KPL
ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງທ່ອງທ່ຽວທາງທຳມະຊາດທີ່ສວຍງາມແຫ່ງໃໝ່ຂອງແຂວງຄໍາມ່ວນ ເຊິ່ງຕັ້ງຢູ່ບ້ານນາຂ້າງຊ້າງ ຢູ່ບໍ່ໄກຈາກເທສະບານເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງປັດຈຸບັນແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າເຂົ້າຫາແຫລ່ງທ່ອງທ່ຽວ.
*ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງທ່ອງທ່ຽວທາງທຳມະຊາດທີ່ສວຍງາມແຫ່ງໃໝ່ຂອງແຂວງຄໍາມ່ວນ ເຊິ່ງຕັ້ງຢູ່ບ້ານນາຂ້າງຊ້າງ ຢູ່ບໍ່ໄກຈາກເທສະບານເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງປັດຈຸບັນແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າເຂົ້າຫາແຫລ່ງທ່ອງທ່ຽວ, ຮ້ານອາຫານ, ຈຸດບໍລິການ ແລະ ຂົວຍ່າງທ່ຽວຊົມພາຍໃນຖໍ້າ. ຄາດວ່າຈະເປີດບໍລິການໃຫ້ນັກທ່ອງທ່ຽວໄດ້ເຂົ້າທ່ຽວຊົມ ໃນເດືອນເມສາ 2025 ນີ້.
![](https://kpl.gov.la/Media/Upload/News/Thumb/2025/02/12/Untitled-3.jpg)
ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງຄໍາມ່ວນໃຫ້ຮູ້ວ່າ: ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງທ່ອງທ່ຽວອຸດົມສົມບູນໄປດ້ວຍທຳມະຊາດທີ່ສວຍສົດງົດງາມ ມີທັງສັດປ່າ ແລະ ສັດນໍ້າຫລາກຫລາຍຊະນິດ ເຊິ່ງຕັ້ງຢູ່ບ້ານນາຂ້າງຊ້າງ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍແມ່ນບໍລິສັດ ເພັດມະນີ ເຄພີຊີ ຈຳກັດຜູ້ດຽວ ເປັນຜູ້ພັດທະນາໃຫ້ກາຍເປັນແຫລ່ງທ່ອງທ່ຽວ ແບບອະນຸລັກທຳມະຊາດ ລວມມີເນື້ອທີ່ເຂດພັດທະນາ 9,89 ເຮັກຕາ ແລະ ເນື້ອທີ່ເຂດອະນຸລັກຈໍານວນ 404 ເຮັກຕາ.
![](https://kpl.gov.la/Media/Upload/News/Thumb/2025/02/12/Untitled-4.jpg)
ໃນນັ້ນ, ປະກອບມີ ການປຸກສ້າງສະຖານທີ່ຮອງຮັບ ແລະ ສູນບໍລິການ, ສູນຂໍ້ມູນດ້ານການທ່ອງທ່ຽວ, ຕິດຕັ້ງອຸປະກອນ, ສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວ, ກິດຈະກຳຂີ່ເຮືອ, ຍ່າງປ່າ, ຍ່າງຂົວທ່ຽວຊົມຖໍ້າ ແລະ ກິດຈະການອື່ນໆ ດ້ວຍມູນຄ່າການລົງທຶນທັງໝົດ 3 ລ້ານໂດລາສະຫະລັດ ໂດຍແມ່ນການລົງທຶນພາຍໃນ 100ເປີ ແລະ ມີໄລຍະການສໍາປະທານ 50 ປີ ເຊິ່ງໃນປັດຈຸບັນແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າ, ຮ້ານອາຫານ, ຈຸດບໍລິການ ແລະ ຂົວຍ່າງທ່ຽວຊົມພາຍໃນຖໍ້າ ແລະ ຄາດວ່າຈະເປີດບໍລິການໃຫ້ນັກທ່ອງທ່ຽວໄດ້ເຂົ້າທ່ຽວຊົມພາຍໃນຕົ້ນປີ 2025 ທີ່ຈະມາເຖິງນີ້.ພາຍຫລັງໂຄງການດັ່ງກ່າວສຳເລັດ ຈະກາຍເປັນທ່າແຮງ ດ້ານການທ່ອງທ່ຽວໃຫ້ແກ່ແຂວງ ທີ່ສາມາດສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເປັນຈຳນວນຫລາຍ, ທັງສ້າງວຽກເຮັດງານທໍາ ໃຫ້ປະຊາຊົນທີ່ອາໄສຢູ່ອ້ອມຂ້າງໂຄງການໄດ້ມີອາຊີບທີ່ແນ່ນອນ, ສ້າງຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ ແລະ ສ້າງລາຍຮັບປະກອບສ່ວນເຂົ້າໃນພັດທະນາເສດຖະກິດ-ສັງຄົມຂອງແຂວງຄໍາມ່ວນ. ສະນັ້ນ, ຈຶ່ງຢາກເຊີນຊວນປະຊາຊົນລາວ ທີ່ໄດ້ກາຍໄປ,ກາຍມາ ແຂວງ ຄໍາມ່ວນແວ່ສໍາຜັດບັນຍາດກາດທີ່ສວຍງາມ ເພື່ອຜັກຜ່ອນຢ່ອນໃຈ ຈາກຄວາມອິດເມື່ອຍ ຈາກວຽກງານ ກໍໃຫ້ທໍາມະຊາດບໍາບັດຈິດໃຈ.
KPL