*ຢູ່ຫ້ອງການຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ ມີຮູບຖ່າຍຫລາຍໃບຂອງທ່ານທີ່ຖ່າຍນຳພໍ່ແມ່ແລະຄອບຄົວ, ແຕ່ມີຮູບຖ່າຍໃບໜຶ່ງທີ່ບັນທຶກເຫດການການຈັບມືແມ່ຍ່າງຫລິ້ນ ຊຶ່ງເປັນພາຍທີ່ປະທັບໃຈຫລາຍ. ຂະນະດຽວກັນ, ການອົບຮົມບົ່ມສອນຈາກການປະພຶດດີຂອງແມ່ສົ່ງອິດທິພົນຕໍ່ທ່ານຕະຫລອດຊີວິດ.ຈົນມາຮອດປັດຈຸບັນ, ທ່ານ ສີຈິິ້ນຜິງ ຍັງຈື່ບໍ່ລືມວ່າ:ຕອນອາຍຸ 5-6 ຂວບ, ແມ່ເຄີຍເຈ່ຍຕົນໄປຊື້ປຶ້ມຮູບແຕ້ມ “ຢ້ວຍເຟີ່ຍຢູ່ຮ້ານຂາຍປຶ້ມຊິນຮວາ “. ແມ່ເລົ່າສູ່ຟັງວ່າ: “ແມ່ ຢ້ວຍເຟີ່ຍ ໄດ້ສັກຕົວໜັງສືໃສ່ຫລັງຂອງລາວໂດຍມີຂໍ້ວ່ຄວາມາ “ຄວນຈົງຮັກພັດດີເພື່ອຕອບແທນບຸນຄຸນປະເທດຊາດ” ຊຶ່ງຄຳນີ້ເໝືອນວ່າ ເປັນການປູກຝັງແນວພັນໃສ່ໃຈຂອງທ່ານ ສີຈິ້ນຜິງ ທີ່ນຳມາສູ່ການເຮັດໃຫ້ທ່ານຈື່ໃນໃຈຕະຫລອດ ແລະ ກາຍເປັນເປົ້າໝາຍທີ່ສະແຫວງຫາຊົ່ສຊີວິດຂອງທ່ານ.