KPL
ເປັນເວລາເກືອບ 5 ປີມານີ້, ອົງຄະນະພັກເມືອງໂພນໄຊ ແຂວງຫລວງພະບາງ ສາມາດຍາດໄດ້ຜົນງານຫລາຍດ້ານ ໂດຍສະເພາະແມ່ນ ເສດຖະກິດມີການຂະຫຍາຍຕົວ, ພື້ນຖານການຜະລິດ, ຊີວິດການເປັນຢູ່, ພື້ນຖານໂຄງລ່າງ, ຖະໜົນຫົນທາງໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.
*ເປັນເວລາເກືອບ 5 ປີມານີ້, ອົງຄະນະພັກເມືອງໂພນໄຊ ແຂວງຫລວງພະບາງ ສາມາດຍາດໄດ້ຜົນງານຫລາຍດ້ານ ໂດຍສະເພາະແມ່ນເສດຖະກິດມີການຂະຫຍາຍຕົວ, ພື້ນຖານການຜະລິດ, ຊີວິດການເປັນຢູ່, ພື້ນຖານໂຄງລ່າງ, ຖະໜົນຫົນທາງໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.
ຕາມການໃຫ້ຮູ້ຂອງ ສະຫາຍ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໂພນໄຊ ໄດ້ຍົກໃຫ້ເຫັນໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ X ວ່າ: ບັນດາຜົນສຳເລັດ ທີ່ອົງຄະນະພັກເມືອງຍາດມາໄດ້ໃນໄລຍະຜ່ານມາ ໃນການສ້າງສາພັດທະນາເມືອງໂພນໄຊ ຕະຫລອດໄລຍະ 49 ປີ ກໍຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ມີຜົນສໍາເລັດຫລາຍດ້ານ ອັນພົ້ນເດັ່ນພື້ນການການຜະລິດມີການຂະຫຍາຍຕົວ, ລາຍຮັບຂອງປະຊາຊົນດີຂຶ້ນ, ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນເສັ້ນທາງ, ໂຮງຮຽນ, ໂຮງໝໍ, ທີ່ຢູ່ອາໄສ ຂອງປະຊາຊົນໄດ້ຮັບການກໍ່ສ້າງໃໝ່ຫລາຍຂຶ້ນ, ບ້ານທີ່ໄດ້ຊົມໃຊ້ໄຟຟ້າເພີ່ມຂຶ້ນ, ສະຖານທີ່ເຮັດວຽກຂອງບັນດາຂະແໜງການ ນັບມື້ນັບດີຂຶ້ນ ເຮັດໃຫ້ບັນດາຄາດໝາຍທີ່ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງແຕ່ລະຄັ້ງ ມີຜົນສຳເລັດຕາມຈຸດປະສົງຄາດໝາຍ, ມີບາງດ້ານກໍລື່ນແຜນການ. ພ້ອມນີ້, ທົ່ວປວງຊົນໄດ້ເຂົ້າຮ່ວມໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຫລາຍຂຶ້ນ ເຮັດໃຫ້ທົ່ວເມືອງມີສະຖຽນລະພາບ ທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການພັດທະນາດີຂຶ້ນ.
ຜົນສຳເລັດທີ່ກ່າວມານັ້ນ, ກໍຍ້ອນມີແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ການເອົາໃຈໃສ່ໃກ້ຊິດຕິດແທດຂອງຄະນະປະຈໍາພັກແຂວງ, ບັນດາພະແນກການກ່ຽວຂ້ອງຂອງແຂວງ ໄດ້ໃຫ້ການສະໜັບສະໜູນ ແລະ ຍູ້ແຮງທາງດ້ານວິຊາສະເພາະຕາມສາຍຕັ້ງ ແລະ ສາຍຂວາງ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກເມືອງໄດ້ເປັນຢ່າງດີ. ນອກນີ້, ພະນັກງານ-ສະມາຊິກພັກ ໄດ້ມີຄວາມພະຍາຍາມຝຶກຝົນຫລໍ່ຫລອມຕົນເອງ, ຍົກສູງບົດບາດຄວາມເປັນແບບຢ່າງນໍາໜ້າ, ມີຄວາມສະດຸ້ງໄວ ແລະ ກ້າຫານຕັດສິນໃຈແກ້ໄຂບັນຫາຢ່າງທັນການ, ເສີມຂະຫຍາຍໄດ້ມູນເຊື້ອຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ຄວາມເປັນເອກະພາບຂອງຄະນະພັກທຸກຂັ້ນ ແລະ ລະດົມໄດ້ກໍາລັງແຮງສັງລວມຂອງສັງຄົມເຂົ້າໃນການພັດທະນາ.
KPL