KPL
ທຳນຽບຂາວ ໄດ້ຖະແຫລງການ ວ່າ ປະທານາທິບໍດີ ໂດນັນ ທຣຳ ຂອງ ສ.ອາເມລິກາ ໄດ້ລົງນາມຄຳສັ່ງ ຝ່າຍບໍລິຫານ ເພື່ອຄຸ້ມຄອງ ເງິນລາຍໄດ້ ຈາກ ການຂາຍນໍ້າມັນ ຂອງ ເວເນຊູເອລາ .
ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ, ເມື່ອບໍ່ດົນມານີ້, ທຳນຽບຂາວ ໄດ້ຖະແຫລງການ ວ່າ ປະທານາທິບໍດີ ໂດນັນ ທຣຳ ຂອງ ສ.ອາເມລິກາ ໄດ້ລົງນາມຄຳສັ່ງ ຝ່າຍບໍລິຫານ ເພື່ອຄຸ້ມຄອງ ເງິນລາຍໄດ້ ຈາກ ການຂາຍນໍ້າມັນ ຂອງ ເວເນຊູເອລາ . ໂດຍຍົກໃຫ້ເປັນ ພາວາສຸກເສີນ ລະດັບຊາດ ເພື່ອປົກປ້ອງ ລາຍໄດ້ ຈາກ ນໍ້າມັນ ຂອງ ເວເນຊູເອລາ ທີ່ ເກັບຮັກສາໄວ້ ໃນບັນຊີ ຂອງ ກະຊວງການເງິນ ສ.ອາເມລິກາ ຈາກການຖືກ ອາຍັດຊັບສິນ ຫລື ຂະບວນການ ພິຈາລະນາ ທາງຕຸລາການ.
ໃນທາງປະຕິບັດ ຄຳສັ່ງ ດັ່ງກ່າວ ຈະເຮັດໃຫ້ລາຍໄດ້ເຫລົ່ານັ້ນ ຢູ່ພາຍໃຕ້ ການຄຸ້ມຄອງ ພິເສດ ເພື່ອປ້ອງກັນບໍ່ໃຫ້ຖືກຢືດ ໂດຍຄຳສັ່ງສານ ຫລື ຈາກກຸ່ມເຈົ້າໜີ້, ຊຶ່ງ ທ່ານໂດນັນ ທຣຳ ເບິ່ງວ່າ ການດຳເນີນການນີ້ ມີຄວາມຈຳເປັນຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະ ນະໂຍບາຍຕ່າງປະເທດ ສ.ອາເມລິກາ./
KPL