງ​ຄຳ, ພາບ: ຄັດທະນາ​ມ

KPL

ຂ່າວອື່ນໆ

    • ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້ວັດທະນະທຳ-ສັງຄົມ

      ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້

      11/13/2026 10:11:52 AM

      ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າ ປະຈຳປີ 2026 ຈະຈັດຂຶ້ນໃນວັນທີ 20-24 ພະຈິກ 2026 ໂດຍຈະຈັດຫຼາຍກິດຈະກຳຕິດພັນກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຊຶ່ງມີບັນດາກິດຈະກຳປິ່ນອ້ອມ ຄື: ພິທີກຳທາງພຸດທະສາສະໜາ, ສະແດງສິລະປະ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າຫຼາກຫຼາຍປະເພດ, ຫຼາຍສີສັນ ແລະ ອື່ນໆ.

    • ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມວັດທະນະທຳ-ສັງຄົມ

      ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມ

      11/13/2026 10:02:11 AM

      ປກສ ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ 258 ກະບອກ ເພື່ອຮັກສາຄວາມສະຫງົບໃນທ້ອງຖິ່ນ

    • ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3ວັດທະນະທຳ-ສັງຄົມ

      ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3

      11/12/2026 9:38:17 AM

      ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກ ຈັດກອງປະຊຸມໃຫ້ຄວາມຮູ້ດ້ານເຕັກນິກແກ່ສື່ມວນຊົນທົ່ວປະເທດຈາກສູນກາງ ແລະ 17 ແຂວງ ເພື່ອເພີ່ມປະສິດທິພາບໃນການໂຄສະນາປຸກລະດົມຂະບວນການຢອດວັກຊິນກັນພະຍາດໂປລີໂອ ຮອບວຽນທີ 3 ໃນວັນທີ 11 ພະຈິກ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ໄຊມອນ ນາເຊີ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ມີກົມກ່ຽວຂ້ອງກະຊວງສາທາລະນະສຸກ ແລະ ສື່ມວນຊົນທົ່ວປະເທດ ເຂົ້າຮ່ວມ.

    • ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມ

      11/11/2026 2:19:16 PM

      ບຸນມະໂຫລານຊາວໜຸ່ມ ຫວຽດນາມ-ກຳປູເຈຍ-ລາວ ປີ 2026 ຈັດຂຶ້ນໃນວັນທີ 8-11 ພະຈິກ 2026 ຢູ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງ້າຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານຄະນະກຳມະການແນວໂຮມຊາດຫວຽດນາມ ແຂວງກວາງຫງ້າຍ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດ ເຂົ້າຮ່ວມ. ໃນນີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

    • ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວວັດທະນະທຳ-ສັງຄົມ

      ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວ

      11/11/2026 2:06:25 PM

      ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 9 ພະຈິກ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ມີບັນດາຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


Top