ສານຂອງ

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ

ໃນໂອກາດວັນຄົບຮອບ52 ປີ​​ແຫ່ງການສ້າງຕັ້ງອາຊຽນແລະ

ຄົບຮອບ22 ປີສປປລາວເຂົ້າເປັນສະມາຊິກ​​ອາຊຽນ

---------------------

-               ຮຽນບັນດາທ່ານ ຜູ້ນຳ ພັກ-ລັດ ທີ່ເຄົາລົບນັບຖື,

-               ບັນດາເພື່ອນມິດສະຫາຍ ພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ​​ ທີ່ຮັກແພງທັງຫຼາຍ,

 

​​​​ເນື່ອງໃນໂອກາດ​ວັນສ້າງ​ຕັ້ງ​ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ​ຄົບຮອບ 52 ປີ (8 ສິງຫາ 1967 - 8 ສິງຫາ 2019) ​ແລະ ​ຄົບຮອບ 22 ປີ ຂອງການເຂົ້າເປັນສະມາຊິກອາຊຽນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (23 ກໍລະກົດ 1997- 23 ກໍລະກົດ 2019),  ຂ້າພະເຈົ້າ ຂໍຕາງຫນ້າລັດຖະບານ ສົ່ງພອນອັນປະເສີດ ມາຍັງ ບັນດາທ່ານ ການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຕະຫຼອດຮອດພີ່ນ້ອງຊາວລາວ ທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ເຂົ້າ​ໃນ​ພາລະກິດປົກປັກຮັກສາ ແລະ ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ເວົ້າ​ລວມ ​ແລະ ​ເວົ້າ​ສະ​ເພາະ ປະກອບສ່ວນ​​ເຂົ້າ​ໃນ​ການ​ເຄື່ອນ​ໄຫ​ວ ວຽກງານ​ອາຊຽນ ຕະຫລອດ​ໄລຍະ 22 ປີ ຜ່ານ​ມາ.

ອາຊຽນ ປະກອບ​ດ້ວຍ 10 ປະ​ເທດ ທີ່​ຕັ້ງ​ຢູ່​ໃນ​ພາກ​ພື້ນ​ອາຊີ​ອາຄະ​ເນ​, ​ເປັນອົງການຈັດຕັ້ງພາກພື້ນ ລະຫວ່າງລັດຖະບານ ທີ່ຖືກສ້າງຕັ້ງ​ຂຶ້ນ​ ໃນວັນທີ 08 ສິງຫາ 1967, ໂດຍ​ມີ​ຈຸດປະສົງ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ​ການ​ຮ່ວມ​ມື ​ເພື່ອ​ຄວາມ​ສົມບູນ​ພູນ​ສຸກ ​ຂອງບັນດາ​ປະຊາຊາດອາຊີຕາເວັນອອກສ່ຽງໃຕ້. ຕະຫຼອດໄລຍະ 52 ປີ ແຫ່ງວິວັດທະນາການຂອງອາຊຽນ, ອາຊຽນໄດ້ປະເຊີນໜ້າກັບສິ່ງທ້າທາຍ ແລະ ກາລະໂອກາດຕ່າງໆ, ແລະ ສາມາດບັນລຸຈຸດປະສົງຂອງຕົນເປັນກ້າວໆມາ ເປັນຕົ້ນ ແມ່ນການປະກາດການສ້າງຕັ້ງປະຊາຄົມ ເສດຖະກິດອາຊຽນ ໃນທ້າຍປີ 2015.   

  ຜົນສໍາ​ເລັດ​ທີ່​ກ່າວ​ມາ​ນັ້ນ ​ແມ່ນ​ຍ້ອນ​ການ​ຮ່ວມ​ມື​ລະຫວ່າງ ບັນດາ​ປ​ະ​ເທດ​ສະມາຊິກ​ອາຊຽນດ້ວຍ​ກັນ ກໍ່​ຄື​ການ​ຮ່ວມ​ມື​ ລະຫວ່າງ​ ອາຊຽນກັບ​ຄູ່ຮ່ວມພາຍ​ນອກ ທີ່​ໄດ້​ດຳ​ເນີນ​ໄປບົນ​ພື້ນ ຖານ​ຫລັກການ​ແຫ່ງ​ການ​ຢູ່​ຮ່ວມ​ກັນໂດຍ​ສັນຕິ, ​ເຄົາລົບ​ເອກະ​ລາດ, ອະທິ​ປະ​ໄຕ, ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ, ​ບໍ່​ແຊກ​ແຊງ​ເຂົ້າ​ໃນວຽກງານ​ພາຍ​ໃນ​ຂອງກັນ ​ແລະ ກັນ, ແກ້ໄຂບັນຫາໂດຍສັນຕິວິທີ, ບົນຫຼັກການຄວາມເປັນເອກະສັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີຜົນ ອີງໃສ່ຄວາມຫຼາກຫຼາຍ ຂອງປະເທດສະມາຊິກ ທີ່ເອີ້ນວ່າ ວິຖີທາງຂອງອາຊຽນ (ASEAN Way).

ໃນອາທິດທີ່ຜ່ານມາອາຊຽນ ໄດ້ສຳເລັດການຈັດກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງທີ່ບາງກອກ, ປະເທດໄທ, ພາຍໃຕ້ຄຳຂວັນ: ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ. ໃນນີ້, ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ, ມາດຕະການ ແລະ ກິດຈະກໍາຮ່ວມມື ໃນໄລຍະໜຶ່ງປີຜ່ານມາ, ເຊິ່ງກວມເອົາ 03 ເສົາຄ້ຳປະຊາຄົມອາຊຽນຄື:   

ດ້ານ​ການ​ເມືອງ-ຄວາມໝັ້ນຄົງ, ອາຊຽນ ໄດ້ຮັບຜົນສຳເລັດ ສຳຄັນຫຼາຍດ້ານ ເປັນຕົ້ນ: ການສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ ​ແລະ ກັນ ບົນ​ພື້ນຖານ​​ຫຼັກການ ​ທີ່​ອາຊຽນເປັນຜູ້ສ້າງ​ຂຶ້ນ ແລະ ໄດ້​ກຳນົດ​ໄວ້​ໃນ​ ກົດ​ບັດ​ອາຊຽນ ກໍຄື ສົນທິສັນຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ ເຊິ່ງໄດ້​ເອື້ອ​ອຳນວຍ ໃຫ້​ແກ່​ການ​​ຮ່ວມ​ມືດ້ານ​ເສດຖະກິດ ​ແລະ ວັດທະນະທຳ-ສັງຄົມ ລະຫວ່າງປະເທດສະມາຊິກ ອາຊຽນດ້ວຍກັນ ກໍຄືກັບພາຍນອກ ອັນໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ສົ່ງ​ເສີມ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​.

ດ້ານ​ເສດຖະກິດ, ໂດຍລວມ ອາຊຽນ ຍັງເປັນພາກພື້ນໜຶ່ງທີ່ມີເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນທ່າມກາງທີ່ເສດຖະກິດໂລກທົດຖອຍ.  ຕໍ່ໜ້າສະພາບການດັ່ງກ່າວ, ອາຊຽນ ຈະເພີ່ມທະວີການຄ້າ ແລະ ການລົງທຶນພາຍ ໃນອາຊຽນຫຼາຍຂຶ້ນ ລວມທັງສ້າງພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດ ​​ເພື່ອ​ຮອງຮັບ​ສິ່ງທ້າ​ທາຍ ກໍ່ຄືກາລະໂອກາດຈາກ​ການ​ປ່ຽນ​ແປງ​ ແລະ ຄວາມ​ທັນ​ສະ​ໄໝ ທາງ​ດ້ານ​ເຕັກ​ໂນ​ໂລ​ຊີໃນ​ຍຸກ​ແຫ່ງການ​ປະຕິວັດ ອຸດສາຫະກຳ 4.0. ພ້ອມ​​ນີ້, ອາຊຽນ ຈະສຸມໃສ່ການຈັດຕັ້ງປະຕິບັດ ​ສັນຍາ​ເຂດ​ການ​ຄ້າ​ເສລີ ​ແລະ ສັນຍາ​ການ​ລົງທຶນ ແລະ ​ຂຸ້ນຂ້ຽວ​ສຳ​ເລັດການເຈລະຈາສັນຍາ​ ການ​ເປັນ​ຄູ່ຮ່ວມ​ເສດຖະກິດ​ ຮອບດ້ານ​ລະດັບ​ພາກ​ພື້ນ ໃນທ້າຍປີນີ້. ນອກຈາກນີ້, ພາຍໃນອາຊຽນເອງ ຍັງຈະໄດ້ສືບຕໍ່ເອົາໃຈໃສ່ການຮັດແຄບ ຄວາມແຕກໂຕນດ້ານການພັດທະນາ ດ້ວຍການຈັດຕັ້ງປະຕິບັດ ຂໍ້ລິເລີ່ມວ່າດ້ວຍ ການເຊື່ອມໂຍງອາຊຽນ, ການຮ່ວມມືດ້ານດີຈີຕອນ ແລະ ການເຊື່ອມຈອດອາຊຽນ. 

ດ້ານ​ວັດທະນະທຳ-ສັງຄົມ, ໂດຍລວມແລ້ວ, ປະເທດສະມາຊິກອາຊຽນ ແມ່ນຢູ່ຮ່ວມກັນຢ່າງສັນຕິ ແລະ ກົມກຽວ ໃນທ່າມກາງຄວາມຫຼາກຫຼາຍ ດ້ານວັດທະນະທຳ, ພາສາ ແລະ ສາດສະໜາ ດ້ວຍການເພີ່ມທະວີ ການໄປມາຫາສູ່ລະຫວ່າງ ປະຊາຊົນກັບປະຊາຊົນ, ເຊິ່ງທັງໝົດນີ້ ໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນ ການສ້າງປະຊາຄົມອາຊຽນ ໃຫ້ເປັນປະຊາຄົມທີ່ໂອບເອື້ອອາລີ, ມີຊັບພະຍາ ກອນມະນຸດ ທີ່ມີຄວາມຮູ້ຄວາມສາມາດ ແລະ ມີສຸຂະພາບແຂງແຮງ.

ການ​ພົວພັນ​ຮ່ວມ​ມື​ກັບ​ພາຍ​ນອກ, ອາຊຽນ ໄດ້ສືບຕໍ່ປະຕິບັດນະໂຍບາຍ ເປີດກວ້າງສູ່ພາຍນອກ ຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆມາ. ໃນນີ້,​ ອາຊຽນໄດ້ເພີ່ມທະວີການພົວພັນ ຮ່ວມມືກັບ ບັນດາປະເທດຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກ ລວມທັງປະເທດມະຫາອຳນາດ, ຄູ່ຮ່ວມຂະແໜງການ ແລະ ຄູ່ຮ່ວມພັດທະນາບົນພື້ນຖານຫຼັກການ ແລະ ກົນໄກທີ່ອາຊຽນເປັນຜູ້ສ້າງຂຶ້ນ ອັນໄດ້ປະກອບສ່ວນສໍາຄັນ ເຂົ້າໃນການສ້າງປະຊາຄົມ ອາຊຽນໃຫ້ເຂັ້ມແຂງ ແລະ ວັດທະນະຖາວອນ ກໍຄືການປົກປັກຮັກສາ ແລະ ສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ມາ​ເຖິງ​ປັດ​ຈຸ​ບັນ​ມີ 92 ປະເທດນອກພາກພື້ນອາຊຽນ ໄດ້ແຕ່ງຕັ້ງທູດຂອງຕົນປະຈໍາອາຊຽນ. ພິເສດ, ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ໃນອາທິດຜ່ານມາ ທີ່ ບາງກອກ, ປະເທດໄທ, ອາຊຽນໄດ້ເຫັນດີຮັບເອົາປະເທດ ຊີເລ ເປັນຄູ່ຮ່ວມພັດທະນາອາຊຽນ ແລະ ຮັບເອົາປະເທດ ເປຣູ ເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມື.

 

ບັນ​ດາ​ທ່ານ, ພໍ່​ແມ່​ພີ່ນ້ອງ ທີ່ ຮັກ​ແພງ​ທັງຫຼາຍ,

ຕະຫລອດໄລຍະ 22 ປີ ທີ່ ສປປ ລາວເຮົາ ເຂົ້າເປັນສະມາຊິກອາຊຽນ, ພວກເຮົາ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ ໃນ​ຂະ​ບວນການ​ລວມຂອງ​ອາຊຽນ ກໍ່​ຄື ການຈັດຕັ້ງປະຕິບັດ ບັນດາແຜນງານ ແລະ ໂຄງການຂອງອາຊຽນ ຢ່າງເຕັມສ່ວນ ດ້ວຍຄວາມຮັບຜິດຊອບສູງ. ທັງໝົດນີ້, ​ໄດ້​ປະກອບສ່ວນ​ອັນສຳຄັນເຂົ້າ​ໃນ​ ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ ສປປ ລາວ, ຊື່​ງຖື​ໄດ້​ວ່າ ​ເປັນໝາກຜົນ​ແຫ່ງ​ການ​ດຳ​ເນີນ​ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແຫ່ງ ສັນຕິພາບ, ​ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ ຢ່າງ​ສະ​ເໝີຕົ້ນສະ​ເໝີປາຍ ກໍ່​ຄື​ແນວທາງການປ່ຽນແປງໃໝ່ຂອງພັກ-ລັດ​ເຮົາ ​ເພື່ອ​ເປັນ​ການ​ສົມທົບ​ທ່າແຮງພາຍ​ໃນ ​ບວກກັບ​ກຳລັງ​ແຮງ​ສັງ​ລວມຂອງ​ພາກ​ພື້ນ ແລະ ​ທ່າ​ອ່ຽງລວມຂອງ​ຍຸກ​ສະ​ໄໝ; ພິເສດ, ​ເປັນ​ການ​ປະກອບສ່ວນ​ເຂົ້າ ​ໃນ​ການ​ສ້າງ​ປະຖົມ​ປັດ​ໃຈ ​ທີ່ໜັກແໜ້ນໃຫ້​ແກ່ພາລະກິດ​ ປົກ​ປັກ​ຮັກສາ ​ແລະ ​ສ້າງສາ​ພັດທະນາປະ​ເທດ​ຊາດ​.

ນອກຈາກນີ້, ພວກເຮົາ ຍັງໄດ້ຮ່ວມມືກັບປະເທດສະມາຊິກອາຊຽນ ດໍາເນີນນະໂຍບາຍການພັດທະນາ ເສດຖະກິດ-ສັງຄົມ ແບບຍືນຍົງ ດ້ວຍການໝູນໃຊ້ທ່າແຮງພາຍໃນ ບວກກັບການຮ່ວມມືກັບ ພາກເອກະຊົນ ແລະ ການຊ່ວຍເຫຼືອຈາກ ປະເທດເພື່ອນມິດອາຊຽນ, ຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນ ກໍຄື ຈາກບັນດາອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນ. ໃນນີ້, ໄດ້ສຸມໃສ່ປັບປຸງສະພາບແວດລ້ອມ ທີ່ເອື້ອອໍານວຍ ໃຫ້ແກ່ການຄ້າ ແລະ ການລົງທຶນ ໃຫ້ມີຄວາມສະດວກວ່ອງໄວ ແລະ ຫັນໄປສູ່ການເປັນທັນສະໄໝເທື່ອລະກ້າວ ແລະ ຫັນພື້ນຖານເສດຖະກິດ ຈາກອຸດສາຫະກໍາ ທີ່ອີງໃສແຕ່ຊັບພະຍາກອນທຳມະຊາດ, ບໍ່ແຮ່, ໄຟຟ້າ, ການສົ່ງອອກວັດຖຸດິບ (Commodity) ໄປສູ່ ອຸດສາຫະກຳປຸງແຕ່ງ, ການບໍລິການ ເພື່ອສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບ ໃຫ້ແກ່ປະຊາຊົນ.  

ຕະຫຼອດໄລຍະ 22 ປີ ຂອງການເປັນສະມາຊິກອາຊຽນ, ສປປ ລາວ ໄດ້ຮັບຜົນປະໂຫຍດຫຼາຍດ້ານ ບໍ່ວ່າດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ ແລະ ການພັດທະນາແບບຍືນຍົງ. ພ​້ອມ​ດຽວ​ກັນ​ນີ້ ກໍ່​ຍັງ​ໄດ້ຍົກສູງຖານະບົດບາດຂອງ ລາວ ໃຫ້ສູງເດັ່ນຂື້ນໃນເວທີພາກພື້ນ ແລະ ສາກົນ; ສປປ ລາວ ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນ ຊ່ວຍເຫຼືອຈາກປະເທດອາຊຽນ ແລະ ຄູ່ເຈລະຈາ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ; ຮີດຄອງປະເພນີອັນດີງາມຂອງ ສປປ ລາວ ໄດ້ຮັບການສົ່ງເສີ່ມ ແລະ ຮັບຮູ້ຢ່າງກວ້າງຂວາງ, ຊັບພະຍາກອນມະນຸດຂອງພວກເຮົາ ນັບມື້ນັບໄດ້ຮັບການພັດທະນາ ທາງດ້ານເຕັກນິກວິຊາການ ຢ່າງຮອບດ້ານເທື່ອລະກ້າວ.

ນອກຈາກນີ້, ການພົວພັນຮ່ວມມື ກັບພາຍນອກຂອງອາຊຽນ ໂດຍ​ຜ່ານ​ກົນ​ໄກ​ຕ່າງໆ ​ຂອງ​ອາ​ຊຽນ ໄດ້ເຮັດໃຫ້ການພົວພັນຂອງ ສປປ ລາວ ກັບບັນດາປະເທດມະຫາອຳນາດ ໂດຍສະເພາະກັບ ສປ ຈີນ, ລັດເຊຍ, ອະເມລິກາ, ອິນເດຍ, ຍີ່ປຸ່ນ, ສ ເກົາຫລີ ແລະ ອື່ນໆ ມີຄວາມຮັດແໜ້ນຍິ່ງຂຶ້ນ ໂດຍສະເພາະໃນ​ເວລາທີ່ ສປປ ລາວ ເປັນປະ​ເທດ​ປະສານ​ງານ ອາຊຽນກັບຄູ່ເຈລະຈາໃຫຍ່ເຊັ່ນ: ເປັນປະເທດປະສານງານ ອາຊຽນ-ອາເມລິກາ 2018-2021; ​ເປັນ​ປະທານ​ຮ່ວມ​ກັບ ສປ. ຈີນ ​ແລະ ກາ​ນາ​ດາ ​ໃນ​ຂອບ​ເວທີປຶກສາຫາລືພື້ນ​ອາຊຽນ ດ້ານບັນເທົາທຸກໄພພິບັດ 2018-2021; ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເປັນປະທານຮ່ວມກັບ ກະຊວງປ້ອງກັນປະເທດ ລັດເຊຍ ໃນວຽກງານເກັບກູ້ລະເບີດ ເພື່ອມະນຸດສະທຳ 2017-2020.

 

ບັນດາທ່ານ, ບັນດາສະຫາຍ ແລະ ພໍ່ແມ່ພີ່ນ້ອງທັງຫຼາຍ​​,

ປີນີ້ ພວກເຮົາ​​ຮ່ວມກັນສະເຫຼີມສະຫຼອງອາຊຽນ ຄົບຮອບ 52 ປີ ແລະ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ຄົບຮອບ 22 ປີ ໃນທ່າມກາງທີ່ອາຊຽນ​​ສືບ​ຕໍ່​ຮັກສາ ແລະ ເສີມຂະຫຍາຍຜົນສຳ​ເລັດ ທີ່​ຕົນ​ຍາດ​ມາ​ໄດ້ ດ້ວຍການດໍາເນີນ ການພົວພັນຮ່ວມມືອາຊຽນ ບົນພື້ນຖານຫຼັກການທີ່ໄດ້ ກໍານົດໄວ້ໃນກົດບັດອາຊຽນ, ເຊິ່ງທັງໝົດນີ້ ຈະເຮັດໃຫ້ອາຊຽນສືບຕໍ່ມີສັນຕິພາບ, ສະຖຽນລະພາບ, ວັດທະນະຖາວອນ,​ ມີຄວາມສະມັກຄີ ແລະ ມີຄວາມເປັນເອກະພາບພາຍໃນ.

 ອາຊຽນ ຈະ​ສືບ​ຕໍ່ເພີ່ມທະວີ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮັບປະກັນຄວາມຍືນຍົງ, ການ​ຈະເລີນເຕີບໂຕ​ດ້ານ​ເສດຖະກິດ, ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ ​ດ້ານການ​ພັດທະນາ​ ແລະ  ການ​ເຊື່ອມ​ຈອດ​ຂອງ​ອາຊຽນ ໃຫ້ທະລຸໂລ່ງຮອບດ້ານ.

 ຕະຫຼອດ​ໄລຍະ 22 ປີ ທີ່ ສປປ ລາວເຮົາເປັນສະມາຊິກອາຊຽນ, ການ​ທີ່ພວກເຮົາສາມາດ ຍາດໄດ້ຜົນສຳເລັດເປັນກ້າວໆມານັ້ນ ກໍ່ຍ້ອນ​ໄດ້​ຮັບ​ການ​ຊີ້​ນຳ-ນຳພາ​ຢ່າງ​​ແທດເຖິງ​ ຂອງ​ການນໍາພັກ-ລັດ ​ແລະ ຍ້ອນ​ຄວາມ​ເປັນ​ເຈົ້າ​ການ​ຂອງ​​ພະນັກງານ, ລັດຖະກອນ​ທຸກ​ພາກສ່ວນ ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ທີ່​ໄດ້ປະກອບສ່ວນ​ເຂົ້າ​ໃນ​ ວຽກງານ​ອາຊຽນຢ່າງຫ້າວຫັນ, ເຕັມສ່ວນ ແລະ ມີປະສິດທິພາບສູງ. ນະໂອກາດນີ້, ຂ້າພະເຈົ້າຂໍຕາງໜ້າ​ໃຫ້​ ລັດຖະບານ ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ ຕໍ່​ການ​ຊ່ວຍ​ເຫຼືອ​ສະໜັບສະໜູນ ​ແລະ ການ​ປະກອບສ່ວນ ​ຂອງ​ທຸກ​ພາກສ່ວນ​ ຢ່າງ​ສຸດ​ໃຈ.

ພ້ອມ​ກັນ​ນີ້, ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງມາ​ຍັງພະນັກງານ, ທະຫານ, ຕຳຫລວດ, ​ນັກ​ສຶກສາປັນຍາຊົນ ຕະຫລອດ​ຮອດ​ປະຊາຊົນ​ລາວ​ບັນດາ​ເຜົ່າ ຈົ່ງ​ພ້ອມ​ກັນ​ເພີ່ມ​ທະວີ ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ ​ຜັນ​ຂະຫຍາຍແນວທາງນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດຖະບານ​ເຮົາ, ລວມທັງ​ວຽກງານ​ອາຊຽນ ​ເພື່ອ​ຍາດ​ເອົາ​ຜົນ​ປະ​ໂຫຍ​ດອັນ​ສູງ​ສຸດ ​ມາສູ່​ປະ​ເທດ​ຊາດ ​ແລະ ປະຊາຊົນ ກໍ່​ຄືເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ ພາລະກິດ​ລວມ​ແຫ່ງ​ການ​ປົກ​ປັກ​ຮັກສາ  ​ແລະ ສົ່ງ​ເສີມສັນຕິພາບ, ສະຖຽນລະ​ພາບ, ຄວາມ​ວັດທະນະຖາວອນ ​ແລະ ຄວາມ​ສົມບູນ​ພູນ​ສຸກ​ຂອງ​ພາກ​ພື້ນ ​ແລະ ສາກົນ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາການນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫລວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປວງຊົນລາວ ທຸກຖ້ວນຫນ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກກາຍສະບາຍໃຈ, ປະສົບຜົນສໍາເລັດ ໃນຫນ້າທີ່ວຽກງານ​ ​ແລະ ຮ່ວມ​ກັນ ສະ​ເຫຼີມສະຫຼອງ ວັນ​ສ້າງ​ຕັ້ງ​ອາຊຽນຄົບຮອບ 52 ປີ ​ແລະ ວັນ​ເຂົ້າ​ອາຊຽນ ຂອງ ສປປ ລາວ ຄົບຮອບ 22 ປີ​ ຢ່າງ​ມີ​ເນື້ອ​ໃນ ແລະ ເໝາະສົມ.

ຂໍຂອບໃຈ. 

 

 

--------------------------------------------------------------------------

ກອງ​ປະຊຸມຄັ້ງ ​ປະຖົມ​ມະລຶກ ​ຂອງສະພາ​ແຫ່ງ​ຊາດ ຊຸດ​ທີ VIII

ສຸມ​ໃສ່ປັບປຸງ​​ກົງຈັກ​ ການຈັດ​ຕັ້ງເພື່ອ​ການພັດທະນາ


*ວັນທີ 20 ເມສາ 2016, ເປັນ ມື້ທີ່ສຳຄັນສຳ ລັບລະບອບການເມືອງ ຂອງປະເທດເຮົາ ເພາະເປັນມື້ ທີ່ກອງປະຊຸມ ຄັ້ງປະຖົມລຶກ ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນ ທີ່ຫໍສະພາແຫ່ງຊາດ ນະຄອນຫລວງ ວຽງຈັນ ທ່າມກາງບັນຍາກາດ ທີ່ມີລົມພັດຜ່ານເຢັນສະບາຍ. ນະເວລານີ້ ປວງຊົນລາວທັງຊາດ, ລວມເຖິງບັນດາ ອົງການຈັດຕັ້ງ ສາກົນຕ່າງໆ ປະຈຳລາວ, ບັນດາ ປະເທດເພື່ອນມິດສາກົນ ແລະ ສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດຕ່າງ ກໍຕັ້ງໜ້າຕິດຕາມ ການ ດຳເນີນກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດດັ່ງກ່າວຢ່າງຈົດຈໍ່ ເພື່ອລໍຖ້າຟັງຜົນການປ່ຽນແປງ ຂອງກົງຈັກການຈັດຕັ້ງ ຂອງສະພາແຫ່ງຊາດ, ລັດຖະບານ ເຊິ່ງມີຄວາມໝາຍ ທາງການເມືອງຢ່າງໜັກແໜ້ນ ແລະ ຢືນຢັນ ເຖິງຄວາມເປັນເອກະພາບ ແລະ ຄວາມເຊື່ອໝັ້ນ ຂອງປວງຊົນຕໍ່ການນຳພາ ຂອງພັກ-ລັດ ແລະ ແມ່ນໝາກຜົນ ຂອງການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ ເພື່ອກ້າວສູ່ການຈັດຕັ້ງ ປະຕິບັດມະຕິ X ຂອງພັກ ໃນການປັບປຸງ ອຳນາດ ລັດປະຊາ ທິປະໄຕ ປະຊາຊົນ.


ກອງປະຊຸມ ໄດ້ໄຂຂຶ້ນຢ່າງເປັນ ທາງການໃນເວລາ
7:30 ໂມງ ໂດຍມີ ການນຳພັກ-ລັດຂັ້ນສູງ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ ໃນຫ້ອງປະຊຸມ ທີ່ຖືກປະດັບປະດາ ຢ່າງສວຍງາມ ແລະ ສະຫງ່າຜ່າເຜີຍ ດ້ວຍທຸງຊາດ, ກາໝາຍຊາດ, ຄຳຂວັນ ແລະ ດອກໄມ້ນາໆຊະນິດ. ພາຍຫລັງສິ້ນສຸດການ ບັນເລງເພງຊາດລາວ, ປະທານກອງປະຊຸມ ທ່ານ ນາງ ປານີ ຢາທໍ່ຕູ້  ກໍໄດ້ກ່າວໄຂກອງປະຊຸມ ຢ່າງເປັນທາງການ ຈາກນັ້ນການດຳເນີນ ກອງປະຊຸມກໍເປັນໄປ ຕາມວາລະ ໂດຍມີການຮັບຮອງເອົາ ໂຄງປະກອບກົງຈັກ ການຈັດຕ້ັງ ແລະ ບຸກຄະລາກອນ ຂອງສະພາແຫ່ງຊາດ ເຊິ່ງໄດ້ຮັບຮອງ ເອົາທ່ານ ນາງ ປານີ ຢາທໍ່ຕູ້  ເປັນປະທານ ສະພາແຫ່ງຊາດ ອີກໜຶ່ງສະໄໝ ໃນນັ້ນມີຮອງ ປະທານ ສະພາ 4 ທ່ານຄື: ທ່ານ ພົທ ແສງນວນ ໄຊຍະ ລາດ, ທ່ານ ສົມພັນ ແພງຄຳມີ, ທ່ານ ບຸນປອນ ບຸດຕະນະວົງ ແລະ ທ່ານນາງ ສີໃສ ລືເດດມູນສອນ.

ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາ ການເລືອກຕັ້ງເອົາ ປະທານປະເທດ, ຮອງປະທານປະເທດ, ນາຍົກລັດຖະມົນຕີ ແລະ ຮອງນາຍົກ ພ້ອມດ້ວຍຄະນະ ລັດຖະບານຊຸດໃໝ່ ໂດຍໄດ້ຮັບຮອງເອົາ ທ່ານ ບຸນຍັງ ວໍລະຈິດ ເປັນປະທານປະເທດ ແລະ ເລືອກເອົາ ທ່ານ ພັນຄຳ ວິພາວັນ ເປັນຮອງ ປະທານປະເທດ. ທ່ານ ທອງລຸນ ສີສຸລິດ ໄດ້ຮັບເລືອກ ເປັນນາຍົກລັດຖະມົນຕີທ່ານ  ບຸນທອງ ຈິດມະນີ, ທ່ານ ສອນໄຊ ສີພັນດອນ ແລະ ທ່ານ ສົມດີ  ດວງດີ ເປັນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ລັດຖະມົນຕີ ບັນດາກະຊວງ ແລະ ອົງການທຽບເທົ່າ.

ຂີດໝາຍສຳຄັນ ຂອງກອງປະຊຸມຄັ້ງນີ້ ອີກດ້ານໜຶ່ງແມ່ນ ທົ່ວສັງຄົມໄດ້ເອົາໃຈໃສ່ ຕິດຕາມເບິ່ງການ ປະຕິບັດວຽກງານ ຂອງບັນດາສະມາຊິກ ສະພາແຫ່ງຊາດຊຸດໃໝ່ນີ້ ຕາມຄວາມຄາດຫວັງວ່າບັນດາ ສສຊ ຈະສາມາດ ເຮັດໜ້າທີ່ ເປັນກະ ບອງສຽງ ຂອງປະຊາຊົນ ໄດ້ດີສຳລັບການຕິດຕາມ ກວດກາຄະນະ ລັດຖະບານ ໃນການປະຕິບັດ ແຜນພັດທະນາ ເສດຖະກິດ
-ສັງຄົມ, ການນຳໃຊ້ງົບປະມານ ຂອງລັດຢ່າງມີປະສິດທິຜົນ, ໂປ່ງໃສ ແລະ ຮັບປະກັນຄວາມຖືກຕ້ອງ.

ກອງປະຊຸມຄັ້ງ ປະຖົມມະລຶກນີ້ ຈະດຳເນີນເປັນ ເວລາ 4 ວັນ ແຕ່ວັນທີ 20-23 ເມສາ 2016 ໂດຍຈະມີການ ພິຈາລະນາ ຕັດສິນ ແລະ ຮັບຮອງຫລາຍບັນຫາສຳຄັນເຊັ່ນ: ວິໄສທັດຮອດປີ 2030, ຍຸດທະສາດ ປີ 2025 ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020), ຮັບຮອງເອົາບົດລາຍງານ ຂອງສະພາແຫ່ງຊາດ ກ່ຽວກັບວິໄສທັດ ຮອດປີ 2030, ຍຸດທະສາດປີ 2025 ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ລວມທັງແຜນ ການສ້າງ ແລະ ປັບປຸງກົດໝາຍ 5 ປີ ຕະຫລອດອາຍຸການ ຂອງສະພາແຫ່ງຊາດ ຊຸດທີ VIII , ພິຈາລະນາຮັບຮອງເອົາ ມະຕິວ່າດ້ວຍວຽກງານ ສະພາແຫ່ງຊາດ ແລະ ມະຕິວ່າດ້ວຍວຽກງານ ລັດຖະບານ ແລະ ຮັບຟັງການລາຍງານ ກ່ຽວກັບຜົນ ການເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ຊຸດທີ VIII ແລະ ສະມາຊິກສະພາ ປະຊາຊົນ ຂັ້ນແຂວງ ແລະ ບັນຫາສຳຄັນອື່ນໆ ອີກຈຳນວນໜຶ່ງ.

-----------------------------------------------------------------------------------------------------------------

ພ້ອມກັນເອົາໃຈໃສ່ສະກັດກັ້ນການລະບາດ ຂອງພະຍາດໄຂ້ຍຸງລາຍ ໃຫ້ເປັນຂະບວນທົ່ວສັງຄົມ


ໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້, ນາຍົກລັດຖະມົນຕີໄດ້ອອກຄຳສັ່ງເລກທີ 07/ນຍ, ວ່າດ້ວຍການປ້ອງກັນແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ​ ​ໃນປີ 2016 ຍ້ອນສະພາບ ການປ່ຽນແປງດິນຟ້າອາກາດ, ການເຄື່ອນຍ້າຍຂອງປະຊາກອນທັງພາຍໃນແລະ ພາກພື້ນມີທ່າອ່ຽງເພີ່ມຂຶ້ນ​ ​ເປັນໂອກາດໃຫ້ເຊື້ອພະຍາດດັ່ງກ່າວ ມີການເຄື່ອນຍ້າຍອັນເປັນສາເຫດ ຂອງການລະບາດຂອງພະຍາດດັ່ງກ່າວໄວຂຶ້ນ​​.

            ຄຳສັ່ງສະບັບດັ່ງກ່າວ​ ໄດ້​ລະບຸ​ແຈ້ງ​ເຖິງ​ບັນດາ​ກະຊວງ, ​ເປັນ​ຕົ້ນ​ແມ່ນ​ສາທາລະນະ​ສຸກ, ສຶກສາ​ທິການ ​ແລະ ກິລາ, ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ​ ທ່ອງ​ທ່ຽວ, ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້ຊີ້​ນຳ​ຂະ​ແໜງ​ການ​ ຂອງ​ຕົນ​ເປັນ​ຕົ້ນ ກົມ, ສູນ, ​ໂຮງໝໍ​ສູນ​ກາງ, ຊ່ຽວຊານ​ປິ່ນປົວ, ມະຫາວິທະຍາ​ໄລ, ​ໂຮງຮຽນ​ລັດ-​ເອກະ​ຊົນ ລົງ​ສົມທົບ​ກັບ​ແຂວງ, ນະຄອນຫລວງ ສ້າງ​ແຜນການ​ກຽມພ້ອມ ​ແລະ ຮັບປະກັນ​ແຕ່​ຫົວທີ​ໃຫ້​ແກ່​ວຽກ​ງານ​ລະບາດ​ວິທະຍາ, ປິ່ນປົວ, ຄຸ້ມ​ຄອງ ​ແລະ ​ໂຄສະນາ ​ໃຫ້​ຄວາມ​ຮູ້​ແກ່​ຊຸມ​ຊົນ ​ແລະ ວຽກ​ງານ​ແກ້​ໄຂ​ການລະບາດ​ ຂອງພະຍາດ​ໄຂ້ຍຸງ​ລາຍຢ່າງ​ທັນ​ການ ​ເພື່ອ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ ການລະບາດ​ຂອງ​ພະຍາດ​ດັ່ງກ່າວ ນັບ​ແຕ່​ຕົ້ນ​ປີ 2016 ​ເປັນ​ຕົ້ນ​ໄປ ​ໂດຍ​ປະຕິບັດ​ຕາມ​ທິດ​ທາງ 3 ສ້າງ. ​ສຳລັບນະຄອນຫລວງ​ວຽງ​ຈັນ, ແຂວງ ​ແລະ ​ເມືອງ​, ໂດຍສ​ະ​ເພາະ​ຄະນະ​ກຳມະການ​ຕ້ານ ​ແລະ ຄວບ​ຄຸມພະ​ຍາດຕິ​ດຕໍ່​ ໃນ​ແຕ່ລະ​ຂັ້ນຕ້ອງ ກຳກັບຊີ້​ນຳ ​ແລະ ອຳນວຍ​ຄວາ​ມສະດວກ​ໃຫ້​ແກ່​ ບັນດາ​ອົງການ​ຈັດ​ຕັ້ງ​ທຸກ​ພາ​ກສ່ວນ​ ພາຍ​ໃນ​ແຂວງ, ​ເມືອງ ​ແລະ ​ບ້ານ​ຂອງ​ຕົນ​ ເພື່ອ​​ເຂົ້າ​ຮ່ວມ​ໃນການຕ້ານ ແລະ ສະກັດກັ້ນການລະບາດ ຂອງພະຍາດດັ່ງກ່າວ, ພ້ອມທັງຈັດ​ຕັ້ງ​ ໃຫ້​ມີ​ອາສາ​ສະໝັກ​ບ້ານ ​ແລະ​ນັກ​ສຶກສາ ເຂົ້າ​ຮ່ວມ​ໃນການ​ສຳ​ຫລວດ ​ແລະ ຕິດຕາມ​ຄວາມ​ໜາ​ແໜ້ນ ຂອງ​ໜອນ​ນ້ຳຍຸງ​ລາຍ ພ້ອມ​ທັງ​ທຳລາຍແຫ​ລ່ງກຳເນີດ ຂອງ​ຍຸງ​ລາຍ​ຢ່າງ​ເປັນ​ປົກກະຕິ, ປຸກລະດົມ ຊຸກຍູ້ໃຫ້​ປະຊາຊົນ​ ມີ​ການ​ປ່ຽນ​ແປງ​ພຶດຕິ​ກຳ ​ໂດຍ​ປະຕິບັດ​ຕາມ​ຄຳ​ຂວັນ 5 ປ ຄື: 1. ປິດ​ຝາ​ພາຊະນະ​ນ້ຳ​ໃຊ້​ໃນ​ເຮືອນ ​ແລະ ນອກ​ເຮືອນ ​ເພື່ອບໍ່​ໃຫ້​ຍຸງ​ມາ​ໄຂ່​ໃສ່; 2. ປ່ຽນ​ນຳ​ໃນ​ພາຊະນະ ​ເຊັ່ນ: ​ເຕົ້າ​ດອກ​ໄມ້, ນ້ຳ​ຮອງ​ຕີນ​ຕູ້, ຖ້ານ​ຮອງ​ຈອກ​ນ້ຳ; 3. ປ່ອຍ​ປາ​ຫາງ​ນົກ​ຍຸງ ​ເພື່ອ​ກິນ​ໜອນ​ນ້ຳຍຸງ​ລາຍ; 4. ປັບປຸງ​ໂດຍ​ການ​ອະນາ​ໄມ ​ສິ່ງ​ແວດ​ລ້ອມ​ອ້ອມ​ເຮືອນ​ບໍ່​​ໃຫ້​ມີ​ກະ​ໂປະ, ກະປ໋ອງ, ຢາງ​ຕີນລົດ​ທີ່​ມີນ້ຳຂັງ; 5. ປະຕິບັດ​ໃຫ້​ເປັນນິ​ໄສ ​ເປັນ​ປະຈຳ​ທຸກໆ​ອາທິດ. ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ ການລະບາດ​ຂອງ​ພະຍາດ​ໄຂ້ຍຸງ​ລາຍ ມີ​ປະສິດທິ​ຜົນ​.

       ເພື່ອເຮັດໃຫ້ການປ້ອງກັນແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນ ຈຶ່ງຮຽກຮ້ອງໃຫ້ການນຳແຕ່ລະຂັ້ນ ເປັນເຈົ້າການນຳເອົາເນື້ອໃນຈິດໃຈ ດັ່ງກ່າວ ຊີ້ນຳໆພາ ຂະແໜງການຂອງຕົນ ຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງ ໃຫ້ເປັນຮູບປະທຳ, ຫັນເປັນແຜນວຽກລະອຽດ, ພ້ອມທັງມີການຕິດຕາມກວດກາ ແລະ ສະຫລຸບຕີລາຄາປະເມີນຜົນ ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ. ບັນດາສະມາຊິກພັກ-ພະນັກງານ ຢູ່ໃນແຕ່ລະຫົວໜ່ວຍຄອບຄົວ ຕ້ອງເປັນເຈົ້າການແນະນຳ ແລະ ສຶກສາອົບຮົມສະມາຊິກ ຄອບຄົວໄດ້ຮັບຊາບເຂົ້າ​ໃຈ ແລະ ພ້ອມກັນປະຕິບັດຫລັກອະນາໄມ ສາມສະອາດ, ປະຕິບັດຄຳຂວັນ 5 ປ ໃຫ້ເປັນຈິງ ແລະ ເປັນປົກກະຕິ. ບັນດາພາຫະນະສື່ມວນຊົນ ກໍຕ້ອງອອກແຮງປຸກລະດົມ ໂຄສະນາດ້ວຍຫລາຍຮູບຫລາຍສີ ຢ່າງເນືອງນິດລຽນຕິດປຸກຈິດສຳນຶກ ໃຫ້ທົ່ວສັງຄົມມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າ ໃນການປະຕິບັດຄຳສັ່ງທີ່ກ່າວມານີ້ ໃຫ້ໄດ້ຮັບໝາກຜົນ ໃນຕົວຈິງເປັນກ້າວໆໄປ.



---------------------------------------------------------------------------------------------------------------




Top