ຂຶ້ນເໜືອ ລົງໃຕ້ ເຊີນມາແວ່ຮ້ານອາຫານຕາມສັ່ງ ທ້າວ ແຂກ

11/02/2025 10:00
Email Print 191
KPL ຮ້ານອາຫານຕາມສັ່ງ ທ້າວແຂກ ຕັ້ງຢູ່ບ້ານແສນອຸດົມ ເມືອງປາກຊັນ ແຂວງບໍລິຄຳ (ແຄມທາງເລກທີ 13 ໃຕ້) ເຊິ່ງເປັນອາຫານແຫ່ງໜຶ່ງທີ່ບໍລິການອາຫານຫລາກຫລາຍເຍື່ອງ ບໍ່ວ່າຈະເປັນອາຫານປະເພດເສັ້ນ, ລາບ, ແກງ, ອາຫານ ພື້ນບ້ານອື່ນໆ ປຸງແຕ່ງດ້ວຍສີມພໍ່ຄົວ-ແມ່ຄົວທີ່ມີປະສົບການ.

     *ຮ້ານອາຫານຕາມສັ່ງ ທ້າວແຂກ ຕັ້ງຢູ່ບ້ານແສນອຸດົມ ເມືອງປາກຊັນ ແຂວງບໍລິຄຳ (ແຄມທາງເລກທີ 13 ໃຕ້) ເຊິ່ງເປັນອາຫານແຫ່ງໜຶ່ງທີ່ບໍລິການອາຫານຫລາກຫລາຍເຍື່ອງ ບໍ່ວ່າຈະເປັນອາຫານປະເພດເສັ້ນ, ລາບ, ແກງ, ອາຫານ ພື້ນບ້ານອື່ນໆ ປຸງແຕ່ງດ້ວຍສີມພໍ່ຄົວ-ແມ່ຄົວທີ່ມີປະສົບການ. ນອກຈາກນີ້, ສະຖານທີ່ຈອດລົດລານພາຫະນະ ກໍ່ກວ້າງຂວາງສະດວກສະບາຍ.  

      ທ້າວ ແຂກ ເຈົ້າຂອງຮ້ານເຝີແຊບຊຽງຂວາງ ເລົ່າສູ່ຟັງວ່າ: ທຸກມື້ນີ້, ຮ້ານອາຫານປະເພດເສັ້ນ ໂດຍສະເພາະຮ້ານເຝີ ແມ່ນມີຂາຍທົ່ວໄປ ບໍ່ວ່າຈະຢູ່ເຂດໃດຕ້ອງມີ ເພາະເປັນອາຫານທີ່ຄົນນິຍົມກິນຫລາຍ ແຕ່ບໍ່ໝາຍຄວາມວ່າ ຮ້ານເຝີທຸກຮ້ານຈະຂາຍດີຄື ກັນໝົດ. ສິ່ງທີ່ສາມາດດຶງດູດລູກຄ້າ ໃຫ້ນິຍົມຮັບປະທານແມ່ນຂຶ້ນກັບລົດຊາດ ແລະ ມີເອກະລັກສະເພາະ. ການທີ່ຕັດສິນໃຈມາດຳເນີນທຸລະກິດຮ້ານອາຫານນີ້ ແມ່ນເກີດຈາກແຮງບັນດານໃຈທີ່ຕົນເອງມັກ ຮັບປະທານອາຫານປະເພດເສັ້ນ ເປັນພື້ນຖານຢູ່ແລ້ວ ຈຶ່ງໄດ້ເປີດອາຫານຮ້ານເຝີ ແລະ ອາຫານພື້ນບ້ານ ເພື່ອບໍລິການສັງຄົມທີ່ທຽວທາງຂຶ້ນເໜືອລົງໃຕ້. ພາຍຫລັງເປີດແລ້ວ ກໍ່ໄດ້ຮັບຄວາມນິຍົມຈາກລູກຄ້າພໍສົມຄວນ ເຊິ່ງໃນຮ້ານມີທັງອາຫານປະເພດເສັ້ນເຊັ່ນ: ເຝີ, ເຂົ້າປຽກ, ລອມ. ນອກນີ້, ຍັງມີບໍລິການອາຫານພື້ນບ້ານຄື: ລາບ, ແກງເຄື່ອງໃນ ແລະ ອາຫານຕາມສັ່ງອື່ນໆ. ສຳລັບການດຳເນີນທຸລະກິດ ຮ້ານອາຫານໃຫ້ປະສົບຜົນສຳເລັດນັ້ນ ສິ່ງສຳຄັນທີ່ສຸດ ຄືການເອົາໃຈໃສ່ໃນວັດຖຸດິບທີ່ນຳມາປຸງແຕ່ງຕ້ອງສົດໃໝ່ໃນແຕ່ລະມື້ເພື່ອຮັບປະກັນໃຫ້ລູກຄ້າ ໄດ້ຮັບປະທານອາຫານທີ່ແຊບ, ຄຸນນະພາບດີທຸກມື້, ສະອາດ, ວ່ອງໄວທັນໃຈທີ່ເຮັດໃຫ້ຮ້ານຄອງໃຈລູກຄ້າມາຍາວນານ ແລະ ອີກຢ່າງໜ່ຶງທ່ີສຳຄັນຂາດບ່ໍໄດ້ສຳລັບຮ້ານເຝີຂອງພວກເຮົາແມ່ນສູດຕົ້ມນ້ຳເຝີ ເຊິ່ງທາງຮ້ານຈະມີສູດສະເພາະທີ່ເປັນເອກະລັກທີ່ເຮັດໃຫ້ນ້ຳຕົ້ມເຝີຫອມ, ນົວນ້ຳຕົ້ມກະດູກເພາະທາງຮ້ານຈະໃຊ້ເວລາໃນການຕົ້ມນ້ຳເຝີດົນພໍສົມຄວນ ເພື່ອໃຫ້ໄດ້ລົດຊາບທີ່ແຊບຊ້ອນ ແລະ ຖືກໃຈລູກຄ້າ.

    ຢ່າງໃດກໍ່ດີພາຍຫລັງພະຍາດ ໂຄວິດ-19 ໄດ້ແພ່ລະບາດເຂົ້າມາໃນປະເທດລາວເຮົາ ເຮັດໃຫ້ການດຳເນີນທຸລະກິດຮ້ານອາຫານ ໄດ້ມີຄວາມຫງຽບເຫງົາ, ລູກຄ້າຫລຸດໜ້ອຍເທື່ອລະກ້າວ ເຊິ່ງໃນແຕ່ລະມື້ຂາຍເຝີ, ເຂົ້າປຽກ, ລ້ອນ, ໝີ່ ບໍ່ຮອດ 50 ຖ້ວຍ, ຂາຍບໍ່ໝົດ 5 ກິໂລ. ພ້ອມນີ້, ພະນັກງານເສີບກໍ່ໄດ້ຫລຸດລົງ, ເນື່ອງຈາກລູກຄ້າຫລຸດຫລາຍເກີນ. ຄອບຄົວຕົນແມ່ນໄດ້ຖືເອົາການດຳເນີນທຸລະກິດຮ້ານອາຫານມາເປັນເວລາຫລາຍປີ ເຊິ່ງໃນໄລຍະຜ່ານມາໂດຍສະເພາະແມ່ນໄລຍະທີ່ບໍ່ທັນມີການແພ່ລະບາດຂອງພະຍາດໂຄວິດ-19 ການເຂົ້າ-ອອກຂອງລູກຄ້າທີ່ມາໃຊ້ບໍລິການຮ້ານອາຫານຕົນແມ່ນຄຶກຄື້ນ ແລະ ບໍ່ຂາດສາຍ, ຍິ່ງໄປກວ່າເວລາມີບຸນປະເພນີຕ່າງໆ ຂອງຊາດລາວເຮົາໂດຍສະເພາະແມ່ນບຸນປີໃໝ່ລາວ, ບຸນບ້ານນ້ີບ້ານນັ້ນ ກໍ່ມີລູກເຂົ້າມາໃຊ້ບໍລິການຢ່າງໜາແໜ້ນ. ຂະນະດຽວກັນ, ໃນວັນປົກກະຕິກໍ່ມີລູກຄ້າເຂົ້າມາບໍ່ຂາດ ໂດຍສ່ວນຫລາຍກໍ່ແມ່ນລູກຄ້າລົດໂດຍສານ, ລົດບັນທຸກ, ທີ່ຂຶ້ນເໜືອລົງໃຕ້ກໍ່ມາແວ່ໃຊ້ບໍລິການຈົນເຮັດໃຫ້ພະນັກງານເສີບຂອງເຮົາ ເສີບບໍລິການແກ່ລູກຄ້າບໍ່ຢາກທັນພຸ້ນລະ, ໂດຍສະເລ່ຍແລ້ວມ້ືໜຶ່ງໄດ້ຂາຍເຝີ, ເຂົ້າປຽກ, ລ້ອນ, ໝີ່ ຫລາຍສຸດຢູ່ ປະມານ 400- 500 ຖ້ວຍ ແລະ ໜ້ອຍສຸດປະມານ 100-200 ຖ້ວຍຕໍ່ມື້. ສໍາລັບເຝີ, ເຂົ້າປຽກຂາຍໝົດ 50-60 ກິໂລ ພາຍໃນມື້ດຽວ.  ນອກຈາກນີ້, ຍັງມີອາຫານປະເພດຕາມສັ່ງເຊັ່ນວ່າ: ລາບ-ແກງທີ່ເປັນອາຫານພື້ນບ້ານ ແລະ ອື່ນໆຕື່ມອີກ. 

    ທ້າວ ແຂກ ເຈົ້າຂອງຮ້ານເຝີແຊບຊຽງຂວາງ ກ່າວດ້ວຍຄວາມຍ້ີມແຍ້ມແຈ່ມໃສຕ່ືມວ່າ: ມາຮອດປັດຈຸບັນນີ້, ການດຳເນີນທຸລະກິດຮ້ານອາຫານແມ່ນກັບຄືນມາຟົດຟ້ືນ, ໜາແໜ້ນສູ່ສະພາບປົກກະຕິແລ້ວ ເຊິ່ງໄດ້ເຮັດໃຫ້ການຄ້າ- ຂາຍມີບັນຍາກາດຄຶກຄື້ນ ໂດຍສະເລ່ຍໃນແຕ່ລະມື້ມີລູກຄ້າເຂົ້າ ໃຊ້ບໍລິການຫລາຍປະມານ 200 ກວ່າຄົນ ຫລື ຂາຍເຝີ, ເຂົ້າປຽກ, ລອມ ລວມຫລາຍກວ່າ 200 ຖ້ວຍ.

   ນອກຈາກນີ້, ຍັງບໍລິການອາຫານປະເພດຕາມສັ່ງເຊັ່ນວ່າ: ລາບ, ແກງ ແລະ ອາຫານພື້ນບ້ານຂອງລາວເຮົາຕື່ມອີກ. ສຳລັບປະເພດນ້ຳດື່ມທາງຮ້ານເຮົາກໍມີບໍລິການ ໃຫ້ລູກຄ້າເຊັ່ນກັນໂດຍສະເພາະແມ່ນ້ຳດື່ມຫົວເສືອ, ຕຸກນ້ອຍ, ກາງ, ໃຫຍ່, ນ້ຳແປບຊີແກ້ວ, ນົມ, ນ້ຳຫວານ ແລະ ອື່ນໆ. ແນວໃດກໍ່ຕາມການບໍລິການຂອງຮ້ານອາຫານຕົນແມ່ນບໍລິການແຕ່ 6 ໂມງເຊົ້າ ຫາ 10 ໂມງແລງໃນທຸກໆມື້. ທ່ານໃດກາຍໄປມາທາງນີ້ເຊີນແວ່ມາຊິມອາຫານພາຍໃນຮ້ານຂອງພວກເຮົາໄດ້ ແລະ ທາງຮ້ານຂອງພວກເຮົາຍິນດີຕ້ອນຮັບລູກຄ້າທຸກໆທ່ານ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ


Top