ລັດຖະບານ ແລະ ອຸຍນີເຊັບ ຢືນຢັນຄຳໝັ້ນສັນຍາໃຫ້ເດັກທຸກໆຄົນໃນລາວມີການເລີ່ມຕົ້ນຊີວິດທີ່ມີສຸຂະພາບດີ

26/10/2026 11:34
Email Print 211
KPL ໃນໂອກາດລົງຢ້ຽມຢາມໂຄງການຊ່ວຍເຫຼືອຢູ່ແຂວງສະຫວັນນະເຂດ ໃນວັນທີ 21 ຕຸລາ 2026 ຜ່ານມາ, ລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ຫຼື ຢູນິເຊັບ (UNICEF) ໄດ້ຢືນຢັນຄືນໃໝ່ເຖິງຄຳໝັ້ນສັນຍາຮ່ວມກັນໃນການໃຫ້ເດັກທຸກໆຄົນໃນທົ່ວປະເທດ ມີການເລີ່ມຕົ້ນຊີວິດທີ່ມີສຸຂະພາບດີ.

ການຢ້ຽມຢາມຄັ້ງນີ້, ນຳໂດຍ ທ່ານ ສຸລີວັດ ສຸວັນນະຈຸມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ມາກາລີ ໂຣມເດນ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ປະຈຳ ສປປ ລາວ, ມີພະນັກງານຂັ້ນສູງຈາກບັນດາກະຊວງ, ສະຫະພັນແມ່ຍິງລາວ ແລະ ອຳນາດການປົກຄອງແຂວງສະຫວັນນະເຂດ ແລະ ເມືອງ ເຂົ້າຮ່ວມ.

ທ່ານ ສຸລີວັດ ສຸວັນນະຈຸມຄຳ ໄດ້ກ່າວວ່າ: ການເລີ່ມຕົ້ນຊີວິດທີ່ມີສຸຂະພາບດີຂອງລູກຫຼານພວກເຮົາ ແມ່ນການລົງທຶນເພື່ອອະນາຄົດຂອງ ສປປ ລາວ, ພວກເຮົາຕ້ອງການຮັບປະກັນໃຫ້ຊັບພະຍາກອນຂອງລັດ ໄດ້ຮັບການວາງແຜນ, ຈັດສັນ ແລະ ນຳໃຊ້ຢ່າງມີປະສິດທິຜົນ ເພື່ອສ້າງຜົນໄດ້ຮັບໃຫ້ແກ່ເດັກນ້ອຍ. ການລົງຢ້ຽມຢາມຄັ້ງນີ້, ເຮັດໃຫ້ພວກເຮົາໄດ້ເຫັນວ່າການຕັດສິນໃຈດ້ານນະໂຍບາຍ ແລະ ງົບປະມານກາຍເປັນການບໍລິການສຳລັບຄອບຄົວໃນບ້ານຂອງພວກເຂົາແນວໃດ.

ໄລຍະແຕ່ການຖືພາຈົນເຖິງເດັກອາຍຸຄົບ 2 ປີ ທີ່ເອີ້ນວ່າ 1.000 ວັນທຳອິດ ແມ່ນໄລຍະທີ່ໂພຊະນາການ, ການເບິ່ງແຍງ ແລະ ການບໍລິການສຸຂະພາບມີອິດທິພົນຫຼາຍທີ່ສຸດຕໍ່ການເຕີບໂຕ ແລະ ການຮຽນຮູ້ຂອງເດັກ. ຜົນກະທົບນັ້ນ ຈະຕິດຕົວໄປຈົນເຖິງໄວຜູ້ໃຫຍ່. ໃນທົ່ວໂລກ, ໂພຊະນາການໃນໄວເດັກຖືກຖືວ່າເປັນໜຶ່ງໃນການລົງທຶນທີ່ຄຸ້ມຄ່າທີ່ສຸດທີ່ປະເທດໃດໜຶ່ງສາມາດເຮັດໄດ້ເພື່ອປະຊາຊົນຂອງຕົນ. ສ່ວນແບ່ງງົບປະມານໂພຊະນາການແຫ່ງຊາດ ຈາກລັດຖະບານເພີ່ມຂຶ້ນຫຼາຍກວ່າສອງເທົ່າ ຈາກ 7% ໃນປີ 2020 ເປັນ 17% ໃນປີ 2022. ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍຍັງຄົງມີຢູ່, ອີງຕາມການສຳຫຼວດຕົວຊີ້ວັດສັງຄົມລາວ ຄັ້ງທີ III (2023), ເດັກອາຍຸຕ່ຳກວ່າ 5 ປີ ໜຶ່ງໃນສາມຄົນມີພາວະເຕ້ຍ ຫຼື ລວງສູງຕ່ຳກວ່າເກນອາຍຸ ແລະ 11% ມີພາວະຜອມແຫ້ງ ຫຼື ນ້ຳໜັກໜ້ອຍກວ່າເກນເມື່ອທຽບກັບລວງສູງ.

ໂອກາດລົງຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນໄດ້ໃຊ້ເວລາຢູ່ກັບອາສາສະໝັກສາທາລະນະສຸກບ້ານ, ພະນັກງານສາທາລະນະສຸກ ແລະ ຄອບຄົວ ໄດ້ເຫັນວ່າການກວດການເຕີບໂຕຂອງເດັກຢູ່ຊຸມຊົນ, ການປິ່ນປົວການຂາດສານອາຫານ ແລະ ໂຄງການ “ຮັກ ແລະ ເບິ່ງແຍງເດັກທຸກຄົນ” ຂອງສະຫະພັນແມ່ຍິງລາວ ເຂົ້າເຖິງແມ່ ແລະ ເດັກແນວໃດ. ພ້ອມນີ້, ຜູ້ນຳຂັ້ນແຂວງ, ກະຊວງການເງິນ ແລະ ຢູນິເຊັບ ໄດ້ພົບປະປຶກສາຫາລືກັນກ່ຽວກັບງົບປະມານເພື່ອການເລີ່ມຕົ້ນຊີວິດທີ່ມີສຸຂະພາບດີ ໂດຍໄດ້ພິຈາລະນາວ່າວຽກງານໃດຄວນໃຫ້ບຸລິມະສິດ, ຈະນຳໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດແນວໃດ ແລະ ຂະແໜງສາທາລະນະສຸກ, ໂພຊະນາການ ແລະ ການບໍລິການສັງຄົມຈະຮ່ວມມືກັນໃຫ້ໃກ້ຊິດຍິ່ງຂຶ້ນແນວໃດ.

ການລົງຢ້ຽມຢາມຄັ້ງນີ້ ມີຂຶ້ນໃນຂະນະທີ່ລັດຖະບານ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ກຳລັງກະກຽມແຜນງານຮ່ວມມືປະເທດ 2027-2031. ການເລີ່ມຕົ້ນຊີວິດທີ່ມີສຸຂະພາບດີສຳລັບເດັກທຸກຄົນ ແມ່ນໜຶ່ງໃນສີ່ບຸລິມະສິດຂອງແຜນງານ ຄຽງຄູ່ກັບການຮຽນຮູ້ ແລະ ທັກສະ, ການພັດທະນາໄວໜຸ່ມ, ການປັບຕົວ ແລະ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ. ທັງສອງຝ່າຍກ່າວວ່າ ເປົ້າໝາຍແມ່ນການເຊື່ອມໂຍງນະໂຍບາຍ, ງົບປະມານ ແລະ ການບໍລິການຜ່ານລະບົບຂອງລັດຖະບານ ເພື່ອໃຫ້ເດັກທຸກໆຄົນໄດ້ລອດຊີວິດ, ເຕີບໂຕ ແລະ ພັດທະນາເຕັມຕາມທ່າແຮງ.

KPL

ຂ່າວອື່ນໆ


Top