KPL
ນັບແຕ່ ສປ ຈີນ ໄດ້ເລີ່ມການຂົນສົ່ງ ໃນລະດູຮ້ອນ ແຕ່ວັນທີ 1 ກໍລະກົດນີ້ ເປັນຕົ້ນມາ, ທາງລົດໄຟ ທົ່ວປະເທດຈີນ ໄດ້ຂົນສົ່ງ ຜູ້ໂດຍສານ ຫລາຍກວ່າ 400 ລ້ານເທື່ອຄົນ, ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ
ຂປລ.ແຫລ່ງຂ່າວຈາກ ກຸ່ມບໍລິສັດ ທາງລົດໄຟຈີນ ລາຍງານ ໃຫ້ຮູ້ວ່າ: ນັບແຕ່ ສປ ຈີນ ໄດ້ເລີ່ມການຂົນສົ່ງ ໃນລະດູຮ້ອນ ແຕ່ວັນທີ 1 ກໍລະກົດນີ້ ເປັນຕົ້ນມາ, ທາງລົດໄຟ ທົ່ວປະເທດຈີນ ໄດ້ຂົນສົ່ງ ຜູ້ໂດຍສານ ຫລາຍກວ່າ 400 ລ້ານເທື່ອຄົນ, ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ, ສະເລ່ຍແລ້ວ ໄດ້ເພີ່ມຂະບວນ ລົດໄຟໂດຍສານ 541 ຂະບວນຕໍ່ມື້.ຄາດວ່າ: ວັນທີ 29 ກໍລະກົດນີ້, ທາງລົດໄຟ ທົ່ວປະເທດຈີນ ຈະຂົນສົ່ງຜູ້ໂດຍສານ ຫລາຍກວ່າ 12,9 ລ້ານເທື່ອຄົນ ແລະ ເພີ່ມຂະບວນລົດໄຟໂດຍສານ 462 ຂະບວນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL