ຂປລ. ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳກົງ 1 ໜ້າວຽກໂດຍລວມ ສຳເລັດແລ້ວ 81,9%, ພາຍ ຫລັງເລີມລົງມີກໍ່ສ້າງ ມາແຕ່ທ້າຍເດືອນຕຸລາ 2017, ປັດຈຸບັນ ພວມດຳເນີນການກໍ່ສ້າງສັນເຂື່ອນ, ຕິດຕັ້ງປະຕູທາງນ້ຳລົ້ນ, ຕິດຕັ້ງຈັກ ເບີ 2, ຄອນກິດໄລນິງທໍ່ຫາຍໃຈ, ໂຄງສ້າງປະຕູນໍ້າທ້າຍເຮືອນຈັກ, ໂຄງສ້າງສະວິດຢາດ GIS ແລະ ວຽກດຶງສາຍ 115 ກິໂລໂວນ. ຄາດວ່າ ການກໍ່ສ້າງທັງໝົດ ຈະໃຫ້ສຳເລັດ 100% ໃນເດືອນກໍລະກົດ 2021 ກະແສໄຟຟ້າທັງໝົດ ຈະສົ່ງຂາຍໃຫ້ລັດວິສາຫະກິດໄຟຟ້າລາວ.