ສາຍການບິນຫວຽດເຈັດ ສ້າງສະຖິຕິໃໝ່ດ້ວຍການຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ

10/12/2025 22:26
Email Print 346
KPL ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບເຮືອບິນ A321neo ACF ລຳໃໝ່, ທະບຽນ VN-A580 ເຊິ່ງເຮັດໃຫ້ສາຍການບິນນີ້ເຂົ້າໃກ້ສະຖິຕິການຮັບເຮືອບິນ 22 ລຳພາຍໃນໜຶ່ງເດືອນ

ຂປລ. ສາຍການບິນຫວຽດເຈັດ (Vietjet)ໄດ້ຮັບເຮືອບິນ A321neo ACF ລຳໃໝ່, ທະບຽນ VN-A580 ເຊິ່ງເຮັດໃຫ້ສາຍການບິນນີ້ເຂົ້າໃກ້ສະຖິຕິການຮັບເຮືອບິນ 22 ລຳພາຍໃນໜຶ່ງເດືອນ. ຄວາມເຄື່ອນໄຫວນີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Vietjet ໃນການເພີ່ມທະວີການຂະຫຍາຍຕົວໃນຕະຫລາດອາຊີ ແລະ ຕະຫລາດໂລກຢ່າງຕໍ່ເນື່ອງ, ລວມທັງ ສປປ ລາວ ບ່ອນທີ່ສາຍການບິນໄດ້ມີບົດບາດເພີ່ມຂຶ້ນໃນການປັບປຸງການເຊື່ອມຕໍ່ລະດັບພາກພື້ນ ແລະ ການຟື້ນຟູການທ່ອງທ່ຽວ.

ເຮືອບິນທີ່ໄດ້ຮັບມອບ ແລະ ທີ່ກຳລັງຈະມາເຖິງນີ້ ປະກອບມີເຮືອບິນ Boeing 737 ຈໍານວນ 9 ລໍາ ສໍາລັບ Vietjet ປະເທດໄທ, ເຮືອບິນ Airbus ລຸ້ນໃໝ່ 7 ລຳ ແລະ ເຮືອບິນອື່ນໆ 6 ລຳ ສຳລັບ ກຸ່ມບໍລິສັດ Vietjet ຢູ່ ຫວຽດນາມ. ໃນຂະນະທີ່ສາຍການບິນທົ່ວໂລກປະເຊີນກັບການຂາດແຄນເຮືອບິນ, ຄວາມຜັນຜວນຂອງລະບົບຕ່ອງໂສ້ການສະໜອງແລະ ໄລຍະເວລາການສົ່ງມອບທີ່ຍາວນານຂຶ້ນ, Vietjet ພັດກຳລັງດຳເນີນການໃນທິດທາງທີ່ແຕກຕ່າງ ໂດຍການເພີ່ມເຮືອບິນທີ່ທັນສະໄໝໃໝ່ 22 ລຳ ພາຍໃນໜຶ່ງເດືອນ ເປັນການຢັ້ງຢືນເຖິງຄວາມໜ້າເຊື່ອຖືທີ່ເຂັ້ມແຂງ, ສະຖານະພາບທາງດ້ານການເງິນແລະ ຊື່ສຽງທີ່ເພີ່ມຂຶ້ນຂອງສາຍການບິນ Vietjet ໃນຖານະຄູ່ຮ່ວມທີ່ໄດ້ຮັບຄວາມໄວ້ວາງໃຈໃນອຸດສາຫະກຳການບິນທົ່ວໂລກ. ປັດຈຸບັນ Vietjet ດຳເນີນການບິນໂດຍກົງ ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ໂຮ່ຈິມິນເຊິ່ງສະໜອງໂອກາດອັນດີສຳລັບນັກທ່ອງທ່ຽວຈາກ ສປປ ລາວ ທີ່ວາງແຜນຈະໄປຢ້ຽມຢາມ ຫວຽດນາມ ຫລື ເຊື່ອມຕໍ່ໄປຍັງຈຸດໝາຍປາຍທາງອື່ນໆໃນທົ່ວເຂດເອເຊຍປາຊີຟິກ. ເປັນສ່ວນໜຶ່ງຂອງການຂະຫຍາຍງານຢ່າງຕໍ່ເນື່ອງ, Vietjet ຮັບປະກັນປະສົບການການເດີນທາງທີ່ລຽບງ່າຍ ແລະ ມ່ວນຊື່ນດ້ວຍເຮືອບິນທີ່ທັນສະໄໝ ແລະ ປອດໄພ, ອັດຕາຄ່າໂດຍສານທີ່ແຂ່ງຂັນໄດ້ ແລະ ການບໍລິການທີ່ດີເລີດ.

KPL

ຂ່າວອື່ນໆ


Top