KPL
ລັດຖະບານອົດສະຕຣາລີ ຊ່ວຍເຫຼືອ ສປປ ລາວ ໃນການຈັດຫາວັກຊິນຫຼາຍກວ່າ 100.000 ໂດສ ເພື່ອປົກປ້ອງເດັກ ແລະ ໄວໜຸ່ມຍິງ ຊຶ່ງການຊ່ວຍເຫຼືອດັ່ງກ່າວກວມເອົາວັກຊິນປ້ອງກັນມະເຮັງປາກມົດລູກ (HPV) ແລະ ວັກຊິນປ້ອງກັນພະຍາດນິວໂມຄອກຄັດ (Pneumococcal) ເພື່ອການສືບຕໍ່ຂອງແຜນງານສັກວັກຊິນກັນພະຍາດແຫ່ງຊາດ ຮອດປີ 2026.
ພິທີມອບ-ຮັບວັກຊິນດັ່ງກ່າວ ຈັດຂຶ້ນໃນວັນທີ 23 ຕຸລາ 2026 ເພື່ອສະໜັບສະໜູນແຜນງານສັກວັກຊິນກັນພະຍາດແຫ່ງຊາດ ຂອງ ສປປ ລາວ ໂດຍມີ ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ເມແກນ ໂຈນສ໌ (H.E. Megan Jones) ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ບີລາລ ອໍແຣງເຊບ ດູຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ປະຈຳ ສປປ ລາວ ເຂົ້າຮ່ວມ.
ທ່ານ ວັນນະໄຊ ຊາດຕະກຸນ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ມີຄວາມມຸ່ງໝັ້ນທີ່ຈະປົກປ້ອງເດັກທຸກໆຄົນ ຜ່ານການສັກວັກຊິນກັນພະຍາດ, ພວກເຮົາຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານອົດສະຕຣາລີ ສຳລັບການສະໜັບສະໜູນທີ່ທ່ວງທັນນີ້ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ທີ່ໄດ້ຊ່ວຍໃຫ້ວັກຊິນເຫຼົ່ານີ້ມາຮອດປະເທດເຮົາ. ດ້ວຍວັກຊິນເຫຼົ່ານີ້, ພະນັກງານສາທາລະນະສຸກຂອງພວກເຮົາຈະສາມາດປົກປ້ອງເດັກໄດ້ຫຼາຍຂຶ້ນຈາກພະຍາດປອດອັກເສບ/ນິວໂມເນຍ ແລະ ປົກປ້ອງໄວໜຸ່ມຍິງຈາກມະເຮັງປາກມົດລູກຢູ່ທຸກໆແຂວງໄດ້ຫຼາຍຂຶ້ນເຊັ່ນດຽວກັນ.
ທຶນຊ່ວຍເຫຼືອຈາກລັດຖະບານອົດສະຕຣາລີ ຈຳນວນ 455.826,52 ໂດລາສະຫະລັດ ໄດ້ດຳເນີນການຈັດຊື້ຜ່ານອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ໄດ້ຊ່ວຍໃຫ້ ສປປ ລາວ ບັນລຸພັນທະການຮ່ວມສະໜອງທຶນຮອນປະຈຳປີ 2026 ໃຫ້ແກ່ອົງການ Gavi ແລະ The Vaccine Alliance ສຳລັບວັກຊິນ 2 ຊະນິດ ຄື: ວັກຊິນ HPV ທີ່ຊ່ວຍປົກປ້ອງໄວໜຸ່ມຍິງຈາກມະເຮັງປາກມົດລູກໃນອະນາຄົດ ແລະ ວັກຊິນປ້ອງກັນພະຍາດນິວໂມຄອກຄັດ (PCV) ທີ່ຊ່ວຍປົກປ້ອງເດັກຈາກພະຍາດປອດອັກເສບ ແລະ ພະຍາດຕິດເຊື້ອຮຸນແຮງອື່ນໆໄດ້.
ທ່ານ ນາງ ເມແກນ ໂຈນສ໌ ໄດ້ກ່າວວ່າ: ວັກຊິນແມ່ນໜຶ່ງໃນການລົງທຶນທີ່ສະຫຼາດທີ່ສຸດທີ່ປະເທດໜຶ່ງສາມາດຈັດຕັ້ງປະຕິບັດໄດ້. ອົດສະຕຣາລີ ມີຄວາມພາກພູມໃຈທີ່ໄດ້ຢືນຄຽງຂ້າງ ສປປ ລາວ ເພື່ອຮັບປະກັນວ່າ ເດັກ ແລະ ໄວໜຸ່ມຍິງຈະໄດ້ຮັບວັກຊິນທີ່ຈຳເປັນຢ່າງຕໍ່ເນື່ອງໂດຍບໍ່ມີການຢຸດຊະງັກ. ປະຊາຊົນມີສຸຂະພາບດີ ແມ່ນຮາກຖານສຳຄັນຂອງການພັດທະນາ ສປປ ລາວ ແລະ ພາກພື້ນ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມສາມາດໃນການຟື້ນຕົວຈາກວິກິດການຕ່າງໆ ແລະ ພວກເຮົາກໍຫວັງຢ່າງຍິ່ງທີ່ຈະສືບຕໍ່ການຮ່ວມມືທີ່ຍາວນານກັບກະຊວງສາທາລະນະສຸກ.
ວັກຊິນທັງໝົດມາຮອດ ສປປ ລາວ ໂດຍວັກຊິນ PCV ໄດ້ຖືກສົ່ງໄປແຕ່ລະແຂວງໃນເດືອນກໍລະກົດທີ່ຜ່ານມາ ແລະ ກຳລັງນຳໃຊ້ວັກຊິນສັກໃຫ້ເດັກຜ່ານແຜນງານສັກວັກຊິນກັນພະຍາດແຫ່ງຊາດຢ່າງເປັນປົກກະຕິ. ສ່ວນວັກຊິນ HPV ຈຳນວນ 73.500 ໂດສ ກໍກຳລັງຖືກນຳສົ່ງໄປຫາບັນດາໂຮງໝໍ ແລະ ສຸກສາລາທົ່ວປະເທດ ເພື່ອກຽມພ້ອມສຳລັບການສັກວັກຊິນ HPV ທີ່ຈະຈັດຂຶ້ນໃນເດືອນທັນວາ 2026 ນີ້.
ທ່ານ ບີລາລ ອໍແຣງເຊບ ດູຣານີ ໄດ້ກ່າວວ່າ: ທຸກໆໂດສທີ່ສົ່ງໄປເຖິງສຸກສາລາ ແມ່ນໝາຍເຖິງເດັກ ຫຼື ໄວໜຸ່ມຍິງຄົນໜຶ່ງໄດ້ຮັບການປົກປ້ອງຈາກພະຍາດທີ່ພວກເຮົາຮູ້ວິທີປ້ອງກັນ. ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ຊ່ວຍໃຫ້ວັກຊິນທີ່ສຳຄັນທັງ 2 ຊະນິດນີ້ຖືກຈັດສົ່ງຢ່າງຕໍ່ເນື່ອງໂດຍບໍ່ມີການຢຸດຊະງັກໃນປີນີ້. ພວກເຮົາຂໍສະແດງຄວາມຂອບໃຈຕໍ່ລັດຖະບານອົດສະຕຣາລີ ແລະ ຂໍຊົມເຊີຍມາຍັງກະຊວງສາທາລະນະສຸກ ສຳລັບການນຳພາຢ່າງເຂັ້ມແຂງໃນການເຂົ້າເຖິງເດັກທຸກໆຄົນ.
KPL