KPL
ພິທີຮັບຮອງຢ່າງເປັນທາງການ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ສຳລັບປີ 2027-2031 ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ.
ຂອບການຮ່ວມມືສະບັບໃໝ່ ໄດ້ຮັບການລົງນາມໂດຍ ທ່ານ ທອງສະຫວັນ ພົມວິຫານ ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ບາໂຄເດຍ ເບີຄານອບ ໃນນາມຕາງໜ້າໃຫ້ແກ່ອົງການ ສປຊ ແລະ ຄູ່ຮ່ວມພັດທະນາ ຊຶ່ງຂອບການຮ່ວມມືດັ່ງກ່າວ ໄດ້ກຳນົດທິດທາງສຳຄັນສຳລັບການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ໃນໄລຍະ 5 ປີຕໍ່ໜ້າ ໂດຍໄດ້ກຳນົດເອົາ 3 ເປົ້າໝາຍຫຼັກ ຄື: ການເປັນຢູ່ທີ່ດີຂອງປະຊາຊົນ; ການປົກຄອງລັດ ແລະ ບັນດາສະຖາບັນຕ່າງໆ; ດ້ານສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ; ພ້ອມດ້ວຍ 10 ແຜນວຽກຈຸດສຸມ ຊຶ່ງສອດຄ່ອງກັບແນວທາງການພັດທະນາແຫ່ງຊາດ ແລະ ວິໄສທັດໄລຍະຍາວຂອງ ສປປ ລາວ.
ໃນພິທີ, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ໃຫ້ກ່າວບາງຄຳເຫັນສຳຄັນວ່າ: ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການເປັນຄູ່ຮ່ວມມືກັບອົງການ ສປຊ ມາແຕ່ຍາວນານ. ເປັນເວລາຫຼາຍທົດສະວັດແລ້ວທີ່ອົງການ ສປຊ ໄດ້ກາຍເປັນຄູ່ຮ່ວມພັດທະນາທີ່ມີຄຸນຄ່າ ແລະ ເຊື່ອຖືໄດ້, ປະກອບສ່ວນສຳຄັນເຂົ້າໃນຄວາມພະຍາຍາມການພັດທະນາ ສປປ ລາວ ແລະ ຍົກລະດັບຊີວິດການເປັນຢູ່ທີ່ດີຂອງປະຊາຊົນ. ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈຢ່າງຍິ່ງຕໍ່ການຮ່ວມມື ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງ. ລັດຖະບານ ສປປ ລາວ ຢືນຢັນຄວາມໝາຍໝັ້ນໃນການຮ່ວມມືກັບອົງການ ສປຊ ປະຈຳ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ເພື່ອຮັບປະກັນການຈັດຕັ້ງປະຕິບັດຂອບຮ່ວມມືສະບັບໃໝ່ນີ້ ໃຫ້ມີປະສິດທິພາບ ແລະ ມີການປະສານງານກັນເປັນຢ່າງດີ ໂດຍມີເປົ້າໝາຍເພື່ອບັນລຸການພັດທະນາແບບຍືນຍົງທີ່ມີຜົນຈັບຕ້ອງໄດ້ ແລະ ຍາວນານພາຍໃນປະເທດ.
ໃນຂະນະດຽວກັນ, ທ່ານ ບາໂຄເດຍ ເບີຄານອບ ກໍໄດ້ມີຄຳເຫັນບາງຕອນວ່າ: ຂອບຮ່ວມມືດັ່ງກ່າວສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງອົງການ ສປຊ ຕໍ່ລັດຖະບານ ແຫ່ງ ສປປ ລາວ ໃນການສະໜັບສະໜູນບຸລິມະສິດການພັດທະນາແຫ່ງຊາດ, ລວມທັງວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍສອດຄ່ອງກັບວິໄສທັດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10, ບຸລິມະສິດເຫຼົ່ານີ້ຈະເປັນແນວທາງໃນການວາງແຜນ, ຈັດລຳດັບຄວາມສຳຄັນ ແລະ ຈັດຕັ້ງປະຕິບັດໃນງົບປະມານຈຳນວນປະມານ 510 ລ້ານໂດລາສະຫະລັດ ຈາກ 24 ອົງການ, ກອງທຶນ ແລະ ໂຄງການຂອງ ສປຊ ໃນໄລຍະ 5 ປີຂ້າງໜ້າ.
ຫຼັງຈາກພິທີດັ່ງກ່າວ, ກໍໄດ້ມີການຈັດກອງປະຊຸມລະດັບສູງຂອງຄະນະກຳມະການຊີ້ນຳຮ່ວມຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ສຳລັບປີ 2022-2026 ຊຶ່ງເປັນກອງປະຊຸມຄັ້ງສຸດທ້າຍຂອງຂອບການຮ່ວມມືສະບັບປັດຈຸບັນ, ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານອບ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ. ໃນທີ່ປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮ່ວມກັນປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນຕໍ່ກັບຜົນສຳເລັດຂອງຂອບການຮ່ວມມືສະບັບປັດຈຸບັນ, ບັນດາບຸລິມະສິດສຳລັບປີ 2027 ແລະ ວາລະອື່ນໆທີ່ສຳຄັນ.
KPL