KPL
ເນື່ອງໃນໂອກາດ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ WEF ທຽນຊີນ ແລະ ເຮັດວຽກຢູ່ ສປ ຈີນ ໄດ້ພົບປະກັບ ທ່ານ ຫລີ ສຽງ ນາຍົກລັດຖະມົນ ແຫ່ງ ສປ ຈີນ ໂດຍທັງສອງຝ່າຍ ເຫັນດີ ຕີລາຄາ ການພົວພັນ ລະຫວ່າງ ສອງພັກ, ສອງລັດ ທີ່ໄດ້ມີບັນດາ ບາດກ້າວຫັນປ່ຽນຢ່າງແຮງ, ແທດຈິງ ດ້ວຍຈຸດເດັ່ນທີ່ຕັ້ງໜ້າຫລາຍຢ່າງ

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ເນື່ອງໃນໂອກາດ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ WEF ທຽນຊີນ ແລະ ເຮັດວຽກຢູ່ ສປ ຈີນ ໄດ້ພົບປະກັບ ທ່ານ ຫລີ ສຽງ ນາຍົກລັດຖະມົນ ແຫ່ງ ສປ ຈີນ ໂດຍທັງສອງຝ່າຍ ເຫັນດີ ຕີລາຄາ ການພົວພັນ ລະຫວ່າງ ສອງພັກ, ສອງລັດ ທີ່ໄດ້ມີບັນດາ ບາດກ້າວຫັນປ່ຽນຢ່າງແຮງ, ແທດຈິງ ດ້ວຍຈຸດເດັ່ນທີ່ຕັ້ງໜ້າຫລາຍຢ່າງ ເຊັ່ນ: ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ ໄດ້ຮັບການປັບປຸງ, ມີຫຼາຍກົນໄກຮ່ວມມືໃໝ່ ໄດ້ຮັບການສ້າງຕັ້ງຂຶ້ນ, ການຮ່ວມມື ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວຮັກສາ ທ່ວງທ່າເຕີບໂຕ; ການຮ່ວມມື ໃນການສ້າງເສັ້ນທາງລົດໄຟ, ການບິນ ກໍໄດ້ຮັບການຍູ້ແຮງ ເຊັ່ນດຽວກັນ. ເພື່ອສືບຕໍ່ ຜັນຂະຫຍາຍ ຄວາມຮັບຮູ້ລວມ ລະຫວ່າງ ການນຳຂັ້ນສູງສອງພັກ, ສອງລັດ ແລະ ການພົບປະລະຫວ່າງນາຍົກລັດຖະມົນຕີ ສອງຝ່າຍໃຫ້ບັນລຸໝາກຜົນລະອຽດ ແລະ ມີປະສິດທິຜົນນັ້ນ, ທ່ານນາຍົກ ລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍຮັກສາ ການພົບປະແລກປ່ຽນ ຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ; ສອງຝ່າຍ ຜັນຂະຫຍາຍ 3 ເສັ້ນທາງລົດໄຟ ມາດຖານ ພ້ອມກັນ ເພື່ອເຊື່ອມຕໍ່ ສສ ຫວຽດນາມ - ສປ ຈີນ; ພ້ອມທັງ ສະເໜີ ສປ ຈີນ ໃຫ້ການໜູນຊ່ວຍ ດ້ານທຶນຮອນ ແລະ ໃຫ້ບຸລິມະສິດ ຖ່າຍທອດ ເຕັກໂນໂລຢີ, ບຳລຸງສ້າງແຫລ່ງ ຊັບພະຍາກອນມະນຸດ ແລະ ການຮ່ວມມືກັບ ສສ ຫວຽດນາມ ສ້າງຂະແໜງ ອຸດສາຫະກຳ ເສັ້ນທາງລົດໄຟທັນສະໄໝຄົບຊຸດ; ຫວັງວ່າ ການຄ້າສອງປະເທດ ມີການພັດທະນາ ຢ່າງດຸ່ນດ່ຽງ ຍືນຍົງກວ່າ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ຈີນ ເປີດກວ້າງ ການນຳເຂົ້າ ສິນກະເສດຂອງ ສສ ຫວຽດນາມ, ເພີ່ມທະວີ ການຮ່ວມມື ຮ່ວມສຳພັນຍູ້ໄວ ການສ້າງດ່ານຊາຍແດນ ອັດສະລິຍະ ແລະ ຄົ້ນຄວ້າ ຮູບແບບທົດລອງ ສ້າງເຂດຮ່ວມມື ເສດຖະກິດຜ່ານຊາຍແດນ. ສ່ວນ ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ປາດຖະໜາວ່າ ສອງປະເທດ ຈັດຕັ້ງກອງປະຊຸມຄັ້ງທີ 17 ຂອງຄະນະກຳມະການຊີ້ນຳ ການຮ່ວມມື ສອງຝ່າຍ ສປ ຈີນ-ສສ ຫວຽດນາມ ແລະ ກົນໄກເຈລະຈາ ຍຸດທະສາດ ລະຫວ່າງ ສາມກະຊວງການຕ່າງປະເທດ, ກະຊວງຕຳຫລວດ, ກະຊວງປ້ອງກັນປະເທດ ໃຫ້ເປັນຢ່າງດີ, ຊຸກຍູ້ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ຕາມກຳນົດທິດ 6 ກວ່າ. ທ່ານນາຍົກລັດຖະມົນຕີ ຫຼີສຽງ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະເພີ່ມທະວີການເຊື່ອມຕໍ່ ຍຸດທະສາດ ພັດທະນາກັບ ສສ ຫວຽດນາມ ແລະ ເປີດກວ້າງການນຳເຂົ້າຫລາຍ ຜະລິດຕະພັນ ທີ່ມີຄຸນນະພາບ ສູງຈາກ ສສ ຫວຽດນາມ; ສົ່ງເສີມບັນດາວິສາຫະກິດທີ່ມີກຳລັງ ຄວາມສາມາດ ລົງທຶນເຂົ້າ ສສຫວຽດນາມ.ນອກນີ້ ທັງສອງຝ່າຍ ຍັງໄດ້ແລກປ່ຽນ ກ່ຽວກັບບັນຫາຢູ່ທະເລ, ແລ້ວຕົກລົງເຫັນດີ ພ້ອມກັນ ຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນ ໃຫ້ເປັນຢ່າງດີກວ່າ ເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL