KPL
ທ່ານ ຮູເຮີພີງ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ກອມມູນິດຈີນ ກ່າວວ່າ: ການຈັດພິທີ ລະນຶກ ໄຊຊະນະ ສົງຄາມ ຕໍ່ຕ້ານ ການຮຸກຮານ ຂອງຍີ່ປຸ່ນ ຄົບຮອບ 80 ປີ
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 24 ມິຖຸນານີ້, ຫ້ອງການ ຖະແຫລງຂ່າວ ລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ, ທ່ານ ຮູເຮີພີງ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ກອມມູນິດຈີນ ກ່າວວ່າ: ການຈັດພິທີ ລະນຶກ ໄຊຊະນະ ສົງຄາມ ຕໍ່ຕ້ານ ການຮຸກຮານ ຂອງຍີ່ປຸ່ນ ຄົບຮອບ 80 ປີ ເພື່ອໄວ້ອາໄລແກ່ ວິລະຊົນ ທີ່ເສຍສະຫລະຊີວິດ ແລະ ເລືອດເນື້ອຢ່າງ ອົງອາດກ້າຫານໃນສົງຄາມ ແລະ ການປະກອບສ່ວນ ຂອງປະຊາຊົນ ທັງປວງເຂົ້າໃນການຕໍ່ຕ້ານ ການຮຸກຮານ ຂອງຍີ່ປຸ່ນ ເປັນການປະກາດກ້ອງ ເຖິງຫລັກໝັ້ນ ແລະ ຄວາມຕັດສິນໃຈ ຂອງປະຊາຊົນຈີນ ທີ່ຈະເດີນຕາມເສັ້ນທາງ ແຫ່ງການພັດທະນາ ໂດຍສັນຕິ ແລະ ປົກປັກຮັກສາສັນຕິພາບໂລກ ຢ່າງເດັດດ່ຽວໜຽວ ແໜ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL