KPL
ເວທີປຶກສາຫາລື ດາໂວສ ລະດູຮ້ອນ ຄັ້ງທີ 16 ພວມຈັດຂຶ້ນ ຢູ່ນະຄອນທຽນສິນຂອງ ສປ ຈີນ. ຍ້ອນເປັນໜຶ່ງ ໃນຫົວຂໍ້ ສຳຄັນ ຂອງເວທີຄັ້ງນີ້, ການຫັນປ່ຽນດ້ານ ພະລັງງານ ແລະ ອຸດສາຫະກຳພະລັງງານສະອາດ ໄດ້ກາຍເປັນຫົວຂໍ້ພົ້ນເດັ່ນທີ່ ຜູ້ເຂົ້າຮ່ວມງານ ໃຫ້ຄວາມສົນໃຈ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ເວທີປຶກສາຫາລື ດາໂວສ ລະດູຮ້ອນ ຄັ້ງທີ 16 ພວມຈັດຂຶ້ນ ຢູ່ນະຄອນທຽນສິນຂອງ ສປ ຈີນ. ຍ້ອນເປັນໜຶ່ງ ໃນຫົວຂໍ້ ສຳຄັນ ຂອງເວທີຄັ້ງນີ້, ການຫັນປ່ຽນດ້ານ ພະລັງງານ ແລະ ອຸດສາຫະກຳພະລັງງານສະອາດ ໄດ້ກາຍເປັນຫົວຂໍ້ພົ້ນເດັ່ນທີ່ ຜູ້ເຂົ້າຮ່ວມງານ ໃຫ້ຄວາມສົນໃຈ.ໃນເວທີປຶກສາຫາລື ດາໂວສ ລະດູຮ້ອນປີນີ້, ມີເວທີປຶກສາຫາລືຍ່ອຍ ຫລາຍຄັ້ງ ທີ່ກ່ຽວກັບ ການພັດທະນາ ພະລັງງານສີຂຽວ, ເມື່ອຜະເຊີນກັບ ສະພາບໂລກປັດຈຸບັນ ທີ່ມີຄວາມບໍ່ແນ່ນອນເພີ່ມຂຶ້ນ, "ການຫັນປ່ຽນ ດ້ານພະລັງງານ ມີອະນາຄົດແນວໃດ? ເຮັດແນວໃດຈຶ່ງຈະສາມາດຊອກຫາທາງອອກ ໃນການແກ້ໄຂ ແຫລ່ງພະລັງງານທີ່ສະອາດ ແລະ ມີປະສິດທິພາບສູງ?" ໄດ້ກາຍເປັນຈຸດໃຈກາງໃນການປຶກສາຫາລື. ຜູ້ເຂົ້າຮ່ວມກອງປະຊຸມເຫັນວ່າ, ບັນດາປະເທດ ທີ່ເປັນຜູ້ບໍລິໂພກ ແລະ ຜູ້ຜະລິດພະລັງງານ ຕົ້ນຕໍ ເຊັ່ນ: ສປ ຈີນ, ບຣາຊິນ, ສະຫະລັດ ອາເມລິກາ ແລະ ນິເຊຣີ ໄດ້ຮັບຄວາມຄຶບໜ້າໃນຫລາຍດ້ານ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL