ລັດຖະບານ ດໍາເນີນກອງປະຊຸມ ສະໄໝສາມັນ ປະຈຳເດືອນມິຖຸນາ 2025

24/06/2025 17:51
Email Print 170
KPL ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025 ໄຂຂຶ້ນ ໃນຕອນບ່າຍວັນທີ 24 ມິຖຸນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງເຂົ້າຮ່ວມ.

ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025 ໄຂຂຶ້ນ ໃນຕອນບ່າຍວັນທີ 24 ມິຖຸນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 1 ວັນເຄິ່ງ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນມິຖຸນາ ແລະ ທິດທາງແຜນການປະຈຳເດືອນກໍລະກົດ 2025 ຂອງລັດຖະບານ; ການສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານສະເພາະກິດ 19/ກມສພ, 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025; ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ; ແຜນການຮັບມືກັບໄພພິບັດ ໂດຍສະເພາະການກຽມຮັບມືກັບນໍ້າຖ້ວມ, ການກະກຽມແນວພັນ, ແຜນການຜະລິດລະດູຝົນ, ການສ້ອມແປງບູລະນະເສັ້ນທາງ, ຊົນລະປະທານ, ການບໍລິຫານຈັດການນໍ້າຢູ່ບັນດາເຂື່ອນ; ຮ່າງດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ; ຮ່າງຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ(2026-2035) ແລະ ວິໄສທັດຮອດປີ 2045 ຂອງ ສປປ ລາວ; ຮ່າງດຳລັດ ວ່າດ້ວຍຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນຍັງສືບຕໍ່ເຄັ່ງຮ້ອນ ແລະ ໜ້າເປັນຫວ່ງກວ່າເກົ່າ ໂດຍສະເພາະຄວາມຂັດແຍ່ງ ທາງການທະຫານ ແລະ ການເມືອງຢູ່ບາງພາກພື້ນ ແລະ ປະເທດໃກ້ຄຽງ ເຊິ່ງບັນຫາທັງໝົດນີ້ ຍັງຈະສືບຕໍ່ເປັນສິ່ງທ້າທາຍ ແລະ ອາດສ້າງຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫລາຍປະເທດ, ເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວ ຍິ່ງຈະສືບຕໍ່ມີຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມ ເຊິ່ງອາດຈະເຮັດໃຫ້ລາຄາສິນຄ້າ ແລະ ລາຄານໍ້າມັນເພີ່ມສູງຂຶ້ນ. ສໍາລັບ ຢູ່ປະເທດລາວ ກໍບໍ່ສາມາດຫລີກລ່ຽງຜົນກະທົບຈາກສະພາບດັ່ງກ່າວ ທັງທາງກົງ ແລະ ທາງອ້ອມເຊັ່ນດຽວກັນ. ພ້ອມກັນນັ້ນ, ຢູ່ພາຍໃນປະເທດ ກໍເກີດມີສະພາບຝົນຕົກໜັກ ຢູ່ຫລາຍແຂວງເກີດມີສະພາບນໍ້າຖ້ວມ ແລະ ນໍ້າປ່າໄຫລຊຸ ເຮັດໃຫ້ມີຜົນເສຍຫາຍທັງຊີວິດ ແລະ ຊັບສິນ ຢູ່ບາງທ້ອງຖິ່ນ. ສະນັ້ນ, ຕ້ອງໄດ້ພ້ອມກັນຄົ້ນຄວ້າບັນດາມາດຕະການ, ວິທີການ ໃນການປ້ອງກັນ ແລະ ແກ້ໄຂຜົນກະທົບດັ່ງກ່າວແຕ່ຫົວທີ ແລະ ແກ້ໄຂບັນຫາຜົນກະທົບທີ່ເກີດຂຶ້ນມາແລ້ວ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ. ນອກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານສະມາ ຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ, ແທດກັບສະ ພາບຄວາມເປັນຈິງຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

    • 100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມ ພາລະກິດອັນມີກຽດສະຫງ່າຂອງພັກ-ຂອງຊາດການເມືອງ

      100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມ ພາລະກິດອັນມີກຽດສະຫງ່າຂອງພັກ-ຂອງຊາດ

      6/24/2025 5:55:50 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ​ໄດ້​ໃຫ້​ສໍາພາດ​ຕໍ່​ສໍານັກ​ຂ່າວສານ​ຫວຽດນາມ ​ປະ​ຈໍາ​ລາວ

    • ສະເໜີຮ່າງກົດໝາຍວ່າດ້ວຍປ້າຍ ສະບັບປັບປຸງການເມືອງ

      ສະເໜີຮ່າງກົດໝາຍວ່າດ້ວຍປ້າຍ ສະບັບປັບປຸງ

      6/24/2025 5:43:14 PM

      ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກບ່າຍ ວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ

    • ປະກາດການຈັດຕັ້ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີການເມືອງ

      ປະກາດການຈັດຕັ້ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

      6/24/2025 4:24:32 PM

      ຂປລ. ພິທີປະກາດການຈັດຕັ້ງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ພາຍຫລັງໂຮມວຽກງານຈຳນວນໜຶ່ງ ຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ ຈັດ​ຂຶ້ນ​ໃນວັນທີ 23 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ມີບັນດາສະຫາຍກຳມະການສູນກາງພັກ, ລັດຖະມົນຕີປະຈໍາ ສນຍ

    • ຮອງປະທານປະເທດ ຕ້ອນຮັບທູດຕີມໍ-ແລັດສະເຕ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຕີມໍ-ແລັດສະເຕ ເຂົ້າຢ້ຽມອຳລາ

      6/24/2025 3:45:08 PM

      ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (Filomeno Aleixo da Cruz) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ປະຈຳ ສປປ ລາວ ໃນວັນທີ 24 ມິຖຸນາ 2025 ທີ່ສຳນັກງານປະທານປະເທດ ໃນໂອກາດທີ່ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ.

    • ສະພາແຫ່ງຊາດພິຈາລະນາ ຮ່າງ ກົດໝາຍ ອາກອນລາຍໄດ້ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດພິຈາລະນາ ຮ່າງ ກົດໝາຍ ອາກອນລາຍໄດ້ ສະບັບປັບປຸງ

      6/24/2025 3:38:26 PM

      ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກເຊົ້າໃນວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ).


Top