KPL
ໃນຕອນແລງວັນທີ 23 ຕຸລາ 2026 ນີ້, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ວ່າ: ກອງ ປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນເຊ້ົາວັນທີ 22 ຕຸລາ ແລະ ອັດລົງໃນຕອນແລງຂອງວັນທີ 23 ຕຸລາ 2026 ທີ່ສຳນັກງານນາຍົກລັດຖະ ມົນຕີ,
ຂປລ.ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂ້ົາຮ່ວມແບບເຊ່ິງໜ້າ; ບັນດາປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພ່ືອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2026. ກອງປະຊຸມໄດ້ພ້ອມກັນຄ້ົນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນ ຕໍ່ 4 ວາລະສໍາຄັນ ຄື:
ວາລະທີ 1: ກອງປະຊຸມເຫັນດີດ້ານຫລັກການຮັບຮອງເອົາການສະຫລຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: ການປະຕິບັດວຽກຈຸດສຸມພົ້ນເດັ່ນປະຈໍາ ເດືອນຕຸລາ ແລະ ທິດທາງແຜນການປະຈໍາເດືອນພະຈິກ 2026 ຂອງລັດຖະບານ ແລະ ການຈັດຕັ້ງປະຕິບັດກອງທຶນທາງໃນປີ 2026 ແລະ ທິດທາງແຜນປີ 2027. ໃນນັ້ນ, ຕໍ່ການສະຫລຸບວຽກງານພ້ົນເດ່ັນປະຈໍາເດືອນຕຸລາ 2026 ຂອງລັດຖະບານ: ກອງປະຊຸມໄດ້ຕີລາຄາວ່າເຖິງສະພາບການສາກົນ ແລະ ພາກພ້ືນຍັງສືບຕ່ໍຜັນແປໄປຢ່າງ ສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການທ່ີກຳນົດໄວ້ມີຜົນສໍາເລັດຫລາຍດ້ານເປັນຕົ້ນທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໂດຍໄດ້ສົມທົບກັບທ້ອງຖິ່ນສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຢູ່ບັນດາຮາກຖານ ແລະ ຈຸດຫລໍ່ແຫລມ; ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍ້ໍທ້ໍຕ່າງໆ ຊຶ່ງສາມາດມ້າງຄະດີຢາເສບຕິດ 322 ເລື່ອງ, ກຸ່ມແກ້ງສະແກມເມີ 11 ຄັ້ງ, ເກັບກູ້ອາວຸດປືນໄດ້ 136 ກະບອກ, ແກ້ໄຂການລັກລອບຂຸດຄ້ົນແຮ່ທາດຢູ່ນະຄອນຫລວງວຽງຈັນ ແລະ ແຂວງຊຽງຂວາງ ສາມາດຢຶດລົດຈົກໄດ້ 50 ຄັນ ແລະ ເຄ່ືອງມື-ອຸປະກອນທ່ີນຳໃຊ້ເຂ້ົາໃນການລັກລອບຈຳນວນໜ່ຶງ; ສຳເລັດການກະກຽມເນ້ືອໃນ ແລະ ລາຍງານບັນດາຫົວຂໍ້ຂອງລັດຖະບານຕ່ໍກອງປະຊຸມຄົບຄະນະບໍລິຫານງານສູນກາງພັກສະໄໝວິສາມັນ, ກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ, ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X; ມາຮອດປັດຈຸບັນສາມາດ ເກັບລາຍຮັບເຂ້ົາງົບປະມານໄດ້ 87% ຂອງແຜນການປີ, ປະຕິບັດ ແຜນລາຍຈ່າຍງົບປະມານໄດ້ 67% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟ້ີ ສະເລ່ຍຢູ່ໃນລະ ດັບ 7,8%, ການລະດົມແຫລ່ງທຶນເພື່ອມາດຸນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ໄດ້ 66% ຂອງແຜນການປີ; ໄດ້ເອົາໃຈໃສ່ສ່ົງເສີມການຜະລິດ ເພ່ືອທົດແທນການນຳເຂົ້າ ແລະ ເປັນສິນຄ້າ, ທັງຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມແປງເສ້ັນທາງຫລວງແຫ່ງຊາດ, ຟື້ນຟູບັນດາເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພພິບັດສາມາດ ທຽວໄປມາໄດ້ສະດວກຫລາຍຂ້ຶນ; ໄດ້ພັດທະນາສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງ ຊາດ ໄດ້ 18 ພັນກວ່າຄົນ; ໄດ້ສ່ົງເສີມທຸກພາກສ່ວນເສດຖະກິດຈັດຫາວຽກເຮັດງານທໍາເຂົ້າສູ່ຕະ ຫລາດແຮງງານພາຍໃນ ແລະ ຕ່າງປະເທດ ທີ່ຖືກຕ້ອງຕາມກົດໝາຍໄດ້ 17 ພັນກວ່າຄົນ; ສໍາເລັດການຈັດພິທີສະເຫລີມສະຫລອງວັນຄູ ແຫ່ງຊາດ 7 ຕຸລາ 2026 ຄົບຮອບ 32 ປີ ແລະ ປະກາດສ້າງຕັ້ງມະຫາ ວິທະຍາໄລສ້າງຄູແຫ່ງຊາດ, ພ້ອມ ທັງໄຂສົກຮຽນ 2026-2027; ໄດ້ ເອົາໃຈໃສ່ປັບປຸງການບໍລິການດ້ານ ສາທາລະນະສຸກ ແລະ ປ້ອງກັນ ການແຜ່ລະບາດຂອງພະຍາດຕາມລະດູການຢ່າງໃກ້ຊິດ; ໄດ້ສຸມໃສ່ປັບປຸງສະພາບແວດລ້ອມທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ; ໄດ້ເອົາໃຈໃສ່ຕິດຕາມສະພາບການພາກພື້ນ ແລະ ສາກົນຢ່າງໃກ້ຊິດ, ການນຳຂ້ັນສູງຂອງພັກ- ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາ ປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນ, ທັງໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ທີ່ມາຢ້ຽມຢາມ ສປປ ລາວ ມີຜົນສຳເລັດເປັນຢ່າງດີ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍເຫັນວ່າຍັງມີວຽກງານຈຳນວນໜຶ່ງທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂໃຫ້ມີປະສິດທິຜົນຫລາຍກວ່າເກົ່າ ເປັນຕົ້ນບັນຫາປະກົດການຫຍໍ້ທ້ທາງດ້ານສັງຄົມ, ການຄ້າຂາຍຢາເສບຕິດ, ບັນຫາຂີ້ລັກງັດແງະ, ບັນຫາການສັນຈອນແອອັດ, ບັນຫາເກັບມ້ຽນຂີ້ເຫຍື້ອ, ການສະກັດກ້ັນ ແລະ ຄຸ້ມຄອງການຄ້າຂາຍນອກລະບົບ, ຄຸນນະພາບການສຶກສາ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຄຸ້ມຄອງຄົນຕ່າງປະເທດ, ການຟື້ນຟູສ້ອມແປງພື້ນຖານໂຄງລ່າງ, ບັນຫາການສ້າງຂ່າວປອມ-ຂ່າວ ບິດເບືອນຜ່ານສື່ສັງຄົມອອນລາຍ ແລະ ອື່ນໆ.
ຕໍ່ກັບການຈັດຕັ້ງປະຕິບັດກອງທຶນທາງ ໃນປີ 2026 ແລະ ທິດທາງ ແຜນປີ 2027: ກອງປະຊຸມໄດ້ຊີ້ນໍາກະຊວງໂຍທາທິການ ແລະ ຂົນສົ່ງ ກຳນົດບັນດາເສ້ັນທາງບຸລິມະສິດ ທີ່ຈະກໍ່ສ້າງ ແລະ ສ້ອມແປງ ໂດຍສະເພາະບັນດາເສັ້ນທາງຍຸດທະສາດສຳຄັນ, ເສັ້ນທາງເຊື່ອມໂຍງ ເຊ່ືອມຈອດກັບບັນດາປະເທດໃກຄຽງ, ເສັ້ນທາງຮັບໃຊ້ການທ່ອງທ່ຽວ, ເສັ້ນທາງຮັບໃຊ້ການຜະລິດ.. ເພື່ອຈະໄດ້ຈັດສັນແຫລ່ງທຶນຈັດຕ້ັງປະຕິບັດຢ່າງມີຈຸດສຸມ, ສໍາເລັດ ແລະ ໄດ້ນຳໃຊ້ຕາມກຳນົດເວລາ; ພ້ອມກັນນັ້ນ ການກໍ່ສ້າງຕ້ອງຄຸ້ມຄອງໃຫ້ໄດ້ມາດຕະຖານ; ມູນຄ່າໂຄງການຕ້ອງສົມເຫດສົມຜົນ; ໃຫ້ມີການຄຸ້ມຄອງນໍ້າໜັກລົດຢ່າງເຄັ່ງຄັດ; ສືບຕໍ່ລະດົມທຶນພັດທະນາເສັ້ນທາງຈາກຫລາຍແຫລ່ງຕາມທ່າແຮງແຕ່ລະດ້ານ-ແຕ່ລະທ້ອງຖິ່ນຕື່ມ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫລັກການຮັບຮອງເອົາຮ່າງມະຕິວ່າດ້ວຍການບຸກທະລຸການ ພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດີຈິຕອນ: ໂດຍໄດ້ຊີ້ນຳກະຊວງເຕັກໂນໂລຊີ ແລະ ການສື່ສານສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງປັບປຸງຕື່ມຕາມຄຳເຫັນຂອງສະມາຊິກລັດຖະບານເປັນຕ້ົນ ເນ້ືອໃນຂອງມະຕິຕ້ອງກວມເອົາການພັດທະນາທຸກຂົງເຂດວຽກງານ; ການກຳນົດວຽກງານຈຸດສຸມ ແລະ ຄາດໝາຍການລົງທຶນໃສ່ແຕ່ລະວຽກໃຫ້ຈະແຈ້ງ, ຄົບຖ້ວນ ແລະ ສົມເຫດສົມຜົນຄຽງຄູ່ກັບການພັດທະນາພື້ນຖານໂຄງລ່າງ, ການບຳລຸງຮັກສາລະບົບຕ່າງໆ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ທີ່ຕິດພັນກັບຂະບວນການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນຂົງເຂດວຽກງານຕ່າງໆ.
ວາລະທີ 3: ກອງປະຊຸມເຫັນດີດ້ານຫລັກການຮັບຮອງເອົາຮ່າງດຳລັດວ່າດ້ວຍນະໂຍບາຍນຳເຂ້ົາເຄ່ືອງຂອງ ແລະ ຍານພາຫະນະຂອງສະມາຊິກສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ: ໂດຍໄດ້ຊີ້ນໍາກະຊວງການຕ່າງປະເທດ ປັບປຸງຕ່ືມຕາມຄໍາເຫັນຂອງສະມາຊິກລັດຖະບານເປັນຕົ້ນການກຳນົດນະໂຍບາຍຍົກເວ້ັນຕ່າງໆຕ້ອງໃຫ້ສອດຄ່ອງກັບບັນດານິຕິກຳທີ່ໄດ້ປະກາດນຳໃຊ້ແລ້ວ, ທັງຈໍາກັດໄດ້ຊ່ອງວ່າງ ເພື່ອບໍ່ໃຫ້ບຸກຄົນສວຍໂອກາດນໍາໃຊ້ຫາຜົນປະໂຫຍດ.
ວາລະທີ 4: ກອງປະຊຸມເຫັນດີດ້ານຫລັກການຮັບຮອງເອົາຮ່າງ ດໍາລັດວ່າດ້ວຍກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້: ໂດຍໄດ້ຊີ້ນຳກະຊວງກະສິກຳ ແລະ ສິ່ງແວດລ້ອມປັບປຸງຕື່ມຕາມຄຳ ເຫັນຂອງສະມາຊິກລັດຖະບານເປັນຕົ້ນກໍານົດເປົ້າໝາຍການນໍາໃຊ້ກອງທຶນໃຫ້ຈະແຈ້ງຊັດເຈນ ແລະ ບັນດາເປົ້າໝາຍນໍາໃຊ້ກອງທຶນຕ້ອງກະທັດຮັດ, ບ່ໍກວມລວມ; ກົນໄກບໍລິຫານຕ້ອງຮັດກຸມ ແລະ ຈະແຈ້ງ.
ນອກຈາກ 4 ວາລະດ່ັງກ່າວແລ້ວ, ກອງປະຊຸມຍັງໄດ້ພິຈາລະນາຮ່າງນິຕິກໍາ 2 ສະບັບ ຄື: 1. ຮ່າງມະຕິວ່າດ້ວຍການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງກັບທ້ອງຖິ່ນໃນຂົງເຂດການເງິນ, ການລົງທຶນ, ທີ່ດິນ ແລະ ຂົງເຂດອື່ນໆ: ໄດ້ຊີ້ນຳກະຊວງການເງິນ ປັບປຸງຕື່ມຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນຄັດຈ້ອນສັງລວມເອົາສະເພາະເນ້ືອໃນສຳຄັນ, ເຫດຜົນ ແລະ ຄວາມຈໍາເປັນໃນການອອກມະຕິ, ລວມທັງການຕີລາຄາຜົນສໍາເລັດ ແລະ ຂໍ້ຄົງຄ້າງຕ່າງໆໃນໄລຍະຜ່ານມາໃຫ້ສ້ັນກະທັດຮັດ; ທັດສະນະຊີ້ນໍາ, ແຜນວຽກຈຸດສຸມ ແລະ ຄາດໝາຍຕ່າງໆໃຫ້ແຍກເປັນແຕ່ລະຂົງເຂດວຽກງານຢ່າງຈະແຈ້ງ ແລະ ເປີດກວ້າງໃຫ້ກວມເອົາຂົງເຂດວຽກງານທ່ີກ່ຽວຂ້ອງອ່ືນທີ່ຍັງຄົງຄ້າງນຳ; ການຄົ້ນຄວ້າປັບປຸງແມ່ນບົນພື້ນຖານສອດຄ່ອງກັບກົດໝາຍທ່ີກ່ຽວຂ້ອງທ່ີໄດ້ປະກາດນຳໃຊ້ແລ້ວ, ທັງແນໃສ່ແກ້ໄຂໄດ້ບັນດາບັນຫາຂໍ້ຄົງຄ້າງໃນການຄຸ້ມຄອງວຽກງານຕ່າງໆໃນໄລຍະຜ່ານມາ. ຫລັງຈາກນັ້ນ ຈຶ່ງນຳໄປປຶກສາຫາລືຮ່ວມກັບສະພາທິດສະດີສູນກາງພັກ ເພື່ອຄົ້ນຄວ້າລົງເລິກຕື່ມ. 2. ຮ່າງແຜນແມ່ບົດ ແລະ ແຜນ ດຳເນີນງານການສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກ: ໄດ້ຊີ້ນຳກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງປັບປຸງຕື່ມຕາມຄຳເຫັນສະມາຊິກລັດຖະບານເປັນຕົ້ນການກຳນົດ ນະໂຍບາຍສ່ົງເສີມ ແລະ ການຄຸ້ມຄອງໃຫ້ລະອຽດຈະແຈ້ງ ແລະ ຄົບຖ້ວນກວ່າເກ່ົາ, ລວມທັງແຜນວຽກໂຄສະນາສົ່ງເສີມ, ການພັດທະນາພື້ນຖານໂຄງລ່າງດ້ານຕ່າງໆ, ການກຳນົດນະໂຍບາຍບໍລິການຫລັງການຂາຍ, ການເລືອກເຟ້ັນ ແລະ ຄຸ້ມຄອງການນໍາເຂ້ົາລົດທ່ີມີຄຸນນະພາບ, ແຜນຮອງຮັບອຸປະ ກອນ-ອາໄຫລ່ ກໍຄື ລົດໄຟຟ້າ ທ່ີໝົດອາຍຸການນຳໃຊ້ ຊຶ່ງບັນດານະໂຍບາຍຕ້ອງສອດຄ່ອງກັບທ່າແຮງ, ຮັບປະກັນທາງດ້ານເສດຖະກິດ- ເງິນຕາ, ສິ່ງແວດລ້ອມ ແລະ ຄວາມຍືນຍົງ. ພາຍຫລັງປັບປຸງແລ້ວໃຫ້ນຳມາຜ່ານກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ 2026 ເພື່ອພິຈາລະນາ.
ສຳລັບແຜນວຽກຈຸດສຸມປະຈຳ ເດືອນພະຈິກ 2026 ກອງປະຊຸມ ໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ບັນດາວຽກງານສຳຄັນດ່ັງນ້ີ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໃຫ້ສືບຕໍ່ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເປັນຕົ້ນບັນຫາການກໍ່ອາຊະຍາກໍາທາງໄຊເບີ (ສະແກມເມີ), ບັນຫາຢາເສບຕິດ, ການປຸ້ນຈີ້ຊີງຊັບ-ຂີ້ລັກງັດແງະ, ການລັກລອບຂຸດຄ້ົນແຮ່ຄຳຕົກຂ້ອນ ໂດຍນຳໃຊ້ມາດຕະການທີ່ເດັດຂາດ ແລະ ເຂັ້ມງວດ. ວຽກງານປັບປຸງກົນໄກການ ເຮັດວຽກ, ຜັນຂະຫຍາຍຜົນກອງປະຊຸມ ແລະ ກະກຽມກອງປະຊຸມ: ສືບຕໍ່ປັບປຸງລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານຊຸດທີ X ຕາມທີ່ກອງປະຊຸມນາຍົກ- ຮອງນາຍົກລັດຖະມົນຕີໄດ້ຊີ້ນຳ, ສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃຫ້ເປັນ ແຜນລະອຽດ; ຍົກສູງຄວາມຮັບ ຜິດຊອບ ແລະ ເລັ່ງປະຕິບັດມະຕິ, ຄຳສັ່ງ ແລະ ແຈ້ງການຂອງຂັ້ນ ເທິງບໍ່ໃຫ້ຊັກຊ້າ, ພ້ອມທັງສຸມໃສ່ ກະກຽມເນື້ອໃນທີ່ຈະລາຍງານຕ່ໍ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ. ວຽກງານການເກັບລາຍຮັບ ແລະ ງົບປະມານ: ເອົາໃຈໃສ່ເກັບລາຍຮັບຈາກແຫລ່ງທີ່ມີໃຫ້ຄົບຖ້ວນ, ຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິພາບ, ອັດຊ່ອງວ່າງການຮົ່ວໄຫລລາຍຮັບ, ເລັ່ງທວງໜີ້ຄ້າງມອບທຸກປະເພດ ແລະ ສຸມໃສ່ລົງ ຊ່ວຍແຂວງທີ່ມີຄວາມສ່ຽງຈະບ່ ບັນລຸຕາມແຜນ. ວຽກງານກໍ່ສ້າງ ແລະ ສ້ອມແປງເສັ້ນທາງ: ໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນກຳນົດແຜນກໍ່ສ້າງ ແລະ ປັບປຸງເສ້ັນທາງ, ແລ້ວຈັດລຽງບຸລິ ມະສິດໃຫ້ລະອຽດຄືດັ່ງໄດ້ຊີ້ນຳແລ້ວ; ເລ່ັງດໍາເນີນຂ້ັນຕອນຮັບຮອງແບບກ່ໍສ້າງ ແລະ ມູນຄ່າກ່ໍສ້າງເສ້ັນທາງທີ່ລົງທຶນແບບ OPBRC ໃຫ້ໄວເພ່ືອໃຫ້ໄດ້ລົງມືກ່ໍສ້າງໄດ້ໄວ. ວຽກງານກະສິກຳ ແລະ ຜະລິດສິນຄ້າ: ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຜະລິດສິນຄ້າ ເພື່ອສົ່ງອອກໃຫ້ເພີ່ມຂຶ້ນ; ສຸມໃສ່ການຜະລິດລະດູແລ້ງທົດແທນຜົນເສຍຫາຍຈາກໄພພິບັດເປັນຕົ້ນປັບປຸງລະບົບຊົນລະປະທານ ແລະ ການສະໜອງແນວພັນ. ວຽກງານສາທາລະນະສຸກ: ສືບຕໍ່ເຝ້ົາລະວັງ ແລະ ປ້ອງກັນການລະບາດຂອງພະຍາດຕາມລະດູການ. ວຽກງານການຕ່າງປະເທດ: ກະກຽມຄວາມພ້ອມດ້ານຕ່າງໆໃນການເຄ່ືອນໄຫວການຕ່າງປະເທດຂອງການນຳຂັ້ນສູງ ເປັນຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນກາງເດືອນພະຈິກ 2026 ທີ່ມະນີລາ, ປະເທດຟິລິບປິນ, ກອງປະຊຸມສຸດຍອດ CLMV ຄ້ັງທີ 12 ແລະ ກອງປະຊຸມສຸດຍອດ ACMES ຄັ້ງທີ 11 ຢູ່ ສສ ຫວຽດນາມ ໃນທ້າຍເດືອນພະຈິກ 2026.
KPL