KPL
ເມື່ອບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາວ່າດ້ວຍການອຳນວຍຄວາມສະດວກດ້ານການທ່ອງທ່ຽວຕາມຊາຍແດນ ແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວ ລາວ-ກຳປູເຈຍ ທີ່ແຂວງຊຽງແຕງ ລາຊະອານາຈັກກຳປູເຈຍ.
ທັງນີ້, ກໍເພື່ອຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ອຳນວຍຄວາມສະດວກໃນການເດີນທາງຂ້າມຊາຍແດນ, ເພີ່ມທະວີການແລກປ່ຽນນັກທ່ອງທ່ຽວ ແລະ ສ້າງໂອກາດໃຫ້ແກ່ການລົງທຶນຂອງພາກທຸລະກິດທັງສອງປະເທດ. ພ້ອມນີ້, ຍັງເປັນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດ ລາວ-ກຳປູເຈຍ.
ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ຍັງໄດ້ເຂົ້າຮ່ວມກິດຈະກຳແລ່ນເພື່ອສຸຂະພາບ ແລະ ມິດຕະພາບ ລາວ-ກຳປູເຈຍ ຮ່ວມກັບການນຳ, ພາກສ່ວນສັງຄົມ ແລະ ປະຊາຊົນທ້ອງຖິ່ນ ຊຶ່ງກິດຈະກຳດັ່ງກ່າວນີ້ໄດ້ຈັດຂຶ້ນ ເພື່ອເປັນການສົ່ງເສີມການຮັກສາສຸຂະພາບ, ຮັດແໜ້ນສາຍພົວພັນມິດຕະພາບ, ທັງເປັນການເຊື່ອມໂຍງການທ່ອງທ່ຽວ ລາວ-ກຳປູເຈຍ ໃຫ້ຂະຫຍາຍຕົວສູ່ພາກພື້ນ ແລະ ສາກົນ ແນໃສ່ສ້າງໂອກາດໃນການພັດທະນາເສດຖະກິດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທັງສອງຊາດ. ກິດຈະກຳນີ້ ຍັງເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 70 ປີ ຕື່ມອີກ.
KPL