SPOTLIGHT

ຊົມເຊີຍກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ຢ່າງສຸດໃຈ!  ຊົມເຊີຍວັນສ້າງຕັ້ງຂ່າວສານປະເທດລາວ ຄົບຮອບ 57 ປີ ຢ່າງສຸດໃຈ!  “ຂ່າວສານ ຖືກຕ້ອງ ວ່ອງໄວ ກ້າວໄກ ທັນເຫດການ”
ads
ຄວາມໝາຍຄວາມສຳຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳເລັດການຢ້ຽມຢາມທາງການ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ

08/10/2026 10:38

ວັນທີ 6 ຕຸລາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍອັນສຳຄັນຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ວ່າ: ການຢ້ຽມຢາມຄັ້ງນີ້ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່, ເປັນການຢ້ຽມຢາມທາງການຄັ້ງທຳອິດຂອງທ່ານ ເລ ມິງ ຮຶງ ນັບຕັ້ງແຕ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແລະ ສຳຄັນທີ່ສຸດ, ສປປ ລາວ ເປັນປະເທດທຳອິດທີ່ທ່ານໄດ້ເລືອກມາເຄື່ອນໄຫວຕ່າງປະເທດ. ການເລືອກດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຜູກພັນອັນພິເສດ ແລະ ຄວາມສຳຄັນທີ່ຝ່າຍຫວຽດນາມມອບໃຫ້ແກ່ສາຍພົວພັນສອງປະເທດ, ເປັນການຢືນຢັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຈະສືບຕໍ່ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນ

08/10/2026 10:07

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດສູນລະຫັດສິນຄ້າລາວ ຈຳກັດ (GS1 Laos) ເຊັນບົດບັນທຶກຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນຂອງ GS1 ໃນທົ່ວ ສປປ ລາວ ເພື່ອຄວບຄຸມຂະແໜງການຜະລິດ, ຜູ້ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ເຕັກໂນໂລຊີສານສົນເທດ ແລະ ການສື່ສານ (ICT), ການຄ້າ ແລະ ໂລຈິສຕິກ ຊຶ່ງພິທີລົງນາມໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ລະຫວ່າງທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຫ້າຍສວຽນ ລ່ຽງ ຜູ້ອຳນວຍການບໍລິສັດສູນລະຫັດສິນຄ້າລາວ ຈຳກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ADVERTISING


    adv

ads
ads

Top