KPL
ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ລາວເຣນສ໌ ວອງ ນາຍົກລັດຖະມົນຕີ ສິງກະໂປ ທີ່ມາຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 24 ມິຖຸນານີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ລາວເຣນສ໌ ວອງ ນາຍົກລັດຖະມົນຕີ ສິງກະໂປ ທີ່ມາຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ໄດ້ສະແດງ ຄວາມຊົມເຊີຍ ທ່ານ ລາວເຣນສ໌ ວອງ ທີ່ຊະນະ ໃນການເລືອກຕັ້ງ ແລະ ດຳລົງຕຳແໜ່ງ ນາຍົກລັດຖະມົນຕີສິງກະໂປ ຕໍ່ໄປອີກ. ທ່ານ ສີ ຈິ້ນຜິງ ກ່າວວ່າ: ສປ ຈີນ ຍິນດີຕ້ອນຮັບ ສິງກະໂປ ສືບຕໍ່ເຊື່ອມໂຍງ ເຂົ້າກັບ ການພັດທະນາຂອງ ສປ ຈີນ ຢ່າງເລິກເຊິ່ງ,ສອງຝ່າຍ ຄວນລົງເລິກ ຊຸກຍູ້ການຮ່ວມມື ໃນການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”,ສ້າງຜົນງານ ທີ່ເປັນຂີດໝາຍໃໝ່ ໃນຂົງເຂດຕ່າງໆ ເຊັ່ນ:ເສດຖະກິດ ດີຈີຕອນ,ການພັດທະນາສີຂຽວ ແລະ ປັນຍາປະດິດ ເປັນຕົ້ນ. ຕ້ອງສົ່ງເສີມ ປະຊາຊົນ ສອງປະເທດ ໄປມາຫາສູ່ກັນເລື້ອຍໆ, ລົງເລິກການແລກປ່ຽນ ແລະ ການຮ່ວມມື ໃນດ້ານວັດທະນະທຳ. ສປ ຈີນ ເຊື່ອໝັ້ນມາ ໂດຍຕະຫລອດວ່າ ສັນຕິພາບ,ການພັດທະນາ,ການຮ່ວມມືກັນ ແລະ ຕ່າງຝ່າຍ ຕ່າງໄດ້ຮັບ ຜົນປະໂຫຍດ ທີ່ເປັນກະແສ ຂອງຍຸກສະໄໝນີ້ ບໍ່ສາມາດ ຕ້ານທານໄດ້, ໂລກບໍ່ສາມາດ ຟື້ນຄືນ ລັດທິເຈົ້າອຳນາດໄດ້. ສປ ຈີນ ຍິນດີຮ່ວມກັບ ສິງກະໂປ, ຢືນຢູ່ຂ້າງຄວາມຖືກຕ້ອງ ດ້ານປະຫວັດສາດ, ຢືນຢູ່ຂ້າງຄວາມຍຸຕິທຳ ແລະ ຄວາມເປັນທຳ. ທ່ານ ລາວເຣນສ໌ ວອງ ກ່າວວ່າ:ສິງກະໂປ ຈະສືບຕໍ່ຍຶດໝັ້ນ ນະໂຍບາຍຈີນດຽວ,ຄັດຄ້ານ “ໄຕ້ຫວັນ ແຍກອອກເປັນເອກະລາດ” .ເນື່ອງໃນໂອກາດທີ່ສອງປະເທດ ພ້ອມກັນ ສະເຫລີມ ສະຫລອງການສ້າງຕັ້ງສາຍພົວພັນ ທາງການທູດ ຄົບຮອບ 35 ປີ,ສິງກະໂປ ຍິນດີນຳໃຊ້ໂອກາດ ທີ່ມາຈາກ ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຂອງ ສປ ຈີນ ຢ່າງເຕັມທີ່,ເປີດກວ້າງການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ເພື່ອຊຸກຍູ້ການພົວພັນ ລະຫວ່າງ ສິງກະໂປ-ສປ ຈີນ ໃຫ້ຂະຫຍາຍຕົວ ຫລາຍກວ່າເກົ່າ.ໂດຍຜະເຊີນໜ້າກັບ ສະຖານະການ ຂອງສາກົນ ທີ່ວຸ້ນວາຍ,ສິງກະໂປ ຍິນດີເພີ່ມທະວີ ການປະສານງານ ແລະ ຮ່ວມມືກັບ ສປ ຈີນ ໃນເວທີພາກພື້ນ ແລະ ເວທີຫຼາຍຝ່າຍ, ເພື່ອປົກປັກຮັກສາ ລັດທິ ຫລາຍຝ່າຍ ແລະ ລະບຽບສາກົນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL