ສານອວຍພອນ ວັນຊາດ ສາທາລະນະລັດ ເກຣັກ

 

ຂປລ. ໃນວັນທີ  25 ມີນາ 2024 ຜ່ານ​ມາ, ທ່ານ ທອງລຸນ ສີສຸລິດ ປະທານ​ປະ​ເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ທ່ານ ນາງ ແຄັດເຕີຣີນາ ຊາເຄລາໂຣປູລູ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກຣັກ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາ ລະນະລັດ ເກຣັກ.

ເນື້ອໃນສານ​ໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເກຣັກ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ທ່ານ ແລະ ຜ່ານທ່ານ ໄປຍັງ ປະຊາຊົນເກຣັກ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະ ຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກຣັກ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນທົ່ວໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງທ່ານ ເພື່ອນຳເອົາຄວາມສົມບູນພູນສຸກ​ ແລະ ຈະເລີນຮຸ່ງເຮືອງ ມາສູ່ປະຊາຊົນເກຣັກ.


ສານຊົມເຊີຍຄູ່​ຮ່ວມ​ຕຳ​ແໜ່​ງ

ຂປລ. ໃນວັນທີ 18 ມີນາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດ ໄດ້ຖືກເລືອກຕັ້ງ ໃຫ້ສືບຕໍ່ດໍາລົງຕໍາແໜ່ງເປັນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ອີກໜຶ່ງສະໄໝ.

ເນື້ອໃນສານໄດ້ລະບຸວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງ ທ່ານ ທີ່ໄດ້ຮັບໄຊຊະນະ ຢ່າງຖ້ວມທົ້ນໃນການເລືອກຕັ້ງ ແລະ ສືບຕໍ່ດໍາລົງຕໍາແໜ່ງເປັນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ອີກໜຶ່ງສະໄໝ. ຜົນການເລືອກຕັ້ງຄັ້ງນີ້ ໄດ້ເປັນສິ່ງຢັ້ງຢືນຢ່າງມີຊີວິດຊີວາເຖິງ ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ ຣັດເຊຍ ຕໍ່ຄວາມສາມາດ ແລະ ສະຫລຽວສະຫລາດ ໃນການເປັນຜູ້ນຳ ຂອງທ່ານ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດຂອງ ທ່ານ,​ ຣັດເຊຍ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ຂ້າພະເຈົ້າ ມີຄວາມປິຕິຍິນດີ ເຮັດວຽກຮ່ວມກັບ ທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ, ຄວາມເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ ເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດຂອງພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດອັນມີຄວາມໝາຍສຳຄັນນີ້ ອວຍພອນໄຊອັນປະເສີດ ມາຍັງ ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນພາລະກິດອັນມີກຽດ ສູງສົ່ງຂອງທ່ານ.

--------------------------------------------------------------------------------------------------------------------

ການ​ນຳ​ຂັ້ນ​ສູງ​ຂອງລາວ ສົ່ງ​ສານ​

ອວຍພອນ ​ວັນຊາດ​ແຫ່ງ​ ລັດກູ​ເວດ

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ປະທານ​ປະ​ເທດ ​ໄດ້​ສົ່ງ​ສານ​ອວຍພອນ ​ເຖິງ ສົມເດັດ ເຊກຄ໌ ມິຊາລ ອາລ ອາເມັດ ອາລ ຈາເບີ ອາລ ຊາບາ ກະສັດ ແຫ່ງ ລັດກູເວດ ເນື່ອງໃນໂອກາດ ​​ວັນຊາດແຫ່ງ ລັດກູເວດ ຄົບຮອບ 63 ປີ.

​ເນື້ອ​ໃນ​ສານ​​ໄດ້ລະບຸ​ວ່າ: ເນື່ອງໃນໂອກາດ ​​ວັນຊາດແຫ່ງ ລັດກູເວດ ຄົບຮອບ 63 ປີ, ໃນນາມປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສົມເດັດ ແລະ ປະຊາຊົນກູເວດ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາ ລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ລັດກູເວດ ທີ່ໄດ້ຮັບການສົ່ງເສີມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວ ຈະສືບຕໍ່ໄດ້ຮັບການພັດທະນາ  ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ, ຂໍຖືໂອກາດນີ້ ອວຍພອນໄຊໃຫ້ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນມີກຽດສູງສົ່ງຂອງພະອົງ ແລະ ຂໍອວຍພອນໃຫ້ປະຊາຊົນ ກູເວດ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະວັດທະນະຖາວອນຍິ່ງໆຂຶ້ນ.

ພ້ອມ​ກັນ​ນີ້, ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ​ກໍ​ໄດ້​ສົ່ງ​ສານ​ອວຍພອນ ​ເຖິງ ສົມເດັດ ເຊກຄ໌ ປອ ໂມຮາມັດ ຊາບາ ອາລ-ຊາເລມ ອາລ-ຊາບານາຍົກລັດຖະມົນຕີ ແຫ່ງ ລັດກູເວດ ​ແລະ ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ ທ່ານ ອັບດຸນລາ ອາລິ ອັບດຸນລາ ອາລ ຍາຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລັດກູເວດ ເນື່ອງໃນໂອກາດ ​​ວັນຊາດແຫ່ງ ລັດກູເວດ ຄົບຮອບ 63 ປີ ​ເຊັ່ນ​ດຽວ​ກັນ.

----------------------------------------------------

ສານຊົມເຊີຍຄູ່ຮ່ວມຕຳແໜ່ງ

ຂປລ. ໃນວັນທີ 21 ກຸມພາ 2024  ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງ ສານຊົມເຊີຍເຖິງ ສົມເດັດ ນາຣຸຮິໂຕະ ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ ເນື່ອງໃນໂອກາດ ວັນສິລິມຸງຄຸນ ແຫ່ງ ວັນພະຣາຊະສົມພົບຂອງ ສົມເດັດ ຄົບຮອບ 64 ພັນສາ ກໍຄື ວັນຊາດຍີ່ປຸ່ນ.

ເນື້ອໃນສານໄດ້ລະບຸວ່າ: ໃນໂອກາດວັນສິລິມຸງຄຸນ ແຫ່ງ ວັນພະຣາຊະສົມພົບຂອງ ສົມເດັດ ຄົບຮອບ 64 ພັນສາ ກໍຄື ວັນຊາດຍີ່ປຸ່ນ, ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄໍາ ຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີິດມາຍັງ ສົມເດັດ ແລະ ປະຊາຊົນຍີ່ປຸ່ນ ທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດພວກເຮົາ ສືບຕໍ່ໄດ້ຮັບການເສີມ ຂະຫຍາຍ ແລະ ພັດທະນາໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ຂ້າພະເຈົ້າເຊື່ອໝັ້ນເປັນຢ່າງຍິ່ງວ່າ ການຮັດແໜ້ນການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຂົງເຂດຕ່າງໆ ຈະນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດລາວ ແລະ ຍີ່ປຸ່ນ, ພ້ອມກັນນັ້ນ, ກໍເປັນການ​​ປະກອບສ່ວນອັນສໍາຄັນ ເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບແລະ ການຮ່ວມມື ​​ເພື່ອການພັດທະນາຢູ່ໃນພາກພື້ນແລະໃນໂລກ.

ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ອວຍພອນໄຊໃຫ້ ສົມເດັດ ພ້ອມດ້ວຍພະລາຊີນີ ແລະ ພະບໍລົມວົງສານຸວົງທຸກພະອົງ ຊົງມີພະລານາ​​ໄມສົມບູນ, ​ພະກະເສມສຳລານ ມີອາຍຸຍິ່ງຍືນນານ ແລະ ປະຊາຊົນຍີ່ປຸ່ນ ພາຍໃຕ້ພະບໍຣົມໂພທິສົມພານຂອງພະອົງ ຈົ່ງມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນະຖາວອນຍິ່ງໆຂຶ້ນ.

ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານຊົມເຊີຍເຖິງ ທ່ານ ກິຊິດະ ຟູມິໂອະ ນາຍົກລັດຖະມົນຕີແຫ່ງ ປະເທດຍີ່ປຸ່ນ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານຊົມເຊີຍເຖິງ ທ່ານ ນາງ ຄາມິກາວະ ໂຢໂກະ ລັຖະມົນຕີກະ ຊວງຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ເນື່ອງໃນໂອກາດ ວັນສິລິມຸງຄຸນ ແຫ່ງ ວັນພະຣາຊະສົມພົບຂອງ ສົມເດັດ ນາຣຸຮິໂຕະ ເຈົ້າຈັກກະພັດ ແຫ່ງ ປະເທດຍີ່ປຸ່ນ ຄົບຮອບ 64 ພັນສາ ກໍຄື ວັນຊາດຍີ່ປຸ່ນ ເຊັ່ນດຽວກັນ.

-------------------------------------------------------------------------------------------

ນາຍົກ ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງ

ຂປລ. ໃນວັນທີ 15 ມັງກອນ 2024 ທີ່ນະຄອນຫລວງວຽງຈັນ ທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງທ່ານ ນາງ ຊີກ ຮາຊີນາ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ເນື່ອງໃນໂອກາດ ໄດ້​ຮັບເລືອກຕັ້ງ​​ໃຫ້ດຳລົງ​ຕຳ​ແໜ່​ງ ເປັນນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ອີກຄັ້ງໜຶ່ງ.

      ເນື້ອໃນສານລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ແລະ ສະແດງ​ຄຳ​ຊົມ​ເຊີຍ​ຢ່າງຈິງໃຈມາ​ຍັງ​​ທ່ານ ​ໃນໂອກາດທີ່ທ່ານ ໄດ້​ຮັບເລືອກຕັ້ງ​​ໃຫ້ດຳລົງ​ຕຳ​ແໜ່​ງ ເປັນນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ອີກຄັ້ງໜຶ່ງ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສ ຂອງທ່ານ, ບັງກະລາເທດ ຈະສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບທ່ານ ເພື່ອເສີມຂະຫຍາຍສາຍ​ພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດຂອງພວກເຮົາ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ້າພະ​ເຈົ້າ ຂໍ​ຖື​ໂອກາດນີ້ ອວຍ​ພອນໃຫ້​ທ່ານ ຈົ່ງມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມຜາສຸກ ​ແລະ ​ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງສົ່ງຂອງທ່ານ.


---------------------------------------------------------------------

ສານຊົມເຊີຍຄູ່ຮ່ວມຕຳແໜ່ງ



ຂປລ. ໃນວັນທີ 15 ມັງກອນ 2024 ຜ່ານ​ມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ນາງ ຊີກ ຮາຊີນານາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ເນື່ອງໃນໂອກາດ ໄດ້​ຮັບເລືອກຕັ້ງ​​ໃຫ້ດຳລົງ​ຕຳ​ແໜ່​ງ ເປັນນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ອີກຄັ້ງໜຶ່ງ.

ເນື້ອໃນສານ​ໄດ້ລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ​ສົ່ງ​ຄຳ​ຊົມ​ເຊີຍ​ຢ່າງຈິງໃຈມາ​ຍັງ​​ທ່ານ ​ໃນໂອກາດທີ່ທ່ານ ໄດ້​ຮັບເລືອກຕັ້ງ​​ໃຫ້ດຳລົງ​ຕຳ​ແໜ່​ງ ເປັນນາຍົກລັດຖະມົນຕີ ​ແຫ່ງ ສາທາ ລະນະລັດ ປະຊາຊົນ ບັງກະລາເທດ ອີກຄັ້ງໜຶ່ງ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ: ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສ ຂອງທ່ານ, ບັງກະລາເທດ ຈະສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບທ່ານ ເພື່ອເສີມຂະຫຍາຍສາຍ​ພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດຂອງພວກເຮົາ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ້າພະ​ເຈົ້າ ຂໍ​ຖື​ໂອກາດນີ້ ອວຍ​ພອນໃຫ້​ທ່ານ ຈົ່ງມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມຜາສຸກ ​ແລະ ​ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງສົ່ງຂອງທ່ານ.

-----------------------------------------------------------------------------------------------------------------

ສານຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ເບລາຣຸດຊີ



    ຂປລ. ໃນວັນທີ 7 ກຸມພາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ວຣາດີເມຍ ອັງເດຣເຊັນໂກ ປະທານສະພາຜູ້ແທນປະຊາຊົນ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ເບລາຣຸດຊີ ຄົບຮອບ 30 ປີ.

ເນື້ອໃນສານ ​ໄດ້ລະບຸວ່າ: ໃນນາມສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ປະຊາຊົນລາວບັນດາເຜົ່າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ, ສະພາຜູ້ແທນປະຊາຊົນ, ລັດຖະບານ ແລະ ປະຊາຊົນ ເບລາຣຸດຊີ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບລາຣຸດຊີ ຄົບຮອບ 30 ປີ (7/2/1994-7/2/2024).

ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບລາຣຸດຊີ ເວົ້າລວມ, ເວົ້າສະເພາະລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນເບລາຣຸດຊີ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດ ມາຍັງທ່ານ ຈົ່ງມີສຸຂະພາບແຂງແຮງ ແລະປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງ ແລະ ມີກຽດຂອງທ່ານ.


------------------------------------------------------------------------------------------------

ສານສະແດງຄວາມເສົ້າສະຫລົດໃຈ



ຂປລ. ໃນວັນທີ  4 ມັງກອນ 2024 ຜ່ານ​ມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງ ທ່ານ ໂຮເຊນ ອາມິ ອັບໂດລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດ  ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ຕໍ່​ກັບ ເຫດການລະເບີດຮຸນແຮງສອງຄັ້ງ ທີ່ ແຂວງເກີແມນ.

ເນື້ອໃນສານ​ໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວ ກ່ຽວກັບເຫດການລະເບີດຮຸນແຮງສອງຄັ້ງ ທີ່ ແຂວງເກີແມນ, ພາກຕາເວັນອອກສ່ຽງໃຕ້ ຂອງສາທາລະນະລັດ ອິດສະລາມ ອີຣານ ໃນວັນທີ 3 ມັງກອນ 2024 ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ເປັນຈໍານວນຫລວງຫລາຍ ແກ່ປະຊາຊົນ ອີຣານ.

ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈ ຢ່າງສຸດຊຶ້ງ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ອິດສະລາມ ອີຣານ ໂດຍສະເພາະ ຕໍ່ຜູ້ໄດ້ຮັບເຄາະຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບ ໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ຂອງລັດຖະບານ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ, ອີຣານ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ໃນຄັ້ງນີ້ ແລະ ສາມາດຟື້ນຟູຊີວິດການເປັນຢູ່ ຂອງຜູ້ປະສົບເຄາະຮ້າຍ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

-------------------------------------------------------------------------------------------------

ສານຊົມເຊີຍວັນຊາດ  ກູບາ ຄົບຮອບ 65 ປີ



ຂປລ. ວັນທີ 1 ມັງກອນ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ມີເກັນມ​າ​ຣີ​ໂອ ດີເອັສ-ກາແນນ ເບີມູເດັສ ເລຂາ ທິການທີ່ໜຶ່ງ ຄະນະບໍລິຫານງານສູນກາງພັກຄອມມູນິດກູບາ, ປະທານ​ປະ​ເທດແຫ່ງ ສາທາລະ ນະລັດ ກູບາ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ກູບາຄົບຮອບ 65 ປີ

ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ກູບາ ຄົບຮອບ 65 ປີ, ໃນນາມພັກປະຊາຊົນປະຕິວັດລາວ, ລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກຄອມມູນິດກູບາ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງທຸກຖ້ວນໜ້າ.

ໃນນາມເພື່ອນມິດທີ່ໃກ້ຊິດ, ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ໃນຕະຫລອດໄລຍະກວ່າ 6 ທົດສະວັດຜ່ານມາ, ດ້ວຍມູນເຊື້ອອົງອາດກ້າແກ່ນ ແລະ ຕໍ່ສູ້ບໍ່ຍອມຈຳນົນ, ປະຊາຊົນ ກູບາ ວິລະຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ນາໆປະການ, ສາມາດປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໄດ້ຢ່າງໝັ້ນຄົງ, ຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງຮອບດ້ານ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ມີບົດບາດນັບມື້ນັບສູງເດັ່ນຂຶ້ນໃນເວທີສາກົນ.

          ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຄວາມສາມັກຄີອັນແໜ້ນແຟ້ນ ແລະ ການຮ່ວມມືອັນດີ ລະຫວ່າງ ສອງພັກ, ລັດຖະບານ ແລະ ປະຊາຊົນ ລາວ-ກູບາທີ່ ປະທານ ຟີແດນ ກາດສະໂຕຣ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສະພານຸວົງ ໄດ້ສ້າງຮາກຖານໄວ້ນັ້ນ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເພີ່ມພູນຄູນສ້າງໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມ ຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

          ຂ້າພະເຈົ້າ, ຂໍຖືໂອກາດນີ້ ອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ,​ ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງສະຫາຍ, ອວຍພອນໃຫ້ ປະຊາຊົນ ກູບາ ອ້າຍນ້ອງຈົ່ງມີຄວາມສົມບູນພູນສຸກ, ຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ້ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ແລະ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ບຣູໂນ ໂຣດຣີເກັສ ປາລຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ກູບາຄົບຮອບ 65 ປີ ເຊັ່ງດຽວກັນ.





-----------------------------------------------------------------------------------------------

ສານຊົມເຊີຍຄູ່ຮ່ວມຕຳແໜ່ງ



      ຂປລ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ໂຈ ແທ-ຢອລ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ  ເກົາຫລີ ຄົນໃໝ່.

ເນື້ອໃນສານ​ໄດ້ລະບຸວ່າ:  ​ຂ້າ​ພະ​ເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງອົບອຸ່ນ ແລະ ຈິງໃຈ ມາ​ຍັງ​ທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການ​ແຕ່ງ​ຕັ້ງ ໃຫ້​ດຳ​ລົງ​ຕຳແໜ່ງ​ເປັນ ​ລັດ​ຖະ​ມົນ​ຕີກະຊວງການ​​ຕ່າງ​ປະ​ເທດ ແຫ່ງ ​ສາທາລະນະລັດ ເກົາຫລີ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີ ມີສາຍພົວພັນມິດຕະພາບທີ່ໃກ້ຊິດ ແລະ ການຮ່ວມມືອັນເຕັມໄປດ້ວຍໝາກຜົນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນໄລຍະສອງທົດສະວັດທີ່ຜ່ານມາ. ຂ້າພະເຈົ້າ ມີຄວາມພ້ອມທີ່ຈະຮ່ວມເຮັດວຽກກັບທ່ານ ຢ່າງໃກ້ຊິດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ດີທີມີຢູ່ແລ້ວໃຫ້ດີຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພານ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ້າ​ພະ​ເຈົ້າ ຂໍ​ຖື​ໂອ​ກາດນີ້ ອວຍ​ພອນ​ໄຊ​ ມາ​ຍັງ​ທ່ານ ຈົ່ງ​ມີ​ພະລາ​ນາ​ໄມ​ສົມ​ບູນ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດໃຫຍ່ຫລວງກວ່າເກົ່າ ​ໃນ​ໜ້າ​ທີ່ວຽກງານ​ອັນມີ​ກຽດສູງສົ່ງ​ຂອງທ່ານ.

-----------------------------------------------------------------------------------------------------------

ສານສະແດງຄວາມເຫັນໃຈ



ຂປລ. ວັນທີ 19 ທັນວາ 2023 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

ເນື້ອໃນສານ​ໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າສະຫລົດໃຈວ່າ ໃນທ່ຽງຄືນຂອງວັນທີ 18  ທັນວາ 2023 ໄດ້ເກີດເຫດການແຜ່ນດິນໄຫວຮຸນແຮງ ຢູ່ເມືອງຈີ່ສືຊານ, ແຂວງກ່ານຊູ້ ແລະ ເມືອງຫາຍຕົ່ງ ແຂວງຊິງຮາຍ ຂອງ ສປ ຈີນ ອັນໄດ້ສົ່ງຜົນກະທົບເປັນວົງກວ້າງ ແລະ ສ້າງຄວາມເສຍຫາຍອັນໃຫຍ່ຫລວງຕໍ່ຊິວິດ ແລະ ຊັບສິນຂອງປະຊາຊົນຈີນ ລວມທັງພື້ນຖານໂຄງລ່າງຈຳນວນໜຶ່ງ ໃນເຂດດັ່ງກ່າວ. 

ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ໂດຍສະເພາະ ຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ.

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ຢ່າງໃກ້ຊິດ ແລະ ດ້ວຍຄວາມເອົາໃຈໃສ່ຊ່ວຍເຫລືອ ຂອງບັນດາສະຫາຍການນຳຂັ້ນສູນກາງ ກໍຄື ອໍານາດການປົກຄອງທ້ອງຖິ່ນ, ສປ ຈີນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ສາມາດຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນໃຫ້ກັບຄືນສູ່ ສະພາບປົກກະຕິໂດຍໄວ.

-------------------------------------------------------------------------------------------------------------------------------

ສານອວຍພອນວັນຊາດ ສາທາລະນະລັດ ເຄັນຢາ ຄົບຮອບ 60ປີ



ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໄດ້ສົ່ງສານອວຍພອນ​ເຖິງ ທ່ານ ວິນລ້ຽມ ຣຸດໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຄັນຢາ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເຄັນຢາ ຄົບຮອບ 60 ປີ.

ເນື້ອໃນສານ​ໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເຄັນຢາ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເຄັນຢາ ຄົບຮອບ 15 ປີ, ໃນນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ປະຊາຊົນ ແຫ່ງ ເຄັນຢາ ເພື່ອນມິດ.

ຂ້າພະເຈົ້າຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເຄັນຢາ ແລະ ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງຊາດພວກເຮົາທີ່ມີຢູ່ແລ້ວນັ້ນ ຈະສືບຕໍ່ໄດ້ຮັບການພັດທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນ ເຄັນຢາ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.

ພ້ອມ​ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ອານເຟຣດ ມູຕົວ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຍົກຍ້າຍຖິ່ນຖານ ແຫ່ງ ສາທາລະ ນະລັດ ເຄັນຢາ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເຄັນຢາ ຄົບຮອບ 60 ປີ ເຊັ່ນດຽວກັນ.

-------------------------------------------------------------------------------------------------------------------------

ສານຊົມເຊີຍວັນຊາດ ສປປ ລາວ ຄົບຮອບ 48 ປີ



ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບສານຊົມເຊີຍຈາກ ທ່ານ ນາງ ດຣໍປາດິ ມູ່ມູ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ.

ເນື້ອໃນສານ​ໄດ້ລະບຸວ່າ: ໃນນາມລັດຖະບານ, ປະຊາຊົນ ອິນເດຍ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນລາວ ເພື່ອນມິດ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ອິນເດຍ ແລະ ສປປ ລາວ ມີສາຍພົວພັນມິດຕະພາບອັນອົບອຸ່ນ ແລະ ການຮ່ວມມືອັນດີງາມ ຕະຫລອດໄລຍະຫລາຍທົດສະວັດຜ່ານມາ, ສອງປະເທດຂອງພວກເຮົາມີມໍລະດົກທາງດ້ານວັດທະນະທໍາສະໄໝ ຣາມາຢານາ ແລະ ສາສະໜາພຸດ ໄດ້ສົ່ງເສີມໃຫ້ສາຍພົວພັນຂອງສອງປະເທດພວກເຮົາ ມີຄວາມໃກ້ຊິດ, ການເປັນຄູ່ຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ພັດທະນາຍິ່ງຂຶ້ນ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງທ່ານ.

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ສໍາລັບການເປັນປະ ທານອາຊຽນ ຂອງ ສປປ ລາວ ໃນປີ 2024. ຂ້າພະເຈົ້າ ມີຄວາມຍິນດີ ແຈ້ງໃຫ້ຊາບວ່າ ປີ 2024 ນີ້ ກໍແມ່ນປີແຫ່ງການຄົບຮອບ 10 ປີ ຂອງນະໂຍບາຍອິນເດຍ ໃນການຫັນສູ່ຕາເວັນອອກ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ເຮັດວຽກຮ່ວມກັບທ່ານຢ່າງໃກ້ຊິດ ເພື່ອເພີ່ມທະວີການພົວພັນຮ່ວມມືຂອງພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.

ຂ້າພະເຈົ້າ ຂໍສົ່ງອວຍພອນໄຊອັນປະເສີດ ມາຍັງທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ ກໍຄື ຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ ຂອງປະຊາຊົນ ສປປ ລາວ.

ພ້ອມ​ກັນ​ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ກໍໄດ້ຮັບສານຊົມເຊີຍຈາກ ທ່ານ  ນາເຣັນດຣາ ໂມດິ ນາຍົກລັດຖະມົນ ຕີ ແຫ່ງ ສາທາລະນະລັດ ອິນເດຍ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຄົບຮອບ 48 ປີ ເຊັ່ນດຽວກັນ.

------------------------------------------------------------------------------------------------------

ການນໍາຂັ້ນສູງຂອງລາວ ໄດ້ຮັບສານຊົມເຊີຍ

ຂປລ. ເມື່ອບໍ່ດົນມານີ້ ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບສານຊົມເຊີຍຈາກ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ເນື່ອງໃນໂອກາດວັນຊາດ-ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຄົບຮອບ 48 ປີ ເຊິ່ງມີເນື້ອໃນລະບຸວ່າ: ຂ້າພະເຈົ້າ ຂໍສະແດງຊົມເຊີຍຢ່າງສຸດໃຈ ເນື່ອງໃນໂອກາດວັນຊາດ-ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

          ສາຍພົວພັນ ລະຫວ່າງ ຣັດເຊຍ ແລະ ລາວ ແມ່ນສາຍພົວພັນມິດຕະພາບ ເພື່ອນມິດອັນແທ້ຈິງ ເຊິ່ງໄດ້ຮັບການຢັ້ງຢືນໂດຍລວມແລ້ວ ໃນການພົບປະຂອງພວກເຮົາໃນເດືອນຕຸລາ ທີ່ ນະຄອນຫລວງປັກກິ່ງ. ຂ້າພະເຈົ້າເຊື່ອໝັ້ນວ່າ ການເສີມຂະຫຍາຍ ການເປັນຄູ່ຮ່ວມມືຍຸດທະສາດ ຂອງສອງປະເທດ ແມ່ນຕອບສະໜອງຜົນປະໂຫຍດຫລັກ ຂອງປະຊາຊົນຂອງພວກເຮົາ ແລະ ສອດຄ່ອງ ກັບການຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີ-ປາຊີຟິກ ເຊິ່ງເປັນຈຸດສຳຄັນພິເສດ ໃນສະພາບການ ທີ່ ລາວຈະເປັນປະທານອາຊຽນ.

          ຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດ ແລະ ປະ ຊາຊົນລາວເພື່ອນມິດ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງ.

ໃນໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຮັບສານຊົມເຊີຍວັນຊາດລາວຈາກ ທ່ານ ມີຄາອິນ ມີຊູສະຕິນ ນາຍົກລັດຖະມົນຕີ ແຫ່ງ ສ ຣັດເຊຍ ເຊຍ ເນື່ອງໃນໂອກາດວັນຊາດ-ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຄົບຮອບ 48 ປີ.

ເຊັ່ນດຽວກັບທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ຮັບສານຊົມເຊີຍຈາກ ທ່ານ ເຊີເກ ລາບຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຣັດເຊຍ ເນື່ອງໃນໂອກາດວັນຊາດ-ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ.

-----------------------------------------------------------------------------------------------------------------------------

ສານອວຍພອນ ວັນປະກາດເອກະລາດ ແຟງລັງ ຄົບຮອບ 106ປີ



ຂປລ. ໃນວັນທີ 6 ທັນວາ 2023 ຜ່ານມາ,  ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ທ່ານ ຊາອູລີ ນີນິດສ໌ໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຟງລັງ ໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ແຟງລັງ ຄົບຮອບ 106 ປີ.

ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ແຟງລັງ ຄົບຮອບ 106 ປີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ທ່ານ ແລະ ປະຊາຊົນແຟງລັງ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫລອດໄລຍະໜຶ່ງສະຕະວັດກວ່າ ທີ່ຜ່ານມາ ສາທາລະນະລັດ ແຟງລັງ ໄດ້ຮັບການສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນັ້ນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ແຟງລັງ ກໍໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງເປັນກ້າວໆມາ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນສອງຝ່າຍ, ການພົວພັນຮ່ວມມືອັນດີ ລາວ-ແຟງລັງ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ກ້າວເຂົ້າສູ່ລວງເລິກໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດຂອງພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນແດ່ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ,  ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນແຟງລັັງ ເພື່ອນມິດ ຈົ່ງມີແຕ່ຄວາມສົມບູນພູນສຸກ ແລະ ວັດທະນະຖາວອນຕະຫລອດໄປ.

---------------------------------------------------------------------------------------------------------------------------

ສານຊົມເຊີຍ ວັນປະກາດເອກະລາດ ຕີມໍ-ແລັດສະເຕ ຄົບຮອບ 48ປີ



ຂປລ. ໃນວັນທີ 28 ພະຈິກ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ໂຈເຊ ຣາໂມສ ອໍຕາ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ຄົບຮອບ 48 ປີ.

ເນື້ອໃນສານໄດ້ລະບຸວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ປະຊາຊົນ ຕີມໍ-ແລັດສະເຕ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ຄົບຮອບ 48 ປີ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ຕະຫລອດໄລຍະຜ່ານມາ. ຂ້າພະເຈົ້າ ມີຄວາມຍິນດີເຮັດວຽກ ຢ່າງໃກ້ຊິດຮ່ວມກັບທ່ານ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້່າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນມີກຽດຂອງທ່ານ ແລະ ອວຍພອນໃຫ້ປະຊາຊົນ ຕີມໍ-ແລັດສະເຕ ເພື່ອນມິດ ຈົ່ງສືບຕໍ່ມີຄວາມສົມບູນພູນສຸກ ແລະ ວັດທະນະຖາວອນ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ເກ ຣາລາ ຊານານາ ກຸສມາວ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ເບັນດີໂຕ ໂດສ ຊານໂຕສ ເຟຣອີຕາສ ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ຄົບຮອບ 48 ປີ ເຊັ່ນດຽວກັນ.

-----------------------------------------------------------------------------------------------------------------------------------

ສານຊົມເຊີຍ ວັນປະກາດເອກະລາດ ​ແຫ່ງ ຣາຊະອານາຈັກ ມາຣົກ





          ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງສົມເດັດ ໂມຮາເມັດ ທີ VI ກະສັດ ແຫ່ງ ຣາຊະອານາຈັກ ມາຣົກ ເນື່ອງໃນໂອກາດ ວັນປະກາດເອກະລາດ ​ແຫ່ງ ຣາຊະອານາຈັກ ມາຣົກ ຄົບຮອບ 67 ປີ.

ເນື້ອໃນສານ​ໄດ້ລະບຸວ່າ: ໃນນາມປະຊາຊົນ ທັງຊາດທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ​ ​ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງສົມເດັດ ແລະ ປະ ຊາຊົນ ມາຣົກ ເພື່ອນມິດ  ເນື່ອງໃນໂອກາດ ວັນປະກາດເອກະລາດ ​ແຫ່ງ ຣາຊະອານາຈັກ ມາຣົກ ຄົບຮອບ 67 ປີ.

ຂ້າພະເຈົ້າ ມີຄວາມປິຕິຍິນດີ ເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ມາຣົກ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫລອດໄລຍະຫລາຍປີທີ່ຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບ ການເສີມຂະຫຍາຍ ໃນຂະແໜງການຕ່າງໆ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນສະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ສາກົນ.

ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງພະອົງ ແລະ ປະຊາຊົນ ມາ ຣົກ ຈົ່ງສືບຕໍ່ມີສັນຕິສຸກ ແລະ ວັດທະນະຖາວອນ.



------------------------------------------------

ສານຊົມເຊີຍວັນຊາດ ອານເຊຣີ ຄົບ​ຮອບ 69 ປີ



ຂປລ. ວັນ​ທີ 13  ພະຈິກ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງ ຄວາມຊົມເຊີຍເຖິງ ທ່ານ ອັບເດວມັດຈິດ ເຕບບູນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນອານເຊຣີ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນ ອານເຊຣີ ຄົບ​ຮອບ 69 ປີ.

ເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ຄົບ​ຮອບ 69 ປີ, ໃນ​ນາມ​ປະ​ຊາ​ຊົນລາວ ທຸກຖ້ວນໜ້າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ ທ່ານ ແລະ ປະ​ຊາ​ຊົນ ແຫ່ງ ​ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ເພື່ອນມິດ.

ຂ້າພະເຈົ້າຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນຕະຫລອດໄລຍະຜ່ານມາ ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ແລະ ຫວັງເປັນຢ່າງຍິ່ງວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງຊາດ ພວກເຮົາທີ່ມີຢູ່ແລ້ວນັ້ນ ຈະສືບຕໍ່ໄດ້ຮັບການພັດທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.

ຂ້າ​ພະ​ເຈົ້າ ຂໍຖືໂອກາດນີ້ ​ອວ​ຍ​ພອນໃຫ້ ​​ທ່ານຈົ່ງມີ​ສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນ ອານເຊຣີ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.

ພ້ອມນີ້, ທ່ານ  ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ໄອແມນ ເບັນອັບເດີຣາມານ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນອານເຊຣີ; ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ອາເມດ ແອັດຕາບ ລັດ​ຖະ​ມົນ​ຕີ ກະຊວງ​​​ຕ່າງ​ປະ​ເທດ ແລະ ສະມາຄົມຄົນ ອານເຊຣີ ຢູ່ຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນອານເຊຣີ  ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ຄົບ​ຮອບ 69 ປີ ເຊັ່ນດຽວກັນ.



-----------------------------------------------------

ແຈ້ງການ ຂອງກະຊວງການຕ່າງປະເທດ



ຂປລ. ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ຕຸລາ 2023 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານ ບ້ານໃກ້ເຮືອນຄຽງ ທີ່ດີທີ່ມີມາແຕ່ ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ.



------------------------------------------------------------------------------------------------

ສານຊົມເຊີຍວັນຊາດ ແຫ່ງ ສາທາລະນະລັດ ອູກັນດາ



ຂປລ. ໃນວັນທີ 12 ຕຸລາ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສົ່ງສານສະແດງ ຄວາມຊົມເຊີຍ ເຖິງ ທ່ານ ພົນເອກ ອາວ ຮັດ ອາບູກາ ເຈເຈ ໂອດອງໂກ ລັດຖະມົນຕີ ກະຊວງຕ່າງປະເທດ ແຫ່ງ ສາທາລະນະລັດ ອູການດາ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອູກັນດາ ຄົບຮອບ 61 ປີ.

​ເນື້ອ​ໃນ​ສານ​​ໄດ້ລະບຸ​​ວ່າ: ໃນນາມລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະ ເຈົ້າ ຂໍຖືເປັນກຽດສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ອູການດາ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອູກັນດາ ຄົບຮອບ 61 ປີ.

ຂ້າພະເຈົ້າ ມີຄວາມພາກພູມໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໄດ້ຮັບການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ຕະຫລອດໄລຍະ 3 ປີຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມ ຮ່ວມກັນຂອງສອງຝ່າຍ, ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ພວກເຮົາທີ່ມີຢູ່ແລ້ວນັ້ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອຜົນປະ ໂຫຍດຮ່ວມກັນ ຂອງສອງປະເທດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນສະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ຂໍໃຫ້ປະຊາຊົນ ອູການດາ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.



-----------------------------------------------------------------------------------------------------------------

ສານຊົມເຊີຍວັນຊາດແຫ່ງ ຣ​ຊະ​ອາ​ນາ​ຈັກ ​ແອັດສະປາຍ



ຂປລ. ວັນທີ 11 ຕຸລາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ​ແຫ່ງ ສາ​ທາ​ລະນະ​ລັດ ປະຊາທິ​ປະ​ໄຕ ປະຊາຊົນ​ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ສົມ ເດັດພະລາຊາ ເຟລິບເປ ທີ VI ແຫ່ງ ຣາຊະອານາຈັກ ແອັດສະປາຍ ເນື່ອງໃນໂອກາດວັນຊາດແຫ່ງ ຣຊະອານາຈັກ ແອັດສະປາຍ.

ເນື້ອໃນສານ​ໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງຣຊະອານາຈັກ ແອັດສະປາຍ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສົມເດັດ ພະລາຊາ ແລະ ປະຊາຊົນ ແອັດສະປາຍ ທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ແອັດສະປາຍ ຈະໄດ້ຮັບການສືບຕໍ່ຮັດແໜ້ນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງ ປະຊາຊົນສອງຊາດຂອງພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນທົ່ວໂລກ.

ໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສົມເດັດ ພະລາຊາ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີຄວາມກະເສມສໍາລານ ແລະ ປະສົບຜົນສໍາເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງພະອົງ ແລະ ປະຊາຊົນ ແອັດສະປາຍ ເພື່ອນມິດ ຈົ່ງມີແຕ່ຄວາມສຸກ ແລະ ຄວາມຈະ ເລີນຕະຫລອດກາລະນານ.


-----------------------------------------------------------------

ສານຊົມເຊີຍວັນແຫ່ງການທ້ອນໂຮມປະເທດເຢຍລະມັນ



        ຂປລ. ວັນທີ 10 ຕຸລາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ​ແຫ່ງ ສປປ ລາວໄດ້ສົ່ງສານຊົມເຊີຍເຖິງ ທ່ານ ຟຣັງ-ວານ​ເຕີ້ ສະ​ຕາຍ​ມາຍ​ເອີ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເນື່ອງ​ໃນ​ໂອ​ກາດ ວັນແຫ່ງການທ້ອນໂຮມປະເທດເຢຍລະມັນ.

        ເນື້່ອໃນສານ​ໄດ້ລະບຸວ່າ: ເນື່ອງ​ໃນ​ໂອ​ກາດ ວັນແຫ່ງການທ້ອນໂຮມປະເທດເຢຍລະມັນ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າ​ພະ​ເຈົ້າ ຂໍສົ່ງຄໍາຊົມ​ເຊີຍອັນອົບອຸ່ນ ແລະ​ ພອນ​ໄຊອັນປະ​ເສີດ ມາ​ຍັງທ່ານ ແລະ ຜ່ານທ່ານ ໄປຍັງປະຊາຊົນ ເຢຍລະມັນ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຊື່ອໝັ້ນວ່າ ການພົວພັນຮ່ວມມື ີ່ເປັນມູນເຊື້ອອັນດີງາມ ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດລວມຂອງປະຊາ ຊົນສອງຊາດພວກເຮົາ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານ ຈົ່ງມີພະລານາໄມສົມ ບູນ, ມີຄວາມຜາສຸກ, ປະສົບຜົນສໍາເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນ ເຢຍລະມັນ ເພື່ອນມິດ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງ.

        ​ພ້ອມ​ກັນ​ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ ກໍ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ ທ່ານ ໂອລາບ ຊອນສ໌ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເນື່ອງ​ໃນ​ໂອ​ກາດ ວັນແຫ່ງການທ້ອນໂຮມປະເທດເຢຍລະມັນ ​ເຊັ່ນ​ດຽວ​ກັນ.



-----------------------------------------------------------------------------------------------------------

ໂທລະເລກອວຍພອນ ວັນສ້າງຕັ້ງພັກແຮງງານເກົາຫລີ



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ກິມເຈິງອຸນ, ເລຂາທິການໃຫຍ່ ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ສປປ ເກົາຫລີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດ ສປປ ເກົາຫລີ ເນື່ອງໃນໂອກາດ ວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 78 ປີ (10/10/1945-10/10/2023).

ເນື້ອໃນໂທລະເລກອວຍພອນ ​ໄດ້ລະບຸວ່າ: ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຂໍ່ານັບຊົມເຊີຍອັນອົບອຸ່ນ ແລະ ສົ່ງຄໍາອວຍພອນໄຊອັນປະເສີດ ໄປຍັງ ສະຫາຍ ກິມ ເຈິງ ອຸນ ພ້ອມດ້ວຍບັນດາສະຫາຍ ໃນຄະນະບໍລິຫານງານສູນກາງພັກ ແຮງງານເກົາຫລີ, ສະມາຊິກພັກ ແລະ ປະຊາ ຊົນ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ອ້າຍນ້ອງທຸກຖ້ວນໜ້າ.

ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ໃນຕະຫລອດໄລຍະ 78 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງພັກແຮງງານເກົາຫລີ, ລັດຖະບານ, ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງ ສາມາດຍາດໄດ້ຜົນສໍາເລັດ ອັນໃຫຍ່ຫລວງຫລາຍດ້ານ ໃນການປົກປັກຮັກສາ ໝາກຜົນຂອງການປະຕິວັດ ໄວ້ໄດ້ຢ່າງໝັ້ນຄົງ, ການເມືອງມີສະຖຽນລະພາບ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ທັນສະໄໝ, ເສດຖະກິດນັບມື້ນັບໄດ້ຮັບ ການພັດທະນາ, ຊີວິດການເປັນຢູ່ ຂອງປະຊາຊົນເກົາຫລີ ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກແຮງງານເກົາຫລີ, ອັນມີ ສະຫາຍ ກິມ ເຈິງ ອຸນ ເປັນຜູ້ນຳນັ້ນ, ພັກ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫລີ ຈະສາມາດບັນລຸຜົນສໍາເລັດ ໃນການປະຕິບັດບັນດາ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ, ສືບຕໍ່ຊີ້ນໍາ-ນໍາພາ ປະຊາຊົນ ສປປ ເກົາຫລີ ຍາດໄດ້ຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ສ້າງສັງຄົມນິຍົມໃຫ້ຮັ່ງມີເຂັ້ມ ແຂງ ແລະ ບັນລຸຜົນສໍາເລັດ ໃນການທ້ອນໂຮມປະເທດຊາດ ໂດຍສັນຕິວິທີ.

ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຍິນດີ ສືບຕໍ່ຮ່ວມເຮັດວຽກຢ່າງໃກ້ຊິດກັບ ສະຫາຍ ກິມ ເຈິງ ອຸນ ເພື່ອເພີ່ມທະວີການພົວພັນ ແລະ ການຮ່ວມມື ອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫລີ ໃຫ້ສືບຕໍ່ໄດ້ຮັບ ການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ກໍຄື ພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ ສະຫາຍ ກິມເຈິງ ອຸນ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສໍາເລັດ ໃນພາລະກິດອັນສູງສົ່ງຂອງສະຫາຍ.



-------------------------------------------------------------------     

ໂທລະເລກອວຍພອນ



        ​ຂປລ. ​ວັນ​ທີ 5 ຕຸລາ 2023 ຜ່ານ​ມາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ​ໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫລີ, ປະ ທານກິດຈະການແຫ່ງລັດ ສປປ ເກົາຫລີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດ ສປປ ເກົາຫລີ ເນື່ອງໃນໂອກາດວັນສ້າງຕັ້ງ ພັກແຮງງານເກົາຫລີ ຄົບຮອບ 78 ປີ (10/10/1945-10/10/2023).

        ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂໍ່ານັບຊົມເຊີຍອັນອົບອຸ່ນ ແລະ ສົ່ງຄໍາອວຍພອນໄຊອັນປະເສີດ ໄປຍັງ ສະຫາຍ ກິມເຈິງອຸນ ພ້ອມດ້ວຍ ບັນດາສະຫາຍ ໃນຄະນະບໍລິ ຫານງານສູນກາງພັກ ແຮງງານເກົາຫລີ, ສະມາຊິກພັກ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະ ຊາຊົນ ປະຊາທິປະໄຕ ເກົາຫລີ ອ້າຍນ້ອງທຸກຖ້ວນໜ້າ.

        ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ​ປະຕິວັດ​ລາວ ມີຄວາມປິຕິຊົມຊື່ນ ແລະ ພາກ ພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ໃນຕະຫລອດໄລຍະ 78 ປີ ​ແຫ່ງ​ການ​ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່​ຂະ ຫຍາຍຕົວ​ ຂອງ​ພັກ​ແຮງ​ງານ​ເກົາຫລີ, ລັດຖະບານ, ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງ ສາມາດຍາດໄດ້ຜົນສໍາເລັດ ອັນໃຫຍ່ຫລວງຫລາຍດ້ານ ໃນການປົກປັກຮັກສາໝາກຜົນ ຂອງການປະຕິວັດ ໄວ້ໄດ້ຢ່າງໝັ້ນຄົງ, ການເມືອງມີສະຖຽນລະພາບ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ທັນສະໄໝ, ເສດຖະກິດນັບມື້ນັບໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນເກົາຫລີ ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.

        ສະຫາຍ ທອງ​ລຸນ​ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກແຮງງານເກົາຫລີ, ອັນມີ ສະຫາຍ ກິມ ເຈິງ ອຸນ ເປັນຜູ້ນຳນັ້ນ, ພັກ, ລັດຖະບານ ແລະ ປະຊາ ຊົນ ສປປ ເກົາຫລີ ຈະສາມາດບັນລຸຜົນສໍາເລັດ ໃນການປະຕິບັດບັນດາມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ, ສືບຕໍ່ຊີ້ນໍາ-ນໍາພາ ປະຊາຊົນ ສປປ ເກົາຫລີ ຍາດໄດ້ຜົນສໍາເລັດຍິ່ງໃຫຍ່ກວ່າ​ເກົ່າ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສ້າງສັງຄົມນິຍົມໃຫ້ຮັ່ງມີເຂັ້ມແຂງ ແລະ ບັນລຸຜົນສໍາເລັດໃນການທ້ອນໂຮມປະເທດຊາດ ໂດຍສັນຕິວິທີ.

        ພ້ອມນີ້, ສະຫາຍ ທອງ​ລຸນ​ ສີ​ສຸ​ລິດ ຍັງໄດ້ສະແດງຄວາມຍິນດີ ສືບຕໍ່ຮ່ວມເຮັດວຽກຢ່າງໃກ້ຊິດກັບ ສະຫາຍ ກິມ ເຈິງ ອຸນ ເພື່ອເພີ່ມທະວີການພົວພັນ ແລະ ການຮ່ວມມື ອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫລີ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍ່ຄື ພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. 

        ເນື່ອງໃນໂອກາດອັນສະຫງ່າລາສີນີ້, ສະຫາຍ ທ​ອງລຸນ ສີ​ສຸ​ລິດ ​ໄດ້ອວຍພອນໃຫ້ ສະຫາຍ ກິມ ເຈິງ ອຸນ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງຂອງສະຫາຍ.



---------------------------------------------------------------------------------------------------

ສານຊົມເຊີຍວັນຊາດ ຣາຊະອານາຈັກ ຊາອຸດິ ອາຣັບ



ຂປລ. ໃນວັນທີ 27  ກັນຍາ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດ ຖະມົນຕີ,  ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ສົມເດັດ ຟາຍຊໍ ບິນ ຟາຮັນ ອາລ ຊາອຸດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ. ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບ ຄົບຮອບ 93 ປີ.

ເນື້ອໃນສານ​ໄດ້ລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບ ຄົບຮອບ 93 ປີ.

 ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບ ສົມເດັດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຊາອຸດິ ອາຣັບບີ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມມກັນ ຂອງສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານທີ່ມີກຽດ ແລະ ອວຍພອນໃຫ້ປະຊາຊົນ ຊາອຸດິ ອາຣັບບີ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

-----------------------------------------------------------------------------

ສານຊົມເຊີຍ ວັນຊາດເນປານ ຄົບຮອບ 8ປີ



ຂປລ. ວັນທີ 19 ກັນຍາ 2023 ນີ້, ທ່ານ ທອງລຸນ  ສີສຸລິດ ປະທານປະເທດແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ຮາມ ຈັນທຣາ ພໍຣເດວ ປະທານາທິບໍດີ ແຫ່ງ ເນປານ ເນື່ອງໃນໂອກາດວັນຊາດ ແຫ່ງ ເນປານ ຄົບຮອບ 8 ປີ.

ເນື້ອໃນສານ​ໄດ້ລະບຸວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ປະຊາຊົນ ເນປານ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ເນປານ ຄົບຮອບ 8 ປີ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແລ້ວນັ້ນ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ພັດທະນາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ຂໍໃຫ້ປະຊາຊົນ ເນປານ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນ.

ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ພຸດສ໌໌໌ປາ ຄາມາ ດາຮາ ນາຍົກລັດຖະມົນຕີ ແຫ່ງ ເນປານ ເນື່ອງໃນໂອກາດວັນຊາດ ແຫ່ງ ເນປານ ຄົບຮອບ 8 ປີ ເຊັ່ນດຽວກັນ.



---------------------------------------------------------------------------------------------------------------------------------

ສານສະແດງຄວາມເຫັນໃຈ ຕໍ່ເຫດການ

ແຜ່ນດິນໄຫວ ທີ່​ຣາຊະອານາຈັກ ມາຣົກ

ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ສົມເດັດ ໂມຮາເມັດ VI ກະສັດ ແຫ່ງ ຣາຊະອານາຈັກ ມາຣົກ ຕໍ່ເຫດການແຜ່ນດິນໄຫວອັນຮ້າຍແຮງ ທີ່ເກີດຂຶ້ນໃນເຂດຕາເວັນຕົກສ່ຽງໃຕ້ ຂອງຣາຊະອານາ ຈັກ ມາຣົກ

ເນື້ອໃນສານ​ໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າສະຫລົດໃຈ ຕໍ່ເຫດການແຜ່ນດິນໄຫວອັນຮ້າຍແຮງ ທີ່ເກີດຂຶ້ນໃນເຂດຕາເວັນຕົກສ່ຽງໃຕ້ ຂອງຣາຊະອານາຈັກ ມາຣົກ ໃນວັນທີ 9 ກັນຍາ 2023 ທີ່ຜ່ານມາ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບເປັນຈຳນວນຫລວງ ຫລາຍ ລວມທັງຊັບສິນຂອງປະຊາຊົນໃນເຂດດັ່ງກ່າວ ກໍໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ.

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງ ສົມເດັດ ແລະ ຜ່ານ ສົມເດັດ ໄປຍັງລັດຖະບານ ແລະ ປະຊາຊົນມາຣົກ ໂດຍສະເພາະ ຕໍ່ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດການແຜ່ນດິນໄຫວໃນຄັ້ງນີ້ດ້ວຍ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານ, ຄວາມສາມັກຄີເປັນນໍ້າໜຶ່ງໃຈດຽວຂອງປະຊາຊົນ ມາຣົກ ແລະ ການຊ່ວຍເຫລືອຂອງວົງຄະນະຍາດສາກົນ, ມາຣົກ ຈະສາມາດຜ່ານຜ່າໄພພິ ບັດຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

-------------------------------------------------------------------------

ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ

ຂປລ. ​ໃນວັນທີ 16 ກັນຍາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ທາມັນ ຊາມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ  ເນື່ອງໃນໂອກາດທີ່ທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີແຫ່ງ ສາທາລະນະລັດ ສິງກະໂປ ຄົນໃໝ່.

ເນື້ອໃນສານລະບຸ​ ​ວ່າ: ໃນນາມປະຊາຊົນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ເນື່ອງໃນໂອກາດທີ່ ທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະ ທານາທິບໍດີແຫ່ງ ສາທາລະນະລັດ ສິງກະໂປ ຄົນໃໝ່.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ດ້ວຍບົດຮຽນອັນກວ້າງຂວາງ ແລະ ຄວາມປີຊາສາມາດ ຂອງທ່ານ, ສາທາລະນະລັດ ສິງກະໂປ ຈະສາມາດສືບຕໍ່ກ້າວໄປສູ່ຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ ໃນຊຸມປີຂ້າງໜ້າ. ຂ້າພະເຈົ້າ ພ້ອມທີ່ຈະຮ່ວມເຮັດວຽກ​ ​ກັບ ທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບອັນເປັນມິດ ແລະການຮ່ວມມືທີ່ດີ​​ ທີ່ມີມາເກືອບ ທົດສະວັດ ລະຫວ່າງ ສອປະເທດພວກເຮົາ ໃຫ້ຂະຍາຍຕົວຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດ ມາຍັງ​ ​ທ່ານ ຈົ່ງມີສຸພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ​​ອັນຈົບງາມ ໃນການປະຕິບັດໜ້າທີ່ອັນມີກຽດໃໝ່ໃນຄັ້ງນີ້ ຂອງ​​ທ່ານ.




--------------------------------------------------------------

ໂທລະເລກ ສະແດງຄວາມເສົ້າສະຫລົດໃຈ

ຂປລ. ໃນວັນທີ 16 ກັນຍາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ສົ່ງໂທລະເລກສະແດງ ຄວາມເສົ້າສະຫລົດໃຈ ເຖິງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ  ຕໍ່ເຫດໄຟໄໝ້ຕຶກອາຄານທີ່ ຢູ່ອາໄສຂອງປະຊາຊົນ ຢູ່ນະຄອນຫລວງຮ່າໂນ້ຍ ເຊິ່ງມີເນື້ອ​ໃນ ລະບຸ​​ວ່າ: ຂ້າພະເຈົ້າ ສຸດທີ່ມີຄວາມເປັນຫ່ວງ ເມື່ອໄດ້ຊາບຂ່າວເກີດເຫດໄຟໄໝ້ ຕຶກອາຄານທີ່ຢູ່ອາໄສ ຂອງປະຊາຊົນ ຢູ່ນະ ຄອນຫລວງຮ່າໂນ້ຍ  ໃນຄືນວັນທີ 12 ກັນຍາ 2023 ຜ່ານມາ ອັນໄດ້ສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ຊີວິດ, ຊັບສິນ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ຫວຽດນາມອ້າຍນ້ອງ.

ຕາງໜ້າໃຫ້ພັກ, ລັດຖະບານ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ຄວາມເປັນຫ່ວງອັນຈິງໃຈ ແລະ ເລິກເຊິ່ງ ເຖິງສະຫາຍ ແລະ ຜ່ານສະຫາຍ ໄປຍັງຄອບຄົວຜູ້ປະສົບໄພ ກໍຄື ປະຊາຊົນ ຫວຽດນາມ ອ້າຍນ້ອງ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ຄວາມເປັນຫ່ວງເປັນໃຍ ຊີ້ນໍາຂອງລັດຖະບານ, ບັນດາຂະແໜງການ ແລະ ອໍານາດການປົກຄອງນະຄອນຫລວງຮ່າໂນ້ຍ, ປະຊາຊົນ ແລະ ຄອບຄົວຜູ້ສູນເສຍໃນຄັ້ງນີ້ ຈະຜ່ານຜ່າຄວາມຫຍຸ້ງ ຍາກ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ກ້າວເຂົ້າສູ່ສະພາບປົກກະຕິໂດຍໄວ.

​ໃນ​ຊ່ວງ​ເວລາ​ອັນ​ໂສກ​ເສົ້າ​ນີ້, ຂ້າພະ​ເຈົ້າ ຂໍ​ແບ່ງ​ເບົາ​ເອົາ​ຄວາມ​ທຸກ​ໂສກ ​ແລະ ສົ່ງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ມາ​ຍັງ​ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ອ້າ​ຍນ້ອງ​ ​ໂດຍ​ສະ​ເພາະ​ຕໍ່​ຄອບຄົວ, ຍາດ​ພີ່ນ້ອງ ຂອງ​ຜູ້​ປະສົບ​ໄພ​ມານະ​​ໂອກາດ​ນີ້. ລັດຖະບານ ແລະ ປະຊາຊົນ ລາວ ຍາມໃດກໍຢູ່ຄຽງຂ້າງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ໃນເວລາພົບຄວາມຫຍຸ້ງຍາກນີ້ ແລະ ຍົກສູງມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

ໂອກາດດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ ກໍໄດ້ສົ່ງໂທລະເລກສະແດງ ຄວາມເສົ້າສະຫລົດໃຈເຖິງທ່ານ ບຸ່ຍ ແທງ ເຊີນ ລັດ ຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຕໍ່ເຫດໄຟໄໝ້ຕຶກອາຄານທີ່ ຢູ່ອາໄສຂອງປະຊາຊົນ ຢູ່ນະຄອນຫລວງຮ່າໂນ້ຍ ເຊັ່ນກັນ.

--------------------------------------------------------------------------------------------------------------

ໂທລະເລກຊົມເຊີຍ ວັນຊາດ ສປປ ເກົາຫລີ ຄົບຮອບ 75 ປີ



ຂປລ. ໃນວັນທີ 7 ກັນຍາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ສົ່ງໂທ ລະເລກ ເຖິງທ່ານ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກເເຮງງານເກົາຫລີ, ປະທານກິດຈະການແຫ່ງລັດ, ຜູ້ບັນຊາການສູງສຸດ ກໍາລັງປະກອບອາວຸດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິ ປະໄຕ ເກົາຫລີ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຄົບຮອບ 75 ປີ.

ເນື້ອໃນໂທລະເລກ​ໄດ້ລະບຸວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາ ຊົນ ປະຊາທິປະໄຕ ເກົາຫລີ ຄົບຮອບ 75 ປີ, ໃນນາມຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ໂດຍຜ່ານ ສະຫາຍ ໄປຍັງ ຄະນະບໍລິຫານງານ ສູນກາງພັກແຮງງານເກົາຫລີ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຕີລາຄາສູງທີ່ເຫັນວ່າ ຕະຫລອດໄລຍະ 75 ປີ ແຫ່ງການສະຖາປະນາ ປະເທດຊາດ ສປປ ເກົາຫລີ ເເລະ ພາຍໃຕ້ການຊີ້ນໍາ-ນໍາພາ ອັນເດັດດ່ຽວ ແລະ ເຂັ້ມແຂງຂອງພັກແຮງງານເກົາຫລີ, ສປປ ເກົາຫລີ ສືບຕໍ່ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງຮອບດ້ານ ແລະ ເຮັດໃຫ້ ສປປ ເກົາຫລີ ມີສະຖຽນລະພາບ ທາງດ້ານການເມືອງທີ່ໜັກແໜ້ນ, ເສດ ຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ວຽກງານການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ເຂັ້ມແຂງ, ຊີວິດການເປັນຢູ່ ຂອງປະຊາຊົນເກົາຫລີ ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ.

ຂ້າພະເຈົ້າ ມີຄວາມຍິນດີທີ່ຈະສືບຕໍ່ ຮ່ວມມືກັບສະຫາຍຢ່າງໃກ້ຊິດ ເພື່ອຊຸກຍູ້ ເເລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອມາເເຕ່ດົນນານ ເພື່ອນຳເອົາຜົນປະໂຫຍດຕົວຈິງ ນັບມື້ຫລາຍຂຶ້ນມາສູ່ ປະຊາຊົນສອງຊາດ ກໍຄື ພາລະກິດປົກປັກຮັກສາສັນຕິ ພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາອັນເດັດດ່ຽວ, ເຂັ້ມແຂງຂອງພັກແຮງງານເກົາຫລີ ອັນມີ ສະຫາຍ ເປັນຜູ້ນຳ, ສປປ ເກົາຫລີ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ສູ່ຈຸດໝາຍສັງຄົມນິຍົມ ທີ່ຮັ່ງມີເຂັ້ມແຂງ ແລະ ບັນລຸເປົ້າໝາຍ ໃນການທ້ອນໂຮມປະເທດຊາດ ໂດຍສັນຕິວິທີ, ປາສະຈາກການແຊກແຊງຈາກພາຍນອກ.

ອີກເທື່ອໜຶ່ງ, ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃໝ່ ທີ່ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ອັນມີກຽດສູງສົ່ງ ຂອງສະຫາຍ.

ພ້ອມ​ກັນ​ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍ​ໄດ້​ສົ່ງ​ໂທລະ​ເລກຊົມ​ເຊີຍ​ເຖິງ ທ່ານ ກິມ ດົກ ຮຸນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາ ຫລີ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້​ສົ່ງ​ໂທລະ​ເລກຊົມ​ເຊີຍ​​ເຖິງ ທ່ານນາງ ແຈ ຊອນ ຮຸຍ ລັດຖະມົນຕີກະຊວງຕ່າງ ປະເທດແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ເນື່ອງໃນໂອກາດວັນສະຖາ ປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຄົບຮອບ 75 ປີ ​ເຊັ່ນ​ດຽວ​ກັນ.



-------------------------------------------------------------------------------------------------------------------------------------------------

ການນຳຂັ້ນສູງຂອງລາວ ສົ່ງໂທລະເລກອວຍພອນ ວັນຊາດຫວຽດນາມ ຄົບຮອບ 78 ປີ

ຂປລ. ໃນວັນທີ 1 ກັນຍາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສົ່ງໂທລະເລກອວຍພອນ ເຖິງ ທ່ານ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ຫວໍ ວັນ ເຖືອງ, ປະທານປະເທດ, ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແລະ ທ່ານ ເວືອງ ດິງ ເຫວ້ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 78 ປີ.

ເນື້ອນໃນສານ ໄດ້ລະບຸວ່າ: ໃນນາມຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມເຊີຍອັນອົບອຸ່ນ, ໄມ​​ຕີຈິດມິດຕະພາບອັນດູດື່ມ, ຄວາມ ສາມັກຄີຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ແລະ ພອນໄຊອັນປະເສີດ ມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ ເນື່ອງ ໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 78 ປີ (2/9/1945-2/9/2023).

ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ຕະຫລອດໄລຍະ 78 ປີຜ່ານມາ, ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ທີ່ມີກຽດ ສະຫງ່າ ໂດຍປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງ, ດ້ວຍການເຊີດຊູນໍ້າໃຈຮັກຊາດອັນດູດດື່ມ ແລະ ພິລະອາດ ຫານ, ປະຊາຊົນຫວຽດນາມວິລະຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການ ສາມາດຍາດເອົາເອກະລາດແຫ່ງຊາດ ແລະກ້າວໄປເຖິງການທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນ​, ສືບຕໍ່ດຳເນີນ ພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ ສັງຄົມນິຍົມຢ່າງມີໄຊ ຕະຫລອດໄລຍະຫລາຍທົດສະວັດທີ່ຜ່ານມາ ໂດຍສະເພາະແມ່ນໄລຍະ 37 ປີ ແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່ ຢ່າງມີຫລັກການຂອງພັກກອມມູນິດ ຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ສາມາດຍາດໄດ້ໄຊຊະນະເປັນກ້າວໆມາ, ສະຖຽນລະພາບທາງດ້ານ ການເມືອງມີຄວາມໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ​, ​ເສດຖະກິດມີການຂະຫຍາຍຕົວໃນລະ ດັບສູງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ຖານະບົດບາດ ແລະ ອິດທິພົນ ຂອງພັກກອມມູນິດ ຫວຽດນາມ ແລະ ສສ ຫວຽດນາມ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າ ມີຄວາມປິຕິຍິນດີເປັນ ຢ່າງຍິ່ງ ຕໍ່ຜົນສໍາເລັດອັນໃຫຍ່ຫລວງ ທີ່ ສສ ຫວຽດນາມ ຍາດມາ ໄດ້ຕະຫລອດໄລຍະຜ່ານມາ ແລະ ຖືຜົນສຳເລັດດັ່ງກ່າວ ເປັນບົດຮຽນອັນລໍ້າຄ່າ ແລະ ເປັນສິ່ງປຸກລະດົມກໍາລັງ ໃຈອັນໃຫຍ່ຫລວງ ໃຫ້ແກ່ ສປປ ລາວ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງຕົນ.

          ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ເຫັນວ່າ ຕະຫລອດໄລຍະຜ່ານມາ ສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ   ສຸພານຸວົງ ທີ່ແສນເຄົາລົບຮັກ ຂອງພວກເຮົາຮ່ວມກັນສ້າງຕັ້ງຂຶ້ນ ແລະ ໄດ້ຮັບການປົກປັກຮັກສາ, ຖະນຸຖະໜອມ, ເພີ່ມພູນຄູນສ້າງ ດ້ວຍຢາດເຫື່ອ ແລະ ເລືອດເນື້ອ ຂອງບັນດານັກຮົບປະຕິວັດ ແລະ ບັນດາການນໍາຫລາຍຮຸ່ນຄົນ ຂອງສອງຊາດພວກເຮົານັ້ນ ສືບຕໍ່ໄດ້ຮັບການເສີມຂະຫຍາຍທັງລວງກວ້າງ ແລະ ລວງເລິກ, ນັບມື້ນັບມີປະສິດທິ ຜົນ, ກາຍເປັນມູນມໍລະດົກອັນລໍ້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ກາຍເປັນເຫງົ້າພະລັງແຮງທີ່ບໍ່ບົກແຫ້ງ, ເປັນປັດໄຈຕັດສິນໄຊຊະນະ ຂອງພາລະກິດປະຕິວັດຂອງທັງສອງຊາດ ລາວ-ຫວຽດນາມ ພວກເຮົາ ຕະຫລອດມາ.

          ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະ ແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຕໍ່ກັບມິດຈິດ ມິດໃຈອັນບໍລິສຸດຜຸດຜ່ອງ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ, ການສະໜັບສະໜູນ ແລະ ການອຸ້ມຊູຊ່ວຍເຫລືອອັນລໍ້າຄ່າ, ທັນການໃຫ້ ສປປ ລາວ ຕະຫລອດມາ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໃນໄລຍະ ສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ພວກຂ້າພະເຈົ້າ ຂໍຢືນຢັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນ ຈະມີການຜັນແປໄປແນວໃດກໍຕາມ, ພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນພິເສດທີ່ ຫາຍາກ ຂອງພວກເຮົາໃຫ້ຈະເລີນງອກງາມ, ແຕກດອກອອກຜົນ ແລະ ເບັ່ງບານຫອມຫວນຕະຫລອດກາລະນານ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງປະເທດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການ ພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ພາຍໃຕ້ການນໍາພາອັນສະຫລາດສ່ອງ ໃສຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ຫງວຽນ ຝູ ຈ້ອງ ເປັນຜູ້ນໍາພານັ້ນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດ ອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ບັນລຸໄດ້ຈຸດໝາຍແຫ່ງການສ້າງ ສສ ຫວຽດນາມ ໃຫ້ເປັນປະເທດອຸດສາຫະກໍາ ຕາມທິດທັນສະໄໝ ຕາມເປົ້າໜາຍ ແລະ ທິດທາງຍຸດທະສາດຮອດປີ 2030 ແລະ ວິໄສທັດການພັດທະນາປະ ເທດຮອດປີ 2045 ເພື່ອເຮັດໃຫ້ປະຊາຊົນ ຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.​

ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນ ໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນໃນການສືບຕໍ່ນຳພາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງໜັກແໜ້ນ ເພື່ອບັນລຸຈຸດໝາຍທີ່ວາງໄວ້; ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫລອດກາລະນານ.

ໃນໂອກາດດຽວກັນ,ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະເລກອວຍພອນ ເຖິງ ທ່ານ ບຸ່ຍ ແທງ ເຊີນ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 78 ປີ ເຊັ່ນດຽວກັນ.


-------------------------------------------------------------------------------------------------------------------------------

ສານອວຍພອນ ວັນຊາດ ວັນຊາດ ມານ​ດິວ ຄົບຮອບ 58 ປີ



          ຂປລ. ວັນທີ 2 ສິງຫາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ສົ່ງສານອວຍພອນ ເຖິງທ່ານ ອິບຣາຮິມ ໂມຮາເມັດ ໂຊລີ ປະທານາທິບໍດີ ແຫ່ງ ສາທາລະນະລັດ ມານດິວ ​ ເນື່ອງໃນໂອກາດວັນຊາດ ຄົບຮອບ 58 ປີ.

ເນື້ອໃນສານ​ໄດ້ລະບຸ​​ວ່າ: ເນື່ອງໃນໂອກາດວັນຊາດ ຄົບຮອບ 58 ປີ ແຫ່ງ ສາທາລະນະລັດ ມານດິວ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສະແດງຄວາມຊົມ ເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດ ມາຍັງທ່ານ ແລະ ປະຊາຊົນມານດິວ ເພື່ອນມິດ ທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ມານດິວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໃນຊຸມປີທີ່ຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນທີ່ດີດັ່ງກ່າວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້ ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງ ທ່ານ ແລະ ຂໍອວຍພອນໃຫ້ ປະຊາຊົນມານດິວ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

​ພ້ອມ​ກັນ​ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍ​ໄດ້​ສົ່ງ​ສານ​ອວຍພອນ ​ເຖິງ ທ່ານ ອັບດຸນລາ ຊາຮິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ມານດິວ ເນື່ອງໃນໂອກາດວັນຊາດ ຄົບຮອບ 58 ປີ ແຫ່ງ ສາທາລະນະລັດ ມານດິວ ​ເຊັ່ນ​ດຽວ​ກັນ.



----------------------------------------------------------------------------------------------------------------------------

ສານອວຍພອນວັນຊາດ ສະວິດ ຄົບຮອບ 732ປີ

ຂປລ. ໃນວັນທີ 1 ສິງຫາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ທ່ານ ອາແລັງ ແບກເຊ ປະທານາ ທິບໍດີ ແຫ່ງ ສະມາພັນທະລັດ ສະວິດ ເນື່ອງໃນໂອກາດວັນຊາດ ແຫ່ງ ສະມາພັນທະລັດ ສະວິດ ຄົບຮອບ 732 ປີ.

ເນື້ອໃນສານ​ໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສະມາພັນທະລັດ ສະວິດ ຄົບຮອບ 732 ປີ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊ ອັນປະເສີດ ມາຍັງທ່ານ ແລະ ຜ່ານທ່ານໄປຍັງປະຊາຊົນສະວິດ ເພື່ອນມິດທຸກຖ້ວນໜ້າ.

ພິເສດປີນີ້ ແມ່ນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະມາພັນທະລັດ ສະວິດ, ຂ້າພະເຈົ້າ  ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າໃນຕະຫລອດ 60 ປີ ທີ່ຜ່ານມາ, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດພວກເຮົາສືບຕໍ່ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ. ການຊ່ວຍເຫລືອອັນລ້ຳຄ່າຂອງ ສະວິດ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ໃນຂົງເຂດອາຊີວະສຶກສາ, ການພັດທະນາຊົນນະບົດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງປ່າໄມ້ ແລະ ທີ່ດິນ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີໝາກຜົນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະມາພັນທະລັດ ສະວິດ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນ ສະວິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.     

ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍພອນວັນຊາດເຖິງ ທ່ານ ອິກນາຊິໂອ ກາດຊິສ໌ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສະມາພັນທະລັດ ສະວິດ ເນື່ອງໃນໂອກາດວັນຊາດ ແຫ່ງ ສະມາພັນທະລັດ ສະວິດ ຄົບຮອບ 732 ປີ ເຊັ່ນດຽວກັນ.


-----------------------------------------------------------------------------------------

ຈົດໝາຍສະແດງຄວາມຊົມເຊີຍ



ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາປະໄຕ ປະຊາຊົນລາວ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍ ເຖິງ ສົມເດັດ ໂມຮາເມັດ ທີ VI ກະສັດ ແຫ່ງ ຣາຊະອານາຈັກ ມາຣົກ ເນື່ອງໃນໂອກາດວັນຊາດ ​ແຫ່ງ ຣາຊະອານາຈັກ ມາຣົກ ຄົບຮອບ 24 ປີ.

ເນື້ອໃນສານໄດ້ລະບຸວ່າ: ໃນ​ນາມປະ​ຊາ​ຊົນ​ລາວ ທຸກຖ້ວນໜ້າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ​ຂໍສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ອວຍພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ ສົມເດັດ, ລັດຖະບານ ແລະ ປະຊາຊົນ ມາຣົກ  ເນື່ອງໃນໂອກາດວັນຊາດ ​ແຫ່ງ ຣາຊະອານາຈັກ ມາຣົກ ຄົບຮອບ 24 ປີ.

ຂ້າພະເຈົ້າ ມີຄວາມພາກພູມໃຈທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ມາຣົກ ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ ຕະຫລອດໄລຍະຫລາຍປີທີ່ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃນຂະແໜງການຕ່າງໆໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນສະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງ ສົມເດັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງພະອົງ ແລະ ປະຊາຊົນ ມາຣົກ ຈົ່ງສືບຕໍ່ມີສັນຕິສຸກ ແລະ ວັດທະນະຖາວອນ.

----------------------------------------------------------------------------------------------------

ສານ​ຊົມ​ເຊີຍ ຜົນສຳ​ເລັດ​ການ​ເລືອກ​ຕັ້ງ

ສະມາຊິກສະພາແຫ່ງຊາດ ກຳປູເຈຍ ຊຸດທີ VII



ຂປລ. ວັນທີ 25 ກໍ​ລະ​ກົດ 2023 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານຊົມ ເຊີຍ ເຖິງສົມເດັດ ອັກຄະມະຫາ ​​ເສນາ​ບໍດີ ​ເຕ​ໂຈ ຮຸ​ນເຊນ ປະທານພັກປະຊາຊົນ ກໍາປູເຈຍ ຕໍ່ຜົນສຳເລັດ ໃນການຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ກຳປູເຈຍ ຊຸດທີ VII.

ເນື້ອໃນສານ​ໄດ້ລະບຸວ່າ:   ຂ້າ​ພະ​ເຈົ້າ​ມີ​ຄວາມ​ປີ​ຕິ​ຍິນດີ​ເປັນ​ຢ່າງ​ຍິ່ງ ແລະ ຂໍສະແດງຄວາມຊົມ ເຊີຍຢ່າງຈິງໃຈມາຍັງ​ສົມ​ເດັດ  ແລະ ຜ່ານ​ສົມ​ເດັດ ​ໄປ​ຍັງຄະນະບໍລິຫານງານສູນກາງພັກປະຊາຊົນ ກໍາປູເຈຍ, ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ຕໍ່ຜົນສຳເລັດອັນຈົບງາມ ໃນການຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ກຳປູເຈຍ ຊຸດທີ VII ໃນວັນທີ 23 ກໍລະກົດ 2023 ຜ່ານ​ມາ.

ໄຊຊະນະອັນຍິ່ງໃຫຍ່ຂອງພັກປະຊາຊົນ ກໍາປູເຈຍ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຄັ້ງນີ້, ອີກເທື່ອໜຶ່ງໄດ້ເປັນສິ່ງຢັ້ງຢືນໃຫ້ເຫັນເຖິງບົດບາດຂອງ ພັກປະຊາຊົນ ກໍາປູເຈຍ ອັນມີສົມເດັດ ເປັນຜູ້ນຳພາ. ພ້ອມກັນນັ້ນ, ກໍສະແດງໃຫ້ເຫັນຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ສະໜັບສະໜູນຈາກປະຊາຊົນ ກໍາປູເຈຍ ທີ່ມີຕໍ່ພັກປະຊາຊົນ ກໍາປູເຈຍ.     

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນ ກໍາປູເຈຍ ອັນມີ ສົມເດັດ ອັກຄະມາຫາ ເສນາ ບໍດີ ເຕໂຈ ຮຸນ​ເຊນ ເປັນຜູ້ນຳນັ້ນ, ພັກປະຊາຊົນ ກໍາປູເຈຍ ຈະສືບຕໍ່ນຳພາປະຊາຊົນ ກໍາປູເຈຍ ອ້າຍນ້ອງ ຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດແຫ່ງ​ການສ້າງສາພັດ ທະນາປະເທດ ກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບົດບາດ ຂອງຣາຊະອານາຈັກກໍາປູເຈຍ ຈະນັບມື້ນັບສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກໍາປູເຈຍ  ແລະ ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ລາວ-ກໍາປູເຈຍ ຈະສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ເສີມຂະຫຍາຍເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.



----------------------------------------------------------------------------------

ສານ​ອວຍພອນ ວັນຊາດ​ແບນ​ຊິກ



ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ  ໄດ້ສົ່ງສານອວຍພອນ ເຖິງ ສົມ​ເດັດ​ ພະ​ຣາຊາ ຟິລິບ ​ແຫ່ງ ຣາຊະ​ອານາ​ຈັກ ​​ແບນ​ຊິກ ເນື່ອງໃນ​ໂອ​ກາດວັນຊາດ ແຫ່ງ ຣາຊະອານາຈັກ ​ແບນ​ຊິກ. 

ເນື້ອໃນສານ​ໄດ້ລະບຸວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງ ຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມ​ເດັດ ​ພະ​ຣາຊາ ແລະ ປະຊາຊົນ ​ແບນ​ຊິກ ທຸກຖ້ວນໜ້າ ເນື່ອງໃນ​ໂອ​ກາດວັນຊາດ ແຫ່ງ ຣາຊະອານາຈັກ ​ແບນ​ຊິກ.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ​ແບນ​ຊິກ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດອັນມີຄວາມໝາຍນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສົມ​ເດັດ ​ພະ​ຣາຊາ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດອັນສູງສົ່ງຂອງພະອົງ ແລະ ປະຊາຊົນ ແບນ​ຊິກ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນວັນຊາດເຖິງ ທ່ານ ນາງ ຮັດຈາ ລາບິບ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ແບນຊິກ ເນື່ອງໃນ​ໂອ​ກາດວັນຊາດ ແຫ່ງ ຣາຊະອານາຈັກ ​ແບນ​ຊິກ ​ເຊັ່ນ​ດຽວ​ກັນ.



---------------------------------------------------------------------------------------------


ສານອວຍພອນວັນ ສ້າງຕັ້ງລັດມົງໂກລີ ແລະ ວັນ

ໄຊຊະນະ ການປະຕິວັດຂອງປະຊາຊົນ ມົງໂກລີ



ຂປລ. ວັນທີ 11 ກໍລະກົດ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ທ່ານ ໂອຄານາກີນ ຄູເຣ໌ລຊຸເຄ (UKHNAAGIIN KHURELSUKH) ປະທານາທິບໍດີ ແຫ່ງ ມົງໂກລີ ເນື່ອງ​ໃນ​ໂອກາດ​ບຸນປະເພ ນີ “Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 817 ປີ ແລະ ວັນໄຊຊະນະຂອງ ການປະຕິວັດ ຂອງປະຊາຊົນ ມົງໂກລີ ຄົບຮອບ 102 ປີ.

ເນື້ອໃນສານ​ໄດ້ລະບຸວ່າ: ເນື່ອງ​ໃນ​ໂອກາດ​ບຸນປະເພນີ “Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 817 ປີ ແລະ ວັນໄຊຊະນະຂອງ ການປະຕິວັດ ຂອງປະຊາຊົນ ມົງໂກລີ ຄົບຮອບ 102 ປີ, ໃນນາມປະຊາຊົນ ລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ຜ່ານທ່ານ ໄປຍັງປະຊາຊົນ ມົງໂກລີ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະ​ເຈົ້າ, ​ມີ​ຄວາມ​ປິ​ຕິຍິນດີ ເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສປປ ລາວ ເເລະ ມົງໂກລີ ໄດ້ຮັບການເສີມຂະຫຍາຍ ເເລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ຕະຫລອດໄລຍະ 6 ທົດສະວັດ ທີ່ສອງປະເທດພວກເຮົາ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີຢູ່ແລ້ວຂອງສອງ ປະເທດພວກເຮົາ ຈະສືບຕໍ່ໄດ້ຮັບ ການຊຸກຍູ້ສົ່ງເສີມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ມົງໂກລີ ກໍຄື ເພື່ອສັນຕິ ພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້,​ ຂ້າພະເຈົ້າ ຂໍອວຍພອນ​ໄຊ​ ອັນປະເສີດມາຍັງທ່ານ ຈົ່ງມີສຸຂະ ພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ອັນໃຫຍ່ຫລວງກວ່າເກົ່າ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ຂອງຕົນ ແລະ ອວຍພອນໃຫ້ປະຊາຊົນ ມົງໂກລີ ເພື່ອນມິດ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນາຖາວອນ.

 ໃນໂອກາດນີ້, ທ່ານ  ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ລຸບຊັງນໍາສະເເລງ ໂອໂຢນ ເອລະເຕັງ (LUVSANNAMSRAIN OYUN-ERDENE) ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ​ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍພອນ ເຖິງ ທ່ານ ນາງ ບັດເຊເຊັກ ບັດເມີງ(BATTSETSEG BATMUNKH) ລັດຖະມົນຕີຕ່າງປະເທດ ແຫ່ງ ມົງໂກລີ  ເນື່ອງ​ໃນ​ໂອກາດ​ບຸນປະເພນີ “Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 817 ປີ ແລະ ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 102 ປີ ​ເຊັ່ນ​ດຽວ​ກັນ.






---------------------------------------------------------------------------------------------

ສານອວຍພອນ ວັນຊາດ ການາດາ ຄົບຮອບ 156 ປີ



        ຂປລ. ໃນວັນທີ 7 ກໍລະກົດ 2023 ນີ້, ການນໍາຂັ້ນສູງຂອງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງຕາມລຳດັບຄື: ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສົ່ງສານອວຍພອນເຖິງ ທ່ານ ນາງ ແມຣີ ເມ ໄຊມອນຜູ້ສໍາເລັດຣາຊະການ ແຫ່ງ ການາດາ, ທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີ ການາດາ ແລະ ທ່ານ ນາງ ເມລານີ ໂຊລີລັດຖະມົນຕີ ກະຊວງການຕ່າງປະເທດ ການາດາ ເນື່ອງໃນໂອກາດວັນຊາດ ການາດາ ຄົບຮອບ 156 ປີ.

ເນື້ອໃນສານໄດ້ລະບຸວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ທ່ານ ແລະ ຜ່ານທ່ານ ໄປຍັງປະຊາຊົນການາດາ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ການາດາ ຄົບຮອບ 156 ປີ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີໃນປັດຈຸບັນ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງທ່ານ ຈົ່ງມີສຸ ຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນ ການາດາ ຈົ່ງສືບຕໍ່ມີສັນຕິສຸກ ແລະ ວັດທະນະຖາວອນ.





--------------------------------------------------------------------

ສານອວຍພອນວັນສ້າງຕັ້ງ ພັກປະຊາຊົນ ກໍາປູເຈຍ ຄົບຮອບ 72 ປີ



ຂປລ. ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນເຖິງ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ກໍາປູເຈຍ ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ກໍາປູເຈຍ ຄົບຮອບ 72 ປີ (28/6/1951-28/6/2023)

ເນື້ອໃນສານໄດ້ລະບຸວ່າ:  ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ກໍາປູເຈຍ ຄົບຮອບ 72 ປີ, ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ມີ​ຄວາມ​ປີ​ຕິ​ຍິນ​ດີ​​ສົ່ງຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ ມາຍັງ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ກໍາປູເຈຍ ນະໂອກາດນີ້.

ພວກຂ້າພະເຈົ້າ ຕີລາຄາສູງຕໍ່ ຜົນສໍາເລັດອັນໃຫຍ່ຫລວງແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ທີ່ ປະຊາຊົນ ກໍາປູເຈຍ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ກໍາປູເຈຍ ຍາດມາໄດ້ຕະຫລອດໄລຍະ 72 ປີ ຜ່ານມາ,ອັນໄດ້ເຮັດໃຫ້ປະເທດມີ​ສະຖຽນ​ລະ​ພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດ ສືບຕໍ່ໄດ້ຮັບການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ແລະ ໝັ້ນ​ທ່ຽງ, ​ຊີວິດການເປັນຢູ່ຂອງ ປະຊາຊົນ ກໍາປູເຈຍ ​ອ້າຍ​ນ້ອງ ນັບມື້ໄດ້ຮັບການປັບປຸງປົວແປງດີຂຶ້ນເທື່ອລະກ້າວ​, ຖານະບົດບາດອິດທິພົນຂອງ ພັກປະຊາຊົນ ກໍາປູເຈຍ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີການເມືອງພາຍໃນປະເທດ ແລະ ເວທີສາກົນ.

ພວກຂ້າພະເຈົ້າ ມີຄວາມປິຕິຊົມ​ຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍ, ປະກອບສ່ວນສໍາຄັນເຂົ້າໃນ ພາລະກິດສ້າງສາພັດທະນາຂອງສອງປະເທດ ລາວ ແລະ ກໍາປູເຈຍ.

ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງພັກປະຊາຊົນ ກໍາປູເຈຍ ອັນມີ ສົມເດັດ ອັກຄະມະຫາ​ເສນາບໍດີ ​ເຕ​ໂຈ ຮຸນແຊນ ເປັນຜູ້ນໍາ, ພັກປະຊາຊົນ  ກໍາປູເຈຍ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນ​ພາລະກິດສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ກ້າວສູ່​ ຄວາມ​ຈະເລີນ​ວັດທະນະຖາວອນ.

ຂໍ​ອວຍພອນ​ໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ພັກປະຊາຊົນ​ປະຕິວັດ​ລາວ ​ແລະ ພັກ​ປະຊາຊົນ ກຳປູ​ເຈຍ ຈົ່ງໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາ ຊົນ ສອງຊາດ ກໍຄື ພາລະກິດແຫ່ງການເສີມສ້າງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.



---------------------------------------------------------------------------

ສານສະແດງຄວາມເສົ້າສະຫລົດໃຈ



ຂປລ. ໃນວັນທີ 28 ມິຖຸນາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ນາງ ຈໍເຈຍ ເມໂລນີ ນາ ຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອີຕາລີ ກ່ຽວກັບ ທ່ານ ຊີລວີໂອ ແບລຸສ໌ໂຄນີ ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອີຕາລີ ໄດ້ເຖິງແກ່ມໍລະນະກຳ.

ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ມີຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮູ້ຂ່າວວ່າ ທ່ານ ຊີລວີໂອ ແບລຸສ໌ໂຄນີ ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອີຕາລີ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 12 ມິຖຸນາ 2023.

ໃນນາມ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງທ່ານ ແລະ ຜ່ານທ່ານ ໄປຍັງ ຄອບຄົວຂອງທ່ານ ຊີລວີໂອ ແບລຸສ໌ໂຄນີ, ລັດຖະບານ ແລະ ປະຊາຊົນ ອີຕາລີ ທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ.

ຂໍໃຫ້ດວງວິນຍານ ຂອງ ທ່ານ ຊີລວີໂອ ແບລຸສ໌ໂຄນີ ຈົ່ງໄປສູ່ສຸຂະຕິ.











-------------------------------------------------------------------------------------------------

ສານອວຍພອນວັນຊາດ ຣາຊະອານາຈັກ ລຸກຊໍາບວກ



ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ສົມ​ເດັດ ພະຣາຊາ ຄຣັງ ດຸກ ອັງ​ຣີ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ລຸກ​ຊຳ​ບວກ ເນື່ອງ​ໃນ​ໂອ​ກາດວັນ​ຊາດ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ລຸກ​ຊຳ​ບວກ.

ເນື້ອໃນສານໄດ້ລະບຸວ່າ: ໃນ​ນາມ​ປະ​ຊາ​ຊົນ​ລາວ ​ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ຂໍ​ສະ​ແດງ​​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ ​ອັນ​ປະ​ເສີດ ມາ​ຍັງ ສົມ​ເດັດ ພະຣາຊາ ແລະ ປະຊາຊົນ ລຸກ​ຊຳ​ບວກ ທຸກຖ້ວນໜ້າ ເນື່ອງ​ໃນ​ໂອ​ກາດວັນ​ຊາດ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ລຸກ​ຊຳ​ບວກ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາ​ຊະ​ອາ​ນາ​ຈັກ ລຸກ​ຊຳ​ບວກ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ທັງ​ໃນ​ຂອບ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບ​ຍືນ​ຍົງ ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍອວຍພອນໃຫ້ ສົມເດັດ ພະຣາຊາ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບ ຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພະອົງ ແລະ ອວຍພອນໃຫ້ປະຊາຊົນ ລຸກຊຳບວກ ເພື່ອນມິດ ຈົ່ງສືບຕໍ່ມີຄວາມ ກ້າວໜ້າ ແລະ ວັດທະນາຖາວອນ.




-------------------------------------------------------------------

ຈົດໝາຍອວຍພອນ

ຂປລ.​ໃນ​ວັນ​ທີ 15 ມິຖຸນາ 2023 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍ ລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ​ໄດ້ສົ່ງ​ຈົດໝາ​ຍ ອວຍພອນ ​ເຖິງສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ​ເນື່ອງ​​ໂອກາດ ວັນເກີດຂອງ ສະຫາຍ ຄົບຮອບ 70 ປີ.

​ເນື້ອ​ໃນ​ຈົດໝາຍ ລະບຸ​ວ່າ: ເນື່ອງໃນໂອກາດວັນເກີດ ຂອງສະຫາຍ ຄົບຮອບ 70 ປີ, ຂ້າພະ ເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄວາມຢື້ຢາມຖາມຂ່າວ ແລະ ຄຳອວຍພອນໄຊອັນປະເສີດ ດ້ວຍໄມຕີຈິດອັນດູດດື່ມ, ສຸດອົກສຸດໃຈ ແລະ ສະໜິດສະໜົມຖານສະຫາຍອ້າຍນ້ອງ ມາຍັງ ສະຫາຍ ແລະ ຄອບຄົວ ນະໂອກາດນີ້.

ຂ້າພະເຈົ້າ ຕີລາຄາສູງຕໍ່ຄວາມບາກບັ່ນ ຂອງສະຫາຍ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ເຂົ້າໃນພາລະກິດສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຕະຫລອດໄລຍະຜ່ານມາ ໂດຍສະເພາະ ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຂອງພັກກອມມູນິດຈີນ ເປັນ ຕົ້ນມາ, ສະຫາຍໄດ້ສະເໜີ ແນວຄິດວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ທີ່ໄດ້ກາຍເປັນຄັນທຸງ ແລະ ທິດນຳຍຸດທະສາດ ຂອງພັກກອມມູນິດຈີນ ໃນການນໍາພາປະຊາຊົນຈີນອ້າຍນ້ອງ ພັດທະນາປະເທດຊາດດ້ວຍທ່ວງທ່າໃໝ່, ຍາດໄດ້ຜົນສໍາເລັດຢ່າງຮອບດ້ານ ແລະ ໜ້າອັດສະຈັນ, ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃນທົ່ວປະເທດຈີນ ແລະ ບັນລຸເປົ້າໝາຍ 100 ປີເຫດ ການທໍາອິດ ໃນການສ້າງປະເທດສັງຄົມນິຍົມ ທີ່ອີ່ມໜໍາສໍາລານຮອບດ້ານໂດຍພື້ນຖານ. ບົດຮຽນ ແລະ ຜົນສໍາເລັດ ຂອງສປ ຈີນ ກໍຄື ບັນດາຂໍ້ລິເລີ່ມຕ່າງໆຂອງສະຫາຍ ໄດ້ປະກອບສ່ວນສໍາຄັນເຂົ້າໃນພາ ລະກິດ ແຫ່ງການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກອີກດ້ວຍ.

ໃນໂອກາດນີ້, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ຄວາມເອົາໃຈ ໃສ່ ຂອງສະຫາຍ ຕໍ່ການສະໜັບສະໜູນຊ່ວຍເຫລືອ ຢ່າງທັນການ ແລະ ມີປະສິດທິຜົນ ຕໍ່ສປປ ລາວ ຕະຫລອດໄລຍະທີ່ຜ່ານມາ.

ຂ້າພະເຈົ້າ ມີຄວາມໝາຍໝັ້ນທີ່ຈະຮ່ວມກັບສະຫາຍ ສືບຕໍ່ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ກ້າວເຂົ້າສູ່ລວງເລິກ, ແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫລາຍຂຶ້ນ.

ຂໍອວຍພອນໃຫ້ສະຫາຍ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດ ສູງສົ່ງຂອງຕົນ, ສືບຕໍ່ນໍາພາປະຊາຊົນຈີນອ້າຍນ້ອງ ສ້າງສາພັດ ທະນາ ສາທາລະນະລັດ ປະຊາຊົນຈີນ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່, ສ້າງປະເທດຈີນໃຫ້ນັບມື້ນັບມີຄວາມເຂັ້ມແຂງທັນສະໄໝ, ບັນລຸເປົ້າໝາຍ 100 ປີເຫດການທີສອງ ກໍຄື ຄວາມມຸ່ງຫວັງແຫ່ງການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງປະຊາຊາດຈີນ.





---------------------------------------------------------------------------------------

ສານອວຍພອນວັນຊາດສະຫະພັນ ຣັດເຊຍ



       ຂປລ. ໃນວັນທີ 8 ມິຖຸນາ 2023 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ​ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ທ່ານ ວະລາດີເມຍ ປູຕິນປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ.

ເນື້ອໃນສານ​ໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ຜ່ານທ່ານ ໄປຍັງປະຊາຊົນ ຣັດເຊຍ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ, ຄວາມເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະ ຫຍາຍຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃຫຍ່ຫລວງໃນການນໍາພາປະເທດຊາດຂອງທ່ານ ໄປສູ່ຄວາມວັດທະນະຖາວອນ ແລະ ປະຊາຊົນ ຣັດເຊຍ ຈົ່ງມີຄວາມສົມບູນພູນສຸກ.

​ໂອກາດ​ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ​ໄດ້ສົ່ງສານອວຍພອນ​ເຖິງ ທ່ານ ມີຄາອີນ ມີຊູສະຕິນ ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ ​ເຊັ່ນ​ດຽວ​ກັນ.



--------------------------------------------------------------------------------------------------------------------------------------------



ສານຊົມເຊີຍ ຄູ່ຮ່ວມຕຳແໜ່ງ



ຂປລ. ໃນວັນທີ 8 ມິຖຸນາ 2023 ນີີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ເຣີເຊັບ ໄຕຢິບ ແອໂດກັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຕວັກກີ ໃນໂອກາດທີ່ໄດ້ຮັບການເລືອກຕັ້ງ   ໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີແຫ່ງ ສາທາລະນະລັດ ຕວັກກີສະໄໝທີ 3​.

ເນື້ອໃນສານໄດ້ລະບຸວ່າ: ໃນນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນ ກຽດ ສົ່ງຄໍາຊົມເຊີຍຢ່າງຈິງໃຈ ມາຍັງທ່ານເນື່ອງໃນໂອກາດທີ່ທ່ານ ໄດ້ຮັບການເລືອກຕັ້ງ   ໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີແຫ່ງ ສາທາລະນະລັດ ຕວັກກີສະໄໝທີ 3​.

ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງທ່ານ , ຕວັກກີ ຈະສືບຕໍ່ໄດ້ຮັບການພັດ ທະນາ ແລະ ມີຄວາມວັດທະນາຖາວອນ, ຂ້າພະເຈົ້າ ຫວັງວ່າຈະສືບຕໍ່ເຮັດວຽກຮ່ວມກັບທ່ານ ເພື່ອຮັດແໜ້ນສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະ ລັດ ຕວັກກີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິ ພາບ,ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບແຂງແຮງ, ພະລານາໄມສົມບູນ ແລະ ປະສົບຜົນສຳເລັດຍິ່ງໆຂຶ້ນໄປ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ຂໍໃຫ້ປະຊາຊົນຕວັກກີ ເພື່ອນມິດຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງຕະຫລອດກາລະນານ.


--------------------------------------------------------------------------------------------

ສານ ຊົມເຊີຍວັນຊາດ ອີ​ຕາ​ລີ ຄົບ​ຮອບ 77ປີ



ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ແຊຈີໂອ ມັດຕາເຣນລາ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ ວັນ​ຊາດ ແຫ່ງ ສາ​ທາ​ລະ​ນະ​ລັດ ອີ​ຕາ​ລີ ຄົບ​ຮອບ 77 ປີ.

ເນື້ອໃນລະບຸວ່າ: ໃນ​ນາມ​ປະ​ຊາ​ຊົນ​ລາວ​ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ຂໍສະແດງຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງທ່ານ ແລະ ປະຊາຊົນອີຕາລີ ທຸກຖ້ວນໜ້າ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ ວັນ​ຊາດ ແຫ່ງ ສາ​ທາ​ລະ​ນະ​ລັດ ອີ​ຕາ​ລີ ຄົບ​ຮອບ 77 ປີ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອີຕາລີ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບ​ຍືນ​ຍົງ ໃນພາກພື້ນ ແລະ ​ສາ​ກົນ.

ຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບ ຜົນສໍາເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນ ອີຕາລີ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຕະຫລອດໄປ.                                               



----------------------------------------------------------------------------------

ຈົດໝາຍອວຍພອນວັນປະກາດເອກະລາດ

 ແຫ່ງ ລັດອິດສະຣາແອນ ຄົບຮອບ 75 ປີ



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ​ໄດ້​ສົ່ງ​ຈົດໝາຍ​ເຖິງ ທ່ານ ຢາແອ ລາປິດ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ລັດອິດສະຣາແອນ ໃນໂອກາດວັນປະກາດເອກະລາດ ແຫ່ງ ລັດອິດສະຣາແອນ ຄົບຮອບ 75 ປີ.

​ເນື້ອ​ໃນ​ຈົດໝາຍ​ໄດ້​ລະບຸ​ວ່າ: ໃນນາມ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ທ່ານ ແລະ ຜ່ານທ່ານ ໄປຍັງ ລັດຖະບານ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ລັດອິດສະຣາແອນ ຄົບຮອບ 75 ປີ.

ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດພວກເຮົາທີ່ໄດ້ຮັບການພັດທະນາ ໃນໄລຍະທີ່ຜ່ານມາ, ເຊິ່ງໃນປີນີ້ ແມ່ນປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດພວກເຮົາ ຄົບຮອບ 30 ປີ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ທີ່ມີຢູ່ແລ້ວນັ້ນ ລະຫວ່າງ ສປປ ລາວ ແລະ ອິດສະຣາແອນ ເພື່ອຜົນປະໂຫຍດຮ່ວມມກັນ ຂອງສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ ພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະຊາຊົນ ອິດສະຣາແອນ ເພື່ອນມິດ ສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.



--------------------------------------------------------------------------------

ການນຳຂັ້ນສູງຂອງລາວ ສົ່ງສານ

ສະແດງຄວາມຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງ



    ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ໂມຮາມັດ ຊາຮາບຸສດິນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ.

ເນື້ອໃນສານ ​ໄດ້ລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງທ່ານໃນໂອກາດທີ່ທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນປະທານາທິບໍດີ ແຫ່ງ ສາທາລະ ນະລັດ ປະຊາຊົນ ບັງກະລາເທດ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສ ຂອງທ່ານ, ບັງກະລາເທດ ຈະສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ, ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບທ່ານ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດຂອງພວກເຮົາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງສົ່ງຂອງທ່ານ.



------------------------------------------------------------------------------------


ສານຊົມເຊີຍວັນຊາດ ເຢເມນ ຄົບຮອບ 33 ປີ



ຂປລ. ເມື່ອບໍ່ດົນມານີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ດຣ ອາເມດ ອາຫວາດ ບິນມູບາຣັກ ລັດຖະມົນຕີ​​​ຕ່າງປະເທດ ແຫ່ງ ສາທາລະນະລັດ ເຢເມນ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເຢເມນ ຄົບຮອບ 33 ປີ.

ເນື້ອໃນສານໄດ້ລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ເຢເມນ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເຢເມນ ຄົບຮອບ 33 ປີ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະ ຫວ່າງສອງປະເທດພວກເຮົາ ໄດ້ຮັບການພັດທະນາ ໃນໄລຍະຫລາຍປີຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນ ມິດຕະພາບທີ່ມີຢູ່ແລ້ວນັ້ນ ລະຫວ່າງສອງປະເທດຂອງພວກເຮົາ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະ ຫຍາຍໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.

          ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນ ສຳເລັດໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ຂໍໃຫ້ປະຊາຊົນເຢເມນ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.




-----------------------------------------------------------------------------------------------

ຈົດໝາຍຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດລາວ-ຕັງຊານີ ຄົບຮອບ 45 ປີ



ຂປລ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງຈົດໝາຍຊົມເຊີຍເຖິງ ທ່ານ ນາງ ລິເບລາຕາ ມູລະມູລາ ລັດ​ຖະ​ມົນ​ຕີກະຊວງ​​​ຕ່າງ​ປະ​ເທດ ແລະ ການຮ່ວມມືອາຟຣິກາຕາເວັນອອກ ແຫ່ງ ສາທາລະນະລັດ ສະຫະພັນ ຕັງຊານີ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ຕັງຊານີ ຄົບຮອບ 45 ປີ.

ເນື້ອໃນຈົດໝາຍໄດ້ລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນຕັງຊານີ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ຕັງຊານີ ຄົບຮອບ 45 ປີ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແລ້ວນັ້ນ ລະ ຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນ ພາກພື້ນ ແລະ ໃນໂລກ.

          ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນ ສຳເລັດໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ຂໍໃຫ້ປະຊາຊົນຕັງຊານີ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.





--------------------------------------------------------------------------------------

ການນຳຂັ້ນສູງແຫ່ງ ສປປ ລາວ

 ສົ່ງສານອວຍພອນ​ເຖິງຄູ່ຮ່ວມຕໍາແໜ່ງ



ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ທ່ານ ມີເກນ ດີເອັດສ-ກາແນນ ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ ເນື່ອງໃນໂອກາດໄດ້ຮັບການເລືອກຕັ້ງອີກໜຶ່ງສະໄໝ.

ເນື້ອໃນສານລະບຸວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ສົ່ງ​ຄຳ​ຊົມເຊີຍຢ່າງຈິງໃຈມາຍັງ ສະຫາຍ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບການ ເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ ອີກສະໄໝໜຶ່ງ.

​ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ສະຫາຍ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງ ແລະ ຮອບດ້ານ ໃນການສ້າງສາພັດທະນາປະ ເທດຊາດ ເພື່ອຄວາມສົມບູນພູນສຸກຂອງ ປະຊາຊົນກູບາ ອ້າຍນ້ອງ.

 ໃນໂອກາດນີ້, ຂ້າພະເຈົ້າ ຢືນຢັນຄືນຄວາມໝາຍໝັ້ນ ທີ່ຈະເຮັດວຽກຢ່າງໃກ້ຊິດ ຮ່ວມກັບ ສະຫາຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີຖານສະຫາຍອ້າຍນ້ອງ ແລະ ການພົວພັນຮ່ວມມືທີ່ມີໝາກຜົນ ລະຫວ່າງ ສອງປະເທດພວກເຮົາ ໂດຍສະເພາະ ແມ່ນສືບຕໍ່ຜັນຂະຫຍາຍໝາກຜົນການພົບປະຜ່ານວິດີໂອທາງໄກ ລະຫວ່າງ ຂ້າພະເຈົ້າ ແລະ ສະຫາຍ ໃນປີ 2022 ທີ່ຜ່ານມາ ໃຫ້ປະກົດຜົນ ເປັນຈິງ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນ ມີກຽດຂອງສະຫາຍ.

​ໃນ​ໂອກາດ​ດຽວ​ກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ມານູເອັນ ມາເຣໂຣ ກຣູຊ໌ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັກຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ບຣູໂນ ໂຣດຣີເກັຊ໌ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ເນື່ອງໃນໂອກາດໄດ້ຮັບການ ເລືອກຕັ້ງອີກສະໄໝໜຶ່ງ ເຊັ່ນດຽວກັນ.



--------------------------------------------------------------------------------------------------------------------


ຈົດໝາຍສະແດງຄວາມຊົມເຊີຍ



ຂປລ. ໃນວັນທີ 2 ພຶດສະພາ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງ ຈົດໝາຍສະແດງຄວາມຊົມເຊີຍ ເຖິງທ່ານ ນາຣາຢັນ ປຣາຊາດ ໂຊດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ເນປານ. ເນື່ອງໃນໂອກາດທີ່ໄດ້​ຮັບການແຕ່ງຕັ້ງ​​ໃຫ້ດຳລົງ​ຕຳ​ແໜ່​ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງ ເນປານ.

ເນື້ອໃນໄດ້ລະບຸວ່າ: ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນໄຊອັນປະເສີດມາ​ຍັງທ່ານ ​ເນື່ອງໃນໂອກາດທີ່ທ່ານ ໄດ້​ຮັບການແຕ່ງຕັ້ງ​​ໃຫ້ດຳລົງ​ຕຳ​ແໜ່​ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງ ເນປານ.

ຂ້າພະເຈົ້າ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີມາແລ້ວນັ້ນ ລະຫວ່າງ ສປປ ລາວ ແລະ ເນປານ ຕະຫລອດໄລຍະຜ່ານມາ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບທ່ານຢ່າງໃກ້ຊິດ ເພື່ອຮັດແໜ້ນສາຍ​ພົວພັນມິດຕະພາບ ລະຫວ່າງ ສອງປະເທດ ກໍຄື ສອງກະຊວງການຕ່າງປະເທດພວກເຮົາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ.

ຂ້າພະ​ເຈົ້າ ຂໍ​ຖື​ໂອກາດນີ້ ອວຍ​ພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີ​ຄວາມຜາສຸກ ​ແລະ ​ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດອັນສູງສົ່ງຂອງທ່ານ.



-------------------------------------------------------------------------------------------------------------

ສານສະແດງຄວາມຊົມເຊີຍວັນຊາດ ໂຮນລັງ ຄົບຮອບ 43 ປີ



ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ສົມເດັດ ພະຣາຊາ ວິນ​ເລັມ-ອາເລັກຊານເດີ ແຫ່ງ ຣຊະອານາຈັກໂຮນລັງ ເນື່ອງໃນໂອກາດວັນຊາດ ແຫ່ງ ຣຊະອານາຈັກ ໂຮນລັງ ຄົບຮອບ 43 ປີ.

ເນື້ອໃນສານໄດ້ລະບຸວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມຊົມເຊີຍອັນອົບອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ ມາຍັງ ສົມເດັດ ພະຣາຊາ ແລະ ປະຊາຊົນ ໂຮນລັງ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ຣຊະອານາຈັກ ໂຮນລັງ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ໂຮນລັງ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້​ເຂັ້ມ​ແຂງ ແລະ ແຕກດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນ ລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບ​ຍືນ​ຍົງ ຢູ່ໃນ​ເວ​ທີພາກພື້ນ ແລະ ສາ​ກົນ.

ໃນ​ໂອ​ກາດ​ອັນ​ສະ​ຫງ່າ​ລາ​ສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສົມເດັດ ພະຣາຊາ ຈົ່ງມີພະລານາໄມສົມບູນ,     ມີຄວາມ​ຜາ​ສຸກ ແລະ ປະສົບຜົນສໍາເລັດ​ອັນ​ຍິ່ງ​ໃຫ​ຍ່ກວ່າ​ເກົ່າ​ ໃນ​ການ​ນຳ​ພາ​ປະ​ເທດ​ຊາດ​ຂອງ ສົມເດັດ ພະຣາຊາ     ສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ປະຊາຊົນ ໂຮນລັງ ຈົ່ງມີແຕ່ຄວາມ​ສົມ​ບູນ​ພູນ​ສຸກ.                                      


----------------------------------------------------------------------------------------------------------------------



ຜູ້ນໍາລາວ ອວຍພອນວັນຊາດ ປາກິດສະຖານ ຄົບຮອບ 83 ປີ



          ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ດຣ. ອາຣິຟ ອາວີ ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ອິດສະລາມ ປາກິດສະຖານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ຄົບຮອບ 83 ປີ.

          ເນື້ອໃນສານໄດ້ລະບຸວ່າ: ໃນນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ​ ​ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ​ ​ທ່ານ ແລະ ປະຊາຊົນ ປາກິດສະຖານ ເພື່ອນມິດ ເນື່ອງໃນໂອກາດ​​ ວັນຊາດແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ຄົບຮອບ 83 ປີ.

ຂ້າພະເຈົ້າ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິດສະລາມ ປາກິດສະຖານ ໃນຊຸມປີຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ທີ່ມີມາແລ້ວນັ້ນ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການພັດ ທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້​ ​ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງ ທ່ານ ແລະ ຂໍໃຫ້ປະຊາຊົນປາກິດສະຖານ ເພື່ອນມິດ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະວັດທະນະຖາວອນ.

ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ມູຮຳມັດ ຊີບາດ ຊາຣິບຟ໌ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດ ສະຖານ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍະອນ ເຖິງ ທ່ານ ບີລາວັນລ໌ ບຸດໂຕ ຊາຣ໌ດາຣີ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ເນື່ອງໃນໂອກາດ​​ ວັນຊາດແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ຄົບຮອບ 83 ປີ ເຊັ່ນດຽວກັນ.



----------------------------------------------------------------------------------------------------

ສານຊົມເຊີຍວັນຊາດ ບັງກະລາເທດ ຄົບ​ຮອບ 52ປີ



ຂປລ. ໃນວັນທີ 27 ມີນາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ເອັມດີ ອັບ​ດຸ​ລ ຮາ​ມິດ ປະທານາທິບໍດີ  ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບ​ຮອບ 52 ປີ.

ເນື້ອໃນສານ​ໄດ້ລະບຸ ວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ປະຊາຊົນ ບັງກະລາເທດ ເພື່ອນມິດ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບ​ຮອບ 52 ປີ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແລ້ວນັ້ນ ລະຫວ່າງ ສອງປະເທດ ຈະໄດ້ຮັບການສືບຕໍ່ພັດທະນາ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້, ອວຍພອນໃຫ້ທ່ານ  ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງພວກທ່ານ.

ພ້ອມ​ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ  ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ  ກໍໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ນາງ ຊີກ ຮາຊີນາ ນາຍົກລັດຖະ ມົນຕີ  ແຫ່ງສາທາລະນະລັດ ປະຊາຊົນ ບັງກະລາເທດ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບ​ຮອບ 52 ປີ ​ເຊັ່ນ​ດຽວ​ກັນ.





---------------------------------------------------------------------------------------------------------------

ສານຊົມເຊີຍຊາດ ສາທາລະນະລັດ ຕຸຍນີຊີ


ຂປລ. ໃນວັນທີ 20 ມີນາ 2023 ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ຄາອິຊ ຊາເອັດ ປະທານາທິບໍດີ ແຫ່ງສາທາລະນະລັດ ຕຸຍນີຊີ ທີ່ຕຸຍນິສ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ຕຸຍນີຊີ ຄົບ​ຮອບ 67 ປີ
  ເນື້ອໃນຂອງສານ ໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ຕຸຍນີຊີ ຄົບ​ຮອບ
67 ປີ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ຕຸຍນີຊີ ເພື່ອນມິດທຸກຖ້ວນໜ້າ.
   ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແລ້ວນັ້ນ ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ
, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
   ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ
, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງທ່ານ.
  ພ້ອມກັນນີ້
, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ​ໄດ້​ສົ່ງ​ສານ​ອວຍພອນ ​ເຖິງ ທ່ານນາງ ນາຈະລາ ບູເດັນ ໂລມດານີ ນາຍົກລັດຖະມົນຕີ  ແຫ່ງ ສາທາລະນະລັດ ຕຸຍນີຊີ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ນາບິວ ແອມມ່າ ລັດຖະມົນ ຕີກະຊວງຕ່າງປະເທດ ແຫ່ງ ສາທາລະນະລັດ ຕຸຍນີຊີ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ຕຸຍນີຊີ ຄົບ​ຮອບ 67 ປີ ເຊັ່ນດຽວກັນ.


---------------------------------------------------------------------------------------------------------------------

ໂທລະເລກຊົມເຊີຍ ວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 68ປີ

ຂປລ. ໃນວັນທີ 22 ມີນາ 2023 ນີ້, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບໂທລະເລກຊົມເຊີຍຈາກ ສະຫາຍ ກິມ ເຈິງ ອຸນເລຂາທິການໃຫ່ຍພັກແຮງງານເກົາຫລີ,    ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ.

ເນື້ອໃນໂທລະເລກ ​ໄດ້ລະບຸວ່າ: ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຄວາມຢື້ຢາມຖາມຂ່າວຖານສະ ຫາຍ ມາຍັງ ສະຫາຍເລຂາທິການໃຫ່ຍ ແລະ ສະມາຊິກພັກທຸກຖ້ວນໜ້າຂອງ ພັກປະຊາຊົນ ປະຕິ ວັດລາວ.

ຕະຫລອດໄລຍະ 68 ປີ ແຫ່ງການສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການຈາກພາຍໃນ ແລະ ພາຍນອກ ຢ່າງເດັດດ່ຽວໜຽວແໜ້ນ ແລະ ຈັດຕັ້ງນຳພາການຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ຢ່າງມີໄຊ.

ໃນປັດຈຸບັນນີ້, ພາຍໃຕ້ການນໍາພາ-ຊີ້ນໍາອັນຖືກຕ້ອງຂອງ ພັກປະຊາຊົນ ປະຕິວັດລາວ ຊຶ່ງມີ ສະຫາຍເລຂາທິການໃຫຍ່ເປັນຜູ້ນໍາ, ປະຊາຊົນລາວ ມີຄວາມກ້າວໜ້າອັນໃໝ່ໃນການຕໍ່ສູ້ ເພື່ອຈັດຕັ້ງຜັນຂະຫຍາຍບັນດາມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ.

ຂ້າພະເຈົ້າ ຂໍອວຍພອນໄຊ ມາຍັງ ສະຫາຍເລຂາທິການໃຫຍ່ ຈົ່ງມີຜົນສຳເລັດອັນໃຫຍ່ຫລວງກ່ວາເກົ່າ ໃນໜ້າທີ່ວຽກງານອັນມີຄວາມຮັບຜິດຊອບຂອງສະຫາຍ ເພື່ອເສີມຂະຫຍາຍ ພັກປະຊາຊົນ ປະຕິວັດລາວ ໃຫ້ມີຄວາມເຂັ້ມແຂງ, ຄວາມສະຫວັດດີພາບຂອງປະຊາຊົນລາວ ແລະ ສະແດງຄວາມເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ໃນຖານສະຫາຍຂອງ ສອງພັກ, ສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ ໃນອະນາຄົດ.





--------------------------------------------------------------------------------------------------------------

ຄະນະບໍລິຫານງານ ສູນກາງພັກກອມມູນິດ

ຫວຽດນາມ ອວຍພອນ​ວັນ​ສ້າງ​ຕັ້ງ ພັກ ປປ ລາວ



ຂປລ. ໃນວັນທີ 21 ມີນາ 2023 ນີ້, ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ໄດ້ຮັບໂທລະເລກອວຍພອນຈາກ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ

ເນື້ອໃນໂທລະເລກ ​ໄດ້ລະບຸວ່າ: ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22/3/1955-22/3/2023), ຕາງໜ້າພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງຄໍາ​ອວຍພອນເຖິງ ຄະນະບໍລິຫານງານສູນກາງພັກ, ສະມາຊິກ ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວ ບັນດາເຜົ່າ ນໍ້າໃຈຖານສະຫາຍອ້າຍນ້ອງທີ່ສະໜິດສະໜົມ ແລະ ຄໍາອວຍພອນໄຊອັນປະເສີດ ຢ່າງສຸດອົກສຸດໃຈ.

ຕະຫລອດໄລຍະ 68 ປີຜ່ານມາ, ພິເສດໃນໄລຍະ 36 ປີ ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ພາຍໃຕ້ການນໍາພາອັນສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ໄດ້ເສີມຂະຫຍາຍມູນເຊື້ອວິລະຊົນປະຕິວັດ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ, ຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງ, ມີຄວາມໝາຍປະຫວັດສາດ ໃນບັນດາຂົງເຂດຕ່າງໆ, ຍົກສູງຖານະບົດບາດຂອງພັກປະຊາຊົນ ປະຕິວັດລາວ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ບົນເວທີສາກົນ. ບັນດາຜົນສໍາເລັດດັ່ງກ່າວນັ້ນ ເປັນຄວາມປິຕິຊົມຊື່ນລວມຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ.

ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ສະໜັບສະໜູນຢ່າງແຂງແຮງ ແລະ ຮອບດ້ານ ຕໍ່ພາລະກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນຢ່າງແນວແນ່ວ່າ ໂດຍການສືບທອດມູນເຊື້ອຂອງບັນດາຄົນຮຸ່ນກ່ອນ ແລະ ເສີມຂະຫຍາຍບັນດາຜົນສໍາເລັດທີ່ຍາດມາໄດ້, ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ, ປະເທດຊາດ ແລະ ປະຊາຊົນລາວ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່, ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ຈັດຕັ້ງປະຕິບັດບັນດາເປົ້າໝາຍທີ່ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ເທື່ອທີ 9 ວາງອອກ ໄດ້ຢ່າງມີໄຊ; ສ້າງ ສປປ ລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມທິດສັງຄົມນິຍົມ ສໍາເລັດຜົນຢ່າງຈົບງາມ.

ພວກຂ້າພະເຈົ້າ, ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຄຽງຄູ່ກັບບັນດາຜົນງານຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ຕະຫລອດໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໂດຍແມ່ນ ປະທານ ໂຮ່ຈີ່ມິງ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ, ຝຶກຝົນຫລໍ່ຫລອມ ແລະ ບັນດາຮຸ່ນການນໍາ ພັກ, ລັດ ແລະ ປະຊາຊົນສອງຊາດ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ນັບມື້ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປ່ຽນແປງ ໃໝ່, ປົກປັກຮັກສາ ແລະ ພັດທະນາ ຢູ່ແຕ່ລະປະເທດ.

ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍຖືສໍາຄັນ ແລະ ຈາລຶກໄວ້ສະເໝີ ການສະໜັບສະໜູນຢ່າງເຂັ້ມແຂງ, ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ມິດຈິດມິດໃຈອັນບໍລິສຸດຜຸດຜ່ອງ ແລະ ມີປະສິດທິຜົນຂອງ ພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ໃຫ້ແກ່ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຕະຫລອດໄລຍະທີ່ຜ່ານມາ. ພວກຂ້າພະເຈົ້າ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບ ພັກ, ລັດຖະບານ ແລະ ປະຊາຊົນລາວ ປົກປັກຮັກສາ, ຖະນຸຖະໝອມ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ຫວຽດນາມ-ລາວ ໃຫ້ນັບມື້ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ໃນຂົງເຂດ ແລະ ໃນໂລກ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງຂະໜົ່ງແກ່ນ ຕະຫລອດກາລະນານ.

ພ້ອມ​ກັນ​ນີ້, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ເຊັ່ນດຽວກັນ.











-------------------------------------------------------------------------------------------------------------------

ປະທານສະພາແຫ່ງຊາດ ສົ່ງສານຊົມເຊີຍຄູ່ຮ່ວມຕຳແໜ່ງ



ຂປລ. ວັນທີ 10 ມີນາ 2023 ນີ້, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສະຫາຍ ຈ້າວ ເລີ້ຈີ້ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ເນື່ອງໃນໂອກາດທີ່ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເປັນ ປະທານສະພາຜູ້ແທນທົ່ວປະເທດ ແຫ່ງ ສປ ຈີນ.

ເນື້ອໃນສານໄດ້ລະບຸວ່າ: ໃນນາມສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ສະຫາຍ ທີ່ໄດ້ຮັບເລືອກຕັ້ງດຳລົງຕຳ ແໜ່ງເປັນປະທານສະພາຜູ້ແທນທົ່ວປະເທດ ແຫ່ງ ສປ ຈີນ ໃນກອງປະຊຸມຄົບຄະນະຄັ້ງທີ I ຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ສະໄໝທີ XIV ທີ່ ຈັດຂຶ້ນ ຢູ່ນະຄອນຫລວງປັກກິ່ງ, ສປ ຈີນ.

ການທີ່ ສະຫາຍໄດ້ຮັບເລືອກຕັ້ງ ໃຫ້ດຳລົງຕຳແໜ່ງອັນສູງສົ່ງນີ້, ເປັນການ ສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ການຕີລາຄາສູງ ຂອງພັກ, ລັດ ແລະ ປະຊາຊົນຈີນ ຕໍ່ບົດບາດ ແລະ ຄວາມປີຊາສາມາດໃນການຊີ້ນຳນຳພາ ທີ່ເຕັມໄປດ້ວຍປະສົບການອັນອຸດົມສົມບູນ ແລະ ຜົນງານອັນໂດດເດັ່ນ ຂອງ ສະຫາຍ ໃນພາລະກິດສ້າງສາສັງຄົມນິຍົມແບບສີສັນພິເສດຂອງຈີນ ໄດ້ປະສົບຜົນສຳເລັດຢ່າງໃຫຍ່ຫລວງ, ຮອບດ້ານ, ມີລັກສະນະປະຫວັດສາດ ແລະ ກາຍເປັນພື້ນຖານອັນໜັກແໜ້ນ ເພື່ອບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີສອງ ແລະ ຄວາມຝັນຂອງຈີນ ໃນການຟື້ນຟູຄວາມຈະເລີນຮຸ່ງເຮື່ອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ຢ່າງຮອບດ້ານ, ສ້າງປະເທດຈີນ ໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝ, ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີກົມກຽວປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ໃຫ້ປະກົດຜົນເປັນຈິງ.

ຂ້າພະເຈົ້າ ຫວັງວ່າ ຈະໄດ້ເຮັດວຽກຮ່ວມກັບ ສະຫາຍ ຢ່າງໃກ້ຊິດ ເພື່ອພ້ອມກັນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ, ໝັ້ນຄົງ ຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໃຫ້ແຕກດອກອອກຜົນຍິ່ງໆຂື້ນ.

ໃນໂອກາດນີ້, ຂ້າພະເຈົ້າ ຂໍວຍພອນໄຊອັນປະເສີດມາຍັງ ສະຫາຍ ຈົ່ງມີພະລານາໄມທີ່ສົມບູນ, ມີຄວາມພາສຸກ ແລະ ສືບຕໍ່ນຳພາປະເທດຈີນກ້າວຂຶ້ນຢ່າງໜັກແໜ້ນ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.



--------------------------------------------------------------------------------------------------------------------------



ສານສະແດງຄວາມຊົມເຊີຍ ວັນຊາດ ກາ​ນາ ຄົບ​ຮອບ 66ປີ



ຂປລ. ໃນວັນທີ 6 ມີນາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ນານາ ແອັດໂດ້ ດັ້ງວາ ອາຄຸໂຟ-ແອດໂດ້ ປະທານາທິບໍດີ ແຫ່ງ ສາ​ທາ​ລະ​ນະ​ລັດ ການາ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ການາ ຄົບ​ຮອບ 66 ປີ.

ເນື້ອໃນສານສະແດງຄວາມຊົມເຊີຍ ​ໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ການາ ຄົບ​ຮອບ 66 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ການາ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແລ້ວນັ້ນ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ, ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ທ່ານ.

 ໂອກາດດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ນາງ ເຊີລີ່ ອາຍໍກໍ ບອສເວ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ການາ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ການາ ຄົບ​ຮອບ 66 ປີ ເຊັ່ນດຽວກັນ.



---------------------------------------------------------------------------------

ສານຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-​ເຢຍລະ​ມັນ

 ຂປລ. ໃນວັນທີ 31 ມັງກອນ 2023 ຜ່ານ​ມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ໂອລາບ ຊອນສ໌ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສສ. ເຢຍລະມັນ ຄົບຮອບ 65 ປີ.

ເນື້ອໃນສານ​ໄດ້ລະບຸວ່າ: ເນື່ອງໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ(31/1/1958-31/01/2023), ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນເຢຍລະມັນ ເພື່ອນມິດ.

ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ໄດ້ຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມນຳກັນຕະຫລອດມາ. ການຊ່ວຍເຫລືອອັນລ້ຳຄ່າ ຂອງສາທາລະນະລັດ ສະຫະພັນ ເຢຍລະມັນ ມີບົດບາດສຳຄັນໃນການປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະໃນຂະແໜງອາຊີວະສຶກສາ, ການພັດທະນາຊົນນະບົດ, ການປົກປ້ອງສິ່ງແວດ ລ້ອມ, ການຈັດສັນປ່າໄມ້ ແລະ ທີ່ດິນ ໃນຕະຫລອດໄລຍະ 65 ປີ ທີ່ຜ່ານມາ. ສິ່ງດັ່ງກ່າວ ຍັງຈະເປັນພື້ນຖານສຳຄັນໃນການ ສະໜັບສະໜູນ ສປປ ລາວ ຫລຸດພົ້ນອອກຈາກກຸ່ມປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ.

ອີກເທື່ອໜຶ່ງ, ຕາງໜ້າໃຫ້ລັດຖະບານລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານ ແລະ ລັດຖະບານເຢຍລະມັນ ທີ່ໄດ້ຕົກລົງສືບຕໍ່ໃຫ້ການຮ່ວມມືແບບສອງຝ່າຍ ໃນຂົງເຂດການພັດທະນາ ແກ່ ສປປ ລາວ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນອັນແໜ້ນແຟ້ນ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ຂອງພວກເຮົາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຕົວຈິງ ຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳລັດໃນການປະຕິບັດໜ້າທີ່ອັນສູງສົ່ງຂອງທ່ານ ແລະ ຮ່ວມກັນສະເຫລີມສະຫລອງ 65 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ຂອງສອງປະເທດພວກເຮົາ ຢ່າງສຳເລັດຜົນ.

ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ນາງ Annalena BAERBOCK ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເນື່ອງໃນໂອກາດວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສສ. ເຢຍລະມັນຄົບຮອບ 65 ປີ ເຊັ່ນດຽວກັນ.



------------------------------------------------------------------------------


ສານສະແດງຄວາມຊົມເຊີຍວັນຊາດ ສາທາລະນະລັດ ອິນເດຍ



ຂປລ. ໃນວັນທີ 31 ມັງກອນ 2023 ຜ່ານມາ, ທ່ານ ທອງລຸນ  ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ນາງ  ດຣໍປາດິ ມູ່ມູ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນເດຍ  ຄົບຮອບ 73 ປີ.

ເນື້ອໃນສານໄດ້ລະບຸວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມ ເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ປະຊາຊົນອິນເດຍ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນເດຍ  ຄົບຮອບ 73 ປີ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຕະຫລອດໄລຍະຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມືອັນມີໝາກຜົນທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງທ່ານ ແລະ ຂໍອວຍພອນໃຫ້ປະຊາຊົນອິນເດຍ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.



-------------------------------------------------------------------------

ສານສະແດງຄວາມຊົມເຊີຍ ຈາກຄູ່ຮ່ວມຕຳແໜ່ງ


ຂປລ. ໃນວັນທີ 31 ມັງກອນ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບສານສະແດງຄວາມຊົມເຊີຍ ຈາກ ທ່ານ Luvsannamsrain OYUN-ERDENE ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ເນື່ອງໃນໂອກາດທີ່ຖືກແຕ່ງຕັ້ງ ເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ເນື້ອໃນສານ​ໄດ້ລະບຸວ່າ: ເນື່ອງໃນໂອກາດທີ່ ທ່ານຖືກແຕ່ງຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນນາມລັດຖະບານ ແຫ່ງ ມົງໂກລີ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງຄໍາຊົມເຊີຍຢ່າງຈິງໃຈມາຍັງທ່ານ.

ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ເຫັນວ່າສາຍພົວພັນ ອັນເປັນປະຫວັດສາດ ດຶກດໍາບັນ, ຄວາມສາມັກຄີ ມິດຕະພາບອັນໃກ້ຊິດ ແລະ ການຮ່ວມມືລະຫວ່າງ ສອງປະເທດພວກເຮົາ ໄດ້ຂະຫຍາຍຕົວຢ່າງ ມີຜົນສຳເລັດ ຕະຫລອດໄລຍະ ຫົກທົດສະວັດທີ່ຜ່ານມາ ປະເທດລາວ ເປັນປະເທດທີ່ຄອບຄອງ ພື້ນຖານອັນສຳຄັນ ຂອງການພົວພັນ ແລະ ການຮ່ວມມືທີ່ ມົງໂກລີ ເສີມຂະຫຍາຍກັບ ບັນດາປະເທດອາຊີ ຕາເວັນອອກສຽງໃຕ້, ຂ້າພະເຈົ້າດີໃຈທີ່ຈະໄດ້ຮ່ວມມື ຢ່າງແໜ້ນແຟ້ນກັບທ່ານ ເພື່ອເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ມົງໂກລີ ແລະ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ໜ້າ.

ຂ້າພະເຈົ້າຂໍຖືເອົາໂອກາດນີ້ ອວຍພອນມາຍັງ ທ່ານນາຍົກລັດຖະມົນຕີ ຈົ່ງມີສຸຂະພາບເຂັ້ມ ແຂງ, ປະສົບຜົນສຳເລັດອັນສູງສົ່ງ ໃນໜ້າທີ່ວຽກງານ ແລະ ຂໍໃຫ້ມີແຕ່ຄວາມຜາສຸກ.



----------------------------------------------------------------------

ສານສະແດງຄວາມຊົມເຊີຍຄູ່ຮ່ວມຕຳແໜ່ງ



ຂປລ. ໃນວັນທີ 30 ມັງກອນ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ພຸດສ໌໌໌ປາ ຄາມາ ດາຮາ ໃນໂອກາດທີ່​ທ່ານໄດ້​ຮັບການແຕ່ງຕັ້ງ​​ ໃຫ້ດຳລົງ​ຕຳ​ແໜ່​ງເປັນ ນາຍົກລັດຖະມົນຕີ ​ແຫ່ງ ເນປານ. ​

ເນື້ອໃນສານ​ໄດ້ລະບຸວ່າ: ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນມາ​ຍັງທ່ານ ​ໃນໂອກາດໄດ້​ຮັບແຕ່ງຕັ້ງ​​ໃຫ້ດຳລົງ​ຕຳ​ແໜ່​ງເປັນ ນາຍົກລັດຖະມົນຕີ ​ແຫ່ງ ເນປານ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນໍາພາອັນປີຊາສາມາດ ແລະ ປະສົບການອັນອຸດົມຮັ່ງມີຂອງທ່ານ, ເນປານ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ວັດທະນະຖາວອນ. ຂ້າພະເຈົ້າ ກໍເຊື່ອໝັ້ນວ່າທ່ານ ຈະສືບຕໍ່ຮ່ວມກັບ ສປປ ລາວ ຂອງພວກຂ້າພະເຈົ້າ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງ ສປປ ລາວ ແລະ ເນປານ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງ ປະຊາຊົນສອງຊາດພວກເຮົາ. 

ຂ້າພະ​ເຈົ້າ ຂໍ​ຖື​ໂອກາດນີ້ ອວຍ​ພອນໄຊອັນປະເສີດໃຫ້ ​ທ່ານ ຈົ່ງມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມຜາສຸກ ​ແລະ ​ປະສົມຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງສົ່ງຂອງທ່ານ.

 ​                                                 

                                                                                          --------------------------------------------------------------- 



ສານ​ອວຍພອນ​ຄູ່​ຮ່ວມ​ຕໍ​າແໜ່​ງ



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ​ໄດ້​ສົ່ງ​ສາຍ​ອວຍພອນ​ເຖິງ ທ່ານ ສອນໄຊ ສີພັນດອນ ​ເນື່ອງ​ໃນ​ໂອກາດ​ທີ່​ໄດ້​ຮັບ​ຕໍາ​ແໜ່​ງ​ເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນ​ໃໝ່.

          ​ເນື້ອ​ໃນ​ສານ​ໄດ້​ລະບຸ​ວ່າ: ຂ້າພະເຈົ້າ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງ ໃນໂອກາດທີ່ ທ່ານ ໄດ້ຮັບແຕ່ງຕັ້ງດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ເຊິ່ງສະແດງເຖິງຄວາມໄວ້ວາງໃຈທີ່ທ່ານ ໄດ້ຮັບຈາກສະພາແຫ່ງຊາດ ແລະ ປະຊາຊົນ ລາວ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວ ຈະມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ຂ້າພະເຈົ້າ ຍິນດີເປັນຍ່າງຍິ່ງ ທີ່ຈະໄດ້ຮ່ວມເຮັດວຽກກັບທ່ານ ເພື່ອສືບຕໍ່ສາຍພົວພັນມິດ ຕະພາບ ລະຫວ່າງ ຣາຊະອານາຈັກໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ ໃນຖານະຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະ ນາແບບຍືນຍົງ ລວມທັງການຊຸກຍູ້ສົ່ງເສີມໃຫ້ມີການຮ່ວມມືໃນສາຂາໃໝ່ໆ ໃຫ້ເປັນຮູບປະທໍາຫລາຍຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ແລະ ເພື່ອໃຫ້ ຣາຊະອານາ ຈັກໄທ ແລະ ສາທາລະນະລະລັດ ປະຊາທິປະໄຕ ປະຊາຊົນລາວ ມີຄວາມໝັ້ນຄົງ, ຮັ່ງມີ ແລະ ຍືນຍົງໄປພ້ອມໆກັນ ຕະຫລອດຮອດຄວາມຈະເລີນຮຸ່ງເຮືອງໃນພາກພື້ນ.

ເນື່ອງໃນໂອກາດປີໃໝ່ ຄສ 2023 ໃນນາມລັດຖະບານ ແລະ ປະຊາຊົນໄທ ຂ້າພະເຈົ້າ ຂໍອາຣາດທະນາຄຸນພະສີຣັດຕະນະໄຕ ແລະ ສິ່ງສັກສິດທັງຫລາຍໃນໂລກ ຈົ່ງປົກປ້ອງຄຸ້ມຄອງໃຫ້ ທ່ານ ແລະ ຄອບຄົວ ມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດ ແລະ ຈະເລີນຮູ່ງເຮືອງຍິ່ງໆຂຶ້ນ.

-------------------------------------------------------------------------------------

ສານຊົມເຊີຍ

ຂປລ. ໃນວັນທີ 6 ມັງກອນ 2023 ນີ້, ສະຫາຍກິມ ດົກ ຮຸນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ໄດ້ສົ່ງສານຊົມເຊີຍ ເຖິງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່.

ເນື້ອໃນສານລະບຸ ວ່າ: ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງສະຫາຍທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 9 ແຫ່ງ ສປປ ລາວ.

ໃນໂອກາດນີ້, ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງສອງປະເທດພວກເຮົາຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃນອະນາຄົດ ແລະ ຂໍອວຍພອນໄຊອັນປະເສີດ ມາຍັງສະຫາຍ ຈົ່ງບັນລຸຜົນສຳເລັດອັນໃຫ່ຍຫລວງ ໃນໜ້າທີ່ວຽກງານອັນມີຄວາມຮັບຜິດຊອບຂອງສະຫາຍ.



ສານສະແດງຄວາມຊົມເຊີຍ



ຂປລ. ໃນວັນທີ 28 ທັນວາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບສານສະແດງຄວາມຊົມເຊີຍຈາກ ທ່ານ ມູຮຳມັດ ຊີບາດ ຊາຣິບຟ໌ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.

ເນື້ອໃນສານ​ໄດ້ລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ປາກິດສະຖານ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.

ປາກິດສະຖານ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມີສາຍພົວພັນມິດ ຕະພາບບົນພື້ນຖານຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຮ່ວມມືດ້ານການເມືອງ, ເສດຖະກິດ ແລະ ການໄປມາຫາສູ່ຂອງ ປະຊາຊົນສອງຊາດພວກເຮົາ ຈະສືບຕໍ່ຂະຫຍາຍຕົວໃນຕໍ່ໜ້າ. ຂ້າພະເຈົ້າ ຂໍຖືໂອກາດນີ້, ອວຍພອນໄຊໃຫ້ທ່ານ ຈົ່ງມີຄວາມຜາສຸກ ແລະ ມີພະລານາໄມສົມບູນ ແລະ ຂໍໃຫ້ປະຊາຊົນ ແຫ່ງ ສປປ ລາວ ຈົ່ງສືບຕໍ່ມີສັນຕິພາບ ແລະ ຈະເລີນຮຸ່ງເຮືອງ.

ໃນໂອກາດດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ຮັບສານສະແດງຄວາມຊົມເຊີຍຈາກ ທ່ານ ບີລາວັນລ໌ ບຸດໂຕ ຊາຣ໌ດາຣີ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ​ເຊັ່ນ​ດຽວ​ກັນ.

--------------------------------------------------------------------------

ສານ​ອວຍພອນ​ວັນ ສະຖາປະນາ ສປປ ລາວ ຄົບຮອບ 47 ປີ



ຂ​ປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຮາລິມາ ຢາຄອບ ປະທານປະເທດ ແຫ່ງ ສ ສິງກະໂປ ໄດ້ສົ່ງສານອວຍພອນເຖິງ ທ່ານ ທອງລຸນ ສີລຸລິດ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຊາດ ຄົບຮອບ 47 ປີ.

 ເນື້ອໃນສານ​ໄດ້ລະບຸວ່າ: ໃນນາມປະຊາຊົນສິງກະໂປ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍຢ່າງອົບອຸ່ນ ມາຍັງ ທ່ານ ແລະ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ. ສິງກະໂປ ແລະ ລາວ ມີສາຍພົວພັນທີ່ດີເລີດ ແລະ ການຮ່ວມມືທີ່ກວ້າງຂວາງ ໃນຫລາຍຂົງເຂດ ລວມທັງການຄ້າ ແລະ ການລົງທຶນ, ພະລັງງານ ແລະ ການຮ່ວມມືດ້ານວິຊາການ. ສອງປະເທດ ພວກເຮົາ ຍັງໄດ້ຮ່ວມເຮັດວຽກກັນຢ່າງໃກ້ຊິດ ໃນເວທີອາຊຽນ ແລະ ເວທີຫລາຍຝ່າຍ ເພື່ອຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສີວິໄລ ໃນພາກພື້ນ.
   ຂ້າພະເຈົ້າ ເຊື່ອໝັ້ນວ່າ ການພົວພັນຂອງພວກເຮົາ ຈະສືບຕໍ່ກ້າວສູ່ລວງເລິກກວ່າເກົ່າ ໃນຊຸມປີຕໍ່ໜ້າ, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ທ່ານ ແລະ ປະຊາຊົນລາວ ຈົ່ງມີສຸຂະພາບ ແຂງແຮງ ແລະ ປະສົບຜົນສໍາເລັດທຸກໆປະການ.

ພ້ອມນີ້, ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີ ແຫ່ ສ ສິງກະໂປ ໄດ້ສົ່ງສານອວຍພອນເຖິງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ດຣ ວິວຽນ ບາລາຄຣິສນາມ ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງເຖິງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຊັ່ນດຽວກັນ.
  ​ໃນ​ໂອກາດ​ດຽວ​ກັນ, ສົມເດັດ ຊູຕານ ແຫ່ງ ບຣູໄນດາຣູຊາລາມ ກໍໄດ້ສົ່ງສານອວຍພອນເຖິງທ່ານ ທອງລຸນ ສີລຸລິດ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຊາດ ຄົບຮອບ
47 ປີ ວ່າ: ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນຂອງ ບຣູໄນ ດາຣູຊາລາມ, ຂ້າພະເຈົ້າ ຂໍສະແດງຄວາມ ຊົມເຊີຍອັນອົບອຸ່ນເປັນຢ່າງຍິ່ງມາຍັງ ທ່ານ, ລັດຖະບານ ແລະ ປະຊາຊົນລາວ ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.
   ຂ້າພະເຈົ້າ ພ້ອມດ້ວຍພະມະເຫສີ ດູລີ ຣາຊາ ອິດສະເຕີຣີ ມີຄວາມພາກພູມໃຈທີ່ໄດ້ຕ້ອນຮັບ ທ່ານພ້ອມດ້ວຍພັນລະຍາ ແລະ ຄອບຄົວ ຢ້ຽມຢາມລັດຖະກິດ ທີ່ບຣູໄນ ດາຣູຊາລາມ ໃນທ້າຍເດືອນຕຸລາທີ່ຜ່ານມາ ເຊິ່ງເປັນການຢືນຢັນຄືນເຖິງສາຍພົວພັນອັນໃກ້ຊິດ ແລະ ຍາວນານ ລະຫວ່າງ ສອງປະເທດ.
   ດັ່ງທີ່ພວກເຮົາຈະສະເຫລີມສະຫລອງວັນຄົບຮອບ
30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ ໃນປີໜ້າ, ຂ້າພະເຈົ້າ ຫວັງວ່າຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບທ່ານ ເພື່ອເພີ່ມທະວີສາຍພົວພັນທີ່ມີຄວາມໝາຍເຫລົ່ານີ້ ເພື່ອຜົນປະໂຫຍດຮ່ວມກັນຂອງສອງປະເທດປະຊາຊົນພວກເຮົາ ແລະ ດ້ວຍຄວາມເຄົາລົບນັບຖືຢ່າງສູງ ແລະ ຂໍອວຍພອນໄຊອັນປະເສີດ ມາຍັງ ທ່ານ ພ້ອມດ້ວຍພັນລະຍາ ແລະ ຄອບຄົວຂອງທ່ານ ຈົ່ງສືບຕໍ່ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງສືບຕໍ່ມີສັນທິພາບ ແລະ ວັດທະນະຖາວອນ.
  ພ້ອມນີ້. ສົມເດັດ ຊູຕານ ແຫ່ງ ບຣູໄນດາຣູຊາລາມ ກໍໄດ້ສົ່ງເຖິງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ
47 ປີ ເຊັ່ນດຽວກັນ.

 ---------------------------------------------------------------------------

ສານຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ



​ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສົມເດັດ ອັນ-ຊຸນຕັນ ອັບດຸນລາ ຣິອາຍາຕຸດດິນ ອັນ-ມຸດສະຕາ ບິນລາ ຊາ ອິບນິ ອັນມາຣູມ ຊຸນຕັນ ຮາຈິ ອາມັດ ຊາ ອັນ-ມຸດສະຕາ ອິນ ບິນລາ ເຈົ້າຊີວິດ ແຫ່ງ ມາເລເຊຍ ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.

​ເນື້ອ​ໃນ​ສານ ​ໄດ້​ລະບຸ​ວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ, ພວກຂ້າພະເຈົ້າ ຂໍຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນອົບອຸ່ນມາຍັງ ທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ພວກຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການ ເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າການພົວພັນຮ່ວມມື ລະຫວ່າງ ປະຊາຊົນຢ່າງກວ້າງຂວາງກວ່າເກົ່າ ຈະເປັນການປະກອບສ່ວນ ເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນະຖາວອນ ຂອງສອງຊາດຂອງພວກເຮົາ ໂດຍສະ ເພາະ ການສົ່ງເສີມການຮ່ວມມືພາຍຫລັງ ການແພ່ລະບາດ ຂອງພະຍາດໂຄວິດ-19.

ຂ້າພະເຈົ້າ ພ້ອມດ້ວຍ ມະເຫສີ ຣາຈາ ອາກົງ ຂໍອວຍພອນໄຊອັນປະເສີດມາຍັງ ທ່ານ ຈົ່ງສືບຕໍ່ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນລາວ ຈົ່ງມີຄວາມສະຫງົບສຸກ, ປະສົບຜົນສໍາເລັດ ແລະ ຄວາມວັດທະນະຖາວອນ ຕະຫລອດໄປ.

ໃນ​ໂອກາດ​ດຽວ​ກັນ, ທ່ານ ເອັມດີ. ອັບດຸລຮາມິດ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ກໍໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າ: ເນື່ອງໃນໂອກາດ ອັນສະຫງ່າລາສີ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄໍາອວຍພອນໄຊອັນອົບອຸ່ນ ແລະ ຊົມເຊີຍຢ່າງຈິງໃຈ ມາຍັງ ທ່ານ ແລະ ຜ່ານທ່ານ ໄປຍັງ ປະຊາ ຊົນເພື່ອນມິດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກຖ້ວນໜ້າ.

ບັງກະລາເທດ ໃຫ້ຄວາມສຳຄັນສູງຕໍ່ສາຍພົວພັນ ກັບ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ. ຂ້າພະເຈົ້າ ເຊື່ອໝັ້ນວ່າດ້ວຍຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ມິດຕະພາບ ແລະ ການຮ່ວມມືອັນຈິງໃຈທີ່ມີມາແລ້ວນັ້ນ ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ເສີມຂະ ຫຍາຍ ແລະ ເພີ່ມທະວີຍິ່ງໆຂຶ້ນໃນຕໍ່ໜ້າ. ສອງປະເທດພວກເຮົາ ມີທ່າແຮງຫລວງຫລາຍ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນສະໜິດແໜ້ນຂອງພວກເຮົາໃນລວງເລິກ ແລະ ຮອບດ້ານ ເພື່ອນຳເອົາຜົນປະໂຫຍດ ມາສູ່ປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ມີອາຍຸຍືນຍາວ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງສືບຕໍ່ມີສັນຕິພາບ, ຄວາມກ້າວໜ້າ ແລະ ວັດທະນະຖາວອນ.

ພ້ອມ​ນີ້, ທ່ານ ຊີກ ຮາຊີນາ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ກໍໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ເຖິງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ​ເຊັ່ນ​ດຽວ​ກັນ.



--------------------------------------------------------------------------------

ບັນດາ​ປະ​ເທດ​ເພື່ອນ​ມິດ ສົ່ງສານອວຍ​ພອນ ວັນຊາດ 2 ທັນວາ



ຂປລ. ເມື່ອບໍ່ດົນມານີ້, ບັນດາ​ປະ​ເທດ​ເພື່ອນ​ມິດ ​ໄດ້​ສົ່ງ​ສານ​ອວຍພອນ ​ເຖິງ​ ຄູ່​ຮ່ວມ​ຕໍາ​ແໜ່​ງ​ເນື່ອງ​ໃນ​ໂອກາດ​ວັນ​ສະ​ຖາປະນາ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ຄົບຮອບ 47 ປີ (02/12/1975-02/12/2022) ​ເຊິ່ງມີ​ລາຍ​ລະອຽດ​ດັ່ງ​ນີ້:

ທ່ານ​ ນາງ ກາ​ເຕີ​ຣີ​ນາ ຊາ​ເກ​ວ​ໂຣ​ປູ​ລູ ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາ​ທາ​ລະ​ນະ​ລັດ​ເກ​ຣັກ ໄດ້​ສົ່ງ​ສານອວຍ​ພອນ ເຖິງທ່ານ ທອງ​ລຸນ ສີ​ສຸ​ລິ​ດ ປະ​ທານ​ປະ​ເທດ​ແຫ່ງ ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ​ວ່າ: ໃນນາມຕາງໜ້າ ປະຊາຊົນ ເກຣັກ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງ​ຄໍາອວຍພອນອັນອົບອຸ່ນ ແລະ ຈິງໃຈ ມາຍັງທ່ານ ຈົ່ງມີແຕ່ຄວາມຜາສຸກ ແລະ ປະຊາຊົນລາວທຸກຖ້ວນໜ້າ ຈົ່ງມີແຕ່ຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.

ທ່ານ ຟ​ຣັງ-ວານ​ເຕີ້ ສະ​ຕາຍ​ມາຍ​ເອີ ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ໄດ້​ສົ່ງ​ສານອວຍ​ພອນ ເຖິງທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ​ເຊິ່ງ​ມີ​ເນື້ອ​ໃນ​ວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນຈິງໃຈ ມາຍັງ ທ່ານ ແລະ ປະຊາຊົນລາວ.

ປະ​ເທດ​ຂອ​ງ​ທ່ານ ​ໄດ້​ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ ​ໂດຍ​ໄດ້​ມີ​​ການ​ເປີດ​ປະ​ເທດ​ໃນ​ລະ​ດູ​ຮ້ອນ​ນີ້ ແລະ ໃນ​ຂະ​ນະ​ດຽວ​ກັນ, ກໍ​ຜະ​ເຊີນ​ກັບບັນ​ດາ​ສິ່ງ​ທ້າຍ​ທາຍ ​ທີ່ໃຫຍ່ຫລວງທາງ​ດ້ານ​ເສດ​ຖະ​ກິດ ແລະ ການ​ເງິນ.

ເຢຍ​ລະ​ມັນ ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫລືອ ປ​ະ​ເທດ​ລາວ ໃນ​ການ​ແກ້ໄຂ​ວິ​ກິດ​ການ ແລະ ຜົນ​ກະ​ທົບ​ຈາກ​ການ​ແພ່​ລະ​ບ​າດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ປັດ​ຈຸ​ບັນ. ການ​​ໄດ້​ຮັບ​ການ​ສືບ​ຕໍ່​ເຂົ້າ​ໃນ​ລາຍ​ຊື່​ປະ​ເທດ ບູ​ລິ​ມະ​ສິດ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ ເພື່ອ​ການ​ພັດ​ທະ​ນາ​ໃນ​ຂອບ​ສອງ​ຝ່າຍ ໃນ​ເດືອນ​ພຶດ​ສະ​ພາທີ່​ຜ່ານ​ມາ  ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ ຄວາມ​ໝາຍ-​ຄວາມ​ສຳ​ຄັນ​ ຂອງ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ເຢຍ​ລະ​ມັນ ແລະ ລາວ ໃນ​ອະ​ນາ​ຄົດ​.

ຂ້າພະ​ເຈົ້າ​ ຂໍອວຍພອນ​ໃຫ້ ທ່ານ ​ແລະ ປະ​ຊາ​ຊົນ​ລາວ ຈົ່ງມີ​​ຄວາມເຂັ້ມ​ແຂງ, ມີ​ພະ​ລາ​ນາ​ໄມ​ສົມ​ບູນ ແລະ ເບິ່ງ​ໂລກ​ໃນ​ແງ່​ດີ ໃນ​ໄລ​ຍະ​ເວ​ລາ​ທີ່​ທ້າ​ທາຍ​ນີ້.

​ໃນ​ຂະນະ​ດຽວ​ກັນ, ທ່ານ ດານຽນ ອໍຣ໌ເຕກາ ຊາເວດຣາ ປະທານາທິບໍດີ ແລະ ທ່ານ ໂຣຊາຣີໂອ ມູຣີໂຢ ຮອງປະທານາທິບໍດີ ແຫ່ງສາທາລະນະລັດ ນິກາຣາກົວ ໄດ້ສົ່ງສານອວຍພອນເຖິງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າ: ເນື່ອງໃນໂອກາດສຸດທີ່ພິເສດໃນການສະເຫລີມສະຫລອງ ຄົບຮອບ 47 ປີ ແຫ່ງໄຊຊະນະຂອງການປະຕິວັດ ແລະ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ. ໃນນາມປະຊາຊົນ ແລະ ລັດຖະບານປອງດອງ ແລະ ເອກະພາບແຫ່ງຊາດ ສາທາລະນະລັດ ນິກາຣາກົວ ກໍຄື ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ມີຄວາມພາກພູມໃຈຢ່າງຍິ່ງຂໍສົ່ງຄໍາຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງສະຫາຍ, ປະຊາຊົນ, ລັດຖະບານ ແລະ ພັກປະຊາຊົນປະຕິວັດລາວ.

ເນື່ອງໃນໂອກາດວັນສໍາຄັນທາງປະຫວັດສາດ ແຫ່ງການສະເຫລີມສະຫລອງໄຊຊະນະແຫ່ງ ອິດສະລະພາບ, ການກໍານົດຊາຕາກໍາຕົນເອງ ແລະ ອໍານາດອະທິປະໄຕແຫ່ງຊາດຂອງ ສປປ ລາວ, ພວກຂ້າພະເຈົ້າຂໍສົ່ງຄໍາອວຍພອນໄຊອັນປະເສີດມາຍັງ ທ່ານ ແລະ ປະຊາຊົນລາວທຸກຖ້ວນໜ້າມີ ສັນຕິພາບ ແລະ ພະລານາໄມສົມບູນ. ອີກເທື່ອໜຶ່ງ, ພວກຂ້າພະເຈົ້າ ຂໍຢ້ໍາຄືນເຖິງຄໍາໝັ້ນສັນຍາທີ່ບໍ່ປ່ຽນແປງໃນການຈະສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບຖານອ້າຍນ້ອງ, ຄວາມເຄົາລົບນັບຖື ເຊິ່ງກັນ ແລະ ກັນ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງ ປະຊາຊົນ ແລະ ລັດຖະບານສອງປະເທດພວກເຮົາ.

ດ້ວຍຄວາມຮັກແພງຖານສະຫາຍອ້າຍນ້ອງ ແລະ ເຄົາລົບຈາກປະຊາຊົນ ນິກາຣາກົວ ເຖິງ ປະຊາຊົນລາວ.

ພ້ອມ​ກັນ​ນີ້, ທ່ານ ອາລາ ຄາຣີສ໌ ປະທານປະເທດ ແຫ່ງ ສາທາລະນະລັດ ແອັດສະໂຕນີ ກໍສົ່ງສານຊົມເຊີຍເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງທ່ານ ເນື່ອງໃນໂອກາດ ວັນ ຊາດ ແຫ່ງ ສປປ ລາວ ແລະ ຂໍອວຍພອນໄຊອັນປະເສີດ ມາຍັງທ່ານ ແລະ ປະຊາຊົນລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກ.

ຂ້າ​ພະ​ເຈົ້າ ຮູ້ສຶກພາກພູມໃຈ ທີ່ສັງເກດເຫັນວ່າ ການພົວພັນມິດຕະພາບ ລະ​ຫວ່າງ ແອັດສະໂຕນີ ແລະ ລາວ ໄດ້​ຮັບ​ການພັດທະນາ ແລະ ກ້າວໜ້າຢ່າງຕໍ່ເນື່ອງ ໃນໄລຍະຫລາຍປີຜ່ານມາ, ສິ່ງດັ່ງກ່າວ ແມ່ນຄວາມຫວັງອັນຈິງໃຈຂອງຂ້າພະເຈົ້າ ທີ່ຈະມີການສຶບຕໍ່ພົວພັນຮ່ວມມືກັນຫລາຍຂຶ້ນໃນຕໍ່ໜ້າ ລະ ຫວ່າງ ສອງລັດ ແລະ ປະຊາຊົນຂອງພວກເຮົາ. ພວກເຮົານັ້ນ ເປັນປະເທດນ້ອຍ, ຂຶ້ນກັບໂລກພາຍນອກ, ພວກເຮົາມີຄວາມສົນໃຈຮ່ວມກັນ ທີ່ຈະຍຶດໝັ້ນຫລັກການ ຂອງກົດບັດສະຫະປະຊາຊາດ ລວມເຖິງ ຫລັກການສະເໝີພາບອະທິປະໄຕຂອງບັນດາລັດ.


---------------------------------------------------------------------------------------

ສານຊົມເຊີຍວັນຊາດ 2 ທັນວາ ຄົບຮອບ 47 ປີ

 ຂປລ. ໃນວັນທີ 28 ພະຈິກ 2022 ຜ່ານມາ, ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.
   ເນື້ອໃນຂອງສານໄດ້ລະບຸວ່າ: ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ
, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ຜ່ານທ່ານ ມາຍັງ ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ເນື່ອງໃນໂອກາດອັນສະຫງ່າລາສີ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.
   ຂ້າພະເຈົ້າ ເຊື່ອໝັ້ນຢ່າງແຮງກ້າວ່າ ພາຍໃຕ້ການຊີ້ນຳທີ່ເຂັ້ມແຂງ ແລະ ການນໍາພາທີ່ມີວິໄສທັດອັນກວ້າງໄກຂອງ ພັກປະຊາຊົນປະຕິວັດລາວ
, ສປປ ລາວ ຈະສືບຕໍ່ປະສົບຜົນສຳເລັດ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໄປ.
ຂ້າພະເຈົ້າ ຂໍຢືນຢັນຄວາມມຸ່ງມາດປາດຖະໜາ ທີ່ຈະເຮັດວຽກກັບ ທ່ານຢ່າງໃກ້ຊິດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີມາແຕ່ຍາວນານ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດ ແລະ ປະຊາຄົມອາຊຽນ.
   ຄຽງຄູ່ກັບກອງປະຊຸມພົບປະສອງຝ່າຍ ແລະ ການສົນທະນາທີ່ສຳຄັນ ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ
40 ແລະ 41 ແລະ ກອງປະຊຸມທີ່ກ່ຽວຂ້ອງ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງສູງ ສຳລັບການສະໜັບສະໜູນຢ່າງເຕັມສ່ວນຂອງລາວ ໃນການເປັນປະທານອາຊຽນຂອງກຳປູເຈຍ ໃນປີ 2022.
    ​ໃນໂອກາດດຽວກັນ
, ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ສະ ເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະ ນະລັດປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນວັນຊາດ ແຫ່ງ ສປປ  ຄົບຮອບ 47 ປີ ເຊັ່ນດຽວກັນ.



 ----------------------------------------------------------------------- 

ສານອວຍພອນວັນຊາດ 2 ທັນວາ ຄົບຮອບ 47ປີ



ຂປລ. ໃນວັນທີ 6  ທັນວາ 2022, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບສານອວຍພອນວັນຊາດຈາກ ສະຫາຍ ກິມ ເຈິງ ອູນ ເລຂາທິການໃຫ່ຍ ພັກແຮງງານເກົາຫລີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.

ເນື້ອໃນສານອວຍພອນ​ໄດ້ລະບຸວ່າ: ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ມາຍັງສະຫາຍເລຂາທິການໃຫຍ່, ພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.

ໃນໄລຍະ 47ປີ ແຫ່ງການສະຖາປະນາ ສາທາລະນະລັດ, ພັກ, ລັດຖະບານ ແລະ ປະຊາຊົນລາວ ໄດ້ບັນລຸຜົນສຳເລັດອັນໃຫຍ່ຫລວງ ໃນການຕໍ່ສູ້ເພື່ອປົກປັກຮັກສາ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດ ຢ່າງໜັກແໜ້ນ ແລະ ເສີມຂະຫຍາຍ ລະບອບປະຊາທິປະໄຕປະຊາຊົນ, ສ້າງສາພັດທະນາ ປະເທດຊາດສັງຄົມນິຍົມທີ່ຮັ່ງມີ, ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ.

ມາຮອດປັດຈຸບັນ, ພັກ, ລັດຖະບານ ແລະ ປະຊາຊົນລາວ ມີຄວາມກ້າວໜ້າອັນໃໝ່ ໃນການ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ ຍ່ ຄັ້ງທີ 11 ຂອງພັກ ແລະ ພາລະກິດອັນຍິງໃຫ່ຍ ເພື່ອບັນລຸຈຸດໝາຍປາຍທາງ ກ້າວຂຶ້ນສັງຄົມນິຍົມ.

ຂ້າພະເຈົ້າເຊື້ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງປະເທດພວກເຮົາ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນທ່າມກາງການຕໍ່ສູ້ຮ່ວມກັນ ເພື່ອສັງຄົມນິຍົມ ຈະໄດ້ຮັບການເສີມຂະຫຍາຍໃຫ້ດີຂຶ້ນ ຢ່າງບໍ່ມີການປ່ຽນແປງ ແລະ ຂໍອວຍພອນໄຊອັນປະເສີດ ໃຫ້ສະຫາຍເລຂາທິການໃຫຍ່ ຈົ່ງປະສົບຜົນເລັດອັນໃຫຍ່ຫລວງກ່ວາເກົ່າ ໃນພາລະໜ້າທີ່ອັນ ມີຄວາມຮັບຜິດຊອບຂອງສະຫາຍ.

----------------------------------------------------------------------------------------

ສານອວຍພອນ ວັນຊາດລາວ ຄົບຮອບ 47 ປີ



ຂປລ. ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ ໃນວັນທີ 2 ທັນວາ 2022, ທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີແຫ່ງ ສາທາລະນະລັດ ເບລາຣຸດຊີ ໄດ້ສົ່ງສານອວຍພອນເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຊິ່ງມີເນື້ອໃນວ່າ: ຂ້າ ພະເຈົ້າຂໍສະແດງຄວາມເຊີຍ ມາຍັງທ່ານ ເນື່ອງໃນໂອກາດການສະເຫລີມສະຫລອງ ວັນສະຖາປະນາ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ເຖິງແມ່ນວ່າ ສອງປະເທດພວກເຮົາ ມີທີ່ຕັ້ງຫ່າງໄກກັນກໍ່ຕາມ, ແຕ່ສາຍພົວພັນມິດຕະພາບ ທີ່ຜ່ານການທົດສອບຕາມການເວລາ ແມ່ນໄດ້ຮັບການພັດທະນາ ລະຫວ່າງ ນະຄອນຫລວງມິນສ໌ ແລະ ນະຄອນຫລວງວຽງຈັນ. ການຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ ຢູ່ໃນຂອບສອງຝ່າຍ ແລະ ໃນເວທີສາກົນ ໄດ້ປະກອບສ່ວນ ໃນການຮັບປະກັນການພັດທະນາ ທາງດ້ານອະທິປະໄຕ ຂອງສອງປະເທດພວກເຮົາ.

ພວກຂ້າພະເຈົ້າ ມີຄວາມສົນໃຈ ໃນການຂະຫຍາຍລາຍການສິນຄ້າ ແລະ ການສະໜອງການບໍລິການ ໄປສູ່ຕະຫລາດຂອງລາວ, ລວມທັງການສ້າງຄວາມເຂັ້ມແຂງ ທາງດ້ານຄວາມປອດໄພດ້ານສະ ບຽງອາຫານ ແລະ ການຝຶກອົບຮົມ ໃຫ້ແກ່ຜູ້ຊ່ຽວຊານໃນຂົງເຂດຕ່າງໆ.

ເນື່ອງໃນໂອກາດວັນສະເຫລີມສະຫລອງດັ່ງກ່າວນີ້, ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ສືບຕໍ່ປະສົບຜົນສໍາເລັດ, ລວມທັງ ຂໍອວຍພອນໃຫ້ປະຊາຊົນລາວ ສືບຕໍ່ມີສັນຕິພາບ ແລະ ວັດທະນະຖາວອນ.

ໂອກາດດັ່ງກ່າວນີ້, ທ່ານ ຣາມັນ ກາລົບເຊັນໂກ ນາຍົກລັດຖະມົນຕີ ແລະ ທ່ານ ເຊເກ ອາເລນິກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຜູ້ທີໜຶ່ງ ແຫ່ງ ສາທາລະນະລັດ ເບລາຣຸດຊີ ກໍ່ໄດ້ສົ່ງສານອວຍພອນເຖິງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ.

----------------------------------------------------------------------------

ສານອວຍພອນວັນຊາດ ສປປ ລາວ

ຄົບຮອບ 47 ປີ ຈາກການນຳຂັ້ນສູງ ສ ກູບາ



ຂປລ. ວັນທີ 2 ທັນວາ 2022 ຜ່ານ​ມາ, ການ​ນໍາ​ຂັ້ນ​ສູງຂອງ ສປປ ລາວ  ປະກອບ​ມີ: ສະ ຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະ ທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ພັນຄໍາ ວິພາວັນ ນາຍົກ ລັດຖະມົນຕີ ​ແລະ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ຮັບ​ສານ​ອວຍພອນ ​ຈາກ​ຄູ່​ຮ່ວມ​ຕຳ​ແໜ່​ງ ຄື ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ເລຂາທີໜຶ່ງ ຄະນະບໍລິຫານງານສູນກາງພັກຄອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ, ສະຫາຍ ມານູແອນ ມາລີໂລ ຄລູສ ນາຍົກລັດຖະມົນຕີ ​ແລະ ສະຫາຍ ບຣູໂນ ໂຣດຣີເກັຊ໌ ປາຣີຢາ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ ເນື່ອງໃນໂອກາດ ສະເຫລີມສະຫລອງວັນຊາດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.
  ​ເນື້ອ​ໃນ​ສານ​ໄດ້​ລະ​ບຸ​ວ່າ: ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນນາມພັກ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ກູບາ, ຂ້າພະເຈົ້າຂໍສົ່ງຄໍາຊົມເຊີຍ ອັນອົບອຸ່ນທີ່ສຸດ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ປະຊາຊົນລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ.
     ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ຢໍ້າຄືນຕໍ່ສະຫາຍເຖິງຄວາມມຸ້ງຫວັງ ທີ່ຈະສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການ
ຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງສອງປະເທດພວກເຮົາໃນທຸກຂະແໜງ ການທີ່ສອງຝ່າຍມີຄວາມສົນໃຈ.

-------------------------------------------------------------------------------------------------

ສານສະແດງຄວາມຊົມເຊີຍ ວັນຊາດລາວ ຄົບຮອບ 47 ປີ



          ຂປລ. ວັນ​ທີ 2 ທັນວາ ຜ່ານ​ມາ, ທ່ານ ຢູນ ຊອກ ຢອນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.

​ເນື້ອ​ໃນ​ສານ​ໄດ້​ລະບຸ​ວ່າ: ເນື່ອງໃນໂອກາດວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຄົບຮອບ 47 ປີ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ອັນອົບອຸ່ນມາຍັງ ທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ໃນຊຸມປີຜ່ານມາ, ສອງປະເທດພວກເຮົາ ໄດ້ສ້າງສາຍພົວພັນຮ່ວມ ມືມິດຕະພາບ ໃນຫລາຍຂົງເຂດວຽກງານ. ຂ້າພະເຈົ້າຫວັງວ່າ ຈະໄດ້ສືບຕໍ່ພັດທະນາ ສົ່ງເສີມສາຍພົວພັນ ລະຫວ່າງ ສອງປະເທດພວກເຮົາ ກໍຄື ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ປະຊາຊົນສອງຊາດພວກເຮົາ ຍິ່ງຂຶ້ນ.

ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ສືບຕໍ່ໄດ້ຮັບຜົນສຳເລັດ ໃນໜ້າທີ່ວຽກງານຂອງ ທ່ານ ແລະ ຂໍອວຍພອນໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງມີແຕ່ຄວາມຈະເລີນຮຸ່ງເຮືອງຕະຫລອດໄປ.

------------------------------------------------------------------------

ສານສະແດງຄວາມຊົນເຊີຍ ຄູ່ຮ່ວມຕຳແໜ່ງ



ຂປລ. ເມື່ອບໍ່ດົນມານີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ເຖິງ ທ່ານ ອັນວາ ອິບຣາຮິມ ເນື່ອງໃນໂອກາດທີ່​​ໄດ້ຮັບ ເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງມາເລເຊຍ ຄົນໃໝ່.

​ເນື້ອ​ໃນ​ສານ​ໄດ້​ລະບຸ​ວ່າ: ​ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ເນື່ອງໃນໂອກາດທີ່​​ທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນ    ນາຍົກລັດຖະມົນຕີ ແຫ່ງມາເລເຊຍ ຄົນໃໝ່.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ດ້ວຍການມີບົດຮຽນອັນກວ້າງຂວາງ ແລະ ຄວາມປີຊາ ສາມາດຂອງທ່ານ, ປະເທດມາເລເຊຍ ຈະສາມາດກ້າວໄປສູ່ຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ. ຂ້າພະເຈົ້າ ພ້ອມແລ້ວທີ່ຈະຮ່ວມເຮັດວຽກກັບທ່ານ ເພື່ອເສີມຂະຍາຍສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ດີງາມທີ່ມີມາແລ້ວ ລະຫວ່າງ ສອປະເທດພວກເຮົາ ໃຫ້ຂະຍາຍຕົວຍິ່ງໆຂຶ້ນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ກໍຄື ໃນຄອບຄົວອາຊຽນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນໄຊອັນປະເສີດ ມາຍັງ​​ທ່ານ ຈົ່ງມີສຸພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ​​ອັນຈົບງາມໃນການປະຕິບັດໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງ ທ່ານ.

---------------------------------------------------------

ສານຊົມເຊີຍຄູ່​ຮ່ວມ​ຕຳ​ແໜ່​ງ



          ຂປລ. ໃນວັນທີ 14 ພະຈິກ 2022 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງສົມເດັດ ເຊັກຄ ຊາເລມ ອັບດູນລາສ ອາລ-ຈາເບີ ອາລ-ຊາບາສ ລັດຖະມົນຕີກະຊວງການ​​ຕ່າງປະເທດ ແຫ່ງ ລັດກູເວດ ໃນໂອກາດທີ່ໄດ້ຮັບ ການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະ ຊວງການ​​ຕ່າງປະເທດ ແຫ່ງລັດກູເວດ

ເນື້ອໃນສານ ​ໄດ້ລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງສົມເດັດ ເນື່ອງໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການ​​ຕ່າງປະເທດ ແຫ່ງລັດກູເວດ.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ຂອງສົມເດັດ ກໍຄື ດ້ວຍຄວາມພະຍາຍາມຮ່ວມກັນ ຂອງພວກເຮົາ ສາຍພົວພັນຖານເພື່ອນມິດ ແລະ ການຮ່ວມມືທີ່ມີຢູ່ໃນປັດຈຸບັນລະຫວ່າງສອງປະເທດພວກເຮົາ ໂດຍສະເພາະ ໃນປີ 2023 ເປັນປີແຫ່ງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 15 ປີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດກູເວດ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງພະອົງ.



----------------------------------------------------------------

ຜູ້ນຳລາວ ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງ

      ຂປລ.ໃນວັນທີ 3 ຕຸລາ 2022 ທີ່ນະຄອນຫລວງວຽງຈັນ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະ ແດງຄວາມຊົມເຊີຍເຖິງທ່ານ ນາງ ຈໍເຈຍ ເມໂລນີ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ ລັດ ອິຕາລີ ເນື່ອງໃນໂອກາດໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນ ຕີຄົນໃໝ່ ແຫ່ງ ສາທາລະນະລັດ ອິຕາລີ.
 
ເນື້ອໃນສານລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິເປັນຢ່າງຍິ່ງ ສົ່ງຄຳຊົມ ເຊີຍອັນອົບອຸ່ນ ມາຍັງທ່ານ ເນື່ອງໃນໂອກາດທີ່ທ່ານໄດ້ຮັບການເລືອກຕັ້ງ ໃຫ້ດໍາລົງຕໍາ ແໜ່ງເປັນ ນາຍົກລັດຖະມົນຕີ ຄົນໃໝ່ ແຫ່ງ ສາທາລະນະລັດ ອິຕາລີ.
    
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດຂອງ ທ່ານ, ສາຍ ພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ແລະ ສອງລັດຖະບານ ພວກ ເຮົາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ຍິ່ງຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນ ລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນທົ່ວໂລກ.
  
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນ ໃຫ້ທ່ານຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມ ສົມບູນ ແລະ ປະສົບຜົນສໍາເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງຕົນ ແລະ ປະຊາຊົນ ອິຕາລີ ເພື່ອນມິດຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຕະຫລອດໄປ.



-----------------------------------------------------------------------------------------------

ໂທລະເລກຊົມເຊີຍ



 ຂປລ. ໃນວັນທີ 24 ຕຸລາ 2022 ທີ່ນະຄອນຫລວງວຽງຈັນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ  ພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ. ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ອີກວາລະໜຶ່ງ.

ເນື້ອໂທລະເລກລະບຸວ່າ: ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ອີກວາລະໜຶ່ງ, ໃນນາມ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄວາມຊົມເຊີຍຢ່າງຈິງໃຈ, ອາລົມຈິດແຫ່ງຄວາມສາມັກຄີຮັກແພງຖານສະຫາຍອ້າຍນ້ອງ ແລະ ພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ ສະໄໝທີ XX.

ການທີ່ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ອີກວາລະໜຶ່ງ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງ ພັກກອມມູນິດຈີນ ເປັນການສະແດງໃຫ້ເຫັນຢ່າງຊັດເຈນ ເຖິງຄວາມໄວ້ເນື້ອເຊື່ອໃຈຢ່າງເຕັມປ່ຽມ ຂອງຜູ້ແທນກອງປະຊຸມໃຫຍ່ ກໍຄື ທົ່ວພັກ, ທົ່ວລັດ ແລະ ປະຊາຊົນຈີນ ທີ່ມີຕໍ່ສະຫາຍ ໃນຖານະເປັນຜູ້ນໍາທີ່ປີຊາສາມາດ, ເປັນແກນກາງຂອງພັກ, ຊຶ່ງປ່ຽມລົ້ນໄປດ້ວຍປະສົບການ ແລະ ມີຜົນງານອັນໂດດເດັ່ນ ໃນການຊີ້ນໍານໍາພາ ພາລະກິດສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XVIII ຂອງພັກ ເປັນຕົ້ນມາ, ສູນກາງພັກກອມມູນິດຈີນ ທີ່ຖື ສະຫາຍ ເປັນແກນກາງ ໄດ້ນໍາພາປະຊາຊົນຈີນ ສ້າງສາພັດທະນາ ສປ ຈີນ ດ້ວຍທັດສະນະໃໝ່, ແນວຄິດ ແລະ ຍຸດທະສາດໃໝ່ ທີ່ສອດຄ່ອງກັບສະພາບລວມພາຍໃນປະເທດ ແລະ ທ່າອ່ຽງລວມ ຂອງຍຸກສະໄໝ, ໂດຍສະເພາະແມ່ນ ການສະເໜີອອກ ແນວຄິດສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ເພື່ອປົກຄອງລັດ-ບໍລິຫານປະເທດ ໃຫ້ມີຄວາມເຂັ້ມແຂງ, ເຮັດໃຫ້ ສາທາລະນະລັດ ປະຊາຊົນຈີນ ມີການພັດທະນາຢ່າງໃຫຍ່ຫລວງ, ຮອບດ້ານ, ກ້າວກະໂດດ ແລະ ມະຫັດສະຈັນ, ການເມືອງມີສະຖຽນລະພາບຢ່າງໜັກແໜ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ທັນສະໄໝ, ສັງຄົມມີຄວາມສະຫງົບ ກົມກຽວປອງດອງ, ບັນລຸຜົນສຳເລັດອັນໃຫຍ່ຫລວງເປັນປະຫວັດການ ບັນດາເປົ້າໝາຍຍຸດທະສາດ 100 ປີ ເຫດການທີໜຶ່ງ, ບັນດາຂໍ້ລິເລີ່ມຕ່າງໆ ທີ່ສະຫາຍ ສະເໜີອອກ ພວມໄດ້ຮັບການເຂົ້າຮ່ວມ ແລະ ສະໜັບສະໜູນຢ່າງຕັ້ງໜ້າ ຈາກວົງຄະນະຍາດສາກົນ, ບົດບາດ ແລະ ອິດທິພົນຂອງ ສປ ຈີນ ນັບມື້ນັບພົ້ນເດັ່ນ ແລະ ນຳໜ້າ ໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນສຳຄັນຍິ່ງເຂົ້າໃນພາລະກິດເສີມສ້າງສັນຕິພາບ ແລະ ການພັດທະນາໃນໂລກ.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນເຂັ້ມແຂງ ຂອງ ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສືບຕໍ່ເປັນແກນກາງນັ້ນ, ປະຊາຊົນຈີນອ້າຍນ້ອງ ຈະສາມາດຍາດໄດ້ຜົນສໍາເລັດຮອບດ້ານອັນໃໝ່ ໃຫຍ່ຫລວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກ ກໍຄື ການສ້າງສັງຄົມນິຍົມທີ່ເຂັ້ມແຂງທັນສະໄໝ ຮອບດ້ານ, ບັນລຸເປົ້າໝາຍ 100 ປີເຫດການທີສອງ ແລະ ການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງຊາດຈີນ ໃຫ້ປະກົດຜົນເປັນຈິງຢ່າງມີໄຊ.

ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ມີມາແຕ່ດົນນານນັ້ນ ນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍທ່ວງທ່າທີ່ໜັກແໜ້ນ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ໂດຍສະເພາະແມ່ນພາຍຫລັງທີ່ສອງພັກ ໄດ້ລົງນາມ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ການພົວພັນຮ່ວມມືສອງຝ່າຍໃນທຸກຂະແໜງການ ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ເຂົ້າສູ່ລວງເລິກ ຢ່າງເປັນຮູບປະທໍາ, ຍິນດີສືບຕໍ່ຮ່ວມກັບສະຫາຍ ໃນການປຶກສາຫາລື ແລະ ກໍານົດທິດນໍາ ຂອງການພົວພັນຮ່ວມມືສອງຝ່າຍ ໄລຍະໃໝ່ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ, ປະກອບສ່ວນຊຸກຍູ້ພາລະກິດກໍ່ສ້າງສັງຄົມນິຍົມຢູ່ ສອງປະເທດ ໄປສູ່ຈຸດໝາຍທີ່ວາງໄວ້.

ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພະລານາໄມສົມບູນ, ມີຄວາມຜາສຸກ ແລະ ມີຜົນສໍາເລັດອັນໃຫຍ່ຫລວງກວ່າເກົ່າ ໃນພາລະກິດອັນສູງສົ່ງ ແລະ ມີກຽດສະຫງ່າຂອງສະຫາຍ.

ຂໍອວຍພອນໃຫ້ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ຊົ່ວກາລະນານ.


-----------------------------------------------------

ສານອວຍພອນວັນຊາດ ​ແອັດສະປາຍ

ຂປລ. ວັນທີ 12 ຕຸລາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດ ພະຣາຊາ ເຟລິບເປ ທີ VI ແຫ່ງ ຣາຊະອານາຈັກ ແອັດສະປາຍ ເນື່ອງໃນໂອກາດວັນຊາດ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ​ແອັດສະປາຍ.

ເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ​ແອັດສະປາຍ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດພະຣາຊາ ແລະ ປະຊາຊົນ ແອັດສະປາຍ ທຸກຖ້ວນໜ້າ.

     ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ແອັດສະປາຍ ຈະໄດ້ຮັບການສືບຕໍ່ ຮັດແໜ້ນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ຂອງພວກເຮົາ ກໍຄື ເພື່ອສັນຕິພາບ, ສະ ຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນທົ່ວໂລກ.

ໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສົມເດັດ ພະຣາຊາ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີຄວາມກະເສມສຳລານ ແລະ ປະສົບຜົນສໍາເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງພະອົງ ແລະ ປະຊາຊົນ ແອັດສະປາຍ ເພື່ອນມິດ ຈົ່ງມີແຕ່ຄວາມສຸກ ແລະ ຄວາມຈະເລີນ ຕະຫລອດກາລະນານ.

---------------------------------------------------

ສານຊົມເຊີຍ

    ຂປລ.ໃນວັນທີ 4 ຕຸລາ 2022 ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ມຸກຕາ ຕິລືເບີດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເນື່ອງໃນໂອກາດຄົບຮອບ 25 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານ.
      ເນື້ອໃນສານລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ເນື່ອງໃນໂອກາດຄົບຮອບ 25 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານ
, ພ້ອມທັງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ຜ່ານທ່ານ ໄປຍັງພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກາຊັກສະຖານ ທຸກຖ້ວນໜ້າ.
     ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫລອດໄລຍະ 25 ປີທີ່ຜ່ານມາ
, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານ ໄດ້ຮັບການສືບຕໍ່ຮັດແໜ້ນບົນພື້ນຖານ ແຫ່ງການເຄົາລົບຊຶ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີີຜົນປະໂຫຍດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ການພົວພັນຮ່ວມມື ລາວ ແລະ ກາຊັກສະຖານ ຈະໄດ້ຮັບການຮັດແໜ້ນ ແລະ ເສີມຂະ ຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
    ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນທ່ານ ຈົ່ງມີສຸຂະພາບເຂັ້ມແຂງ
, ມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງທ່ານ.



---------------------------------------------------------------------------

ສານ​​ຊົນ​ເຊີຍ ວັນສ້າງຕັ້ງສາຍພົວພັນການທູດ

ລາວ ແລະ ອູດສະເບກິດສະຖານ ຄົບຮອບ 30 ປີ



     ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ປະທານປະເທດແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ ​ເຖິງ ທ່ານ ຊາບກັດ ເມຊິໂຢເຢັບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອຸດສະເບກິດສະຖານ ເນື່ອງໃນໂອກາດ ຄົບຮອບ 30 ປີແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອຸດສະເບກິດສະຖານ.

​ເນື້ອ​ໃນ​ສານ​ໄດ້​ລະບຸ​ວ່າ: ເນື່ອງໃນໂອກາດຄົບຮອບ 30 ປີແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາ ລະນະລັດ ອຸດສະເບກິດສະຖານ, ຕາງໜ້າໃຫ້ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ປະຊາຊົນ ອຸດສະເບກິດສະຖານ ທຸກຖ້ວນໜ້າ.

     ຂ້າພະເຈົ້າມີຄວາມປິຕິຍິນດີ ເປັນຢ່າງຍິ່ງ ທີ່ເຫັນວ່າຕະຫລອດໄລຍະ 3 ທົດສະວັດ ທີ່ຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດພວກເຮົາ ໄດ້ຮັບການເສີມ ຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານແຫ່ງ ຫລັກການເຄົາລົບນັບຖື​ເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຂ້າພະເຈົ້າ ເຊື່ອໝັ້ນວ່າການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍ ໃຫ້ແຕກດອກ ອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ແບບຍືນຍົງຢູ່ໃນພາກພື້ນ ແລະ ທົ່ວໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້, ອວຍພອນໃຫ້ ທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນມີກຽດຂອງຕົນ, ພ້ອມທັງອວຍພອນໃຫ້ ປະຊາຊົນ ອຸດສະເບກິດສະຖານ ເພື່ອນມິດ ສືບຕໍ່ມີສັນຕິສຸກ ແລະ ວັດທະນະຖາວອນ.

​ໃນ​ໂອກາດ​ດຽວ​ກັນ, ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ກໍ​ໄດ້​ສົ່ງ​ສານ ສະແດງຄວາມຊົມເຊີຍ ​ເຖິງທ່ານ ວະລາດີເມຍ ໂນຣົບ ຮັກສາການ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອຸດສະເບກິດສະຖານ ເນື່ອງໃນໂອກາດ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອຸດສະເບກິດສະຖານ ​ເຊັ່ນ​ດຽວ​ກັນ.



-------------------------------------------------

ສານ​ອວຍພອນ​ວັນຊາດ



ຂປລ. ວັນ​ທີ 21 ກັນຍາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ ທ່ານ ດຣ ຈອດສ໌ ເວວລາ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ມານຕາ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ມານຕາ.

​ເນື້ອ​ໃນ​ສານ​ອວຍພອນ ​ໄດ້​ລະບຸ​ວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ມານຕາ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ຜ່ານທ່ານ ໄປຍັງປະຊາຊົນມານຕາ ທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມ ຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີຢູ່ໃນປັດຈຸບັນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ມານຕາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆ ຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນ ທັງສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດ ອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງ ຂອງທ່ານ ແລະ ປະຊາຊົນ ມານຕາ ເພື່ອນມິດ ຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງ.

--------------------------------------------------------



ສານສະແດງຄວາມຊົມເຊີຍ



ຂປລ. ວັນທີ 20 ກັນຍາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ

 ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ສານ​ສະສະ​ແດງ​ຄວາມ​ຊົມ​ເຊີຍ​ເຖິງ ທ່ານ ນາງ ບິດຍາ ເດວີ ພັນດາຣີ ປະທານາທິບໍດີ ແຫ່ງສະຫະພັນ ສາທາລະນະລັດ ປະຊາທິປະໄຕເນປານ ເນື່ອງໃນໂອກາດ​​ວັນຊາດແຫ່ງ ສະຫະພັນ ສາທາລະນະລັດ ປະຊາທິປະໄຕ ເນປານຄົບຮອບ 7 ປີ.

     ​ເນື້ອ​ໃນ​ສານ​ໄດ້​ລະບຸ​ວ່າ: ໃນນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ​ ​ທ່ານ ແລະ ປະຊາຊົນ ເນປານເພື່ອນມິດເນື່ອງໃນໂອກາດ​​ວັນຊາດແຫ່ງ ສະຫະພັນ ສາທາລະນະລັດປະຊາທິປະໄຕ ເນປານ ຄົບຮອບ 7 ປີ.

ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ສາທາລະນະລັດ ເນປານ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຕະຫລອດໄລຍະຊຸມປີຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວ ພັນມິດຕະພາບອັນດີງາມ ລະຫວ່າງ ສອງປະເທດພວກເຮົາ ທີ່ມີມາແລ້ວນັ້ນ ຈະສືບຕໍ່ໄດ້ຮັບການພັດທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີ ນີ້ອວຍພອນໄຊໃຫ້​ ​ທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນມີກຽດຂອງ ທ່ານ ແລະ ຂໍໃຫ້ປະຊາຊົນເນປານ ເພື່ອນມິດສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະວັດທະນະຖາວອນ.

----------------------------------------------------------------

ໂທລະເລກສະແດງຄວາມຊົມເຊີຍ


ຂປລ. ວັນທີ 15 ກັນຍາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ ​ເຖິງ ທ່ານ ວິລຽມ ຣູໂຕ ເນື່ອງໃນໂອກາດທີ່ທ່ານ ໄດ້ຮັບການເລືອກຕັ້ງ ດໍາລົງຕໍາແໜ່ງເປັນ ປະ ທານາທິບໍດີ ແຫ່ງ ສາທາລະນະລັດ ເຄນຢາ.

     ເນື້ອ​ໃນ​ໂທລະ​ເລກ​ຊົມ​ເຊີຍ ​ໄດ້​ລະບຸ​ວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມຍິນດີສົ່ງຄໍາຊົມເຊີຍ ແລະ ພອນໄຊອັນປະເສີດ ຢ່າງຈິງໃຈ ມາຍັງທ່ານ ເນື່ອງໃນໂອກາດທີ່ທ່ານ ໄດ້ຮັບການເລືອກຕັ້ງ ດໍາລົງຕໍາແໜ່ງເປັນ ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ເຄນຢາ.

ຂ້າພະເຈົ້າ ​ເຊື່ອ​ໝັ້ນວ່າ ດ້ວຍການນໍາພາ ອັນສະຫລາດສ່ອງໃສ ແລະ ປະສົບການທີ່ອຸດົມສົມບູນຂອງ​ທ່ານ, ສາທາລະນະລັດ ເຄນຢາ ຈະມີບົດບາດທີ່ສໍາຄັນເພີ່ມຂຶ້ນ ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຫວັງວ່າຈະໄດ້ຮ່ວມ ເຮັດວຽກກັບທ່ານ ເພື່ອເພີ່ມທະວີ ສາຍພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເຄນຢາ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊ ມາຍັງທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ວຽກງານ ອັນມີກຽດສູງສົ່ງ ຂອງທ່ານ.

--------------------------------------------------

ສານເສົ້າສະຫລົດໃຈ

ຂປລ.ນະຄອນຫລວງວຽງຈັນ, ວັນທີ 12 ກັນຍາ 2022, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານເສົ້າສະຫລົດໃຈ ເຖິງ ສົມເດັດ ພຣະຣາຊາ ຊາວສ໌ ທີ III ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ທີ່ ລອນດອນ ໂດຍມີເນື້ອໃນລະບຸວ່າ: ຂ້າພະເຈົ້າ ມີຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮູ້ຂ່າວວ່າ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະມຸກລັດທີ່ແສນເຄົາລົບຮັກ ຂອງ ປະຊາຊົນອັງກິດ ແລະ ແມ່ທີ່ແສນຮັກ ຂອງພຣະອົງ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ກັນຍາ 2022.

ການຈາກໄປຂອງ ພຣະຣາຊິນີ ເອລິຊາເບັດ ທີ II ແມ່ນເປັນການສູນເສຍ​​ອັນຍິ່ງໃຫຍ່ ສຳລັບຄອບຄົວ ແຫ່ງຣາຊະວົງ, ສະຫະຣາຊະອານາຈັກ ແລະ ເຄືອຈັກກະພົບອັງກິດ, ຕະຫລອດເຖິງປະຊາ ຊົນອັງກິດ ທຸກຖ້ວນໜ້າ ເນື່ອງຈາກວ່າຣະຣາຊິນີ ແມ່ນມານດາທີ່ເຄົາລົບຮັກ ແລະ ເປັນຜູ້ນຳທີ່ຍິ່ງໃຫຍ່ ​​ທີ່ໄດ້ອຸທິດຊີວິດຕົນເອງ ເພື່ອຮັບໃຊ້ປະຊາຊົນອັງກິດ ແລະ ເຮັດໃຫ້ປະຊາຊົນ ມີຊິວິດການເປັນຢູ່ທີ່ດີ ຕະຫລອດໄລຍະຫລາຍກວ່າ 70 ປີ ທີ່ພຣະອົງ ຄອງຣາຊະບັນລັງ.

ໃນນາມຕາງໜ້າໃຫ້ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າ ສະຫລົດໃຈຈາກໃຈ ຈິງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ສົມເດັດ  ແລະ ຜ່ານ ສົມເດັດ ໄປຍັງ ສົມເດັດພຣະບໍຣົມ ວົງສານຸວົງທຸກພຣະອົງ ລວມທັງປະຊາຊົນ ອັງ ກິດ ທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານ ຂອງ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ຈົ່ງໄປສູ່ສຸຂະຕິ.

ໂອກາດດຽວກັນ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານເສົ້າສະຫລົດໃຈ ເຖິງພະນະທ່ານ ນາງ ເອລີຊາເບັດ ທຣັດສ໌ ນາຍົກລັດຖະ ມົນຕີ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ທີ່ ລອນດອນ ໂດຍມີເນື້ອໃນວ່າ: ຂ້າພະເຈົ້າ ມີຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮູ້ຂ່າວວ່າ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເຊິ່ງເປັນປະມຸກລັດ ທີ່ແສນເຄົາລົບຮັກ ຂອງ ປະຊາຊົນອັງກິດ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ກັນຍາ 2022.

ໃນນາມຕາງໜ້າ ໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມ ເສົ້າສະຫລົດຢ່າງຈິງໃຈ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ຣາຊະວົງ ລວມທັງ ປະຊາຊົນ ອັງກິດ ທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ.

ພະນະທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,  ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເຊັ່ນດຽວກັນ.

-------------------------------------------------------

ໂທລະເລກອວຍພອນວັນຊາດ ສປປ ​ເກົາ​ຫລີ





ຂປລ. ວັນ​ທີ 9 ກັນຍາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ ​ເຖິງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກເເຮງງານເກົາຫລີ, ປະທານກິດຈະການແຫ່ງລັດ, ຜູ້ບັນຊາການສູງສຸດ ກໍາລັງປະກອບອາວຸດ ແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ຄົບຮອບ 74 ປີ.

     ​ເນື້ອ​ໃນ​ໂທລະ​ເລກ​ອວຍພອນ ​ໄດ້​ລະບຸ​ວ່າ: ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ຄົບຮອບ 74 ປີ, ໃນນາມຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມ ຂ່ຳນັບຊົມເຊີຍອັນອົບອຸ່ນ  ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະບໍລິຫານງານ ສູນກາງພັກແຮງງານເກົາຫລີ, ລັດຖະບານ ແລະ ປະຊາຊົນສາທາລະນະລັດ ປະ ຊາຊົນ ປະຊາທິປະໄຕເກົາຫລີ ອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າພາຍໃຕ້ ການຊີ້ນໍາ-ນໍາພາ ອັນສະຫລາດສ່ອງໃສ ແລະ ເຂັ້ມແຂງຂອງພັກ ແຮງງານເກົາຫລີ ໂດຍມີ ສະຫາຍ ເປັນຜູ້ສືບທອດພາລະກິດ ການ​ປະຕິ​ວັດ​ອັນຍິ່ງໃຫຍ່ໃນປັດຈຸບັນ, ສປປ ເກົາຫລີ ສືບຕໍ່ໄດ້ຮັບການພັດທະນາ ຢ່າງຮອບດ້ານ ແລະ ນໍາໄປສູ່ການມີສະຖຽນລະພາບ ທາງດ້ານການເມືອງທີ່ໜັກແໜ້ນ, ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໄດ້ຮັບການພັດທະນາ ຢ່າງວ່ອງໄວ ແລະ ທັນສະໄໝ, ຊີວິດການເປັນຢູ່ ຂອງປະຊາຊົນເກົາຫລີ ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ, ການພົວພັນຕ່າງປະເທດ ນັບມື້ນັບໄດ້ຮັບການເປີດກວ້າງ, ປະກອບສ່ວນຍົກສູງຖານະບົດບາດຂອງ ສປປ ເກົາຫລີ ໃນເວທີພາກພື້ນ ແລະ ສາກົນ.

ສປປ ລາວ ແລະ ສປປ ເກົາຫລີ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ມາເເຕ່ດົນນານ, ການນຳຂອງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ໄດ້ຮ່ວມກັນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນດັ່ງກ່າວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະ ໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ, ປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາອັນເດັດດ່ຽວ, ເຂັ້ມແຂງຂອງພັກແຮງງານເກົາຫລີ ອັນມີ ສະຫາຍເປັນຜູ້ນຳ, ສປປ ເກົາຫລີ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ເພື່ອບັນລຸ ແລະ ກໍ່ສ້າງສັງຄົມນິຍົມທີ່ຮັ່ງມີ ເຂັ້ມແຂງ ແລະ ບັນລຸເປົ້າໝາຍ ໃນການທ້ອນໂຮມ ປະເທດຊາດ ໂດຍສັນຕິວິທີ ປາສະຈາກການແຊກແຊງຈາກພາຍນອກ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃໝ່ທີ່ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ອັນມີກຽດສູງສົ່ງຂອງສະຫາຍ.



ໂອກາດ​ດຽວ​ກັນ, ສະຫາຍ​ ພັນ​ຄຳ ວິພາ​ວັນ ນາຍົກລັດຖະມົນຕີ ​ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ​ໄດ້​ສົ່ງ​ໂທລະ​ເລກ​ອວຍ​ພອນ​ເຖິງ ສະຫາຍ ກິມ ດົກ ຮຸນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາຊົນປະຊາທິ ປະໄຕເກົາຫລີ; ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ​ໄດ້ສົ່ງ​ ໂທລະ​ເລກ​ອວຍ​ພອນ​ເຖິງ ສະຫາຍ ນາງ ແຈ ຊອນ ຮຸຍ ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ເນື່ອງໃນໂອ ກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ຄົບຮອບ 74 ປີ ​ເຊັ່ນ​ດຽວ​ກັນ.



---------------------------------------

ສານສະແດງຄວາມເຫັນໃຈ



ຂປລ. ໃນວັນທີ 2 ກັນຍາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ທ່ານ ໂມຮາມັດ ຊີບາສ ຊາລີສ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ຕໍ່ເຫດການນ້ຳຖ້ວມ ທີ່ເກີດຂຶ້ນຢູ່ທາງພາກໃຕ້ ຂອງປະເທດປາກິດສະຖານ.

ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຊາບຂ່າວເຫດການນ້ຳຖ້ວມ ທີ່ເກີດຂຶ້ນຢູ່ທາງພາກໃຕ້ຂອງ ປະເທດປາກິດສະຖານ ໃນວັນທີ 26 ສິງຫາ 2022 ຜ່ານມາ, ອັນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ປາກິດສະຖານ ເປັນຈຳນວນຫລວງຫລາຍ.

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈ ແລະ ​​ເສົ້າສະຫລົດໃຈເປັນຢ່າງຍິ່ງ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ປາກິດສະຖານ ໂດຍສະເພາະສະມາຊິກຄອບຄົວ ຂອງຜູ້ໄດ້ຮັບເຄາະຮ້າຍຈາກ ໄພທຳມະຊາດໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ ຂອງລັດຖະບານ, ປະຊາຊົນ ປາກິດສະຖານ ໃນເຂດດັ່ງກ່າວ, ຈະສາມາດຜ່ານຜ່າ ຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບ ປົກກະຕິໂດຍໄວ.





--------------------------------------------------------------------------------

ການນຳຂັ້ນສູງຂອງລາວ ສົ່ງສານອອຍພອນວັນຊາດ ເຖິງຄູ່ຮ່ວມຕຳແໜ່ງ



ຂປລ. ໃນວັນທີ 2 ກັນຍາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ທ່ານ ໂອສກາກ ມີນາ ແລະ ທ່ານ ປາວໂລ່ ຣົງແດນລີ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຊັງມາຣີໂນ ເນື່ອງ​ໃນ​ໂອ​ກາດ ​ສະ​ເຫລີມ​ສະ​ຫລອງ ວັນ​ຊາດ ແຫ່ງ ສາ​ທາ​ລະ​ນະ​ລັດ ຊັງມາຣີໂນ.

ເນື້ອໃນສານໄດ້ລະບຸວ່າ: ເນື່ອງ​ໃນ​ໂອ​ກາດ​ ສະ​ເຫລີມ​ສະ​ຫລອງວັນ​ຊາດ ແຫ່ງ ສາ​ທາ​ລະ​ນະ​ລັດ ຊັງມາຣີໂນ, ໃນ​ນາມ​ປະ​ຊາ​ຊົນ​ລາວ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ຂໍສົ່ງ​ຄຳ​ຊົມ​ເຊີຍ​ ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ທ່ານ ແລະ ປະຊາ ຊົນ ຊັງມາຣີໂນ ທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມ ຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຊັງມາຣີໂນ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ໃນຊຸມປີຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາ ຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບ​ຍືນ​ຍົງ ໃນພາກພື້ນ ແລະ ​ສາ​ກົນ.

ຂ້າພະເຈົ້າ ຂໍອວຍພອນໃຫ້ ທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດທຸກປະການ ໃນໜ້າທີ່ອັນມີກຽດຂອງທ່ານ ແລະ ປະຊາຊົນ ຊັງມາຣີໂນ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຕະຫລອດໄປ.

ໃນໂອກາດດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງສານອອຍພອນ ເຖິງ ທ່ານ ລູກາ ເບັກກາຣິ ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ຊັງມາຣີໂນ ເນື່ອງ​ໃນ​ໂອ​ກາດ​ ສະ​ເຫລີມ​ສະ​ຫລອງວັນ​ຊາດ ແຫ່ງ ສາ​ທາ​ລະ​ນະ​ລັດ ຊັງມາຣີໂນ ເຊັ່ນດຽວກັນ.


---------------------------------------------------------------------------------------



ຮອງຫົວໜ້າ ຄຕພ ​ອວ​ຍ​ພອນວັນ​ຊາດ​ ຫວຽດ​ນາມ



ຂປລ. ໃນ​ວັນ​ທີ 31 ສິງຫາ 2022ນີ້, ສະຫາຍ ສົມພອນ ສີຈະເລີນ ຮອງຫົວ​ໜ້າ​ຄະ​ນະ​ພົວ​ພັນ ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ພ້ອມດ້ວຍພະນັກງານຫລັກແຫລ່ງ ຄະນະພົວພັນຕ່າງປະເທດສູນກາງພັກ ປຊາຊົນ ປະຕິວັດລາວ ໄດ້ເຂົ້າອວຍພອນສະ​​ຫາຍ ຫງວຽນ ບ໋າຮຸ່ງ ສະ​​ຫາຍ ຫງວຽນ ບ໋າຮຸ່ງເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ສະ​​ເຫລີມສະຫລອງ ການປະຕິວັດ ເດືອສິງຫາ ຄົບຮອບ 77 ປີ (19/8/1945-19/8/ 2022)  ແລະ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ (2/ 9/1945-2/9/2022).

ໃນໂອກາດດັ່ງກ່າວ, ສະຫາຍ ສົມພອນ ສີຈະເລີນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ​​ທີ່ປະຊາຊົນ ຫວຽດນາມ ຍາດມາໄດ້ຕະຫລອດໄລຍະ 77 ປີ ຜ່ານມາ,ພາຍໃຕ້ການນຳພາອັນຖືກຕ້ອງ, ​ສະຫລາດສ່ອງໃສຂອງພັກກອມູນິດ ຫວຽດນາມ, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບ ທາງ​​ການເມືອງຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ. ການພົວພັນກັບສາກົນ ໄດ້ຮັບການເປີດກວ້າງ, ອັນໄດ້ເຮັດໃຫ້ບົດບາດ, ອິດທິພົນຂອງ ພັກ, ລັດ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ສະຫາຍ ສົມພອນ ສີຈະເລີນ ໄດ້ອວຍພອນ ໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ສືບຕໍ່ຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າໃນການສ້າງປະເທດຫວຽດນາມ ສັຄົມນິຍົມ​​ ອ້າຍນ້ອງໃຫ້ນັບມື້ ນັບຮັ່ງມີເຂັ້ມແຂງ ແລະ ສຳເລັດການຈັດຕັ້ງ ຜັນຂະຫຍາຍມະຕິ ກອງປຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມຢ່າງມີໄຊ.

ສະຫາຍ ສົມພອນ ສີຈະເລີນ ຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ,​ ສອງລັດ ແລະ ປະຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ປັດຈຸບັນທີ່ນັບມື້ນັບມີຄວາມເລິກເຊິ່ງ ໃນທຸກຂົງເຂດວຽກງານ ແລະ ພວມນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດລາວ-ຫວຽດນາມ ນັບມື້ຫລາຍຂຶ້ນ. ພ້ອມນັ້ນ ກໍສະແດງຄວາມຍິນດີ ຮ່ວມກັບສະຫາຍ ທູດ ກໍຄືສະຖານທູດຫວຽດນາມ ທີ່ນະຄອນຫລວງວຽງຈັນ ສືບຕໍ່ປະສານສົມທົບກັນ ຢ່າງແໜ້ນແຟ້ນ ໃນການຈັດຕັ້ງ ບັນດາກິດຈະກຳ ສະເຫລີມສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ໃນປີ 2022, ​ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືຢ່າງໃຫຍ່ຫລວງ, ລ້ຳຄ່າ​, ມີປະສິດທິຜົນ ແລະ ທັນການ ໃຫ້ແກ່ ສລາວໃນໄລຍະຕໍ່ສູ້ ເພື່ອປົດປ່ອຍຊາດໃນເມື່ອກ່ອນກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ.

ສະ​​ຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າຮຸ່ງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ສົມພອນ ສີຈະເລີນ ທີ່ໄດ້ນຳພາຄະນະ ມາອວຍພອນ ໃນໂອກາດວັນສຳຄັນດັ່ງກ່າວ, ພ້ອທັງໄດ້ຕີລາຄາສູ​​ຕໍ່ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ-ລາວ ໃນຕະຫລອດໄລຍະຜ່ານມາ ກໍຄື ປັດຈຸບັນ,ຕີລາຄາສູງບັນດາຜົນສຳເລັດຂອງປະຊາຊົນລາວ ທີ່ຍາດມາໄດ້ ໃນຕະຫລອດໄລຍະຜ່ານມາ,ພາຍໃຕ້ການນຳພາຂອງພັກ ປປ ລາວ ແລະ ຍິນດີຈະສືບຕໍ່ຮ່ວມມື ກັບຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ ເພື່ອສືບຕໍ່ຈັດຕັ້ງບັນດາກິດຈະກຳສະເຫລີມສະຫລອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ. ພ້ອມນີ້ ໄດ້ອວຍພອນໃຫ້ປະຊາຊົນລາວ ພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ ຈົ່ງຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນການສ້າງສາພັດທະນາ ປະເທດຊາດ ກໍຄືການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ ລາວ​ ​ຢ່າງມີໄຊ.

ໃນໂອກາດດັ່ງກ່າວ​, ສະຫາຍ ສົມພອນ ສີຈະເລີນຍັງໄດ້ ມອບໂທລະເລກອວຍພອນ ຈາກ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ສົ່ງເຖິງສະຫາຍຫົວໜ້າ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ຕື່ມອີກ.


 -------------------------------------------------------------------------------------------

ຫົວໜ້າ ຄຕພ ສົ່ງໂທລະເລກອວຍພອນ

  ເຖິງຄູ່ຮ່ວມຕຳແໜ່ງ ຫວຽດນາມ 



ຂປລ. ໃນວັນທີ 1 ກັນຍາ 2022 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ(ຄຕພ) ໄດ້ສົ່ງໂທລະເລກອວຍ ພອນ ເຖິງສະຫາຍ ເລ ຮວາຍຈຸງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ ຄົບຮອບ 77 ປີ.       ເນື້ອໃນໂທລະເລກອວຍພອນ ລະບຸໄວ້ວ່າ:ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ (02/9/1945-02/9/2022), ໃນນາມຄະນະພັກ, ຄະນະນໍາ ແລະ ພະນັກງານ-ລັດຖະກອນ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍ ຢ່າງສຸດອົກສຸດໃຈ, ຄໍາອວຍ ພອນໄຊອັນປະເສີດ ແລະ ຄວາມຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ມາຍັງສະຫາຍ ພ້ອມດ້ວຍຄະນະພັກ, ຄະນະນຳ ແລະ ພະນັກງານ-ລັດຖະກອນຂອງ ຄະນະພົວພັນຕ່າງປະເທດ ສູນກາງພັກ ກອມມູນິດຫວຽດນາມ ທຸກຖ້ວນໜ້າ.

ຕະຫລອດໄລຍະ 77 ປີຜ່ານມາ, ພາຍໃຕ້ການນໍາພາອັນຖືກຕ້ອງ, ສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ, ປະຊາຊົນຫວຽດນາມອ້າຍນ້ອງ ໄດ້ດໍາເນີນພາລະກິດຕໍ່ສູ້ປະຕິວັດ ທີ່ດຸເດືອດຂ້ຽວ ຂາດຢ່າງອົງອາດກ້າຫານ ເຕັມໄປດ້ວຍ ຄວາມເສຍສະຫລະ ອັນໃຫຍ່ຫລວງ ຕ້ານກັບພວກຮຸກຮານຕ່າງຊາດ ເປັນເວລາຫລາຍທົດສະວັດ ແລະ ສາມາດຍາດໄດ້ໄຊຊະນະເປັນແຕ່ລະກ້າວມາຢ່າງຕໍ່ເນື່ອງ ຈົນເຖິງໄຊຊະນະຢ່າງສົມບູນ ແລະ ທ້ອນໂຮມປະເທດຊາດເປັນໜຶ່ງດຽວ ໃນປີ 1975; ໄດ້ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຕາມທິດສັງຄົມນິຍົມ ເຊິ່ງສາມາດຍາດໄດ້ ຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ໂດຍສະເພາະ ແມ່ນໃນການດໍາເນີນພາລະກິດ ປ່ຽນແປງໃໝ່ຂອງ ສສ ຫວຽດນາມ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍຈັງຫວະໄວ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ການພົວພັນຕ່າງປະເທດ ນັບມື້ໄດ້ຮັບການເປີດກວ້າງ, ອັນໄດ້ເຮັດໃຫ້ບົດບາດ ແລະ ອິດທິພົນຂອງພັກກອມມູນິດ ຫວຽດນາມ ແລະ ສສ ຫວຽດນາມ ນັບມື້ໄດ້ຮັບການເຊີດຊູສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ     ໃນທ່າມກາງສະພາບ ການຂອງພາກພື້ນ ແລະ ສາກົນ ສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ ບວກກັບການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ການພົວພັນຮ່ວມມືສາກົນ ແລະ ການພັດທະນາ ເສດຖະກິດ-ສັງຄົມ ກໍຄືຊີວິດການເປັນຢູ່ ຂອງປະຊາຊົນ ຫວຽດນາມ; ພັກ, ລັດຖະບານຫວຽດນາມ ໄດ້ດໍາເນີນບັນດາມາດຕະການຕ່າງໆທີ່ເໝາະສົມ ໃນການເພີ່ມທະວີການພົວພັນຮ່ວມມືສາກົນ, ແກ້ໄຂ ແລະ ຟື້ນຟູການພັດທະນາ ເສດຖະກິດ-ສັງຄົມ ແລະ ການປ້ອງກັນ-ສະກັດກັ້ນ ການແຜ່ລະບາດ ຂອງພະຍາດ ຢ່າງເປັນລະບົບ, ທັນການ ເຊິ່ງສາມາດຍາດໄດ້ ຜົນສໍາເລັດທີ່ໜ້າເພິ່ງພໍ່ໃຈ ແລະ ໄດ້ຮັບການຕີລາຄາສູງ ຈາກເພື່ອນມິດສາກົນ.      ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງສຸດອົກສຸດໃຈ ແລະ ຕີລາຄາສູງຕໍ່ບັນດາ ຜົນສໍາເລັດ ແລະ ໄຊຊະນະອັນໃຫຍ່ຫລວງ ທີ່ປະຊາຊົນ ຫວຽດນາມອ້າຍນ້ອງ ຍາດມາໄດ້ໃນຕະຫລອດໄລຍະ 77 ປີຜ່ານມາ; ໃນນັ້ນ ມີການປະກອບສ່ວນອັນສໍາຄັນຂອງ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຫວຽດນາມ ໂດຍສະເພາະແມ່ນ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ກໍຄື ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ເຕີບໃຫຍ່ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ    ໃນໂອກາດອັນມີ ຄວາມໝາຍສຳຄັນນີ້, ພວກຂ້າພະເຈົ້າ ໃນນາມຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານລັດຖະກອນ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ຂໍອວຍພອນໃຫ້ ສະຫາຍ ພ້ອມດ້ວຍຄະນະພັກ, ຄະນະນຳ ແລະ ພະນັກງານລັດຖະກອນຂອງ ຄະນະພົວ ພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດຄອບຄົວ ແລະ ຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ວຽກງານ ອັນມີກຽດຂອງ ບັນດາສະຫາຍ; ສືບຕໍ່ປະສານສົມທົບ ຢ່າງແໜ້ນແຟ້ນ ໃນການເປັນຂົວຕໍ່ ເພື່ອຈັດຕັ້ງບັນດາການ ເຄື່ອນໄຫວ ສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ໃຫ້ເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
  ຂໍອວຍພອນໃຫ້ ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່
, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ໂດຍສະເພາະ ລະຫວ່າງ ສອງຄະນະພົວພັນ ຕ່າງປະເທດສູນກາງພັກ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະ ຫລອດກາລະນານ.



 -----------------------------------------------------------------------------------------

ໂທລະເລກອວຍພອນ



ຂປລ. ວັນທີ 1 ກັນຍາ 2022 ນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ ​ເຖິງ ສະຫາຍ ບຸ່ຍ ແທງ ເຊີນ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເນື່ອງໃນໂອກາດ ສະເຫລີມສະຫລອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ.
  ເນື້ອ​ໃນ​ໂທລະ​ເລກ​ອວຍພອນ ​ໄດ້​ລະ​ບຸ​ວ່າ: ສະຫາຍລັດຖະມົນຕີທີ່ຮັກແພງ,
ໃນນາມຕາງໜ້າຄະນະນໍາ, ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ຖານສະຫາຍ ອ້າຍນ້ອງມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະນໍາ, ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທຸກຖ້ວນໜ້າ ເນື່ອງໃນໂອກາດ ສະເຫລີ​ມສະຫລອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ(2/9/1945-2/9/2022) ແລະ ໃນທ່າມກາງບັນຍາກາດ ທີ່ສອງປະເທດ ສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022.
  ຂ້າພະເຈົ້າ ມີ
​ຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ຕະຫລອດໄລຍະ 77 ປີຜ່ານມາ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໂດຍສະເພາະ ການຈັດຕັ້ງ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຂອງພັກຄັ້ງທີ XIII ຢ່າງມີໄຊນັ້ນ ໄດ້ເຮັດໃຫ້ປະຊາຊົນ ຫວຽດນາມ ອ້າຍນ້ອງສາມາດ ຍາດມາໄດ້ຜົນສໍາເລັດ ອັນໃຫຍ່ຫລວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງຕົນ. ພິເສດແມ່ນ ການປະກອບສ່ວນສໍາຄັນ ຂອງຂະແໜງການຕ່າງປະເທດ ເຮັດໃຫ້ຊື່ສຽງ ແລະ ອິດທິພົນຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ບັນດາສະຫາຍ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນການ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ , ​ບັນລຸໄດ້ບັນດາເປົ້າໝາຍ ແຫ່ງການສ້າງ ສສ ຫວຽດນາມ ກາຍເປັນປະເທດອຸດສາຫະກໍາ ຕາມທິດທັນສະໄໝໃຫ້ສໍາເລັດ, ສືບຕໍ່ຮັກສາ ໄດ້ສະ​ຖຽນ​ລະ​ພາບ ທາງດ້ານການ​ເມືອງ​ໜັກ​ແໜ້ນ, ສັງ​ຄົມມີຄວາມເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ​ເສດ​ຖະ​ກິດມີ​ການ​ຂະ​ຫຍາຍ​ຕົວ​ດີ, ຊີວິດການເປັນຢູ່ ຂອງ​ປະ​ຊາ​ຊົນ​ນັບມື້ນັບ ໄດ້ຮັບການປັບປຸງໃຫ້ດີ ຂື້ນເທື່ອລະກ້າວ, ມີການພົວພັນຮ່ວມມື ສາກົນຢ່າງກວ້າງຂວາງ, ຖານະບົດບາດຂອງ ສສ ຫວຽດນາມ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
  ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນຮ່ວມມືລະຫວ່າງ ສອງປະເທດພວກເຮົາ ກໍຄື ສອງກະຊວງການຕ່າງປະເທດ ທີ່ນັບມື້ນັບໄດ້ຮັບການພັດທະນາ ໃຫ້ສະໜິດແໜ້ນ ແລະ ເຂົ້າສູ່ລວງເລິກ ຕະຫລອດໄລຍະຜ່ານມາ ແລະ ຂໍຢືນຢັນຢ່າງໜັກແໜ້ນວ່າ ຄະນະນໍາ, ພະນັກງານ ແລະ ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະສືບຕໍ່ຮ່ວມມື ຢ່າງໃກ້ຊິດສະໜິດແໜ້ນກັບຄະນະນໍາ, ພະນັກງານ ແລະ ລັດຖະກອນກະຊວງ ການຕ່າງປະເທດ ແຫ່ງ ສສ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ ດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ
  ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໃຫ້ສະຫາຍ ພ້ອມດ້ວຍຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ຈົ່ງມີພະລານາໄມສົມບູນ ແລະ ໄດ້ຮັບຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງຂອງຕົນ

  ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ສາຍພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດສອງປະເທດ ຈົ່ງໝັ້ນຄົງທະນົງແກ່ນ ຕະຫລອດກາລະນານ.



----------------------------------------------------------------------------------------------------------

ຜູ້​ນໍ​າລາວ ສົ່ງໂທລະເລກອວຍພອນວັນຊາດ ຫວຽດນາມ ຄົບຮອບ 76 ປີ


ຂປລ. ​ໃນ​ວັນ​ທີ 1 ກັນຍາ 2022 ​ທີ່​ນະຄອນຫລວງ​ວຽງຈັນ, ບັນດາ​ຜູ້​ນໍ​ນລາວ ​ໄດ້​ສົ່ງ​ໂທລະ​ເລກ ​ເຖິງ​ຄູ່​ຮ່ວມ​ຕໍ​າແໜ່​ງຕາມ​ລໍາດັບ ​ເຊິ່ງປະກອບ​ມີ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ແລະ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ​ໄດ້​ສົ່ງໂທລະເລກອວຍພອນ​ ເຖິງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດ ນາມ, ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ​ແລະ ສະຫາຍ ເວືອງ ດິງ ເ​ຫວະ, ປະທານສະພາແຫ່ງຊາແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດ ວັນສະ​ຖາ​ປະ​ນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ (2/9/1945-2/9/2022).

ເນື້ອ​ໃນ​ສານ ​​ໂທລະ​ເລກ​ອວຍພອນ ​ໄດ້​ລະບຸ​ວ່າ: ບັນດາສະຫາຍທີ່ຮັກແພງ, ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບ ຊົມເຊີຍຖານ ສະຫາຍອ້າຍນ້ອງອັນອົບອຸ່ນ, ໄມ​​ຕີ​ຈິດ​ມິດ​ຕະ​ພາບອັນ​ດູ​ດ​ດື່ມ, ຄວາມສາມັກຄີຮັກ ແພງອັນສະໜິດສະໜົມ ແລະ ຄໍາອວຍພອນໄຊອັນປະເສີດ ມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ ເນື່ອງໃນໂອກາດ ວັນສະ​ຖາ​ປະ​ນາສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ (2/9/1945-2/9/2022) ແລະ ໃນທ່າມກາງບັນຍາກາດ ທີ່ສອງປະເທດ ສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຢ່າງ​ເປັນ​ຂະ​ບວນ​ຟົດຟື້​ນ ແລະ ມີ​ເນື້ອ​ໃນ​ເລິກ​ເຊິ່ງ.

ພວກຂ້າພະເຈົ້າ ມີ​ຄວາມປິຕິຊົມຊື່ນ ແລະ ພາກພູມໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ຕະຫລອດໄລຍະ 77 ປີຜ່ານມາ, ພາຍໃຕ້ການນໍາພາອັນຖືກ​ຕ້ອງ ແລະ ສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ໂດຍປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງ ດ້ວຍຈິດໃຈຮັກຊາດອັນດູດດື່ມ ພິລະອາດຫານ ປະຊາຊົນຫວຽດນາມວິລະຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການ ​ສາມາດຍາດ​ເອົາເອກະລາດແຫ່ງຊາດ ແລະ ​ກ້າວ​ໄປ​ເຖິງ​ການທ້ອນໂຮມປະເທດຊາດເປັນ​ເອ​ກະ​ພາບຢ່າງສົມບູນ​, ສືບ​ຕໍ່​ພາ​ລະ​ກິດ​ສ້າງ​ສາ ​ແລະ ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດສູ່​ຈຸດໝາຍ ສັງ​ຄົມ​ນິ​ຍົມ​ຢ່າງ​ໜັກ​ແໜ້ນ ໂດຍສະເພາະແມ່ນໄລຍະ 36 ປີ ແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່ ເຊິ່ງ​ສາ​ມາດ​ຮັກສາສະ​ຖຽນ​ລະ​ພາບທາງດ້ານການ​ເມືອງໄດ້​ຢ່າງ​ໜັກ​ແໜ້ນ, ສັງ​ຄົມມີຄວາມເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ​ເສດ​ຖະ​ກິດມີ​ການ​ຂະ​ຫຍາຍ​ຕົວ​ດີດ້ວຍ​ຈັງ​ຫວະ​ໄວ ແລະ ຕໍ່​ເນື່ອງ, ຊີວິດການເປັນຢູ່ ຂອງ​ປະ​ຊາ​ຊົນ​​ຫວຽດ​ນາມ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ, ການພົວພັນ ຮ່ວມມືສາກົນ ໄດ້​ຮັບ​ການ​ເປີດກວ້າງ, ຖານະບົດບາດ ຂອງພັກກອມມູນິດຫວຽດນາມ ແລະ ສສ ຫວຽດນາມ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ການຈັດຕັ້ງຜັນຂະຫຍາຍ ຜົນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ປະສົບຜົນສຳເລັດເປັນຢ່າງດີ ເຖິງວ່າສະພຈຫນກ ລະຫວ່າງສອງປະເທດນນໍາຕ່າງພົບປະສອງຈັງຫວະ ອບດ້ານ ລາວງນາມ່ວມມືຍຸດທະສາດ ໄລຍະ 2021-2030 າບການພາກພື້ນ ແລະ ສາກົນ ຈະມີການຜັນແປໄປຢ່າງສັບສົນ ບວກກັບການແພ່ລະບາດ ຂອງພະຍາດໂຄວິດ-19; ພັກ, ລັດ ແລະ ປະຊາຊົນ​ຫວຽດ​ນາມອ້າຍນ້ອງ ຍັງສືບຕໍ່​ຍາດ​ໄດ້​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫລວງ ເປັນຕົ້ນ ແມ່ນການຂະຫຍາຍຕົວ ດ້ານເສດຖະກິດ ເຊິ່ງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນຂະນະທີ່ຫລາຍປະເທດໃນໂລກ ແລະ ໃນພາກພື້ນ ກຳລັງປະເຊີນກັບການທົດຖອຍ ຂອງເສດຖະກິດຈົນເຖິງຂັ້ນຕິດລົບ. ພວກຂ້າພະເຈົ້າ ມີຄວາມປິຕິຍິນດີເປັນ​ຢ່າງ​ຍິ່ງ ແລະ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່ຜົນສໍາເລັດອັນ​ໃຫຍ່ຫລວງ, ຮອບ​ດ້ານ ທີ່ ສສ ຫວຽດນາມ ຍາດມາໄດ້ຕະຫລອດມາ ແລະ ຖືສິ່ງນີ້ ເປັນແຫລ່ງກໍາລັງໃຈ ໃຫ້ແກ່ ສປປ ລາວ ໃນການພັດທະນາ ປະເທດຊາດຂອງຕົນ.

ພວກຂ້າພະເຈົ້າ​ ມີຄວາມເອກອ້າງທະນົງໃຈ ເປັນຢ່າງຍິ່ງ ທີ່ເຫັນວ່າຕະຫລອດໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ ປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ແລະ ໄດ້​ຮັບ​ການ​ຖະ​ນຸ​ຖະ​ໜອມ, ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ ຈາກ​ບັນ​ດາ​ຮຸ່ນ​ການ​ນຳ, ນັກ​ຮົບປະ​ຕິ​ວັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດ​ນາມ ຕະຫລອດ​ມາ ກາຍ​ເປັນ​ເຫງົ້າ​ພະ​ລັງແຮງ ​ທີ່​ບໍ່​ບົກ​ແຫ້ງແລະ ປັດ​ໄຈ​ຕັດ​ສິນໄຊ​ຊະ​ນະ​ ພະ​ລະ​ກິດ​ປະ​ຕິ​ວັດ​ ຢູ່​ສອງ​ປະ​ເທດ.

ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່​ກັບ​ມິດ​ຈິດ​ມິດ​ໃຈອັນ​ບໍ​ລິ​ສຸດ​ຜຸດ​ຜ່ອງ, ຄວາມ​ສາ​ມັກ​ຄີ​ຮັກ​ແພງ​ ອັນ​ສະ​ໜິດ​ສະ​ໜົມ, ການ​ສ​ະ​ໜັບ​ສະ​ໜູນ​ຊ່ວຍ​ເຫລືອ​ອັນ​ໃຫຍ່ຫລວງ, ມີ​ປະ​ສິດ​ທິ​ຜົນ ແລະ ທັນ​ການໃຫ້​ແກ່ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ໃນໄລຍະຕໍ່ສູ້ກູ້ຊາດໃນ​ເມື່ອ​ກ່ອນ ກໍຄື ໃນໄລຍະສ້າງສາ ແລະ ພັດ ທະນາປະເທດຊາດໃນປັດຈຸບັນ. ພວກຂ້າພະເຈົ້າ ຂໍຢືນຢັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນ ຈະມີການປ່ຽນແປງໄປຢ່າງສັບສົນ ແລະ ສະລັບສັບຊ້ອນປານໃດກໍຕາມ, ພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມມືຢ່າງ ແໜ້ນແຟ້ນກັບບັນດາສະຫາຍ ໃນ​ການ​ໃຫ້​ຄວາມ​ສໍາຄັນ ​ ແລະ  ບຸລິມະສິດ​ສູງ​ສຸດ​ໃຫ້​ແກ່ການ​ປົກ​ປັກ​ຮັກສາ,​ ເພີ່ມ​ພູນ​ຄູນ​ສ້າງສາຍພົວພັນ ທີ່​ຫາ​ຍາກ​ດັ່ງ​ກ່າວ ໃຫ້​ຄົງຢູ່​ກັບ​ປະ​ຊາ​ຊົນ 2 ຊາດ ​ຕະ​ຫລອດໄປ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງພາຍໃຕ້ການ ນໍາພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມໂດຍມີ ສະຫາຍ ຫງວຽນ ຝູ໋ ຈ້ອງ ເປັນຜູ້ນໍາພານັ້ນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດ ອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນການຈັດຕັ້ງ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ບັນລຸຈຸດໝາຍແຫ່ງການສ້າງ ສສ ຫວຽດນາມ ໃຫ້ເປັນປະເທດ ອຸດສາຫະກໍາຕາມ ທິດທັນສະໄໝໃຫ້ສໍາເລັດ ໂດຍກໍານົດເປົ້າໜາຍ ແລະ ທິດທາງຍຸດທະສາດຮອດປີ 2030 ແລະ ວິໄສທັດການພັດທະນາ ປະເທດຮອດປີ 2045 ເພື່ອເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.

ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນ ໃນ​ການ​ສືບ​ຕໍ່​ນຳ​ພາ​ປະ​ເທດ​ຊາດ ​ຫວຽດ​ນາມ ກ້າວ​ຂຶ້ນ​ຢ່າງ​ໜັກແໜ້ນ     ເພື່ອບັນ​ລຸ​ຈຸດໝາຍທີ່ວາງໄວ້.

ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ສວຍສົດງົດງາມຕະຫລອດກາລະນານ.



----------------------------------------------------------------------------------------

ຜູ້ນຳລາວ ສົ່ງສານຊົມເຊີຍ

ເຖິງຄູ່ຮ່ວມຕຳແໜ່ງ ອິນໂດເນເຊຍ



ຂປລ. ໃນວັນທີ 24 ສິງຫາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງທ່ານ ໂຈໂກ ວີໂດໂດປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ. ພ້ອມດຽວກັນນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ  ກໍໄດ້ສົ່ງສານຊົມເຊີຍເຖິງທ່ານ ນາງ ເຣັດໂນ ມາຊູດີ ລັດຖະມົນຕີຕ່າງປະເທດແຫ່ງ ສາທາລະນະລັດ ອິນໂດເນເຊຍ ເນື່ອງໃນໂອກາດ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລາວ-ອິນໂດເນເຊຍ ຄົບຮອບ 65 ປີ.

ເນື້ອໃນສານລະບຸ ວ່າ: ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ປະຊາຊົນອິນໂດເນເຊຍ ທຸກຖ້ວນໜ້າ ເນື່ອງໃນໂອກາດແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 65 ປີ.

     ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນໂດເນເຊຍ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມຕະຫລອດໄລຍະກວ່າ 6 ທົດສະວັດຜ່ານມາ, ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ການຮ່ວມມືລະຫວ່າງ ສອງປະເທດພວກເຮົາ ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງເລື້ອຍໆມາ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດຂອງພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມເຂັ້ມແຂງ ຂອງຄອບຄົວອາຊຽນໃນ​ຊຸມ​ປີ​ຕໍ່​ໜ້າ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ພວກຂ້າພະເຈົ້າ ຂໍຖືໂອກາດນີ້, ອວຍພອນໃຫ້ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບ ຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ອວຍພອນໃຫ້ປະຊາຊົນອິນໂດເນເຊຍ ທຸກຖ້ວນໜ້າ ຈົ່ງມີຄວາມວັດທະນາຖາວອນຕໍ່ໄປ.




-------------------------------------------------------------------------------------------

ສານສະແດງຄວາມຊົມເຊີຍ



ຂປລ. ວັນທີ 10 ສິງຫາ ຜ່ານ​ມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງ​ນາຍົກລັດ ຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ເຖິງ ທ່ານ ຊອງ ໂຄຣເດີ ກາໂກໂຊ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກົງໂກ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ກົງໂກ ຄົບຮອບ 42 ປີ.

​ເນື້ອ​ໃນ​ສານ​ໄດ້​ລະບຸ​ວ່າ: ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາ ທາລະນະລັດ ກົງໂກ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ກົງໂກ ຄົບຮອບ 42 ປີ.

ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກົງໂກ ແລະ ຂ້າພະເຈົ້າ ເຊື່ອໝັ້ນ ເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ທີ່ມີຢູ່ແລ້ວນັ້ນ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການພັດທະນາ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາ ຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້, ອວຍພອນໄຊໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງສົ່ງຂອງທ່ານ.


----------------------------------------------------------------------------------------------------------------

ຊົມເຊີຍ ວັນລັດຖະທຳມະນູນ

ແຫ່ງຊາດ ຄົບຮອບ 31 ປີ



ຂປລ.ລັດຖະທຳມະນູນ ແຫ່ງ ສປປ ລາວ ແມ່ນກົດໝາຍພື້ນຖານຂອງລັດ ສປປ ລາວ ເຊິ່ງໄດ້ຢັ້ງຢືນ ເຖິງຄວາມມຸ່ງມາດ ປາຖະໜາອັນແຮງກ້າຂອງ ປະຊາຊົນລາວ ບັນດາເຜົ່າ ໃນການຮ່ວມກັນ ປະເທດລາວ ໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ. ກຳນົດລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານ ຂອງພົນລະເມືອງລາວ, ລະບົບສາຍໄຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົງຈັກລັດ ຕາມຫລັກການລວມສູນ ປະຊາທິປະໄຕ; ກຳນົດກ່ຽວກັບພາສາ, ຕົວອັກສອນ, ທຸງຊາດ, ເພງຊາດ, ເຄື່ອງໝາຍຊາດ, ນະຄອນຫລວງ, ສະກຸນເງິນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ເນື່ອງໃນໂອກາດ ວັນລັດຖະທຳມະນູນ ແຫ່ງຊາດ ຄົບຮອບ 31 ປີ ໃນວັນທີ 12 ສິງຫາ 20 22, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ທັງເປັນປະທານ ກຳມາທິການກົດໝາຍ ໄດ້ໃຫ້ສຳພາດ ກັບສື່ມວນຊົນວ່າ: ການປະກາດໃຊ້ ລັດຖະທຳມະນູນ ສະບັບທຳອິດ ຂອງ ສປປ ລາວ ແມ່ນຂີດໝາຍປະຫວັດສາດ ແຫ່ງການ ເຕີບໃຫຍ່ເຂັ້ມແຂງ ຂອງລັດປະຊາທິປະໄຕ ປະຊາຊົນລາວ ຈາກການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍແນວທາງ, ມະຕິ, ຄຳສັ່ງຕາມກົນໄກ ບໍລິຫານເກື້ອກູນ ໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ຕາມກົນໄກ ເສດຖະກິດຕະຫລາດ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມ ຂອງປະເທດເຮົາ. ລັດຖະທຳມະນູນ ແຫ່ງສປປ ລາວ ໄດ້ຢັ້ງຢືນເຖິງຜົນງານ ອັນຍິ່ງໃຫຍ່, ພິລະອາດຫານ ຂອງປະຊາຊົນລາວ ບັນດາເຜົ່າ ໃນພາລະກິດຕໍ່ສູ້ກູ້ຊາດ ກໍຄືປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການນຳພາ ອັນປີຊາສາມາດ ຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງເປັນການປະກາດ ຢ່າງສະຫງ່າຜ່າເຜີຍ ໃຫ້ປະຊາຊົນລາວ ບັນດາເຜົ່າ ແລະ ປະຊາຊົນຊາວໂລກຮັບຮູ້ວ່າ: ສປປ ລາວ ເປັນປະເທດໜຶ່ງ ທີ່ມີເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມທັງເຂດນ່ານນ້ຳ, ນ່ານຟ້າ ແລະ ເປັນປະເທດເອກະພາບ ຂອງທຸກຊົນເຜົ່າ ທີີ່ບໍ່ຕັດແຍກ ອອກຈາກກັນໄດ້ຢ່າງເດັດຂາດ, ປະຊາຊົນລາວບັນດາເຜົ່າ ມີສິດອິດສະຫລະພາບ, ເປັນເຈົ້າຂອງປະເທດຊາດ, ມີຄວາມສາມັກຄີ ແລະ ຄວາມສະເໝີພາບ ແລະ ດຳລົງຊີວິດ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ.

      ການຄົ້ນຄວ້າ ແລະ ສ້າງລັດຖະທໍາມະນູນ ແຫ່ງສປປ ລາວ ສະບັບທໍາອິດ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ໃຫຍ່ຫລວງນາໆປະການ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ໂດຍກົງຂອງປະທານ ໄກ ສອນ ພົມວິຫານ ແລະ ການນໍາພາຕົວຈິງຂອງທ່ານ ໜູຮັກ ພູມສະຫວັນ ລັດຖະທໍາມະນູນ ແຫ່ງ ສປປ ລາວ ໄດ້ຮັບການສ້າງຂຶ້ນ ແລະ ປະກາດໃຊ້ຢ່າງສະຫງ່າຜ່າເຜີຍ ຕາມແນວຄິດຊີ້ນໍາ ຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: ລັດຖະທໍາມະນູນ ຕ້ອງເປັນຂອງລາວຢ່າງແທ້ຈິງ, ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງ ພັກປະຕິວັດປະຊາຊົນ ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ເປັນຜູ້ກໍາອໍານາດ, ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງ ລະບອບເສດຖະກິດ ຫລາຍພາກສ່ວນ ດ້ວຍຮູບການກໍາມະສິດທີ່ແຕກຕ່າງກັນ, ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງຫລັກການອໍານາດ ເອກະພາບ ຫລື ຫລັກການລວມສູນ ປະຊາທິ ປະໄຕ ໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງລັດ, ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງຄວາມສາມັກຄີ ແລະ ຄວາມສະເໝີພາບ ລະຫວ່າງເຜົ່າຕ່າງໆພາຍໃນຊາດ.

ລັດຖະທໍາມະນູນ ສະບັບປີ 1991 ປະກອບມີ 10 ໝວດ, 80 ມາດຕາ, ຫລັງຈາກນັ້ນ ສະ ພາແຫ່ງຊາດ ຊຸດທີ V ໄດ້ພິຈາລະນາ ແລະ ຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງ ຢູ່ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ປະທານປະເທດ ແຫ່ງສປປ ລາວ ໄດ້ອອກລັດຖະດໍາລັດ ປະກາດໃຊ້ ສະບັບເລກທີ 32/ປທປທ, ໃນວັນທີ 28 ພຶດສະພາ 2003. ລັດຖະທຳມະນູນ ສະ ບັບປັບປຸງ ປີ 2003 ປະກອບມີ 11 ໝວດ, 98 ມາດຕາ, ໝວດທີ່ເພີ່ມເຂົ້າໃໝ່ ແມ່ນໝວດທີ III ການປ້ອງ ກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ໄດ້ປັບປຸງຊື່ຂອງ ໝວດທີ IX ຈາກ ອົງການຕຸລາການມາເປັນ ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ”. ຜ່ານການຈັດຕັ້ງປະຕິບັດ ລັດຖະທໍາມະນູນ ສະບັບປັບ ປຸງ ປີ 2003, ມາຮອດປີ 2015 ສະພາແຫ່ງຊາດ ຊຸດທີ VII ໄດ້ປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ ຄັ້ງທີ 2 ເພື່ອຕອບສະໜອງ ຕໍ່ການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໃຫ້ເຂົ້າສູ່ລວງເລິກ ເປັນຕົ້ນການປັບປຸງລະບົບ ອຳນາດແຫ່ງລັດຂັ້ນຕ່າງໆ ໃຫ້ມີປະສິດທິພາບສູງ, ມີຄວາມສອດຄ່ອງ  ສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ, ສ້າງບາດລ້ຽວໃໝ່ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ລວມທັງການ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃນໄລ ຍະໃໝ່. ເນື້ອໃນຂອງ ລັດຖະທຳມະນູນ ສະບັບປີ 2015 ປະ ກອບມີ 14 ໝວດ 119 ມາດຕາ. ໜວດທີ່ເພີ່ມເຂົ້າໃໝ່ແມ່ນ ໝວດທີ VIII ວ່າດ້ວຍສະພາປະຊາຊົນທ້ອງຖິ່ນ; ໝວດທີ XI ວ່າດ້ວຍການກວດສອບແຫ່ງລັດ ແລະ ໝວດທີ XII ວ່າດ້ວຍຄະນະກຳມະ ການເລືອກຕັ້ງ.

        ທ່ານ ຈະເລີນ ເຍຍປາວເຮີ ກ່າວຕື່ມວ່າ: ໃນຕໍ່ໜ້າຈະຕ້ອງສືບຕໍ່ ເພີ່ມທະວີການໂຄສະນາ ສຶກສາອົບຮົມ ໃຫ້ພົນລະເມືອງທຸກຄົນຮັບຮູ້ ແລະ ກໍາແໜ້ນກ່ຽວກັບ ລັດຖະທໍາມະນູນ ແລະ ກົດໝາຍຕ່າງໆ ດ້ວຍຫລາຍຮູບການ, ຫລາຍລະດັບທີ່ແທດເໝາະ, ສ້າງເງື່ອນໄຂໃຫ້ເຂົາເຈົ້າປະຕິບັດກົດໝາຍຢ່າງເຂັ້ມງວດ, ຮູ້ນໍາໃຊ້ກົດໝາຍ ເພື່ອປົກປ້ອງສິດ ຜົນປະໂຫຍດອັນຊອບທໍາ; ສ້າງສະຕິເຄົາລົບ ລັດຖະທຳມະນູນ ແລະ ກົດໝາຍ, ເຮັດໃຫ້ທຸກຄົນເຄົາລົບ, ຮັບຮູ້ຢ່າງຖືກຕ້ອງ ກ່ຽວກັບທາດແທ້, ພາລະບົດບາດ ຂອງລັດຖະທຳມະນູນ ແລະ ກົດໝາຍ ຂອງລະບອບປະຊາທິປະໄຕ ປະຊາຊົນ ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ, ຕໍ່ຄອບຄົວ, ໝູ່ເພື່ອນແຕ່ລະຄົນ; ຕ້ອງຍົກສູງຄວາມເປັນແບບ ຢ່າງນຳໜ້າຂອງພະນັກງານ, ສະມາຊິກ; ເພີ່ມທະວີວຽກງານ ກວດກາການປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍ, ປັບປຸງຄຸນນະພາບ ການເຄື່ອນໄຫວ ຂອງສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ອົງການຈັດຕັ້ງປະຕິບັດກົດໝາຍ ໃຫ້ມີຄວາມໜັກແໜ້ນ, ໂປ່ງໃສ; ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ຈົ່ງເພີ່ມທະວີນໍ້າໃຈຮັກຊາດ, ຄວາມສາມັກຄີ ເປັນປຶກແຜ່ນ, ມີນໍ້າໃຈເປັນເຈົ້າຕົນເອງ ເພິ່ງຕົນເອງ ສ້າງ ຄວາມເຂັ້ມແຂງ ດ້ວຍຕົນເອງ, ບຸກບືນຜ່ານຜ່າຄວາມຫຍຸ້ງຍາກ.



------------------------------------------------------------------------------

ໂທລະເລກສະແດງຄວາມເຫັນໃຈ

        ຂປລ. ໃນວັນທີ 9 ສິງຫາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈ ເຖິງສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ, ​ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສາທາລະນະລັດ ກູບາ.

        ເນື້ອໃນໂທລະເລກ ລະບຸວ່າ: ຂ້າພະເຈົ້າ ມີຄວາມເສົ້າເສຍໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ:ໃນວັນທີ 5 ສິງຫາ 2022 ຜ່ານມາ, ສາງນ້ຳມັນໃນເຂດອຸດສະຫະກຳ Supertanker ແຂວງ Matan zas ໄດ້ເກີດເຫດລະເບີດເປັນໄຟລຸກໄໝ້ ຍ້ອນຖືກຟ້າຜ່າ ເຊິ່ງໄດ້ສ້າງຄວາມເສຍຫາຍ ຢ່າງໃຫຍ່ຫລວງຕໍ່ເຂດອຸດສາຫະກໍາດັ່ງກ່າວ ແລະ ເຫດການຄັ້ງນີ້ ຍັງໄດ້ສ້າງຄວາມສະເທືອນໃຈແລະສົ່ງຜົນກະທົບຕໍ່ຊີວິດແລະ ຊັບສິນ ຂອງປະຊາຊົນກູບາອ້າຍນ້ອງ.  

        ໃນນາມ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ລັດຖະບານ ແລະ ປະ ຊາຊົນລາວ ກໍຄືໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງ ພັກ, ລັດຖະບານ, ປະຊາຊົນກູບາ ອ້າຍນ້ອງ ແລະ ຄອບຄົວ ຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກເຫດການດັ່ງກ່າວ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງສະຫາຍ, ພັກ, ລັດຖະບານ ແລະ ປະຊາຊົນ ກູບາອ້າຍນ້ອງ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຂຶ້ນຈາກເຫດການຄັ້ງນີ້ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.



      ----------------------------------------------------------------------------------------

ຖະແຫລງການຂອງ ຄະນະພົວພັນຕ່າງ

ປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ

ຂປລ.ໃນວັນທີ 3 ສິງຫາ 2022 ນີ້, ຄະນະພົວພັນ ຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ອອກຖະແຫລງການສະ ແດງ ຄວາມເປັນຫ່ວງ ຕໍ່ສະພາບການ ຢູ່ຊ່ອງແຄບໄຕ້ຫວັນ ໂດຍມີເນື້ອໃນວ່າ: ພັກປະຊາຊົນ ປະຕິວັດລາວ ສະແດງຄວາມເປັນຫ່ວງ ຕໍ່ສະພາບການ ຢູ່ຊ່ອງແຄບໄຕ້ຫວັນ, ລວມທັງ ການກະທໍາທີ່ເປັນການຍຸແຍ່ ເຊິ່ງອາດຈະນໍາໄປສູ່ຄວາມເຄັ່ງຕຶງໃນພາກພື້ນ.

ພັກປະຊາຊົນ ປະຕິວັດລາວ ສະໜັບສະໜູນ ຕໍ່ພາລະກິດ ປົກປັກຮັກສາ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ທີ່ຊອບທໍາ ຂອງພັກ ກອມມູນິດຈີນ ແລະ ລັດຖະບານຈີນ ກໍຄືການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ພັກປະຊາຊົນ ປະຕິວັດລາວ ຢືນຢັນຄືນນະໂຍບາຍ ອັນສະເໝີຕົ້ນສະເໝີປາຍຂອງຕົນ ໃນການສະໜັບສະໜູນ ນະໂຍບາຍຈີນດຽວ ແລະ ຖືວ່າໄຕ້ຫວັນ ເປັນສ່ວນໜຶ່ງທີ່ຕັດແຍກ ອອກບໍ່ໄດ້ຂອງສປ ຈີນ, ຄັດຄ້ານທຸກເຈດຈໍານົງ ທີ່ມຸ່ງຫວັງສ້າງສະຖານະການ ເພື່ອສ້າງ “ສອງປະເທດຈີນ” ຫລື “ໜຶ່ງຈີນ, ໜຶ່ງໄຕ້ຫວັນ”.

ພັກປະຊາຊົນ ປະຕິວັດລາວ ຢໍ້າຄືນການສະໜັບສະໜູນ ນະໂຍບາຍຂອງ ພັກກອມມູນິດຈີນ ໃນການທ້ອນໂຮມ ປະເທດຊາດ ໂດຍສັນຕິວິທີ.



  --------------------------------------------

ສານ​ຊົມ​ເຊີຍ

ຂປລ. ​ໃນວັນທີ 4 ສິງຫາ 2022 ທີ່ນະຄອນຫລວງວຽງຈັນ, ທ່ານ ພັນຄໍາ ວິພາວັນ ນາຍົກລັດ ຖະມົນຕີ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້ສົ່ງ​ສານ​ຊົມ​ເຊີຍ​ ເຖິງສົມເດັດ ອາເມ ນາວາ ອາລ-ອາເມ ອາລ-ຈາເບີ ອາລ-ຊາບາ ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ເນື່ອງໃນໂອກາດທີ່ ສົມເດັດ ໄດ້ຮັບການແຕ່ງຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ.

ເນື້ອ​ໃນ​ສານ​ລະບຸ​ວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຮູ້ສຶກປິຕິຍິນດີເປັນຢ່າງຍິ່ງ ແລະ ສົ່ງຄໍາຊົມ ເຊີຍອັນອົບອຸ່ນ ມາຍັງສົມເດັດ ເນື່ອງໃນໂອກາດທີ່ ສົມເດັດ ໄດ້ຮັບການແຕ່ງຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ.

ຂ້າພະເຈົ້າ ມີຄວາມພາກພູມໃຈ ເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ກູເວດ ໄດ້ຮັບການພັດທະນາ ຂຶ້ນເລື້ອຍໆ ໃນຊຸມປີຜ່ານມາ. ຂ້າ ພະເຈົ້າ ມີຄວາມຍິນດີ ທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ສົມເດັດ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດພວກເຮົາ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດລວມ ຂອງປະຊາຊົນ ສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກແລະປະສົບຜົນສຳເລັດໃນໜ້າທີ່ ວຽກງານທີ່ມີກຽດ​​ສູງສົ່ງ ຂອງສົມເດັດ.



------------------------------------------------------------------

ສານຊົມເຊີຍຄູ່​ຮ່ວມ​ຕຳ​ແໜ່​ງ



ຂປລ. ໃນວັນທີ 1 ສິງຫາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານນາງ ດຣໍປາດິ ມູ່ມູ ປະທານາທິບໍດີ ແຫ່ງສາທາລະນະລັດ ອິນເດຍ ເນື່ອງໃນໂອກາດທີ່ ໄດ້​ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີ ​ແຫ່ງ ສາທາລະນະລັດ ອິນເດຍ​ຄົນໃໝ່.

ເນື້ອໃນສານໄດ້ລະບຸວ່າ: ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນມາ​ຍັງທ່ານ ​ເນື່ອງໃນໂອກາດທີ່ ທ່ານ ໄດ້​ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີ ​ແຫ່ງ ສາທາລະນະລັດ ອິນເດຍ​.

ຂ້າພະເຈົ້າ ເຊື່ອໝັ້ນ​ວ່າ ພາຍໃຕ້ການນຳພາອັນປີຊາສາມາດ ຂອງທ່ານ,ສາທາລະ ນະລັດ ອິນເດຍ ຈະໄດ້ຮັບການພັດທະນາ ແລະ ວັດທະນະຖາວອນຍິ່ງໆຂຶ້ນ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ເຮັດວຽກຮ່ວມກັບທ່ານຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດພວກເຮົາໃຫ້ຂະຫຍາຍຕົວ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ສາກົນ.

ຂ້າພະເຈົ້າ ຂໍຖືໂອກາດນີ້, ອວຍພອນໄຊມາຍັງ ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງທ່ານ ພ້ອມທັງອວຍພອນໃຫ້ປະຊາຊົນອິນເດຍ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.



----------------------------------------------------------------------

ຜູ້ນຳ​ລາວ ສົ່ງສານ​​ຊົມ​ເຊີຍ ຕີມໍ-ເລສເຕ

      ຂປລ. ​ໃນ​ວັນ​ທີ 1 ສິງຫາ 2022 ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ທ່ານ ພັນ​ຄຳ ວິພາ​ວັນ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ​ແລະ ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ຮອງ​ນາຍົກລັດ ຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງສປປ ລາວ ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ເຖິງ​ທ່ານ ປອ.ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ຕີມໍ-ເລສເເຕ, ທ່ານ ຕາອຸລ ມາຕັນ ຣວກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ຕີມໍ-ເລສເຕ ແລະ ທ່ານນາງ ອາດາຈີຊາ ອາເບີຕີນາ ຊາວຽດ ໄຣສ໌ ມາກໂນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຕີມໍ-ເລສເຕ ຄົບຮອບ 20 ປີ.

​ເນື້ອ​ໃນ​ສານ​ລະບຸ​ໄວ້​ວ່າ: ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ປະຊາຊົນຕີມໍ-ເລສເຕ  ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ຄົບຮອບ 20 ປີ.

      ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຕໍ່ການຮ່ວມມືມິດຕະພາບຕະຫລອດໄລຍະ 2 ທົດສະວັດ ທີ່ຜ່ານມາ ແລະ ເຊື່ອໝັ້ນວ່າ ສາຍພົວພັນອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີງາມ ລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່ພັດທະນາຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້່າ ຂໍອວຍພອນໄຊອັນປະເສີດ ມາຍັງທ່ານ ຈົ່ງມີສຸຂະພາບເຂັ້ມເເຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງພະນະທ່ານ ແລະ ອວຍພອນໃຫ້ປະຊາຊົນຕີມໍ-ເລສເຕ ເພື່ອນມິດຈົ່ງສືບຕໍ່ປະສົບຜົນສຳເລັດໃນການພັດທະນາ ແລະ ວັດຖະນະຖາວອນ.







---------------------------------------------------------------


ປະທານປະເທດລາວ ສົ່ງສານອວຍພອນເຖິງເຈົ້າຊີວິດໄທ

ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວແຫ່ງ ຣາຊະອາ ນາຈັກໄທເນື່ອງໃນໂອກາດ ວັນສະເຫລີມພະຊົນມະພັນສາ ຄົບຮອບ 70 ພັນສາ.
  ເນື້ອໃນສານລະບຸວ່າ: ໃນນາມ
ປະຊາຊົນລາວທັງຊາດ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ຖວາຍພອນໄຊອັນປະເສີດມາຍັງ ພະອົງ ເນື່ອງໃນໂອກາດ ວັນສະເຫລີມພະຊົນມະພັນສາ ຄົບຮອບ 70 ພັນສາ. ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າໃນຊຸມປີຜ່ານມາ ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານປະເທດເພື່ອນບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ໄທ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍສະເພາະໃນປີນີ້ ການພົວພັນຮ່ວມມື ລະຫວ່າງສອງປະເທດຂອງພວກເຮົາ ໄດ້ຮັບການຍົກລະດັບເປັນ ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ ອັນເປັນການເປີດສັງ ກາດໃໝ່ ຂອງການພົວພັນຮ່ວມມື ທີ່ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃໝ່ ໃນປັດຈຸບັນ ແລະ ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມືດັ່ງກ່າວ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.
 ຂ້າພະເຈົ້າ ແລະ ປະຊາຊົນລາວທຸກຖ້ວນໜ້າ ຍິນດີຕ້ອນຮັບ ພະອົງ ແລະ ພະຣາຊິນີ ສະ ເດັດ
ມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ເຊິ່ງຈະເປັນການປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໃຫ້ເລິກເຊິ່ງຍິ່ງໆຂຶ້ນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງພະອົງ, ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນາຖາວອນຍິ່ງໆຂຶ້ນ.
  ໃນໂອກາດອັນເປັນສິລິມົງຄຸນນີ້
, ຂ້າພະເຈົ້າ ຂໍຖວາຍພອນແດ່ ພະອົງ, ພະຣາຊິນີ ແລະ ພະບໍ ຣົມວົງສານຸວົງ  ທຸກພະອົງ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີພະຊົນມາຍຸຍືນຍາວ ເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ປະຊາຊົນຊາວໄທທຸກຖ້ວນໜ້າ ຕະຫລອດໄປ.



 -------------------------------------------------------------------

ສານອວຍພອນວັນຊາດ

ຂປລ. ໃນວັນທີ 27 ກໍລະກົດ 2022  ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນວັນ ຊາດເຖິງ ທ່ານ ອິບຣາຮິມ ໂມຮາເມັດ ໂຊລີ ປະທານາທິບໍດີ ແຫ່ງ ສາທາລະນະລັດ ມານດິວເນື່ອງໃນໂອກາດສະເຫລີມສະຫລອງ​​ວັນຊາດແຫ່ງ ສາທາລະນະລັດ ມານດິວ ຄົບຮອບ 57 ປີ.
  ເນື້ອໃນສານລະບຸວ່າ: ໃນ
ນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ​​ທ່ານ ແລະ ປະຊາຊົນ ມານດິວ ເພື່ອນມິດ ເນື່ອງໃນໂອກາດສະເຫລີມສະຫລອງ​​ວັນຊາດແຫ່ງ ສາທາລະນະລັດ ມານ ດິວ ຄົບຮອບ 57 ປີ. ຂ້າພະເຈົ້າ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ມານດິວ ໃນຊຸມປີຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນຮ່ວມມືສອງຝ່າຍ ຈະໄດ້ຮັບການຮັດແໜ້ນ  ແລະ ເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາ ຊົນສອງຊາດພວກເຮົາ.
  ຂ້າ
ພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້​​ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງທ່ານ ແລະ ຂໍໃຫ້ປະຊາຊົນມານດິວ ເພື່ອນມິດ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະວັດທະນາຖາວອນ.
  ໃນໂອກາດດັ່ງກ່າວ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍ ພອນວັນຊາດເຖິງທ່ານ ອັບດຸນລາ ຊາຮິດ ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ມານດິວ ເນື່ອງ
ໃນໂອກາດສະເຫລີມສະຫລອງ​​ ວັນຊາດແຫ່ງ ສາທາລະນະລັດ ມານດິວ ຄົບຮອບ 57 ປີ ເຊັ່ນດຽວກັນ.

-----------------------------------------------------------------------------------------------------


ໂທລະເລກອວຍພອນ



ຂປລ. ວັນທີ 17 ກໍລະກົດ 2022 ນີ້, ບັນດາການນຳຂັ້ນສູງຈາກ ສປປ ລາວ ປະກອບມີ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແລະ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງຄູ່ຮ່ວມຕໍາແໜ່ງປະກອບມີ ສະຫາຍ ຫງວຽນ ຝູ ຈ໋ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ; ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດ ນາມ; ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແລະ ສະຫາຍ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດ ການສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ແລະ ເພື່ອຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ.

ເນື້ອໃນໂທລະເລກ ໄດ້ລະບຸວ່າ: ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງ ການສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ແລະ ເພື່ອຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດ ທີ່ມີຄວາມໝາຍຄວາມສໍາຄັນຍິ່ງ ໃນການພົວພັນລະຫວ່າງ ສອງປະເທດ ພວກເຮົາຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ(5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ(18/7/1977-18/7/2022), ໃນນາມຄະນະບໍລິຫານງານ ສູນກາງພັກປະຊາ ຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສະແດງຄວາມຂ່ຳນັບຊົມເຊີຍ ອັນອົບອຸ່ນ, ໄມ​​ຕີຈິດມິດຕະພາບອັນດູດື່ມ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ແລະ ຂໍສົ່ງຄຳອວຍພອນໄຊ ອັນປະເສີດ ມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ.



ພັກ-ລັດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ມີ​ຄວາມປິ​ຕິຊົມ​ຊື່ນ ແລະ ມີຄວາມເອກ ອ້າງທະນົງໃຈເປັນຢ່າງຍິ່ງ ຕໍ່ກັບສາຍ​ພົວພັນ ​ມິດຕະພາບອັນເປັນມູນເຊື້ອ, ນໍ້າໃຈສາມັກຄີ, ມິດຕະພາບ, ຮ່ວມທຸກຮ່ວມສຸກ ລະຫວ່າງ ປະຊາຊົນສອງຊາດ ເຊິ່ງຍາມໃດກໍຢູ່ຄຽງບ່າຄຽງໄຫລ່, ສະໜັບສະໜູນ ແລະ ໃຫ້ການອຸ້ມຊູຊ່ວຍເຫລືອ ກັນຕະຫລອດມາ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໃນໄລຍະສ້າງສາ ແລະ ພັດທະນາ ປະເທດຊາດ ໃນປັດຈຸບັນ. ມູນເຊື້ອສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ສ້າງຕັ້ງຂຶ້ນໂດຍປະ ທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ແລະ ໄດ້ຮັບການຖະນຸຖະໜອມ, ປົກປັກຮັກສາ ແລະ ເສີມຂະຫຍາຍ ຈາກບັນດາຮຸ່ນການນຳ, ນັກຮົບປະຕິວັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ຕະຫລອດມາກາຍເປັນ ເຫງົ້າພະລັງແຮງທີ່ບໍ່ບົກແຫ້ງ ແລະ ປັດໄຈຕັດສິນໄຊຊະນະ ພະລະກິດປະຕິວັດ ຢູ່ສອງປະເທດ, ປະຊາຊົນສອງຊາດພວກເຮົາ.



ຕະຫລອດໄລຍະເວລາ ນັບຕັ້ງແຕ່ສອງປະເທດ ສ້າງຕັ້ງສາຍພົວພັນ ການທູດນໍາກັນ 60 ປີທີ່ຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ສາມາດ ຍາດໄດ້ ຜົນສໍາເລັດທີ່ສຳຄັນເປັນພື້ນຖານຫລາຍດ້ານ, ສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງພວກເຮົາ ໄດ້ປະສານສົມທົບ ກັນຢ່າງ ແໜ້ນແຟ້ນ ໃນທຸກຂົງ ເຂດວຽກງານ, ທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ, ທັງສາຍພັກ ແລະ ສາຍລັດ. ທັງໝົດນີ້, ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສາ ພັດທະນາຂອງທັງສອງປະເທດ ໃຫ້ມີຄວາມເຂັ້ມແຂງ, ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ, ຮັກສາບົດບາດ ຂອງສອງປະເທດ ລາວ-ຫວຽດນາມ ນັບມື້ສູງເດັ່ນໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ.

ພວກຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍມູນເຊື້ອອັນດີງາມ ແຫ່ງການພົວພັນທີ່ມີມານັ້ນ​, ບັນດາກິດຈະກໍາ ທີ່ພວກເຮົາ ພວມຮ່ວມກັນຈັດຕັ້ງປະຕິບັດ ເພື່ອສະເຫລີມສະຫລອງ ປີສາ ມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ຈະປະສົບຜົນສໍາເລັດ ຢ່າງຈົບງາມ ແລະ ປະກອບ ສ່ວນເຂົ້າໃນ ການສຶກສາອົບຮົມ ໃຫ້ແກ່ພະນັກງານລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນສອງຊາດ ໂດຍສະເພາະ ແມ່ນຄົນຮຸ້ນໜຸ່ມ ໃຫ້ເຂົ້າໃຈເລິກເຊິ່ງ ແລະ ເຊື່ອມຊຶມກ່ຽວກັບ ມູນເຊື້ອສາຍພົວພັນພິເສດ ລາວ-ຫວຽດນາມ.



     ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ຕາງໜ້າ​ໃຫ້ ພັກ, ລັດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ, ພວກ​ຂ້າພະ​ເຈົ້າ​ ຂໍສົ່ງ​ຄວາມ​ຄິດ​ຮອດ​ຄິດ​ເຖິງ ​ແລະ ຂໍສະ​ແດງ​ຄວາມ ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ, ​ຂອບ​ອົກ​ຂອບ​​ໃຈ​ ຢ່າງ​ຈິງ​ໃຈ​ມາ​ຍັງພັກ, ລັດຖະບານ  ແລະ ປະຊາຊົນ​ຫວຽ​ດ ນາມ​ອ້າຍ​ນ້ອງ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ໃຫ້ການ​ຊ່ວຍ​ເຫລືອ​ອັນ​ລໍ້າ​ຄ່າ, ທັນ​ການ ​ແລະ ມີ​ປະສິດທິ​ຜົນ ​​ແກ່ພາລະກິດ​ປະຕິວັດ ​ຂອງ​ພວກ​ຂ້າພະ​ເຈົ້າ​ ຕະຫລອດ​ມາ. ພວກ​ຂ້າພະ​ເຈົ້າ​ ຂໍ​ຢືນຢັນ​ວ່າ​ ຈະ​ສືບ​ຕໍ່​ຮ່ວມມື​ຢ່າງ​ແໜ້ນ ແຟ້ນກັບ​ບັນດາ​ສະຫາຍ ​ໃນ​ການ​ໃຫ້​ຄວາມ​ສໍາຄັນ ​ແລະ ບຸລິມະສິດ​ສູງ​ສຸດ​ ໃຫ້​ແກ່ການ​ປົກ​ປັກ​ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ມິດຕະພາບ​​ທີ່ຍິ່ງໃຫຍ່​, ຄວາມສາມັກ​ຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ ສອງ​ພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ​ ​ໃຫ້​ໝັ້ນຄົງ​ຂະ​ໜົງ​ແກ່ນ, ຈະເລີນ​ງອກ​ງາມ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.



     ຂໍອວຍພອນ​ໃຫ້ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ອ້າ​ຍນ້ອງ ຈົ່ງ​ສືບຕໍ່​ຍາດ​ໄດ້ຜົນ​ສໍາ​ເລັດອັນ​ໃໝ່ ​ໃຫຍ່​ຫລວງ​ກວ່າ​ເກົ່າ ໃນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ບັນລຸ​ຈຸດໝາຍ​ແຫ່ງ​ການ​ສ້າງ​ ສສ ຫວຽດນາມ ​ໃຫ້ເປັນ​ປະ​ເທດ ​ອຸດສາຫະກໍາ​ ຕາມ​ທິດ​ທັນ​ສະ​ໄໝ​ໃຫ້​ສໍາ​ເລັດ ​ໂດຍກໍານົດເປົ້າໜາຍ ແລະ ທິດທາງຍຸດທະສາດ ຮອດປີ​ 2030 ແລະ ວິໄສທັດການພັດທະນາ ປະເທດຮອດປີ 2045 ເພື່ອ​ເຮັດ​ໃຫ້​ປະຊາຊົນ ​ຫວຽດນາມ​ມີ​ຄວາມ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທໍາ ແລະ ສິ​ວິ​ໄລ.



     ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບ ພະລານາໄມສົມບູນ ແລະ ໄດ້ຮັບຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງ ຂອງຕົນ, ອວຍພອນໃຫ້ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະ​ໜົງ​ແກ່ນ ​ແລະ ສວຍ​ສົດງົດ​ງາມ ​ຕະຫລອດກາລະນານ.

​ໃນ​ວັນ​ດຽວ​ກັນ, ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການ ຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ​ໄດ້​ສົ່ງ​ໂທລະ​ເລກ ​ອວຍພອນ ​ເຖິງ ສະຫາຍ ບຸ່ຍ ແທັງ ເຊີນ, ກໍາມະການ ສູນກາງພັກ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ວ່າ: ເນື່ອງໃນໂອກາດ ອັນສະຫງ່າລາສີ ແຫ່ງ ການສະເຫລີ​ມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ແລະ ເພື່ອເປັນການຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດ ທີ່ມີຄວາມ ໝາຍຄວາມສໍາຄັນເປັນຢ່າງຍິ່ງ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022) ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ຕາງໜ້າໃຫ້ຄະນະນໍາ ແລະ ພະນັກງານກະຊວງ ການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ອັນອົບອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ຖານອ້າຍນ້ອງ ແລະ ສົ່ງຄຳອວຍພອນໄຊ ອັນປະເສີດມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງ ຄະນະນໍາ ແລະ ພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທຸກຖ້ວນໜ້າ.



ຕະຫລອດໄລຍະເວລາ ນັບຕັ້ງແຕ່ສອງປະເທດ ສ້າງຕັ້ງສາຍພົວພັນ ການທູດນໍາກັນ 60 ປີທີ່ຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ໄດ້ຮັບການເສີມ ຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ສາມາດ ຍາດໄດ້ ຜົນສໍາເລັດຢ່າງຮອບດ້ານ. ໃນນັ້ນ, ໄດ້ມີການປະກອບສ່ວນ      ອັນສຳຄັນຂອງສອງກະຊວງ ການຕ່າງປະເທດພວກເຮົາ, ເຊິ່ງໄດ້ມີການ ປະສານສົມທົບ ກັນຢ່າງສະໜິດແໜ້ນ, ປະກອບ ສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນສູງ ໃນການເປັນເສນາທິການ ໃຫ້ແກ່ການນໍາ ພັກ-ລັດ ຂອງພວກເຮົາ, ເປັນຂົວຕໍ່ສຳຄັນ ລະຫວ່າງ ບັນດາກະຊວງ ແລະ ຂະແຫນງການທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ໃນການຊຸກຍູ້ຕິດ ຕາມການ ຮ່ວມມືດ້ານຕ່າງໆ ທີ່ທັງສອງການນຳພັກ, ລັດ ຂອງສອງປະເທດ ກໍຄື ຂະແໜງ ການຕ່າງໆ ທີ່ໄດ້ຕົກລົງຮ່ວມກັນ ເພື່ອສົ່ງເສີມ ແລະ ຮັດແໜ້ນ ການພົວພັນ ລະຫວ່າງ ສອງປະເທດ ອັນເປັນມໍລະດົກອັນລໍ້າຄ່າ ຂອງສອງປະເທດ ໃຫ້ ຈະເລີນງອກງາມຍິ່ງຂຶ້ນ. ຄຽງຄູ່ກັນນັ້ນ, ສອງກະຊວງ ໄດ້ຮ່ວມກັນ ລະດົມຂົນຂວາຍ, ທັງຕໍ່ສູ້ທັງຍາດແຍ່ງເອົາການ ສະໜັບ ສະໜູນ ແລະ ການຊ່ວຍເຫລືອ ຈາກບັນດາປະເທດ ເພື່ອນມິດສາກົນ ເພື່ອບັນລຸເປົ້າໝາຍ ທີ່ວາງໄວ້ຂອງແຕ່ລະປະເທດ, ເຮັດໃຫ້ຊື່ສຽງ ແລະ ອິດທິພົນ ຂອງ ສປປ ລາວ ແລະ  ສສ ຫວຽດນາມ ກາຍເປັນທີ່ຮັບຮູ້ ຢ່າງ ກວ້າງຂວາງ ແລະ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.



ຂ້າພະເຈົ້າ ຂໍຢືນຢັນຢ່າງໜັກແໜ້ນວ່າ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ແລະ ແໜ້ນແຟ້ນກັບສະຫາຍ ເພື່ອປະກອບສ່ວນ ຢ່າງເຕັມສ່ວນ ແລະ ເຮັດສຸດຄວາມສາມາດຂອງຕົນ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ລະຫວ່າງ ສອງກະຊວງ ການຕ່າງປະເທດພວກເຮົາ ໃຫ້ຈະເລີນງອກງາມ ເພື່ອ ຜົນປະໂຫຍດ ລວມ ຂອງສອງປະເທດ ລາວ-ຫວຽດນາມ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ ໃນຄອບຄົວອາຊຽນ ກໍຄື ໃນເວທີພາກພື້ນ ແລະ ສາກົນ.



ຂໍອວຍພອນໃຫ້ ປະຊາຊົນຫວຽດນາມອ້າຍນ້ອງ ພາຍໃຕ້ການນໍາ ອັນສະຫລາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ຈົ່ງໄດ້ຮັບຜົນສໍາເລັດ ອັນໃຫຍ່ຫລວງກວ່າເກົ່າ ໃນການ ຈັດຕັ້ງ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ບັນລຸ​ຈຸດໝາຍ​ແຫ່ງ​ການ​ສ້າງ​ ສສ ຫວຽດນາມ ​ກາຍເປັນ​ປະ​ເທດ​ ອຸດສາຫະກໍາ ​ຕາມ​ທິດ​ທັນ​ສະ​ໄໝ ​ໃຫ້​ສໍາ​ເລັດ ​ໂດຍກໍານົດເປົ້າໝາຍ ແລະ ທິດທາງຍຸດທະສາດ ຮອດປີ​ 2030 ແລະ   ວິໄສທັດການພັດທະນາ ປະເທດຮອດປີ 2045 ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຫວຽດນາມ​ ມີ​ຄວາມ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປ​ະໄຕ, ຍຸຕິ​ທໍາ ແລະ ສີ​ວິ​ໄລ.



ຂໍອວຍພອນໃຫ້ສະຫາຍ ພ້ອມດ້ວຍຄະນະນໍາ ແລະ ພະນັກງານ ກະຊວງການຕ່າງ ປະເທດ ແຫ່ງ ສສ ຫວຽດນາມ ຈົ່ງມີພະລານາໄມສົມບູນ ແລະ ໄດ້ຮັບຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ອັນສູງສົ່ງຂອງຕົນ,    ຂໍອວຍພອນໃຫ້ ສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ​ແລະ ສວຍ​ສົດງົດ​ງາມ ​ຕະຫລອດໄປ.

--------------------------------------------------------

ສານຊົມເຊີຍຄູ່ຮ່ວມຕຳແໜ່ງ



ຂປລ. ໃນວັນທີ 30 ມິຖຸນາ 2022, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ເນື່ອງໃນໂອກາດທີ່ ທ່ານໄດ້ຖືກເລືອກຕັ້ງ ໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ຄົນໃໝ່.

ເນື້ອໃນສານໄດ້ລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ເນື່ອງໃນໂອກາດທີ່ທ່ານ ໄດ້ຖືກເລືອກຕັ້ງ ໃຫ້ດໍາລົງຕໍາແໜ່ງ ເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ຄົນໃໝ່.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍບົດຮຽນອັນລໍ້າຄ່າຂອງທ່ານ, ທ່ານຈະສາມາດຟື້ນຟູປະເທດ ທີ່ໄດ້ຮັບຜົນກະທົບ ຈາກການແພ່ລະບາດ ຂອງພະຍາດໂຄວິດ-19 ແລະ ນໍາພາສາທາລະນະລັດ ຟິລິບປິນ ໄປສູ່ຄວາມເປັນປຶກແຜ່ນ, ຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ. ຂ້າພະເຈົ້າຫວັງວ່າ ຈະໄດ້ເຮັດວຽກຮ່ວມກັບທ່ານ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ, ການຮ່ວມມືສອງຝ່າຍ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ທີ່ຍືນຍົງໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ, ຂໍຖືໂອກາດນີ້ ອວຍພອນໄຊໃຫ້ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນສູງສົ່ງຂອງທ່ານ.

--------------------------------------------------------------------------------

ສານອວຍພອນວັນຊາດ ປອກຕຸຍການ



ຂປລ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໄດ້ສົ່ງສານອວນພອນເຖິງ ​ທ່ານ ມາເຊໂລ ຣີເບໂລ ເດີ ຊູຊາປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ເນື່ອງ​ໃນ​ໂອ​ກາດວັນ​ຊາດ ແຫ່ງ ສາທາ ລະນະລັດປອກຕຸຍການ.

ເນື້ອໃນສານໄດ້ລະບຸວ່າ: ໃນນາມປະ​ຊາ​ຊົນ​ລາວ​ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ຂໍສະແດງຄວາມຊົມເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ທ່ານ ແລະ ປະຊາຊົນ ປອກຕຸຍການ ທຸກຖ້ວນໜ້າ ເນື່ອງ​ໃນ​ໂອ​ກາດວັນ​ຊາດ ແຫ່ງ ສາທາລະນະລັດປອກຕຸຍການ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມ ຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ປອກຕຸຍການ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຂອງ ປະຊາ ຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອ ການພັດທະນາແບບ​ຍືນ​ຍົງ ໃນພາກພື້ນ ແລະ ​ສາ​ກົນ.

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານາໄມສົມບູນ ແລະ ປະສົບຜົນສໍາເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງຕົນ ແລະ ປະຊາຊົນ ປອກຕຸຍການ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຕະຫລອດໄປ.



----------------------------------------------------------

ສານ​ອວຍພອນ​​ເຖິງຄູ່​ຮ່ວມ​ຕຳ​ແໜ່​ງ



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ ສົມເດັດພະລາຊິນີ ອີລີຊາເບັດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເນື່ອງໃນໂອກາດ ວັນຄ້າຍວັນປະສູດ ຄົບຮອບ 96 ປີ ແລະ ວັນຂຶ້ນຄອງຣາຊະບັນລັງ ຄົບຮອບ 70 ປີ.

​ເນື້ອ​ໃນ​ສານ ​ໄດ້​ລະບຸ​ວ່າ: ເນື່ອງໃນໂອກາດ ແຫ່ງການສະເຫລີມສະຫລອງ ວັນຄ້າຍວັນປະສູດ ຄົບຮອບ 96 ພັນສາ ແລະ ວັນຄົບຮອບ 70 ປີ ແຫ່ງ ການຂຶ້ນຄອງຣາຊະບັນລັງ ຂອງ ສົມເດັດ ພະລາຊິນີ, ໃນນາມປະຊາຊົນ​ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ພະລາຊິນີ ແລະ ຜ່ານສົມເດັດ ພະລາຊິນີ ໄປຍັງປະຊາຊົນເພື່ອນມິດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ທຸກຖ້ວນໜ້າ.



ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດພວກເຮົາ ະສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃຫ້ເຂັ້ມແຂງຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນທັງສອງຊາດພວກເຮົາ.



ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສົມ​ເດັດ ​ພະ​ຣາຊາຊິນີ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງ ພະອົງ ແລະ ປະຊາຊົນ ອັງກິດ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

--------------------------------------------

ສານຊົມເຊີຍຄູ່ຮ່ວມຕໍາແໜ່ງ



ຂປລ. ໃນວັນທີ 1 ມິຖຸນາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະ ມົນຕີ ໄດ້ສົ່ງສານຊົມເຊີຍ ເຖິງທ່ານ ແອນໂຕນີ້ ແອວບານີຊີ ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ເນື່ອງໃນໂອກາດທີ່ ທ່ານ ໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ຄົນໃໝ່.

ເນື້ອໃນສານໄດ້ລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ທ່ານ ເນື່ອງໃນໂອກາດທີ່ທ່ານ ໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ຄົນທີ 31 ແຫ່ງ ອົດສະຕຣາລີ.

      ຂ້າພະເຈົ້່າ ເຊື່ອໝັ້ນວ່າ ດ້ວຍການນໍາພາອັນສະຫລາດສ່ອງໃສ ແລະ ປະສົບການອັນສູງສົ່ງຂອງທ່ານ, ອົດສະຕາລີ ຈະສືບຕໍ່ໄດ້ຮັບການພັດທະນາ ໃຫ້ຈະເລີນກ້າວໜ້າ ແລະ ມີບົດບາດອັນສໍາຄັນໃນພາກພື້ນ ແລະ ສາກົນ. ຂ້າພະເຈົ້າ ຫວັງວ່າ ຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບທ່ານ ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີຢູ່ແລ້ວນັ້ນ ລະຫວ່າງ ລາວ ແລະ ອົດສະຕຣາລີ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງປະເທດພວກເຮົາ ກໍຄື ການຍົກລະດັບການພົວພັນ ອາຊຽນ-ອົດສະຕຣາລີ ໃຫ້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ. ພ້ອມກັນນີ້, ຂ້າພະເຈົ້າກໍຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມກັນກັບ ທ່ານ ສະ ເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ຂອງສອງຊາດພວກເຮົາ ຄົບຮອບ 70 ປີ ໃນປີນີ້.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງທ່ານ ແລະ ຂໍໃຫ້ປະຊາຊົນ ອົດສະຕຣາລີ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາ ວອນຍິ່ງໆຂຶ້ນ. 

ໃນໂອກາດດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສົ່ງສານຊົມເຊີຍເຖິງ ທ່ານນາງ ເພັນນີ ວ່ອງ ລັດຖະມົນຕີຕ່າງປະ ເທດ ແຫ່ງ ອົດສະຕຣາລີ ເນື່ອງໃນໂອກາດ ທີ່ໄດ້ຮັບແຕ່ງຕັ້ງເປັນ ລັດຖະມົນຕີຕ່າງປະເທດ ແຫ່ງ ອົດສະຕຣາລີ ຄົນໃໝ່ ເຊັ່ນດຽວກັນ.



------------------------------------------------------------------------------------------------------------------------------------

ນາຍົກລັດຖະມົນຕີ ສົ່ງຈົດໝາຍຊົມເຊີຍຄູ່ຮ່ວມຕຳແໜ່ງ





ຂປລ. ເມື່ອບໍ່ດົນມານີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງຈົດໝາຍຊົມເຊີຍເຖິງ ທ່ານ ຊີສບາຣ ຊາຣິບ ເນື່ອງໃນໂອກາດທີ່ທ່ານ ໄດ້​ຮັບການແຕ່ງຕັ້ງ​​ ໃຫ້ດຳລົງ​ຕຳ​ແໜ່​ງ ເປັນນາຍົກ ລັດ ຖະມົນຕີ ​ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ.

ເນື້ອໃນຈົດໝາຍ ໄດ້ລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນມາ​ຍັງທ່ານ ​ໃນໂອກາດທີ່ທ່ານ ໄດ້​ຮັບການແຕ່ງຕັ້ງ​​ ໃຫ້ດຳລົງ​ຕຳ​ແໜ່​ງ ເປັນນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງທ່ານ, ປາກິດສະຖານ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ມີຄວາມຈະເລີນກ້າວໜ້າ ຂຶ້ນໄປເລື້ອຍໆ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບ ທ່ານ ຢ່າງໃກ້ຊິດ  ເພື່ອສືບຕໍ່ ຮັດແໜ້ນສາຍ​ພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດຂອງພວກເຮົາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂ້າພະ​ເຈົ້າ ຂໍ​ຖື​ໂອກາດນີ້ ອວຍ​ພອນໃຫ້ ​ທ່ານ ຈົ່ງມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມຜາສຸກ ​ແລະ ​ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງສົ່ງຂອງທ່ານ.



---------------------------------------------------

ສານຊົມເຊີຍຄູ່ຮ່ວມຕຳແໜ່ງ



ຂປລ. ໃນວັນທີ 13 ພຶດສະພາ 2022 ຜ່ານມານີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສົ່ງສານຊົມເຊີຍເຖິງ ທ່ານ ປາກ ຈິນລັດຖະມົນຕີ ກະຊວງການ​​ຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ ເນື່ອງໃນໂອກາດທີ່ໄດ້ຮັບ ການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີ ກະຊວງການ​​ຕ່າງປະເທດ ແຫ່ງສາທາລະນະລັດ ເກົາຫລີ.

ເນື້ອໃນສານລະໄດ້ລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງທ່ານ ເນື່ອງໃນໂອກາດທີ່ໄດ້ຮັບ ການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນລັດຖະມົນຕີ ກະຊວງການ​​ຕ່າງປະເທດ ແຫ່ງສາທາລະນະລັດ ເກົາຫລີ.

ສປປ ລາວ ແລະ ສາທາລະນະລັດ ເກົາຫລີ ມີສາຍພົວພັນ ມິດຕະພາບທີ່ໃກ້ຊິດ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນ ໃນຊຸມປີຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ທ່ານ ກໍຄື ຄວາມພະຍາຍາມ ຮ່ວມກັນຂອງພວກເຮົາ, ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຈະໄດ້ຮັບການເສີມຂະ ຫຍາຍຍິ່ງໆຂຶ້ນ ແລະ ຂ້າພະເຈົ້າ ຫວັງວ່າຈະໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັບ ທ່ານ ເພື່ອບັນລຸຈຸດປະສົງດັ່ງກ່າວ ໃນຊຸມປີຕໍ່ໜ້າ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ​ ​ທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ວຽກງານ ອັນມີກຽດສູງສົ່ງຂອງທ່ານ.






















































Top