ຂປລ. ໜ່ວຍງານແພດ-ໝໍເກືອບ 100 ຄົນ ກຽມພ້ອມທຸກດ້ານ ທັງດ້ານຮ່າງກາຍ, ຈິດໃຈ ແລະ ອຸປະ ກອນຮັບໃຊ້ຄົບຊຸດ ເພື່ອບໍລິການຜູ້ແທນ ກໍຄືແຂກທີ່ເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 13-15 ມັງກອນນີ້ ເປັນຕົ້ນ ເຄື່ອງແທກຄື້ນຫົວໃຈ, ເຄື່ອງກະຕຸ້ນຫົວໃຈ, ເຄື່ອງຕິດຕາມອາການຊີວິດກໍ ລະນີສຸກເສີນ, ຖັງອອກຊີເຈນ, ເຄື່ອງຮົ່ມຢາກໍລະນີສຸກເສີນ ແລະ ລົດຮັບ-ສົ່ງຄົນເຈັບ.