KPL
ອິນໂດເນເຊຍ ຈະຢຸດຕິການນໍາເຂົ້າ ນໍ້າມັນກະຊວງ ຕັ້ງແຕ່ປີນີ້ເປັນຕົ້ນໄປ ຫລັງຈາກ ທີ່ມີ ການຂະຫຍາຍ ກຳລັງ ການກັ່ນ ພາຍໃນປະເທດ. ໂດຍເລີ່ມແຕ່ ຕົ້ນປີນີ້ ຈະບໍ່ອອກໃບອະນຸຍາດ ນໍາເຂົ້າ ນໍ້າມັນ ກະຊວນອີກ ຕໍ່ໄປ.
ຂປລ. ສຳນັກຂ່າວ ອິນໂຟເຄວສ, ທ່ານ ບາຫລີ ລາຮາດາເລີຍ ລັດຖະມົນຕີ ກະຊວງ ພະລັງງານ ແລະ ຊັບພະຍາກອນ ບໍ່ແຮ່ ຂອງ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ຈະຢຸດຕິການນໍາເຂົ້າ ນໍ້າມັນກະຊວງ ຕັ້ງແຕ່ປີນີ້ເປັນຕົ້ນໄປ ຫລັງຈາກທີ່ມີ ການຂະຫຍາຍກຳລັງ ການກັ່ນພາຍໃນປະເທດ. ໂດຍເລີ່ມແຕ່ ຕົ້ນປີນີ້ ຈະບໍ່ອອກໃບອະນຸຍາດ ນໍາເຂົ້ານໍ້າມັນ ກະຊວນອີກຕໍ່ໄປ. ການຢຸດຕິ ການນໍາເຂົ້າ ນໍ້າມັນ ກະຊວນ ຈະມີຜົນກັບສະຖານິ ບໍລິການ ນໍ້າມັນ ເອກະຊົນ ເຊັ່ນກັນ, ສຳລັບນໍ້າມັນກະຊວນ ທີ່ຍັງຄົງສົ່ງມາຍັງ ອິນໂດເນເຊຍ ໃນເດືອນ ມັງກອນ-ເດືອນກຸມພານີ້ ຄືສ່ວນທີ່ໄດ້ຮັບ ອະນຸຍາດຕັ້ງແຕ່ປີ 2025.
ທັງນີ້ ໂຮງກັ່ນ ດັ່ງກ່າວ ຄື ໂຄງການ ແຜນແມ່ບົດ ການພັດທະນາ ໂຮງກັ່ນ ໃນໜ່ວຍ ໂຮງກັ່ນ ທີ 5 ຢູ່ເມືອງບາລິກປາປັນ ແຂວງກາລິມັນຕັນ ທາງຕາເວັນອອກ, ໂດຍ ໂຄງການນີ້ ຈະຊ່ວຍໃຫ້ ໂຮງກັ່ນ ສາມາດ ແປຮູບ ນໍ້າມັນ ໄດ້ຫລາຍເຖິງ 360.000 ຖັງຕໍ່ວັນ, ເຊິ່ງທຽບເທົ່າກັບ 22-25% ຂອງ ຄວາມຕ້ອງການ ເຊື້ອໄຟໃນທົ່ວປະເທດ./
KPL