ຫລວງພະບາງພາວເວີ ເປີດສູນຮຽນຮູ້ຫັດຖະກຳ ສົ່ງເສີມອາຊີບສູ່ຊຸມຊົນຫລວງພະບາງ

10/12/2025 09:45
Email Print 215
KPL ເມື່ອບໍ່ດົນມານີ້, ບໍລິສັດ ຫລວງພະບາງ ພາວເວີ ຈໍາກັດ (LPCL) ຜູ້ດຳເນີນການ ໂຄງການໄຟຟ້າພະລັງນ້ຳ ຫລວງພະບາງ (LPHPP) ໄດ້ເປີດສູນ "ຫິງຫ້ອຍ ສະຕູດິໂອ (Hinghoi Studio)" ພື້ນທີ່ຮຽນຮູ້ ແລະ ສ້າງສັນເພື່ອພັດທະນາອາຊີບດ້ານຫັດຖະກຳ ສົ່ງເສີມການສ້າງລາຍໄດ້ ແລະ ຍົກລະດັບທັກສະສີມືໃຫ້ປະຊາຊົນໃນພື້ນທີ່ອ້ອມຮອບໂຄງການ

ຂປລ. ເມື່ອບໍ່ດົນມານີ້, ບໍລິສັດ ຫລວງພະບາງ ພາວເວີ ຈໍາກັດ (LPCL) ຜູ້ດຳເນີນການ ໂຄງການໄຟຟ້າພະລັງນ້ຳ ຫລວງພະບາງ (LPHPP) ໄດ້ເປີດສູນ "ຫິງຫ້ອຍ ສະຕູດິໂອ (Hinghoi Studio)" ພື້ນທີ່ຮຽນຮູ້ ແລະ ສ້າງສັນເພື່ອພັດທະນາອາຊີບດ້ານຫັດຖະກຳ ສົ່ງເສີມການສ້າງລາຍໄດ້ ແລະ ຍົກລະດັບທັກສະສີມືໃຫ້ປະຊາຊົນໃນພື້ນທີ່ອ້ອມຮອບໂຄງການ ພ້ອມເປີດໂອກາດໃຫ້ເດັກນ້ອຍ ແລະ ເຍົາວະຊົນໄດ້ຮຽນຮູ້ ແລະ ຕໍ່ຍອດສູ່ການປະກອບອາຊີບໃນອະນາຄົດ. ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ດຣ ບຸນເຫຼືອ ສິນໄຊວໍລະວົງ ຮອງເຈົ້າແຂວງຫລວງພະບາງ,  ທ່ານ ປິວ ຕຣີວິດສະວະເວດ ປະທານກຳມະການ ບໍລິຫານ ບໍລິສັດ ຊ.ການຊ່າງ ຈຳກັດ (ມະຫາຊົນ) ທ່ານ ທະນະວັດ ຕຣີວິດສະວະເວດ ກຳມະການຜູ້ຈັດການ ບໍລິສັດ ຫລວງພະບາງ ພາວເວີ ຈຳກັດ ແລະ ທ່ານ ບຸນເພັງ ແຈ່ມມາໄລ ຮອງຜູ້ອຳນວຍການ ວິທະຍາໄລເຕັກນິກວິຊາຊີບຫລວງພະບາງ. 

ທ່ານ ທະນະວັດ ຕຣີວິດສະວະເວດ ກຳມະການຜູ້ຈັດການ ບໍລິສັດ ຫລວງພະບາງ ພາວເວີ ຈຳກັດ ກ່າວວ່າ ບໍລິສັດໃຫ້ຄວາມສຳຄັນໃນການຍົກລະດັບຄຸນນະພາບຊີວິດຂອງຊຸມຊົນ ແລະ ສັງຄົມອ້ອມຮອບພື້ນທີ່ໂຄງການ ເຊິ່ງຖືເປັນສ່ວນໜຶ່ງຂອງການພັດທະນາເສດຖະກິດ ແລະ ສັງຄົມຢ່າງຍືນຍົງ ພາຍໃຕ້ການດຳເນີນງານສ້າງຄຸນຄ່າສູ່ສັງຄົມ 2022-2026 (CSR Strategy Framework 2022-2026) ພາຍໃຕ້ໂຄງການ One Power Plant One Product (OPOP) ມຸ່ງໜ້າຕໍ່ຍອດນະວັດຕະກຳ ແລະ ສ້າງໂອກາດພັດທະນາອາຊີບໃຫ້ກັບຊຸມຊົນ ໂດຍສ້າງ ແລະ ພັດທະນາ ຫິງຫ້ອຍ ສະຕູດິໂອ ໃຫ້ເປັນພື້ນທີ່ຮຽນຮູ້ທີ່ສ້າງສັນ ສົ່ງເສີມທັກສະດ້ານຫັດຖະກຳໃນຮູບແບບການຕັດຫຍິບ, ການອອກແບບ, ການໃຊ້ຈັກຫຍິບຜ້າ, ການປັກຜ້າ ແລະ ການຕ່ຳຫູກ ໂດຍຕໍ່ຍອດສິລະປະດັ່ງເດີມໃຫ້ຮ່ວມສະໄໝ ແລະ ສອດຄ່ອງກັບວິຖີຊີວິດປັດຈຸບັນ ເພື່ອສືບສານ ແລະ ຕໍ່ຍອດມໍລະດົກທາງວັດທະນະທຳຂອງເມືອງຫລວງພະບາງ ໂດຍສະເພາະການຕ່ຳຫູກຫັດຖະກຳລາວ ທີ່ອົງການ (UNESCO) ໄດ້ຂຶ້ນທະບຽນເປັນມໍລະດົກທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ ຂອງມວນມະນຸດ ສະທ້ອນເຖິງພູມປັນຍາ ແລະ ເອກະລັກຂອງຊຸມຊົນໃນ ສປປ ລາວ. 

ໃນເດືອນພະຈິກ 2025 ຫິງຫ້ອຍ ສະຕູດິໂອ ໄດ້ຈັດກິດຈະກຳ Workshop ສອນຄວາມຮູ້ພື້ນຖານການໃຊ້ຈັກຫຍິບເຄື່ອງເບື້ອງຕົ້ນ ແລະ ການຫຍິບຜ້າຮອງຈອກ, ຜ້າເຊັດປາກ, ການຫຍິບສົບໝອນ ແລະ ຖົງຜ້າ ໃຫ້ກັບປະຊາຊົນອ້ອມຮອບໂຄງການໄຟຟ້າພະລັງນ້ຳຫລວງພະບາງ ໂດຍມີອາຈານຈາກວິທະຍາໄລເຕັກນິກວິຊາຊີບຫລວງພະບາງ ມາຖ່າຍທອດຄວາມຮູ້ ແລະ ເຕັກນິກການຕັດຫຍິບຢ່າງຖືກວິທີ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດສ້າງຜົນງານສິລະປະຕາມຄວາມຊຳນານ ແລະ ມີຄຸນນະພາບຄວາມປານີດ ເອກະລັກຂອງເມືອງຫລວງພະບາງ ໂດຍຜູ້ທີ່ຜ່ານກິດຈະກຳ Workshop ໄດ້ຮັບໃບປະກາດຮັບຮອງການຝຶກອົບຮົມ ເພື່ອນໍາໄປຕໍ່ຍອດໃນການພັດທະນາຜົນງານຫັດຖະກຳ ຫຼື ປະກອບອາຊີບໃນອະນາຄົດໄດ້. ຫິງຫ້ອຍ ສະຕູດິໂອ ນອກຈາກຈະເປັນສູນຮຽນຮູ້ ແລະ ຝຶກອາຊີບແລ້ວ ຍັງສະທ້ອນເຖິງຄວາມຮ່ວມມືຂອງທຸກພາກສ່ວນໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ຊ.ການຊ່າງ ລາວ ຈຳກັດ ກໍ່ສ້າງອາຄານໃຫ້ມີຄວາມແຂງແຮງໄດ້ມາດຕະຖານ ແລະ ປະສົມປະສານກັບສະຖາປັດຕະຍະກຳຂອງເມືອງມໍລະດົກໂລກຫລວງພະບາງ ນອກຈາກນີ້ LPCL ຍັງຄົງມຸ່ງໝັ້ນທີ່ຈະດຳເນີນງານຕາມແນວທາງການອະນຸລັກເມືອງມໍລະດົກໂລກ ໂດຍສົ່ງເສີມການຮຽນຮູ້ຫັດຖະກຳຕ່ຳຫູກລາວ, ການຝຶກຝົນອາຊີບ ແລະ ການສືບສານພູມປັນຍາທ້ອງຖິ່ນ ຮ່ວມກັບວິທະຍາໄລເຕັກວິຊາຊີບຫລວງພະບາງ ໃຫ້ຄູ່ກັບການພັດທະນາຊຸມຊົນຢ່າງຍືນຍົງ.

KPL

ຂ່າວອື່ນໆ


Top