ໄທ ປະຕິບັດການຄວບຄຸມເຂດຊາຍແດນ ກັບ ກຳປູເຈຍ ຢ່າງເຂັ້ມງວດ

25/06/2025 15:19
KPL ທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະ ມົນຕີ ໄທ ໄດ້ປະກາດ ຜັນຂະຫຍາຍ ບັນດາ ມາດຕະການ ເຂັ້ມງວດ ເພື່ອແນໃສ່ ປາບປາມ ເຄືອຂ່າຍຕົວະຕົ້ມ ຫລອກລວງ ຂ້າມຊາຍແດນ ທີ່ມີການເຄື່ອນໄຫວ ຈາກກຳປູເຈຍ ລວມທັງ ການກວດກາເຂດຊາຍແດນ ລະຫວ່າງ ສອງປະເທດ ຢ່າງເຂັ້ມງວດ.

ຂປລ.ວິທະຍຸກະຈາຍ ສຽງຫວຽດນາມ,ເມື່ອບໍ່ດົນມານີ້, ທ່ານ ນາງ ແພທອງທານ ຊິນນະວັດ, ນາຍົກລັດຖະ ມົນຕີ ໄທ ໄດ້ປະກາດ ຜັນຂະຫຍາຍ ບັນດາ ມາດຕະການ ເຂັ້ມງວດ ເພື່ອແນໃສ່ ປາບປາມ ເຄືອຂ່າຍຕົວະຕົ້ມ ຫລອກລວງ ຂ້າມຊາຍແດນ ທີ່ມີການເຄື່ອນໄຫວ ຈາກກຳປູເຈຍ ລວມທັງ ການກວດກາເຂດຊາຍແດນ ລະຫວ່າງ ສອງປະເທດ ຢ່າງເຂັ້ມງວດ. ລັດຖະບານ ໄທ ຈະຜັນຂະຫຍາຍ ບັນດາມາດຕະການຫລັກແຫລ່ງ ລວມມີ ການຄຸ້ມຄອງຢູ່ 7 ແຂວງຊາຍແດນ ຕິດກັບ ກຳປູເຈຍ ຢ່າງເຂັ້ມງວດ, ຈຳກັດເວລາເຮັດວຽກ ແລະ ຫ້າມແຂກທ່ອງທ່ຽວ ມາບັນດາ ກາສີໂນຢູ່ເຂດຊາຍແດນ ຫລື ໄປຍັງ ສຽມສຽບ(Siem Reap)ຂອງກຳປູເຈຍ ເພື່ອຫລິ້ນການພະນັນ. ບັນດາອົງການຂອງໄທ ກໍ່ຈະສຳຫລວດກວດກາ ແລະ ຕັດການເຊື່ອມຕໍ່ ອິນເຕີເນັດ, ສາຍກາບໃຕ້ດິນ ທີ່ກ່ຽວຂ້ອງ ບັນດາເຄືອຂ່າຍຫລອກລວງຢູ່ ກຳປູເຈຍ. ພ້ອມກັນນັ້ນ, ລັດຖະບານໄທ ກໍ່ໄດ້ເພີ່ມທະວີ ການໜູນຊ່ວຍ ຊາວກະສິກອນ ແລະ ວິສາຫະກິດທ້ອງຖິ່ນ ທີ່ຖືກຜົນກະທົບ ຜ່ານໂຄງການເກັບຊື້ ແລະ ກະຕຸກຊຸກຍູ້ ການຊື້ຂາຍ ພາຍໃນປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top