ກົມສັງຄົມສົງເຄາະ ຮຽບຮຽງກົດໝາຍວ່າດ້ວຍສັງຄົມສົງເຄາະ

17/07/2025 17:34
Email Print 132
KPL ຂປລ. ກົມສັງຄົມສົງເຄາະ ຈັດກອງປະຊຸມຮຽບຮຽງກົດໝາຍ ວ່າດ້ວຍສັງຄົມສົງເຄາະ ໃນວັນທີ 15 ກໍລະ ກົດ 2025 ຢູ່ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍ່ຍປາວເຮີ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ນາງແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)



ຂປລ. ກົມສັງຄົມສົງເຄາະ ຈັດກອງປະຊຸມຮຽບຮຽງກົດໝາຍ ວ່າດ້ວຍສັງຄົມສົງເຄາະ ໃນວັນທີ 15 ກໍລະ ກົດ 2025 ຢູ່ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ
  ທ່ານ ຈະເລີນ ເຍ່ຍປາວເຮີ ຮອງປະທານສະພາແຫ່ງຊາດ
, ມີ ທ່ານ ນາງແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຮອງຫົວໜ້າຫ້ອງອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍ ຂອງຄະນະປະຈໍາສະພາແຫ່ງຊາດ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ພ້ອມຄະນະວິຊາການຮັບຜິດຊອບເຂົ້າຮ່ວມ.                                            



ກອງປະຊຸມດັ່ງກ່າວ
, ຜູ້ເຂົ້າຮ່ວມໄດ້ພ້ອມກັນ ຄົ້ນຄວ້າ ແລະ ຮຽບຮຽງເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍສັງຄົມສົງເຄາະ ທີ່ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນໃນກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຄັ້ງວັນທີ 17 ມິຖຸນາ 2025 ຜ່ານມາ ຊຶ່ງມີສະມາຊິກສະພາແຫ່ງຊາດ ຈໍານວນ 38 ທ່ານ ປະກອບມີຄໍາເຫັນໃສ່ 43 ມາດຕາ, ກວມເອົາ 137 ເນື້ອໃນ. ສະນັ້ນ, ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ຄົ້ນ ຄວ້າຢ່າງລະອຽດ ແລະ ເລິກເຊິ່ງ ເພື່ອເລືອກເຟັ້ນເອົາຄໍາເຫັນຂອງຜູ້ແທນ ມາປັບປຸງໃສ່ເນື້ອທີ່ບໍ່ທັນຈະແຈ້ງ ແລະ ສອດຄ່ອງ ເພື່ອເຮັດໃຫ້ຮ່າງກົດໝາຍ ສະບັບນີ້ ມີເນື້ອໃນຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສົມບູນ.




ໂອກາດນີ້, ທ່ານ ຈະເລີນ ເຍ່ຍປາວເຮີ ໃນນາມປະທານກອງປະຊຸມ ໄດ້ມີຄຳເຫັນໂດຍເນັ້ນ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ຕໍ່ຮ່າງກົດໝາຍດັ່ງກ່າວ ເພື່ອໃຫ້ກອງປະຊຸມໃນຄັ້ງນີ້ ບັນລຸຜົນສຳເລັດ
, ພ້ອມທັງສະເໜີໃຫ້ກຳມາທິການກົດໝາຍ ປະສານສົມທົບກັບ ກໍາມາທິການວັດທະນະທໍາ-ສັງຄົມ ກະກຽມບົດລາຍງານຜົນ ການຮຽບຮຽງເນື້ອໃນກົດໝາຍ ໃນຄັ້ງນີ້, ພ້ອມທັງອະທິບາຍເຫດຜົນລະອຽດ ຕໍ່ກັບຄຳເຫັນຂອງບັນດາທ່ານສະມາຊິກ ສະພາແຫ່ງຊາດ ຕໍ່ກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ປະຈໍາເດືອນກໍ ລະກົດ 2025 ເພື່ອພິຈາລະນາ ຕາມແຜນການທີ່ວາງໄວ້.

ຂໍ້ມູນ-ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ


Top